​2015
ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ—ອ່ອນ​ນ້ອມ ແລະ ຖ່ອມ​ຕົນ
ສິງຫາ 2015


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນສິງຫາ 2015

ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ອ່ອນ​ນ້ອມ ແລະ ຖ່ອມ​ຕົນ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ອົງ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ​ຜ່ານ​ການ​ຢ້ຽມ​ສອນ​ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ສັດ​ທາ • ຄອບ​ຄົວ • ສົງ​ເຄາະ

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ຜູ້​ທີ່​ເປັນ​ໃຫຍ່​ທີ່​ສຸດ ຕ້ອງ​ເປັນ​ເໝືອນ​ດັ່ງ​ຜູ້​ນ້ອຍ​ທີ່​ສຸດ ແລະ ຜູ້​ທີ່​ເປັນ​ຜູ້​ນຳ ຕ້ອງ​ເປັນ​ດັ່ງ​ຜູ້​ຮັບ​ໃຊ້. ຜູ້​ໃດ​ທີ່​ເປັນ​ໃຫຍ່​ກວ່າ​ກັນ ຜູ້​ທີ່​ນັ່ງ​ກິນ ຫລື ຜູ້​ທີ່​ຮັບ​ໃຊ້? ແນ່​ນອນ​ແລ້ວ ຕ້ອງ​ແມ່ນ​ຜູ້​ທີ່​ນັ່ງ​ກິນ​ເທິງ​ໂຕະ, ແຕ່​ເຮົາ​ຢູ່​ທ່າມ​ກາງ​ພວກ​ເຈົ້າ ເໝືອນ​ດັ່ງ​ຄົນ​ທີ່​ຮັບ​ໃຊ້​ຜູ້​ໜຶ່ງ” (ລູກາ 22:26–27).

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ​ຂອງ​ເຮົາ​ເຖິງ​ພະ​ລັງ​ແຫ່ງ​ຄວາມ​ຖ່ອມ​ຕົນ ແລະ ການ​ຍອມ​ເຮັດ​ຕາມ. ໃນ​ທີ່​ສຸດ,​ ການ​ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ ໄດ້​ສ້າງ​ເຫດ​ການ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ແລະ ມີ​ພະ​ລັງ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ທັງ​ໝົດ. ບາງ​ທີ ຄຳ​ທີ່​ສັກ​ສິດ​ທີ່​ສຸດ​ໃນ​ຂໍ້​ພຣະ​ຄຳ​ພີ​ທັງ​ໝົດ ແມ່ນ​ແຕ່​ຄຳ ທີ່​ວ່າ, ‘ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເຈົ້າ​ເທີ້ນ’ (ລູກາ 22:42).”1

ໃນ​ຖາ​ນະ​ທີ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. “ຄວາມ​ອ່ອນ​ນ້ອມ ເປັນ​ສິ່ງ​ຈຳ​ເປັນ​ສຳ​ລັບ​ເຮົາ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ” ແອວເດີ ຢູລິດຊິສ໌ ໂຊອາເຣສ໌ ແຫ່ງ​ສາ​ວົກ​ເຈັດ​ສິບ ໄດ້​ກ່າວ. ຖ້າ​ປາດ​ສະ​ຈາກ​ຄວາມ​ອ່ອນ​ນ້ອມ,​ ເຮົາ​ຈະ​ບໍ່​ສາ​ມາດ​ພັດ​ທະ​ນາ​ຄຸນ​ນະ​ທຳ​ທີ່​ສຳ​ຄັນ​ຢ່າງ​ອື່ນໆ​ໄດ້. ການ​ເປັນ​ຄົນ​ອ່ອນ​ນ້ອມ ບໍ່​ໝາຍ​ຄວາມ​ວ່າ ເຮົາ​ອ່ອນ​ແອ, ແຕ່​ໝາຍ​ຄວາມ​ວ່າ ເຮົາ​ປະ​ພຶດ​ຕົວ​ດ້ວຍ​ຄວາມ​ດີ ແລະ ມີ​ເມດ​ຕາ, ສະ​ແດງ​ຄວາມ​ເຂັ້ມ​ແຂງ, ມີ​ຄວາມ​ສະ​ຫງົບ​ໃຈ, ມີ​ຄ່າ​ຄວນ, ແລະ ສາ​ມາດ​ບັງ​ຄັບ​ຕົນ​ເອງ.”2 ເມື່ອ​ເຮົາ​ພະ​ຍາ​ຍາມ​ພັດ​ທະ​ນາ​ຄຸນ​ສົມ​ບັດ​ນີ້, ເຮົາ​ຈະ​ພົບ​ວ່າ “ການ​ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ ຈະ​ນຳ​ພະ​ລັງ​ຂອງ​ພຣະ​ເຈົ້າ​ມາ​ໃຫ້​ເຮົາ—ນັ້ນ​ຄື ພະ​ລັງ​ແຫ່ງ​ຄວາມ​ຖ່ອມ​ຕົນ. ມັນ​ເປັນ​ພະ​ລັງ​ທີ່​ຈະ​ສາ​ມາດ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ໃນ​ຊີ​ວິດ, ເປັນ​ພະ​ລັງ​ແຫ່ງ​ຄວາມ​ສັນ​ຕິ​ສຸກ, ເປັນ​ພະ​ລັງ​ແຫ່ງ​ຄວາມ​ຫວັງ, ເປັນ​ພະ​ລັງ​ແຫ່ງ​ຫົວ​ໃຈ​ທີ່​ມີ​ຄວາມ​ຮັກ​ຕໍ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ອົງ, ແມ່ນ​ແຕ່​ເປັນ​ພະ​ລັງ​ແຫ່ງ​ການ​ໄຖ່.”3

