​2015
ຢືນ​ເປັນ​ຄວາມ​ສະ​ຫວ່າງ
ສິງຫາ 2015


ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ເດືອນສິງຫາ 2015

ຢືນເປັນ​ຄວາມ​ສະ​ຫວ່າງ

ຮູບ​ພາບ
ປະທານ​ທອມມັສ ແອັສ ມອນສັນ

ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄປ​ຮ່ວມ​ການ​ສະ​ເຫລີມ​ສະ​ຫລອງ​ວັດ​ທະ​ນະ​ທຳ​ຫລາຍ​ບ່ອນ ທີ່​ກ່ຽວ​ພັນ​ກັບ​ການ​ອຸ​ທິດ​ພຣະ​ວິ​ຫານ. ຂ້າ​ພະ​ເຈົ້າ​ກໍ​ມັກ​ການ​ສະ​ແດງ​ທັງ​ໝົດ, ຮ່ວມ​ທັງ​ເທື່ອ​ແລ້ວ​ນີ້ ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ໃນ​ເມືອງ​ຟີນິກ, ລັດ​ອາຣິໂຊນາ, ສະຫະລັດ, ໃນ​ເດືອນ​ພະຈິກ ທີ່​ຜ່ານ​ມາ​ນີ້.

ຊາວ​ໜຸ່ມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຜູ້​ທີ່​ເຂົ້າ​ຮ່ວມ​ໃນ​ການ​ສະ​ເຫລີມ​ສະ​ຫລອງ​ວັດ​ທະ​ນະ​ທຳ​ດັ່ງ​ກ່າວ ໄດ້​ຈັດ​ການ​ສະ​ແດງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ແລະ ໜ້າ​ຊົງ​ຈຳ​ຫລາຍ. ປີ​ກາຍ​ນີ້ ໃນ​ເມືອງ​ຟີນິກ, ກ່ອນ​ເລີ່ມ​ຕົ້ນ​ການ​ສະ​ເຫລີມ​ສະ​ຫລອງ, ຂ້າ​ພະ​ເຈົ້າ​ໄດ້​ບອກ​ຜູ້​ສະ​ແດງ​ວ່າ, “ພວກ​ເຈົ້າ​ເປັນ​ເດັກ​ແຫ່ງ​ຄວາມ​ສະ​ຫວ່າງ.”

ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ຊາວ​ໜຸ່ມ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຮູ້​ວ່າ ເຂົາ​ເຈົ້າ​ເປັນ​ເດັກ​ແຫ່ງ​ຄວາມ​ສະ​ຫວ່າງ. ເມື່ອ​ເປັນ​ເຊັ່ນ​ນັ້ນ, ພວກ​ເຂົາ​ຈຶ່ງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ເປັນ “ຄວາມ​ສະ​ຫວ່າງ​ຢູ່​ໃນ​ໂລກ” (ຟີລິບປອຍ 2:15). ພວກ​ເຂົາ​ມີ​ໜ້າ​ທີ່ ທີ່​ຈະ​ແບ່ງ​ປັນ​ຄວາມ​ຈິງ​ເລື່ອງ​ພຣະ​ກິດ​ຕິ​ຄຸນ. ພວກ​ເຂົາ​ໄດ້​ຖືກ​ເອີ້ນ​ໃຫ້​ຢືນ​ເປັນ​ໄຟ​ສັນ​ຍານ​ຂອງ​ພຣະ​ວິ​ຫານ,​ ເພື່ອ​ສະ​ທ້ອນ​ແສງ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃສ່​ໂລກ​ທີ່​ມືດ​ມົວ. ພວກ​ເຂົາ​ໄດ້​ຖືກ​ສັ່ງ​ໃຫ້​ຮັກ​ສາ​ຄວາມ​ສະ​ຫວ່າງ​ຂອງ​ຕົນ ໃຫ້​ລຸກ​ໄໝ້​ຢູ່ ແລະ ຮຸ່ງ​ແຈ້ງ​ຂຶ້ນ​ເລື້ອຍໆ.

