​2015
ທຸກ​ຢ່າງ​ດີ
ກໍລະກົດ 2015


ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ເດືອນກໍລະກົດ 2015

ທຸກ​ຢ່າງດີ

ປະທານ​ດີເດີ ແອັຟ ອຸກດອບ

ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ມໍ​ລະ​ດົກ​ຈາກ​ຜູ້​ບຸກ​ເບີກ​ຂອງ​ເຮົາ,​ ສິ່ງ​ໜຶ່ງ​ທີ່​ປະ​ທັບ​ໃຈ ຂ້າ​ພະ​ເຈົ້າ​ຫລາຍ​ແມ່ນ​ເພງ​ສວດ ຊື່​ວ່າ “ສິດ​ທິ​ຊົນ​ມາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກທີ 2). ຜູ້​ທີ່​ໄດ້​ເດີນ​ທາງ​ມາ​ຢ່າງ​ຍາວ​ໄກ ເພື່ອ​ມາ​ຫາ​ຫ່ອມ​ພູ​ເຊົາ​ເລັກ ມັກ​ຈະ​ຮ້ອງ​ເພງ​ນີ້ ລະ​ຫວ່າງ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ.

ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ ທຸກ​ສິ່ງ​ບໍ່​ໄດ້​ເປັນ​ໄປ​ດ້ວຍ​ດີ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເຫລົ່າ​ນັ້ນ. ເຂົາ​ເຈົ້າ​ໄດ້​ປະ​ສົບ​ກັບ​ຄວາມ​ປ່ວຍ​ໄຂ້,​ ອາ​ກາດ​ທີ່​ອົບ​ເອົ້າ,​ ຄວາມ​ອ່ອນ​ເພຍ, ຄວາມ​ໜາວ​ເຢັນ, ​ຄວາມ​ຢ້ານ​ກົວ, ຄວາມ​ຫິວ​ໂຫຍ, ຄວາມ​ເຈັບ​ປວດ, ຄວາມ​ສົງ​ໄສ, ​ແລະ ແມ່ນ​ຄວາມ​ຕາຍ.

ເຖິງ​ແມ່ນ​ເຂົາ​ເຈົ້າ​ມີ​ເຫດ​ຜົນ​ທີ່​ຈະ​ກ່າວ​ອອກ​ມາ​ວ່າ “ທຸກ​ສິ່ງ​ບໍ່​ໄດ້​ເປັນ​ໄປ​ດ້ວຍ​ດີ,” ແຕ່​ເຂົາ​ເຈົ້າ ໄດ້​ພັດ​ທະ​ນາ​ທັດ​ສະ​ນະ ອັນ​ທີ່​ເຮັດ​ໃຫ້​ເຮົາ​ຍ້ອງ​ຍໍ​ສັນ​ລະ​ເສີນ​ເຂົາ​ເຈົ້າ​ໃນ​ທຸກ​ວັນ​ນີ້. ເຂົາ​ເຈົ້າ​ໄດ້​ເບິ່ງ​ຂ້າມ​ບັນ​ຫາ​ຂອງ​ເຂົາ​ເຈົ້າ ເພື່ອ​ຈະ​ໄດ້​ຮັບ​ພອນ​ນິ​ລັນ​ດອນ. ເຂົາ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ໃນ​ສະ​ພາບ​ການ​ຕ່າງໆ​ຂອງ​ເຂົາ​ເຈົ້າ. ເຖິງ​ແມ່ນ​ເຂົາ​ເຈົ້າ​ໄດ້​ປະ​ສົບ​ກັບ​ສິ່ງ​ກົງ​ກັນ​ຂ້າມ,​ ແຕ່​ເຂົາ​ເຈົ້າ​ຍັງ​ໄດ້​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ໃຈ​ວ່າ,​ “ທຸກ​ຢ່າງ​ດີ!”

ການ​ສັນ​ລະ​ເສີນ​ຂອງ​ເຮົາ​ສຳ​ລັບ​ຜູ້​ບຸກ​ເບີກ​ຄົງ​ບໍ່​ມີ​ປະ​ໂຫຍດ​ອັນ​ໃດ ຖ້າ​ຫາກ​ເຮົາ​ບໍ່​ເອົາ​ມັນ​ມາ​ຄິດ​ໄຕ່​ຕອງ. ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ຄຸນ​ສົມ​ບັດ​ສອງ​ສາມ​ຢ່າງ​ຂອງ​ເຂົາ​ເຈົ້າ ອັນ​ທີ່​ດົນ​ໃຈ​ຂ້າ​ພະ​ເຈົ້າ ຂະ​ນະ​ທີ່​ຄິດ​ໄຕ່​ຕອງ ກ່ຽວ​ກັບ​ການ​ເສຍ​ສະ​ລະ ແລະ ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າ.