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ມັດທາຍ 26:39; ໂຢຮັນ 5:30; ໂມໄຊຢາ 3:19; ຮີລາມັນ 3:35

ຈາກ​ພຣະ​ຄຳ​ພີ

ໂອ​ກາດ​ໜຶ່ງ​ທີ່​ຫວານ​ຊື່ນ ແລະ ມີ​ພະ​ລັງ​ຫລາຍ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ ແມ່ນ​ຕອນ​ທີ່​ພຣະ​ອົງ​ໄດ້​ລ້າງ​ຕີນ​ໃຫ້​ສາ​ນຸ​ສິດ​ຂອງ​ພຣະ​ອົງ. “ພຣະ​ອົງ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພາ​ເຂົ້າ, ແລ້ວ​ແກ້​ເສື້ອ​ຊັ້ນ​ນອກ​ອອກ; ແລະ ໃຊ້​ຜ້າ​ມັດ​ແອວ. ແລ້ວ​ພຣະ​ອົງ​ກໍ​ຖອກ​ນ້ຳ​ໃສ່​ຊາມ ແລະ ເລີ່ມ​ລ້າງ​ຕີນ​ຂອງ​ພວກ​ສາ​ວົກ ແລະ ເຊັດ​ຕີນ​ຂອງ​ພວກ​ເພິ່ນ​ດ້ວຍ​ຜ້າ​ມັດ​ແອວ​ນັ້ນ” (ໂຢຮັນ 13:4–5).

ເມື່ອ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໄດ້​ເລີ່ມ​ຕົ້ນ​ພິ​ທີ​ການ​ນີ້, ພວກ​ສາ​ນຸ​ສິດ​ອາດ​ບໍ່​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ອາ​ຈານ​ຂອງ​ເຂົາ​ເຈົ້າ ຈຶ່ງ​ນັ່ງ​ຄຸ​ເຂົ່າ​ຢູ່​ຕໍ່​ໜ້າ​ເຂົາ​ເຈົ້າ ແລະ ປະ​ຕິ​ບັດ​ການ​ຮັບ​ໃຊ້​ທີ່​ອ່ອນ​ນ້ອມ​ຫລາຍ​ແທ້ໆ​ນັ້ນ. ແລ້ວ​ພຣະ​ເຢ​ຊູ​ໄດ້​ອະ​ທິ​ບາຍ​ບົດ​ຮຽນ ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຂົາ​ເຈົ້າ ແລະ ເຮົາ​ທຸກ​ຄົນ ຮຽນຮູ້ ດັ່ງ​ນີ້:

“ຖ້າ​ຫາກ​ພຣະ​ອົງ​ເຈົ້າ ແລະ ພຣະ​ອາ​ຈານ ໄດ້​ລ້າງ​ຕີນ​ໃຫ້​ພວກ​ເຈົ້າ​ສັນ​ໃດ; ພວກ​ເຈົ້າ​ກໍ​ຄວນ​ລ້າງ​ຕີນ​ໃຫ້​ກັນ​ແລະ​ກັນ​ສັນ​ນັ້ນ.

“ດ້ວຍ​ວ່າ ເຮົາ​ໄດ້​ວາງ​ແບບ​ຢ່າງ​ໄວ້​ໃຫ້​ພວກ​ເຈົ້າ​ແລ້ວ, ເພື່ອ​ໃຫ້​ພວກ​ເຈົ້າ​ເຮັດ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ແກ່​ພວກ​ເຈົ້າ​ນັ້ນ” (ໂຢຮັນ 13:14–15).

ແຫລ່ງ​ອ້າງ​ອີງ

  1. Richard C. Edgley, “The Empowerment of Humility,” Liahona, Nov. 2003, 99.

  2. Ulisses Soares, “Be Meek and Lowly of Heart,” Liahona, Nov. 2013, 9.

  3. Richard C. Edgley, “The Empowerment of Humility,” 99.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ການ​ມີ​ຄວາມ​ຖ່ອມ​ຕົນ​ສາ​ມາດ​ຊ່ອຍ​ເຮົາ​ໃຫ້​ຮັກ ດັ່ງ​ທີ່​ພຣະ​ອົງ​ໄດ້​ຮັກ​ແນວ​ໃດ?

ພິມ