​2016
ການ​ບິນ​ຜ່ານ​ຄວາມ​ປັ່ນ​ປ່ວນ​ລົງ​ເດີ່ນ​ດ້ວຍ​ຄວາມ​ປອດ​ໄພ
ກຸມພາ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນກຸມພາ 2016

ການ​ບິນ ຜ່ານ​ຄວາມ​ປັ່ນ​ປ່ວນ​ລົງ​ເດີ່ນ​ດ້ວຍ​ຄວາມ​ປອດ​ໄພ

ຮູບ​ພາບ
ປະທານ​ດີເດີ ແອັຟ ອຸກດອບ

ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ ກັບ ແຮຣີແອັດ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ໄປ​ທີ່​ສະ​ໜາມ​ບິນ ເພື່ອ​ເບິ່ງ​ຍົນ​ທີ່​ສວຍ​ງາມ​ບິນ​ລົງ​ເດີ່ນ​. ມັນ​ເປັນ​ມື້​ທີ່​ລົມ​ພັດ​ແຮງ, ແລະ ກະ​ແສ​ລົມໄດ້​ໂຫມ​ກະ​ໜ່ຳ​ຍົນ​ທີ່​ກຳ​ລັງ​ບິນ​ມາ, ເຮັດ​ໃຫ້​ແຕ່​ລະ​ລຳ​ເຈືອກ ແລະ ສັ່ນ ໃນ​ຂະ​ນະ​ທີ່​ມັນ​ບິນ​ໃກ້​ເຂົ້າ​ມາ.

ໃນ​ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ສັງ​ເກດ​ເຫັນ​ການ​ຕໍ່​ຕ້ານ​ລະ​ຫວ່າງ​ທຳ​ມະ​ຊາດ ແລະ ເຄື່ອງ​ຈັກ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຫວນ​ຄິດ​ຄືນ​ຫລັງ​ເຖິງ​​ການ​ເຝິກ​ຂັບ​ຍົນ​ຂອງ​ຂ້າ​ພະ​ເຈົ້າ​ເອງ ແລະ ເຖິງ​ຫລັກ​ການ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ເວ​ລາ​ນັ້ນ—ແລະ ຕໍ່​ມາ​ໄດ້​ສອນ​ໃຫ້​ກັບ​ນັກ​ບິນ​ຄົນ​ອື່ນໆ​ທີ່​ມາ​ເຝິກ.

“ຢ່າ​ຕໍ່​ຕ້ານ​ເຄື່ອງ​ຄຸມ​ລະ​ຫວ່າງ​ມີ​ຄວາມ​ປັ່ນ​ປ່ວນ,” ຂ້າ​ພະ​ເຈົ້າ​ເຄີຍ​ບອກ​ເຂົາ​ເຈົ້າ. “ໃຫ້​ເຮັດ​ໃຈ​ສະ​ຫງົບ, ຢ່າ​ປະ​ພຶດ​ເກີນ​ຂອບ​ເຂດ. ໃຫ້​ຕັ້ງ​ໃຈ​ຫລຽວ​ເບິ່ງ​ເສັ້ນ​ກາງ ຕອນ​ບິນ​ລົງ​ເດີ່ນ. ຖ້າ​ຫາກ​ເຈົ້າ​ເຈືອກ​ອອກ​ນອກ​ເສັ້ນ, ໃຫ້​ດັດ​ແປງ​ທັນ​ທີ ແຕ່​ຕ້ອງ​ວັດ​ແທກ​ໃຫ້​ຖືກ​ຕ້ອງ. ໃຫ້​ເຊື່ອ​ໝັ້ນ​ໃນ​ຄວາມ​ສາ​ມາດ​ຂອງ​ຍົນ​ຂອງ​ທ່ານ. ໃຫ້​ບິນ​ຜ່ານ​ຄວາມ​ປັ່ນ​ປ່ວນ​ລົງ​ໄປ.”