ຄວາມ​ເຫັນ​ອົກ​ເຫັນ​ໃຈ

ຜູ້​ບຸກ​ເບີກ​ໄດ້​ເປັນ​ຫ່ວງ​ເປັນ​ໄຍ​ຊຶ່ງ​ກັນ​ແລະ​ກັນ ບໍ່​ຄຳ​ນຶງ​ວ່າ​ເບື້ອງ​ຫລັງ​ທາງ​ສັງ​ຄົມ, ຖາ​ນະ,​ ຫລື ການ​ເມືອງ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ເຖິງ​ແມ່ນ​ວ່າ​ສິ່ງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ຊ້າ​ລົງ,​ ໄດ້​ສ້າງ​ຄວາມ​ບໍ່​ສະ​ດວກ,​ ຫລື ອາດ​ຕ້ອງ​ໄດ້​ເສຍ​ສະ​ລະ​ສ່ວນ​ຕົວ ຫລື ຕ້ອງ​ໄດ້​ເຮັດ​ວຽກ​ໜັກ​ກໍ​ຕາມ, ແຕ່​ເຂົາ​ເຈົ້າ ກໍ​ໄດ້​ຊ່ອຍ​ເຫລືອ​ກັນ.

ໃນ​ໂລກ​ທີ່​ພະ​ຍາ​ຍາມ​ໃຫ້​ຂຶ້ນ​ເຖິງ​ຈຸດ​ເປົ້າ​ໝາຍ ແລະ ຖື​ພັກ​ຖື​ພວກ​ຂອງ​ເຮົາ​ນີ້,​ ຈຸດ​ປະ​ສົງ​ຂອງ​ບາງ​ຄົນ ຫລື ບາງ​ກຸ່ມ ອາດ​ມີ​ຄວາມ​ສຳ​ຄັນ​ກວ່າ​ການ​ດູ​ແລ​ຄົນ​ອື່ນ ຫລື ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ໃນ​ສັງ​ຄົມ​ປະ​ຈຸ​ບັນ,​ ການ​ຂຶ້ນ​ເຖິງ​ຈຸດ​ເປົ້າ​ໝາຍ​ແຫ່ງ​ອຸ​ດົມ​ການ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ອາດ​ປະ​ກົດ​ຄື​ການ​ວັດ​ແທກ​ຄຸນ​ຄ່າ​ຂອງ​ເຮົາ.

ການ​ຕັ້ງ ແລະ ການ​ບັນ​ລຸ​ເປົ້າ​ໝາຍ ອາດ​ເປັນ​ສິ່ງ​ທີ່​ດີ​ເດັ່ນ. ແຕ່​ເມື່ອ​ການ​ໄດ້​ຮັບ​ຄວາມ​ສຳ​ເລັດ​ຜົນ ໃນ​ການ​ຂຶ້ນ​ເຖິງ​ຈຸດ​ເປົ້າ​ໝາຍ ມາ​ຈາກ​ການ​ບໍ່​ຄຳ​ນຶງ​ເຖິງ, ຈາກ​ການ​ບໍ່​ເອົາ​ໃຈ​ໃສ່,​ ຫລື ຈາກ​ການ​ເຮັດ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ຄວາມ​ເຈັບ​ປວດ, ແລ້ວ​ຄ່າ​ຂອງ​ຄວາມ​ສຳ​ເລັດ​ຜົນ​ນັ້ນ ອາດ​ບໍ່​ໄດ້​ເປັນ​ຄວາມ​ລ້ຳ​ຄ່າ.

ຜູ້​ບຸກ​ເບີກ​ໄດ້​ດູ​ແລ​ຜູ້​ຄົນ​ທີ່​ເດີນ​ທາງ​ໄປ​ດ້ວຍ​ກັນ, ແລະ ເຂົາ​ເຈົ້າ​ກໍ​ໄດ້​ຄຳ​ນຶງ​ເຖິງ​ຜູ້​ທີ່​ເດີນ​ທາງ​ມາ​ນຳ​ຫລັງ​ເຂົາ​ເຈົ້າ, ໄດ້​ປູກ​ພືດ​ພັນ​ໄວ້​ໃຫ້​ຂະ​ບວນ​ລໍ້​ກວຽນ​ທີ່​ກຳ​ລັງ​ເດີນ​ທາງ​ຕິດ​ຕາມ​ມາ.

