​2015
ຈົ່ງ​ສ່ອງ​ແສງ​ຂອງ​ເຈົ້າ
ສິງຫາ 2015


ເດັກ​ນ້ອຍ

ຈົ່ງ​ສ່ອງ​ແສງ​ຂອງ​ເຈົ້າ

ໃນ​ຖາ​ນະ​ທີ່​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ເຈົ້າ​ເປັນ​ເດັກ​ແຫ່ງ​ຄວາມ​ສະ​ຫວ່າງ. ເຈົ້າ​ສາ​ມາດ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຫລາຍ​ຂຶ້ນ ໂດຍ​ການ​ຕິດ​ຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ. ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ເຈົ້າ ແລະ ປະ​ສົງ​ໃຫ້​ເຈົ້າ​ສ່ອງ​ແສງ​ໃຫ້​ຄົນ​ອື່ນ ແລະ ພາ​ເຂົາ​ເຈົ້າ​ໄປ​ຫາ​ພຣະ​ຄຣິດ. ເຈົ້າ​ສາ​ມາດ​ສ່ອງ​ແສງ ໂດຍ​ການ​ເປັນ​ຕົວ​ຂອງ​ເຈົ້າ​ເອງ ເມື່ອ​ເຈົ້າ​ຮັກ​ສາ​ພຣະ​ບັນ​ຍັດ, ດັ່ງ​ເຊັ່ນ ການ​ອະ​ທິ​ຖານ ແລະ ການ​ອ່ານ​ພຣະ​ຄຳ​ພີ. ໃຫ້​ແຕ້ມ​ຮູບ​ດວງ​ດາວ​ໃສ່​ໃນ​ເຈ້ຍ​ໃບ​ໜຶ່ງ ແລະ ຂຽນ​ຂໍ້​ຄວາມ​ທີ່​ເຈົ້າ​ສາ​ມາດ​ສ່ອງ​ແສງ​ໃຫ້​ຄົນ​ອື່ນ ແລະ ເປັນ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ (ຍົກ​ຕົວ​ຢ່າງ, “ການ​ໄປ​ໂບດ,” ຫລື “ການ​ຊ່ອຍ​ເຫລືອ​ຄອບ​ຄົວ​ຂອງ​ເຮົາ”).

ພິມ