ນັກ​ບິນ​ທີ່​ມີ​ປະ​ສົບ​ການ ຈະ​ເຂົ້າ​ໃຈ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ຄວບ​ຄຸມ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ອ້ອມ​ຮອບ​ເຂົາ​ເຈົ້າ​ໄດ້​ທຸກ​ເທື່ອ. ເຂົາ​ເຈົ້າ​ບໍ່​ສາ​ມາດ​ຢຸດ​ຕິ​ຄວາມ​ປັ່ນ​ປ່ວນ​ໄດ້. ເຂົາ​ເຈົ້າ​ບໍ່​ສາ​ມາດ​ກຳ​ຈັດ​ຝົນ ຫລື ຫິ​ມະ​ໃຫ້​ຫາຍ​ໄປ​ໄດ້. ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ໃຫ້​ລົມ​ຢຸດ​ພັດ ຫລື ປ່ຽນ​ກະ​ແສ​ຂອງ​ມັນ​ໄດ້.

ແຕ່​ເຂົາ​ເຈົ້າ​ຍັງ​ເຂົ້າ​ໃຈ​ອີກ​ວ່າ ມັນ​ເປັນ​ສິ່ງ​ຜິດ​ທີ່​ຈະ​ຢ້ານ​ຄວາມ​ປັ່ນ​ປ່ວນ ຫລື ລົມ​ແຮງ—ແລະ ໂດຍ​ສະ​ເພາະ​ທີ່​ຈະ​ບໍ່​ຮູ້​ຈັກ​ເຮັດ​ຫຍັງ​ກັບ​ມັນ. ການ​ບິນ​ລົງ​ເດີ່ນ​ດ້ວຍ​ຄວາມ​ປອດ​ໄພ ເມື່ອ​ສະ​ພາບ​ການ​ບໍ່​ອຳ​ນວຍ​ປານ​ໃດ​ນັ້ນ ຈະ​ຕ້ອງ​ຕັ້ງ​ໃຈ​ຢູ່​ໃນ​ເສັ້ນ​ທາງ ແລະ ຄ່ອຍ​ບິນ​ລົງ​ມາ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ສາ​ມາດ​ເຮັດ​ໄດ້.

ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ຍົນ​ລຳ​ນີ້​ລຳ​ນັ້ນ​ບິນ​ລົງ​ມາ​ສູ່​ເດີ່ນ ແລະ ຫວນ​ຄິດ​ຄືນ​ຫລັງ​ເຖິງ​ຫລັກ​ການ​ທີ່​ໄດ້​ຮຽນ​ຮູ້​ຕອນ​ເປັນ​ນັກ​ບິນ, ຂ້າ​ພະ​ເຈົ້າ​ໄດ້​​ຄິດ​ວ່າ ມັນ​ບໍ່​ມີ​ບົດ​ຮຽນ​ບໍ​ຈາກ​ສິ່ງນີ້ ສຳ​ລັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ.

ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ບັນ​ຫາ​ຕ່າງໆ ທີ່​ຊີ​ວິດ​ຍູ້​ມາ​ໃສ່​ເສັ້ນ​ທາງ​ຂອງ​ເຮົາ. ບາງ​ເທື່ອ​ສະ​ພາບ​ການ​ຈະ​ບໍ່​ເປັນ​ໄປ​ຕາມ​ດັ່ງ​ທີ່​ເຮົາ​ຄາດ​ຄິດ. ເຮົາ​ອາດ​ຮູ້​ສຶກ​ສັ່ນ ແລະ ເຈືອກ​ໄປ​ມາ ໂດຍ​ຄວາມ​ປັ່ນ​ປ່ວນ​ຂອງ​ຄວາມ​ຜິດ​ຫວັງ, ຄວາມ​ສົງ​ໄສ, ຄວາມ​ຢ້ານ​ກົວ, ຄວາມ​ໂສກ​ເສົ້າ, ຫລື ຄວາມ​ກົດ​ດັນ.

