​2015
ໄຟ​ສັນ​ຍານ
ສິງຫາ 2015


ຊາວ​ໜຸ່ມ

ໄຟ​ສັນ​ຍານ

ປະທານ​ມອນສັນ ສອນ​ວ່າ ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ “ໄດ້​ຖືກ​ເອີ້ນ​ໃຫ້​ຢືນ​ເປັນ​ໄຟ​ສັນ​ຍານ​ຂອງ​ພຣະ​ວິ​ຫານ,​ ເພື່ອ​ສະ​ທ້ອນ​ແສງ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃສ່​ໂລກ​ທີ່​ມືດ​ມົວ.” ເພິ່ນ​ໄດ້​ໃຫ້​ສອງ​ສາມ​ຕົວ​ຢ່າງ ທີ່​ເຈົ້າ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້:

  • ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ

  • ເຊື່ອ

  • ພັດ​ທະ​ນາ​ສັດ​ທາ

  • ເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ຄົນ​ອື່ນ

  • ບຳ​ລຸງ​ລ້ຽງ​ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ ຈົນ​ກວ່າ​ມັນ​ກາຍ​ເປັນ​ສະ​ໝໍ​ໃຫ້​ແກ່​ຊີ​ວິດ​ຂອງ​ເຈົ້າ

  • ອ່ານ ແລະ ສຶກ​ສາ​ພຣະ​ຄຳ​ພີ

  • ອະ​ທິ​ຖານ​ເລື້ອຍໆ ແລະ ເປັນ​ປະ​ຈຳ

  • ຮັບ​ໃຊ້

  • ເຊື່ອ​ຟັງ

ໃຫ້​ປະ​ເມີນ​ຕົນ​ເອງ ຈາກ 1 ເຖິງ 5 ໃນ​ແຕ່​ລະ​ຂໍ້. ຂໍ້​ໃດ​ທີ່​ໄດ້​ຮັບ​ຄະ​ແນນ​ໜ້ອຍ,​ ໃຫ້​ເຈົ້າ​ສຶກ​ສາ​ກ່ຽວ​ກັບ​ຫົວ​ຂໍ້​ເຫລົ່າ​ນັ້ນ ໃນ​ພຣະ​ຄຳ​ພີ ຫລື ຊອກ​ຫາ​ຢູ່​ໃນ LDS.org. ເມື່ອ​ເຈົ້າ​ໄດ້​ສຶກ​ສາ​ຫົວ​ຂໍ້​ເຫລົ່າ​ນີ້​ແລ້ວ,​ ເຈົ້າ​ສາ​ມາດ​ຄິດ​ຫາ​ວິ​ທີ​ທີ່​ເຈົ້າ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແຕ່​ລະ​ຂໍ້ ແລະ ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເຮັດ​ໃຫ້​ສຳ​ເລັດ.

ພິມ