ເຂົາ​ເຈົ້າ​ຮູ້​ຈັກ​ເຖິງ​ພະ​ລັງ​ຂອງ​ຄອບ​ຄົວ ແລະ ໝູ່​ເພື່ອນ. ແລະ ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ເພິ່ງ​ອາ​ໄສ​ກັນ​ແລະ​ກັນ,​ ເຂົາ​ເຈົ້າ​ຈຶ່ງ​ເຂັ້ມ​ແຂງ​ຂຶ້ນ. ໝູ່​ເພື່ອນ​ໄດ້​ກາຍ​ເປັນ​ຄອບ​ຄົວ.

ຜູ້​ບຸກ​ເບີກ​ເປັນ​ຕົວ​ຢ່າງ​ທີ່​ດີ ໃນ​ການ​ເຕືອນ​ເຮົາ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ ຫລີກ​ເວັ້ນ​ຈາກ​ການ​ລໍ້​ລວງ ທີ່​ຈະ​ເອົາ​ຕົວ​ອອກ​ຫ່າງ ແລະ ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຮັກ​ຊຶ່ງ​ກັນ​ແລະ​ກັນ.

ວຽກ​ງານ

“ສິດ​ທິ​ຊົນ​ມາ,​ ຢ່າ​ຢ້ານ​ງານ​ໜັກ​ແບບ​ໃດ.”

ສຳ​ນວນ​ນີ້​ກາຍ​ເປັນ​ເພງ​ສວດ​ສຳ​ລັບ​ຜູ້​ເດີນ​ທາງ​ທີ່​ອ່ອນ​ເພຍ. ມັນ​ເປັນ​ສິ່ງ​ຍາກ​ທີ່​ຈະ​ວາດ​ພາບ​ເຫັນ​ວ່າ ຜູ້​ບຸກ​ເບີກ​ທີ່​ດີ​ເລີດ​ເຫລົ່າ​ນີ້​ໄດ້​ເຮັດ​ວຽກ​ງານ​ໜັກ​ຫລາຍ​ຂະ​ໜາດ​ໃດ. ການ​ຍ່າງ​ເປັນ​ສິ່ງ​ທີ່​ງ່າຍ​ທີ່​ສຸດ ທີ່​ເຂົາ​ເຈົ້າ​ໄດ້​ເຮັດ. ເຂົາ​ເຈົ້າ​ທຸກ​ຄົນ​ໄດ້​ຊ່ອຍ​ເຫລືອ​ກັນ​ເພື່ອ​ຈັດ​ຫາ​ອາ​ຫານ​ການ​ກິນ, ສ້ອມ​ແປງ​ລໍ້​ກວຽນ, ລ້ຽງ​ສັດ, ດູ​ແລ​ຄົນ​ເຈັບ​ປ່ວຍ ແລະ ຜູ້​ອ່ອນ​ກຳ​ລັງ,​ ຊອກ​ຫາ ແລະ ໄປ​ຕັກ​ນ້ຳ,​ ແລະ ປ້ອງ​ກັນ​ຕົນ​ເອງ​ຈາກ​ດິນ​ຟ້າ​ອາ​ກາດ ແລະ ສິ່ງ​ອັນ​ຕະ​ລາຍ​ຕ່າງໆ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