ໃນ​ລະ​ຫວ່າງ​ເວ​ລາ​ນັ້ນ, ມັນ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ຄິດ​ແຕ່​ນຳ​ທຸກ​ສິ່ງ​ທີ່​ຜິດ ແລະ ເຮັດ​ໃຫ້​ບັນ​ຫາ​ເປັນ​ສິ່ງ​ສຳ​ຄັນ​ໃນ​ຄວາມ​ຄິດ​ຂອງ​ເຮົາ. ການ​ລໍ້​ລວງ​ຄື​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ການ​ທົດ​ລອງ​ທີ່​ເຮົາ​ກຳ​ລັງ​ປະ​ເຊີນ​ໜ້າ​ຢູ່ ແທນ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ຄວາມ​ຈິງ.

ແຕ່​ນັ້ນ​ບໍ່​ໄດ້​ເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຜ່ານ​ຜ່າ​ການ​ທ້າ​ທາຍ​ໃນ​ຊີ​ວິດ​ຂອງ​ເຮົາ.

ເຊັ່ນ​ດຽວ​ກັບ​ນັກ​ບິນ​​ບໍ່​ໄດ້​ເອົາ​ໃຈ​ໃສ່​ກັບ​ຝົນ​ຕົກ​ຟ້າ​ລົມ ແຕ່​ໄດ້​ເອົາ​ໃຈ​ໃສ່​ກັບ​ເສັ້ນ​ທາງ​ລົງ​ເດີ່ນ ແລະ ຈຸດ​ຍົນ​ຢຽບ​ດິນ​ທີ່​ຖືກ​ຕ້ອງ, ສະ​ນັ້ນ ເຮົາ​ກໍ​ຕ້ອງ​ເອົາ​ໃຈ​ໃສ່​ກັບ​ຈຸດ​ໃຈ​ກາງ​ຂອງ​ສັດ​ທາ​ຂອງ​ເຮົາ​ຄື​ກັນ—ແລະ ເປົ້າ​ໝາຍ​ອັນ​ສູງ​ສຸດ​ຂອງ​ເຮົາ—ທີ່​ຈະ​ກັບ​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ​ດ້ວຍ​ຄວາມ​ປອດ​ໄພ. ເຮົາ​ຄວນ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ເຮັດ​ໃຫ້​ຈຸດ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ ເປັນ​ສິ່ງ​ສຳ​ຄັນ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ. ເຮົາ​ຄວນ​ໃຫ້​ຕາ, ຫົວ​ໃຈ, ແລະ ຈິດ​ໃຈ​ຂອງ​ເຮົາ ຈົດ​ຈໍ່​ຢູ່​ກັບ​ວິ​ທີ​ທີ່​ເຮົາ​ຮູ້​ວ່າ​ເຮົາ​ຄວນ.

ການ​ສະ​ແດງ​ສັດ​ທາ​ຂອງ​ເຮົາ ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຊື່ນ​ຊົມ ຈະ​ນຳ​ຄວາມ​ສຸກ ແລະ ລັດ​ສະ​ໝີ​ພາບ​ມາ​ໃຫ້​ເຮົາ. ແລະ ຖ້າ​ຫາກ​ເຮົາ​ດຳ​ເນີນ​ຢູ່​ໃນ​ເສັ້ນ​ທາງ, ​ເຮົາ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ປັ່ນ​ປ່ວນ​ທຸກ​ຢ່າງ​ໄດ້—ເຖິງ​ແມ່ນ​ເບິ່ງ​ຄື​ວ່າ ມັນ​ຈະ​ຮ້າຍ​ແຮງ​ຫລາຍ​ປານ​ໃດ​ກໍ​ຕາມ—ແລະ ​ກັບ​ຄືນ​ໄປ​ຫາ​ບ້ານ​ໃນ​ສະ​ຫວັນ​ຂອງ​ເຮົາ​ດ້ວຍ​ຄວາມ​ປອດ​ໄພ.

