ຊາວໜຸ່ມ
ພື້ນຖານສຳລັບປະຈັກພະຍານຂອງຂ້ານ້ອຍ
ຜູ້ຂຽນອາໄສຢູ່ລັດໄອດາໂຮ, ສະຫະລັດອາເມຣິກາ.
ຕອນຂ້ານ້ອຍມີອາຍຸໄດ້ 16 ປີ, ເພື່ອນຄົນໜຶ່ງໄດ້ມາເຮືອນຂອງຂ້ານ້ອຍ ພ້ອມດ້ວຍຜູ້ສອນສາດສະໜາ. ພາຍໃນໜຶ່ງເດືອນຂອງການສົນທະນາເທື່ອທຳອິດ, ຄຳຖາມທັງໝົດຂອງຂ້ານ້ອຍໄດ້ຖືກຕອບຢ່າງແຈ່ມແຈ້ງ. ຂ້ານ້ອຍໄດ້ຮູ້ສຶກເຖິງການສະແດງປະຈັກພະຍານໂດຍ ພຣະວິນຍານບໍລິສຸດເຖິງຄວາມຈິງ ຂອງຂ່າວສານ ກ່ຽວກັບການຟື້ນຟູ. ຂ້ານ້ອຍບໍ່ເຄີຍຮູ້ສຶກແບບນັ້ນມາກ່ອນ, ແລະ ຂ້ານ້ອຍໄດ້ຮູ້ວ່າ ທັງໝົດເປັນຄວາມຈິງ.
ເຖິງຢ່າງໃດກໍຕາມ, ຂ້ານ້ອຍໄດ້ປະເຊີນກັບການປະຕິເສດ ແລະ ການຕໍ່ຕ້ານ ຫລາຍກວ່າທີ່ຜ່ານມາ. ຂ້ານ້ອຍຮູ້ສຶກເປົ່າປ່ຽວດຽວດາຍ, ອິດເມື່ອຍ, ແລະ ສັບສົນ. ຖ້າຫາກຂ້ານ້ອຍເຮັດສິ່ງທີ່ຖືກຕ້ອງ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງຕ້ອງປະເຊີນກັບຄວາມຍາກລຳບາກຫລາຍແທ້? ຂ້ານ້ອຍບໍ່ເຂົ້າໃຈວ່າ ການທີ່ຂ້ານ້ອຍຖືກທົດລອງ ຈະເປັນຜົນດີຕໍ່ຂ້ານ້ອຍແນວໃດ. ຜູ້ສອນສາດສະໜາໄດ້ສອນຂ້ານ້ອຍໃຫ້ຖືສິນອົດເຂົ້າ ແລະ ອະທິຖານ, ແມ່ນແຕ່ໃນມື້ທີ່ໄປໂຮງຮຽນ. ເມື່ອມີສິ່ງໃດທີ່ເກີນກວ່າຂ້ານ້ອຍຈະສູ້ທົນໄດ້, ຂ້ານ້ອຍມັກຈະອະທິຖານດ້ວຍສຸດໃຈ ແລະ ຂ້ານ້ອຍຈະຮູ້ສຶກໄດ້ຮັບການປອບໂຍນຈາກພຣະວິນຍານທັນທີ.
ອາທິດທີ່ຂ້ານ້ອຍຮັບບັບຕິສະມາ ແມ່ນເຕັມໄປດ້ວຍການທົດລອງ. ເຈົ້ານາຍໄດ້ເວົ້າຂູ່ວ່າຈະໄລ່ຂ້ານ້ອຍອອກ ຖ້າຫາກຂ້ານ້ອຍບໍ່ຍົກເລີກການຮັບບັບຕິສະມາ ແລະ ໄປເຮັດວຽກແທນຄົນອື່ນ, ຂ້ານ້ອຍໄດ້ເຂົ້າໂຮງໝໍດ້ວຍໝາກໄຂ່ຫລັງເປັນໜິ້ວ, ແລະ ພໍ່ແມ່ຂອງຂ້ານ້ອຍໄດ້ຂໍໃຫ້ຂ້ານ້ອຍຍ້າຍອອກຈາກເຮືອນ. ມີຫລາຍສິ່ງທີ່ເກີນກວ່າຈະຄວບຄຸມໄດ້, ມີສິ່ງດຽວທີ່ຂ້ານ້ອຍເຮັດໄດ້ ແມ່ນຕ້ອງຫັນມາຫາພຣະຜູ້ເປັນເຈົ້າ.
ການທົດລອງແຕ່ລະຢ່າງເຫລົ່ານັ້ນ ໄດ້ ປ່ຽນເປັນຜົນປະໂຫຍດໃຫ້ແກ່ຂ້ານ້ອຍ. ມັນໄດ້ຊ່ອຍຂ້ານ້ອຍຮຽນຮູ້ກ່ຽວກັບຄຳສອນຂອງພຣະກິດຕິຄຸນ, ຊຶ່ງໄດ້ຈັດຫາພື້ນຖານປະຈັກພະຍານໃຫ້ແກ່ຂ້ານ້ອຍ.