ທຸກ​ເຊົ້າ​ເຂົາ​ເຈົ້າ​ໄດ້​ຕື່ນ​ນອນ​ດ້ວຍ​ຈຸດ​ປະ​ສົງ ແລະ ເປົ້າ​ໝາຍ​ທີ່​ແຈ່ມ​ແຈ້ງ ທີ່​ທຸກ​ຄົນ​ເຂົ້າ​ໃຈ​ວ່າ:​ ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ເພື່ອນ​ມະ​ນຸດ​ດ້ວຍ​ກັນ ແລະ ທີ່​ຈະ​ໄປ​ເຖິງ​ຮ່ອມ​ພູ​ເຊົາ​ເລັກ. ທຸກ​ມື້​ຈຸດ​ປະ​ສົງ ແລະ ເປົ້າ​ໝາຍ​ເຫລົ່າ​ນັ້ນ ໄດ້​ແຈ່ມ​ແຈ້ງ​ຕໍ່​ເຂົາ​ເຈົ້າ; ເຂົາ​ເຈົ້າ​ໄດ້​ຮູ້​ວ່າ ເຂົາ​ເຈົ້າ​ຕ້ອງ​ເຮັດ​ສິ່ງ​ໃດ ແລະ ຄວາມ​ກ້າວ​ໜ້າ​ແຕ່​ລະ​ວັນ​ຂອງ​ເຂົາ​ເຈົ້າ​ແມ່ນ​ສຳ​ຄັນ​ຫລາຍ.

ໃນ​ວັນ​ເວ​ລາ​ຂອງ​ເຮົາ—ເມື່ອ​ຄວາມ​ປາດ​ຖະ​ໜາ​ສ່ວນ​ຫລາຍ​ຂອງ​ເຮົາ​ແມ່ນ​ຢູ່​ໃກ້​ພຽງ​ແຕ່​ເອື້ອມ​ມື—ມັນ​ຈຶ່ງ​ງ່າຍ​ສຳ​ລັບ​ເຮົາ​ທີ່​ຈະ​ຫັນ​ໜີ ຫລື ຍົກ​ເລີກ​ການ​ເດີນ​ທາງ ເມື່ອ​ເຮົາ​ເຫັນ​ວ່າ ເສັ້ນ​ທາງ​ເດີນ ມີ​ຄວາມ​ຫຍຸ້ງ​ຍາກ ຫລື ຄ້ອຍ​ເລີ່ມ​ສູງ​ຊັນ ຢູ່​ຕໍ່​ໜ້າ​ເຮົາ. ໃນ​ເວ​ລາ​ນັ້ນ, ມັນ​ອາດ​ດົນ​ໃຈ​ເຮົາ ໃຫ້​ຄິດ​ເຖິງ​ຊາຍ,​ ຍິງ, ແລະ ເດັກ​ນ້ອຍ ຜູ້​ບໍ່​ໄດ້​ຍອມ​ໃຫ້ ຄວາມ​ປ່ວຍ​ໄຂ້, ຄວາມ​ຫຍຸ້ງ​ຍາກ, ຄວາມ​ເຈັບ​ປວດ, ​ແລະ ແມ່ນ​ແຕ່​ຄວາມ​ຕາຍ ມາ​ຢັບ​ຢັ້ງ​ເຂົາ​ເຈົ້າ ຈາກ​ການ​ເດີນ​ທາງ​ໄປ​ໃນ​ເສັ້ນ​ທາງ​ທີ່​ເຂົາ​ເຈົ້າ​ໄດ້​ເລືອກ​ແລ້ວ.

ຜູ້​ບຸກ​ເບີກ​ໄດ້​ຮຽນ​ຮູ້​ວ່າ ການ​ເຮັດ​ສິ່ງ​ທີ່​ຫຍຸ້ງ​ຍາກ ຈະ​ເພີ່ມ​ພະ​ລັງ ແລະ ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຮ່າງ​ກາຍ, ຈິດ​ໃຈ, ແລະ ວິນ​ຍານ; ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ເຈົ້າ ເຖິງ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ; ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຄົນ​ອື່ນ​ຫລາຍ​ຂຶ້ນ. ນິ​ໄສ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ໜັກ​ແໜ້ນ ແລະ ກາຍ​ເປັນ​ພອນ​ຕໍ່​ເຂົາ​ເຈົ້າ ເປັນ​ເວ​ລາ​ດົນ​ນານ​ຫລັງ​ຈາກ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ ທີ່​ຂ້າມ​ທົ່ງ​ພຽງ ແລະ ພູ​ເຂົາ ໄດ້​ສິ້ນ​ສຸດ​ລົງ.

ການ​ເບິ່ງ​ໂລກ​ໃນ​ແງ່​ດີ

ເມື່ອ​ຜູ້​ບຸກ​ເບີກ​ໄດ້​ຮ້ອງ​ເພງ, ເຂົາ​ເຈົ້າ​ໄດ້​ບອກ​ເຖິງ​ບົດ​ຮຽນ​ບົດ​ທີ​ສາມ ທີ່​ວ່າ: “ດຳ​ເນີນ​ຕໍ່​ໂດຍ​ສຸກ​ໃຈ.”