ບໍ່​ວ່າ​ທ້ອງ​ຟ້າ​ຢູ່​ອ້ອມ​ຮອບ​ເຮົາ​ຈະ​ແຈ່ມ​ໄສ ຫລື ເຕັມ​ໄປ​ດ້ວຍ​ຂີ້​ເຝື້ອ​ທີ່​ມືດ​ມົວ​ກໍ​ຕາມ, ໃນ​ຖາ​ນະ​ທີ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຕ້ອງ​ສະ​ແຫວງ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ​ກ່ອນ, ໂດຍ​ທີ່​ຮູ້​ວ່າ ຖ້າ​ຫາກ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ໃນ​ທີ່​ສຸດ ສິ່ງ​ອື່ນໆ​ທີ່​ເຮົາ​ຕ້ອງ​ການ ຈະ​ຖືກ​ຈັດ​ຫາ​ໃຫ້ (ເບິ່ງ ມັດທາຍ 6:33).

ມັນ​ເປັນ​ບົດ​ຮຽນ​ຊີ​ວິດ​ທີ່​ສຳ​ຄັນ​ແທ້ໆ!

ເມື່ອ​ເຮົາ​ໝົກ​ໝຸ້ນ​ຢູ່​ກັບ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ດີ້ນ​ລົນ, ຄວາມ​ສົງ​ໄສ, ແລະ ຄວາມ​ຢ້ານ​ກົວ​ຂອງ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ໃດ, ມັນ​ຍິ່ງ​ຈະ​ຫຍຸ້ງ​ຍາກ​ກວ່າ​ເກົ່າ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ແຕ່​ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ແລະ ຊື່ນ​ຊົມ​ໃນ​ການ​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຫລາຍ​ຂຶ້ນ​ເທົ່າ​ໃດ—ໂດຍ​ການ​ຮັກ​ພຣະ​ເຈົ້າ, ການ​ຮັບ​ໃຊ້​ເພື່ອນ​ບ້ານ​ຂອງ​ເຮົາ—​ເຮົາ​ຈະ​ມີ​ຄວາມ​ສຳ​ເລັດ​ຜົນ​ໃນ​ການ​ເດີນ​ຜ່ານ​ຜ່າ​ບັນ​ຫາ ແລະ ຄວາມ​ປັ່ນ​ປ່ວນ​ໄດ້​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ເພື່ອນ​ທີ່​ຮັກ​ແພງ, ບໍ່​ວ່າ​ສຽງ​ລົມ​ຂອງ​ການ​ເປັນ​ຢູ່​ໃນ​ຊ່ວງ​ມະ​ຕະ​ນີ້ ທີ່​ພັດ​ຢູ່​ອ້ອມ​ຮອບ​ເຮົາ ຈະ​ຮ້າຍ​ແຮງ​ຫລາຍ​ປານ​ໃດ​ກໍ​ຕາມ, ​ແຕ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຈະ​ສະ​ເໜີ​ເສັ້ນ​ທາງ​ທີ່​ດີ​ທີ່​ສຸດ ໃຫ້​ບິນ​ລົງ​ເດີ່ນ​ທີ່​ປອດ​ໄພ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ປະທານ​ອຸກດອບ​ສອນ​ເຮົາ ໃຫ້ “ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ເຮັດ​ໃຫ້​ການ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ ເປັນ​ຈຸດ​ສຳ​ຄັນ​ຂອງ​ເຮົາ.” ໃຫ້​ຖາມ​ຄົນ​ທີ່​ທ່ານ​ສອນ ເຖິງວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເອົາ​ໃຈ​ໃສ່ “ຕໍ່​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ແລະ ຊື່ນ​ຊົມ​ໃນ​ການ​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ” ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ການ​ທົດ​ລອງ. ທ່ານ​ຄວນ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຄິດ​ເຖິງວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເອົາ​ໃຈ​ໃສ່​ຕໍ່​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ ແລະ ຕໍ່​ພຣະ​ຄຣິດ ໃນ​ເວ​ລາ​ມີ​ຄວາມ​ຫຍຸ້ງ​ຍາກ ແລະ ໃຫ້​ຕັດ​ສິນ​ໃຈ​ດ້ວຍ​ການ​ອະ​ທິ​ຖານ​ເພື່ອ​ຫາ​ວິ​ທີ​ໃຊ້​ແນວ​ຄິດ​ຢ່າງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ພິມ