ເພື່ອ​ເຮົາ​ຈະ​ສາ​ມາດ​ເປັນ “ຕົວ​ຢ່າງ​ຂອງ​ຜູ້​ທີ່​ເຊື່ອ​ໄດ້” (1 ຕີໂມທຽວ 4:12), ຕົວ​ເຮົາ​ເອງ​ຕ້ອງ​ມີ​ຄວາມ​ເຊື່ອ​ກ່ອນ. ເຮົາ​ຕ້ອງ​ພັດ​ທະ​ນາ​ສັດ​ທາ ທີ່​ຈຳ​ເປັນ​ຕໍ່​ຄວາມ​ລອດ​ທາງ​ວິນ​ຍານ ແລະ ເພື່ອ​ສ່ອງ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ຄົນ​ອື່ນ. ເຮົາ​ຕ້ອງ​ບຳ​ລຸງ​ລ້ຽງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ຈົນ​ກວ່າ​ມັນ​ກາຍ​ເປັນ​ສະ​ໝໍ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ.

ໃນ​ບັນ​ດາ​ວິ​ທີ​ທາງ​ຕ່າງໆ​ທີ່​ມີ​ປະ​ສິດ​ທິ​ພາບ ໃນ​ການ​ໄດ້​ຮັບ ແລະ ຮັກ​ສາ​ສັດ​ທາ ທີ່​ເຮົາ​ຕ້ອງ​ການ​ໃນ​ທຸກ​ວັນ​ນີ້ ແມ່ນ​ທີ່​ຈະ​ອ່ານ ແລະ ສຶກ​ສາ​ພຣະ​ຄຳ​ພີ ແລະ ອະ​ທິ​ຖານ​ເລື້ອຍໆ ແລະ ເປັນ​ປະ​ຈຳ. ຕໍ່​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ຂໍ​ບອກ​ວ່າ, ຖ້າ​ຫາກ​ພວກ​ເຈົ້າ​ຍັງ​ບໍ່​ໄດ້​ເຮັດ​ເທື່ອ, ໃຫ້​ພວກ​ເຈົ້າ​ເລີ່ມ​ຕົ້ນ​ສ້າງ​ນິ​ໄສ​ຕອນ​ນີ້ ເລື່ອງ​ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ການ​ອະ​ທິ​ຖານ​ທຸກ​ວັນ. ຖ້າ​ປາດ​ສະ​ຈາກ​ການ​ກະ​ທຳ​ທີ່​ສຳ​ຄັນ​ສອງ​ຢ່າງ​ນີ້,​ ອິດ​ທິ​ພົນ​ພາຍ​ນອກ ແລະ ຄວາມ​ເປັນ​ຈິງ​ຂອງ​ຊີ​ວິດ ຊຶ່ງ​ບາງ​ເທື່ອ​ກໍ​ຮ້າຍ​ແຮງ ຈະ​ເຮັດ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ພວກ​ເຈົ້າ​ດັບ​ແສງ​ລົງ​ເທື່ອ​ລະ​ໜ້ອຍ ຫລື ແມ່ນ​ແຕ່​ມອດ​ດັບ​ໄປ​ເລີຍ​ກໍ​ເປັນ​ໄດ້.

