​2015
ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ໃຫ້​ອະ​ໄພ ແລະ ຄວາມ​ເມດ​ຕາ
ກໍລະກົດ 2015


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນກໍລະກົດ 2015

ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ໃຫ້​ອະ​ໄພ ແລະ ຄວາມ​ເມດ​ຕາ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ອົງ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ​ຜ່ານ​ການ​ຢ້ຽມ​ສອນ ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ສັດ​ທາ • ຄອບ​ຄົວ • ສົງ​ເຄາະ

ການ​ເຂົ້າ​ໃຈ​ວ່າ ພຣະ​ເຢ​ຊູ​ຄຣິດ ໄດ້​ໃຫ້​ອະ​ໄພ ແລະ ມີ​ຄວາມ​ເມດ​ຕາ​ຕໍ່​ເຮົາ ສາ​ມາດ​ຊ່ອຍ​ເຫລືອ​ເຮົາ​ໃຫ້ ໃຫ້​ອະ​ໄພ ແລະ ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ອື່ນ. “ພຣະ​ເຢ​ຊູ​ຄຣິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ,” ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ. “ຊີ​ວິດ​ຂອງ​ພຣະ​ອົງ​ເປັນ​ມໍ​ລະ​ດົກ​ແຫ່ງ​ຄວາມ​ຮັກ. ພຣະ​ອົງ​ໄດ້​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ; ໄດ້​ຍົກ​ຄົນ​ທີ່​ຖືກ​ຢຽບ​ຍ່ຳ​ຂຶ້ນ; ໄດ້​ຊ່ອຍ​ກູ້​ຄົນ​ທີ່​ມີ​ບາບ. ຜົນ​ສຸດ​ທ້າຍ ຝູງ​ຄົນ​ທີ່​ໃຈ​ຮ້າຍ​ໄດ້​ເອົາ​ຊີ​ວິດ​ຂອງ​ພຣະ​ອົງ​ໄປ. ແຕ່​ພຣະ​ອົງ​ຍັງ​ໄດ້​ກ່າວ​ອອກ​ມາ​ຈາກ​ເນີນ​ພູ​ໂຄ​ລະ​ໂຄ​ທາ​ວ່າ: ‘ພຣະ​ບິ​ດາ​ເອີຍ ໂຜດ​ຍົກ​ໂທດ ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ; ພວກ​ເຂົາ​ບໍ່​ຮູ້​ວ່າ ພວກ​ເຂົາ​ພວມ​ເຮັດ​ຫຍັງ​ລົງ​ໄປ’—ເປັນ​ການ​ສະ​ແດງ​ອອກ​ທີ່​ສູງ​ສົ່ງ ໃນ​ຄວາມ​ເປັນ​ມະ​ຕະ ເຖິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ການ​ມີ​ຄວາມ​ຮັກ.”1

ຖ້າຫາກເຮົາໃຫ້ອະໄພຄົນອື່ນທີ່ເຮັດຜິດຕໍ່ເຮົາ, ​ແລ້ວພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຮົາຄື​ກັນ. ພຣະ​ເຢ​ຊູ​ໄດ້​ຂໍ​ນຳ​ເຮົາ​ວ່າ “ຈົ່ງ​ມີ​ຄວາມ​ເມດ​ຕາ​ປາ​ນີ,​ ເໝືອນ​ຢ່າງ​ພຣະ​ບິ​ດາ​ຂອງ​ພວກ​ເຈົ້າ ຜູ້​ຊົງ​ມີ​ຄວາມ​ເມດ​ຕາ​ປາ​ນີ” (ລູກາ 6:36). “ການ​ໃຫ້​ອະ​ໄພ​ຕໍ່​ຄວາ​ມຜິດ​ບາບ ຂອງ​ເຮົາ ເກີດ​ຂຶ້ນ ພ້ອມ​ດ້ວຍ​ເງື່ອນ​ໄຂ,” ປະ​ທານ​ດີ​ເດີ ແອັຟ ອຸກ​ດອບ, ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໄດ້​ກ່າວ​. “ເຮົາ​ຕ້ອງ​ກັບ​ໃຈ. … ຈະ​ມີ​ເວ​ລາ​ໃດ​ເວ​ລາ​ໜຶ່ງ ທີ່​ເຮົາ​ທຸກ​ຄົນ​ຈະ​ເຂົ້າ​ຫາ​ພຣະ​ທີ່​ນັ່ງ​ແຫ່ງ​ຄວາມ​ເມດ​ຕາ ດ້ວຍ​ຄວາມ​ອ່ອນ​ນ້ອມ ແລະ ອ້ອນ​ວອນ​ສຳ​ລັບ​ພຣະ​ຄຸນ, ແມ່ນ​ບໍ? ເຮົາ​ປາດ​ຖະ​ໜາ​ດ້ວຍ​ສຸດ​ກຳ​ລັງ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ເຮົາ, ບໍ່​ແມ່ນ​ບໍ ສຳ​ລັບ​ຄວາມ​ເມດ​ຕາ—ເພື່ອ​ຂໍ​ການ​ໃຫ້​ອະ​ໄພ​ສຳ​ລັບ​ຄວາມ​ຜິດ​ພາດ ທີ່​ເຮົາ​ໄດ້​ເຮັດ ແລະ ສຳ​ລັບ​ບາບ​ທີ່​ເຮົາ​ໄດ້​ກະ​ທຳ​ໄປ? … ຈົ່ງ​ຍອມ​ໃຫ້​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ປ່ຽນ ແລະ ປິ່ນ​ປົວ​ໃຈ​ຂອງ​ທ່ານ. ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ ຈົ່ງ​ໃຫ້​ອະ​ໄພ​ຊຶ່ງ​ກັນ​ແລະ​ກັນ.”2