ມັນ​ກົງ​ກັນ​ຂ້າມ​ກັບ​ຍຸກ​ສະ​ໄໝ​ຂອງ​ເຮົາ ເມື່ອ​ເຮົາ​ມີ​ທຸກ​ສິ່ງ​ທຸກ​ຢ່າງ ແຕ່​ເຮົາ​ພັດ​ບໍ່​ມີ​ຄວາມ​ສຸກ. ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ເທັກ​ໂນ​ໂລ​ຈີ ເຮັດ​ໃຫ້​ເຮົາ​ຕື້ນ​ຕັນ​ໃຈ ແລະ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ຄົງ, ການ​ບັນ​ເທີງ, ຄວາມ​ພໍ​ໃຈ​ແບບ​ທັນ​ທີ​ທັນ​ໃຈ, ແລະ ຄວາມ​ສະ​ດວກ​ສະ​ບາຍ. ແຕ່​ເມື່ອ​ເຮົາ​ເບິ່ງ​ໄປ​ຮອບໆ​ຕົວ​ເຮົາ ເຮົາ​ຈະ​ເຫັນ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ທີ່​ບໍ່​ມີ​ຄວາມ​ສຸກ.

ຜູ້​ບຸກ​ເບີກ, ຜູ້​ໄດ້​ເສຍ​ສະ​ລະ​ຢ່າງ​ຫລວງ​ຫລາຍ, ໄດ້​ຂັດ​ສົນ ແລະ ປາດ​ສະ​ຈາກ​ແມ່ນ​ແຕ່​ສິ່ງ​ຂອງ​ທຳ​ມະ​ດາ ເພື່ອ​ຄວາມ​ຢູ່​ລອດ. ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ ຄວາມ​ສຸກ​ບໍ່​ໄດ້​ມາ​ຈາກ​ໂຊກ​ຊາ​ຕາ ຫລື ຄວາມ​ບັງ​ເອີນ. ແນ່​ນອນ​ວ່າ ຄວາມ​ສຸກ​ບໍ່​ໄດ້​ມາ​ຈາກ​ຄວາມ​ປາດ​ຖະ​ໜາ ທີ່​ໄດ້​ເກີດ​ເປັນ​ຈິງ​ທຸກ​ຢ່າງ. ຄວາມ​ສຸກ​ບໍ່​ໄດ້​ມາ​ຈາກ​ສະ​ພາບ​ການ​ພາຍ​ນອກ. ມັນ​ມາ​ຈາກ​ຂ້າງ​ໃນ—ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ອ້ອມ​ຮອບ​ຕົວ​ເຮົາ​ກໍ​ຕາມ.

ຜູ້​ບຸກ​ເບີກ​ໄດ້​ຮູ້​ເລື່ອງ​ນີ້​ດີ, ແລະ ດ້ວຍ​ຄວາມ​ຮູ້​ສຶກ​ນີ້ ເຂົາ​ເຈົ້າ​ຈຶ່ງ​ພົບ​ຄວາມ​ສຸກ​ໃນ​ທຸກ​ສະ​ພາບ​ການ ແລະ ໃນ​ການ​ທົດ​ລອງ​ທຸກ​ຢ່າງ—ແມ່ນ​ແຕ່​ໃນ​ການ​ທົດ​ລອງ ເຫລົ່າ​ນັ້ນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ໜັກ​ໃຈ​ຫລາຍ​ກໍ​ຕາມ.

ການ​ທົດ​ລອງ

ບາງ​ເທື່ອ​ເຮົາ​ຫວນ​ຄິດ​ເຖິງ​ສິ່ງ​ທີ່​ຜູ້​ບຸກ​ເບີກ​ໄດ້​ອົດ​ທົນ​ຕໍ່ ແລະ ດ້ວຍ​ຄວາມ​ໂລ່ງ​ໃຈ ໄດ້​ກ່າວ​ອອກ​ມາ​ວ່າ, “ຈັ່ງ​ແມ່ນ ເຮົາ​ໂຊກ​ດີ ທີ່​ບໍ່​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ນັ້ນ.” ແຕ່​ຂ້າ​ພະ​ເຈົ້າ​ສົງ​ໃສ​ວ່າ ຖ້າ​ຫາກ​ຜູ້​ບຸກ​ເບີກ​ທີ່​ກ້າ​ຫານ​ເຫລົ່າ​ນັ້ນ ສາ​ມາດ​ຫລຽວ​ເຫັນ​ເຮົາ​ໃນ​ເວ​ລາ​ນີ້,​ ເຂົາ​ເຈົ້າ​ອາດ​ເວົ້າ​ອອກ​ມາ ດ້ວຍ​ຄຳ​ເວົ້າ​ທີ່​ເປັນ​ຫ່ວງ ອັນ​ດຽວ​ກັນ​ນັ້ນ.