ຊີ​ວິດ​ໃນ​ໄວ​ລຸ້ນ ບໍ່​ໄດ້​ເປັນ​ໄລ​ຍະ​ທີ່​ງ່າຍ​ສະ​ບາຍ. ມັນ​ເປັນ​ໄລ​ຍະ​ທີ່​ຊາ​ຕານ​ຈະ​ພະ​ຍາ​ຍາມ​ລໍ້​ລວງ​ພວກ​ເຈົ້າ ແລະ ມັນ​ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ແຮງ​ຂອງ​ມັນ ເພື່ອ​ກີດ​ກັນ​ພວກ​ເຈົ້າ ບໍ່​ໃຫ້​ເດີນ​ໄປ​ໃນ​ເສັ້ນ​ທາງ ທີ່​ຈະ​ພາ​ພວກ​ເຈົ້າ​ກັບ​ໄປ​ຫາ​ບ້ານ​ສະ​ຫວັນ​ຂອງ​ພວກ​ເຈົ້າ. ແຕ່​ເມື່ອ​ພວກ​ເຈົ້າ​ອ່ານ ແລະ ອະ​ທິ​ຖານ ແລະ ເມື່ອ​ພວກ​ເຈົ້າ​ຮັບ​ໃຊ້ ແລະ ເຊື່ອ​ຟັງ, ພວກ​ເຈົ້າ​ຈະ​ຮູ້​ຈັກ ຄວາມ​ສະ​ຫວ່າງ​ທີ່​ຮຸ່ງ​ແຈ້ງ​ກວ່າ ຊຶ່ງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ (ເບິ່ງ D&C 6:21),​ ຕົວ​ຢ່າງ ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ເຮົາ—ແມ່ນ​ແຕ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ພຣະ​ອົງ​ເປັນ​ຄວາມ​ສະ​ຫວ່າງ ທີ່​ເຮົາ​ຕ້ອງ​ຍົກ​ຂຶ້ນ ເພື່ອ​ກຳ​ຈັດ​ຄວາມ​ມືດ (ເບິ່ງ 3 ນີໄຟ 18:24).

ດ້ວຍ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະ​ອົງ, ພວກ​ເຈົ້າ​ຈະ​ມີ​ໂອ​ກາດ​ຢ່າງ​ຫລວງ​ຫລາຍ ທີ່​ຈະ​ສ່ອງ​ແສງ. ໂອ​ກາດ​ດັ່ງ​ກ່າວ​ມີ​ຢູ່​ອ້ອມ​ຮອບ​ພວກ​ເຈົ້າ​ໃນ​ທຸກ​ວັນ, ບໍ່​ວ່າ​ພວກ​ເຈົ້າ​ຈະ​ຢູ່​ໃນ​ສະ​ຖາ​ນະ​ການ​ໃດໆ​ກໍ​ຕາມ. ເມື່ອ​ພວກ​ເຈົ້າ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພວກ​ເຈົ້າ​ຈະ​ມີ​ໂອ​ກາດ​ເປັນ​ຄວາມ​ສະ​ຫວ່າງ, ໃນ​ຊີ​ວິດ​ຂອງ​ຜູ້​ທີ່​ຢູ່​ອ້ອມ​ຮອບ​ພວກ​ເຈົ້າ—ບໍ່​ວ່າ​ເຂົາ​ເຈົ້າ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ເຈົ້າ, ເປັນ​ເພື່ອນ​ນັກ​ຮຽນ, ເປັນ​ເພື່ອນ​ທຳ​ງານ, ເປັນ​ພຽງ​ຄົນ​ລຶ້ງ​ເຄີຍ, ຫລື ແມ່ນ​ແຕ່​ເປັນ​ຄົນ​ແປກ​ໜ້າ​ກໍ​ຕາມ.

ເມື່ອ​ພວກ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ໂລກ, ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ພວກ​ເຈົ້າ ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ພິ​ເສດ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຢາກ​ເປັນ​ເພື່ອນ​ກັບ​ພວກ​ເຈົ້າ ແລະ ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພວກ​ເຈົ້າ.

ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ຜູ້​ເປັນ​ພໍ່​ແມ່ ແລະ ຜູ້​ນຳ​ຂອງ​ຊາວ​ໜຸ່ມ ໃຫ້​ຊ່ອຍ​ເຫລືອ​ພວກ​ເຂົາ ຢືນ​ຢູ່​ຢ່າງ​ໝັ້ນ​ຄົງ​ໃນ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ. ຈົ່ງ​ເປີດ​ປະ​ຕູ​ແຫ່ງ​ການ​ຮຽນ​ຮູ້, ແຫ່ງ​ຄວາມ​ເຂົ້າ​ໃຈ, ແລະ ແຫ່ງ​ການ​ຮັບ​ໃຊ້ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ອອກ​ໃຫ້​ກວ້າງ​ຕໍ່​ພວກ​ເຂົາ. ຈົ່ງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ພາຍ​ໃນ​ໃຫ້​ແກ່​ພວກ​ເຂົາ ເພື່ອ​ຈະ​ສາ​ມາດ​ຕ້ານ​ທານ​ກັບ​ການ​ລໍ້​ລວງ​ຂອງ​ໂລກ​ໄດ້. ຈົ່ງ​ຊ່ອຍ​ພວກ​ເຂົາ​ໃຫ້​ເຕັມ​ໃຈ ທີ່​ຈະ​ເດີນ​ໄປ​ດ້ວຍ​ຄຸນ​ນະ​ທຳ ແລະ ສັດ​ທາ, ທີ່​ຈະ​ອະ​ທິ​ຖານ, ແລະ ເພິ່ງ​ອາ​ໄສ​ສະ​ຫວັນ ໃຫ້​ເປັນ​ສະ​ໝໍ​ຂອງ​ພວກ​ເຂົາ​ສະ​ເໝີ.

ຕໍ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ວ່າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ພວກ​ເຈົ້າ. ຂໍ​ໃຫ້​ພວກ​ເຈົ້າ​ຈົ່ງ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ທີ່​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ມີ​ຕໍ່​ພວກ​ເຈົ້າ. ຂໍ​ໃຫ້​ພວກ​ເຈົ້າ​ຈົ່ງ​ມີ​ຄວາມ​ປາດ​ຖະ​ໜາ ທີ່​ຈະ​ຮັບ​ໃຊ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຈົ້າ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ. ແລະ ຂໍ​ໃຫ້​ພວກ​ເຈົ້າ​ຈົ່ງ​ເດີນ​ໄປ​ໃນ​ຄວາມ​ຈິງ ແລະ ຢືນ​ເປັນ​ຄວາມ​ສະ​ຫວ່າງ​ໃນ​ບັນ​ດາ​ລູກໆ​ຂອງ​ພຣະ​ເຈົ້າ.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ໃຫ້​ຄິດ​ທີ່​ຈະ​ສົນ​ທະ​ນາ​ກັບ​ຄົນ​ທີ່​ທ່ານ​ສອນ ເຖິງ​ຄວາມ​ໝາຍ​ຂອງ​ການ​ເປັນ “[ເດັກ] ແຫ່ງ​ຄວາມ​ສະ​ຫວ່າງ.” ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແນວ​ໃດ​ແດ່? ທ່ານ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ຊ່ວງ​ເວ​ລາ​ທີ່​ຄວາມ​ສະ​ຫວ່າງ​ຂອງ​ເຂົາ​ເຈົ້າ​ສ່ອງ​ແຈ້ງ​ຫລາຍ​ທີ່​ສຸດ ແລະ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ມັນ​ສ່ອງ​ແຈ້ງ. ຂໍ​ໃຫ້​ເຂົາ​ເຈົ້າ​ຄິດ​ກ່ຽວ​ກັບ​ຄົນ​ໃດ​ຄົນ​ໜຶ່ງ, ດັ່ງ​ເຊັ່ນ ຊາວ​ໜຸ່ມ​ຄົນ​ໜຶ່ງ, ເພື່ອນ​ທຳ​ງານ​ຄົນ​ໜຶ່ງ, ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໜຶ່ງ, ຜູ້​ທີ່​ຕ້ອງ​ການ​ຄວາມ​ສະ​ຫວ່າງ. ແລ້ວ​ພວກ​ທ່ານ​ສາ​ມາດ​ອະ​ທິ​ຖານ​ນຳ​ກັນ ເພື່ອ​ຈະ​ຮູ້​ວິ​ທີ​ທີ່​ຈະ​ແບ່ງ​ປັນ​ຄວາມ​ສະ​ຫວ່າງ​ໃຫ້​ກັບ​ຄົນ​ນັ້ນ.

ພິມ