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ມັດທາຍ 6:14–15; ລູກາ 6:36–37; ແອວມາ 34:14–16

ຈາກ​ພຣະ​ຄຳ​ພີ

“ເຮົາ​ຕ້ອງ​ໃຫ້​ອະ​ໄພ ດັ່ງ​ທີ່​ເຮົາ​ໄດ້​ຮັບ​ການ​ໃຫ້​ອະ​ໄພ,” ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ.3 ເລື່ອງ​ລາວ​ກ່ຽວ​ກັບ​ລູກ​ຊາຍ​ທີ່​ເສຍ ສະ​ແດງ​ໃຫ້​ເຮົາ​ເຫັນ​ການ​ໃຫ້​ອະ​ໄພ​ສອງ​ຝ່າຍ: ລູກ​ຊາຍ​ຄົນ​ໜຶ່ງ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ແລະ ລູກ​ຊາຍ​ອີກ​ຄົນ​ໜຶ່ງ ມີ​ບັນ​ຫາ​ເລື່ອງ​ການ​ໃຫ້​ອະ​ໄພ.

ລູກ​ຊາຍ​ຫລ້າ​ໄດ້​ຂໍ​ເອົາ​ຊັບ​ສິນ​ສ່ວນ​ຂອງ​ລາວ, ໄດ້​ໃຊ້​ຈ່າຍ​ຢ່າງ​ຟຸມ​ເຟືອຍ ຈົນ​ໝົດ​ກ້ຽງ, ແລະ ເມື່ອ​ຄວາມ​ອຶດ​ຢາກ​ມາ​ເຖິງ, ລາວ​ໄດ້​ໄປ​ເຮັດ​ວຽກ​ເປັນ​ຄົນ​ລ້ຽງ​ໝູ. ພຣະ​ຄຳ​ພີ​ບອກ​ວ່າ “ເມື່ອ​ລາວ​ສຳ​ນຶກ​ຕົວ​ໄດ້,” ລາວ​ຈຶ່ງ​ໄດ້​ກັບ​ຄືນ​ບ້ານ ແລະ ໄດ້​ບອກ​ພໍ່​ຂອງ​ລາວ​ວ່າ ລາວ​ບໍ່​ສົມ​ຄວນ​ທີ່​ຈະ​ມີ​ຊື່​ວ່າ ເປັນ​ລູກ​ຊາຍ​ຂອງ​ພໍ່​ລາວ. ແຕ່​ພໍ່​ຂອງ​ລາວ​ໄດ້​ອະ​ໄພ​ໃຫ້​ລາວ ແລະ ໄດ້​ເອົາ​ງົວ​ໜຸ່ມ​ໂຕ​ຕຸ້ຍ​ພີ​ດີ​ງາມ​ມາ​ຂ້າ ເພື່ອ​ຈັດ​ງານ​ກິນ​ລ້ຽງ. ລູກ​ຊາຍ​ກົກ​ໄດ້​ກັບ​ມາ​ເຮືອນ​ຈາກ​ການ​ທຳ​ງານ​ຢູ່​ທົ່ງ​ນາ ແລະ ໄດ້​ໃຈ​ຮ້າຍ. ລາວ​ໄດ້​ບອກ​ພໍ່ວ່າ ລາວ​ໄດ້​ເຮັດ​ວຽກ​ເປັນ​ເວ​ລາ​ຫລາຍ​ປີ, ບໍ່​ເຄີຍ​ຝ່າ​ຝືນ​ຄຳ​ສັ່ງ, ແຕ່ “ພໍ່​ບໍ່​ເຄີຍ​ໃຫ້​ແມ່ນ​ແຕ່​ລູກ​ແກະ​ໂຕ​ດຽວ, ເພື່ອ​ຈັດ​ງານ​ລ້ຽງ​ໃຫ້​ໝູ່​ເພື່ອນ​ມາ​ຮ່ວມ​ຊົມ​ຊື່ນ​ຍິນ​ດີ.” ພໍ່​ໄດ້​ຕອບ​ວ່າ,​“ລູກ​ເອີຍ, ເຈົ້າ​ຢູ່​ກັບ​ພໍ່​ທີ່​ນີ້​ສະ​ເໝີ, ແລະ ທຸກໆ​ສິ່ງ​ທີ່​ພໍ່​ມີ ກໍ​ເປັນ​ຂອງ​ເຈົ້າ. ພວກ​ເຮົາ​ສົມ​ຄວນ​ຮ່ວມ​ຊົມ​ຊື່ນ​ຍິນ​ດີ: ເພາະ​ນ້ອງ​ຂອງ​ເຈົ້າ​ຄົນ​ນີ້ ຕາຍ​ແລ້ວ, ແຕ່​ບັດ​ນີ້​ມີ​ຊີ​ວິດ​ຢູ່; ລາວ​ເສຍ​ໄປ​ແລ້ວ,​ ແຕ່​ບັດ​ນີ້ ຍັງ​ໄດ້​ພົບ​ອີກ” (ເບິ່ງ ລູກາ 15:11–32).

ແຫລ່ງ​ອ້າງ​ອີງ

  1. Thomas S. Monson, “Love, the Essence of the Gospel,” Liahona, May 2014, 91.

  2. Dieter F. Uchtdorf, “The Merciful Obtain Mercy,” Liahona, May 2012, 70, 75, 77; ເນັ້ນ​ຄຳ​ໃນ​ຕົ້ນ​ສະ​ບັບ.

  3. Jeffrey R. Holland, “The Peaceable Things of the Kingdom,” Ensign, Nov. 1996, 83.

ພິມ