ເຖິງ​ແມ່ນ​ວ່າ​ເວ​ລາ ແລະ ສະ​ພາບ​ການ​ໄດ້​ປ່ຽນ​ໄປ, ແຕ່​ຫລັກ​ທຳ ສຳ​ລັບ​ການ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ລອງ ແລະ ການ​ດຳ​ລົງ​ຊີ​ວິດ​ໄປ​ດ້ວຍ​ກັນ​ຢ່າງ​ມີ​ຄວາມ​ສຳ​ເລັດ​ຜົນ ໃນ​ຖາ​ນະ​ເປັນ​ຊຸມ​ຊົນ​ທີ່​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່​ກັນ ແລະ ຈະ​ເລີນ​ຮຸ່ງ​ເຮືອງ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພຣະ​ເຈົ້າ ຍັງ​ບໍ່​ໄດ້​ປ່ຽນ​ແປງ.

ຈາກ​ຜູ້​ບຸກ​ເບີກ, ເຮົາ​ສາ​ມາດ​ຮຽນ​ທີ່​ຈະ​ມີ​ສັດ​ທາ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ. ເຮົາ​ສາ​ມາດ​ຮຽນ​ທີ່​ຈະ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ອື່ນ. ເຮົາ​ສາ​ມາດ​ຮຽນ​ຮູ້​ວ່າ ວຽກ​ງານ ແລະ ຄວາມ​ຂະ​ຫຍັນ​ໝັ່ນ​ພຽນ ເປັນ​ພອນ​ໃຫ້​ເຮົາ ບໍ່​ພຽງ​ແຕ່​ທາງ​ຮ່າງ​ກາຍ​ເທົ່າ​ນັ້ນ ແຕ່​ທາງ​ວິນ​ຍານ​ນຳ​ອີກ. ເຮົາ​ສາ​ມາດ​ຮຽນ​ຮູ້​ໄດ້​ວ່າ ເຮົາ​ສາ​ມາດ​ມີ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ສະ​ພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ໃຫ້​ກຽດ ແລະ ສະ​ແດງ ຄວາມ​ກະ​ຕັນ​ຍູ​ຕໍ່​ຜູ້​ບຸກ​ເບີກ ແມ່ນ​ໂດຍ​ການ​ລວມ​ໃຫ້​ເຂົ້າ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ ຄວາມ​ຊື່​ສັດ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ການ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ມີ​ຄວາມ​ຮັກ​ຕໍ່​ເພື່ອນ​ມະ​ນຸດ​ຂອງ​ເຮົາ, ແລະ ການ​ເປັນ​ຄົນ​ຂະ​ຫຍັນ​ໝັ່ນ​ພຽນ,​ ການ​ເບິ່ງ​ໂລກ​ໃນ​ແງ່​ດີ,​ ແລະ ຄວາມ​ຊື່ນ​ຊົມ​ທີ່​ຜູ້​ບຸກ​ເບີກ ໄດ້​ສະ​ແດງ​ເປັນ​ຢ່າງ​ດີ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເອງ.

ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ,​ ເຮົາ​ຈະ​ສາ​ມາດ​ເອື້ອມ​ຂ້າມ​ຜ່ານ​ຍຸກ​ສະ​ໄໝ,​ ໄປ​ຈັບ​ມື​ຂອງ​ຜູ້​ບຸກ​ເບີກ​ທີ່​ມີ​ກຽດ, ແລະ ຕື່ມ​ສຽງ​ຂອງ​ເຮົາ​ໃສ່​ກັບ​ສຽງ​ຂອງ​ເຂົາ​ເຈົ້າ ທີ່​ຮ້ອງ​ເພງ​ທີ່​ວ່າ: “ທຸກ​ຢ່າງ​ດີ! ທຸກ​ຢ່າງ​ດີ!”