​2016
ພື້ນ​ຖານ​ສຳ​ລັບ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ນ້ອຍ
ກຸມພາ 2016


ຊາວ​ໜຸ່ມ

ພື້ນ​ຖານ​ສຳ​ລັບ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ນ້ອຍ

ຜູ້ຂຽນອາ​ໄສຢູ່​ລັດ​ໄອ​ດາ​ໂຮ, ສະ​ຫະ​ລັດອາເມຣິກາ.

ຕອນ​ຂ້າ​ນ້ອຍ​ມີ​ອາ​ຍຸ​ໄດ້ 16 ປີ, ເພື່ອນ​ຄົນ​ໜຶ່ງ​ໄດ້​ມາ​ເຮືອນ​ຂອງ​ຂ້າ​ນ້ອຍ ພ້ອມ​ດ້ວຍ​ຜູ້​ສອນ​ສາດ​ສະ​ໜາ. ພາຍ​ໃນ​ໜຶ່ງ​ເດືອນ​ຂອງ​ການ​ສົນ​ທະ​ນາ​ເທື່ອ​ທຳ​ອິດ, ຄຳ​ຖາມ​ທັງ​ໝົດ​ຂອງ​ຂ້າ​ນ້ອຍ​ໄດ້​ຖືກ​ຕອບ​ຢ່າງ​ແຈ່ມ​ແຈ້ງ. ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຖິງ​ການ​ສະ​ແດງ​ປະ​ຈັກ​ພະ​ຍານ​ໂດຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເຖິງ​ຄວາມ​ຈິງ ຂອງ​ຂ່າວ​ສານ ກ່ຽວ​ກັບ​ການ​ຟື້ນ​ຟູ. ຂ້າ​ນ້ອຍ​ບໍ່​ເຄີຍ​ຮູ້​ສຶກ​ແບບ​ນັ້ນ​ມາ​ກ່ອນ, ແລະ ຂ້າ​ນ້ອຍ​ໄດ້​ຮູ້​ວ່າ ທັງ​ໝົດ​ເປັນ​ຄວາມ​ຈິງ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ນ້ອຍ​ໄດ້​ປະ​ເຊີນ​ກັບ​ການ​ປະ​ຕິ​ເສດ ແລະ ການ​ຕໍ່​ຕ້ານ ຫລາຍ​ກວ່າ​ທີ່​ຜ່ານ​ມາ. ຂ້າ​ນ້ອຍ​ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ, ​ອິດ​ເມື່ອຍ, ແລະ ສັບສົນ. ຖ້າ​ຫາກ​ຂ້າ​ນ້ອຍ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ, ແລ້ວ​ເປັນ​ຫຍັງ​ຂ້າ​ນ້ອຍ​ຈຶ່ງ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ຫລາຍ​ແທ້? ຂ້າ​ນ້ອຍ​ບໍ່​ເຂົ້າ​ໃຈ​ວ່າ ການ​ທີ່​ຂ້າ​ນ້ອຍ​ຖືກ​ທົດ​ລອງ ຈະ​ເປັນ​ຜົນ​ດີ​ຕໍ່​ຂ້າ​ນ້ອຍ​ແນວ​ໃດ. ຜູ້​ສອນ​ສາດ​ສະ​ໜາ​ໄດ້​ສອນ​ຂ້າ​ນ້ອຍ​ໃຫ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ, ແມ່ນ​ແຕ່​ໃນ​ມື້​ທີ່​ໄປ​ໂຮງ​ຮຽນ. ເມື່ອ​ມີ​ສິ່ງ​ໃດ​ທີ່​ເກີນ​ກວ່າ​ຂ້າ​ນ້ອຍ​ຈະ​ສູ້​ທົນ​ໄດ້, ຂ້າ​ນ້ອຍ​ມັກ​ຈະ​ອະ​ທິ​ຖານ​ດ້ວຍ​ສຸດ​ໃຈ ແລະ ຂ້າ​ນ້ອຍ​ຈະ​ຮູ້​ສຶກ​ໄດ້​ຮັບ​ການ​ປອບ​ໂຍນ​ຈາກ​ພຣະ​ວິນ​ຍານ​ທັນ​ທີ.

ອາ​ທິດ​ທີ່​ຂ້າ​ນ້ອຍ​ຮັບ​ບັບ​ຕິ​ສະ​ມາ ແມ່ນ​ເຕັມ​ໄປ​ດ້ວຍ​ການ​ທົດ​ລອງ. ເຈົ້າ​ນາຍ​ໄດ້​ເວົ້າ​ຂູ່​ວ່າ​ຈະ​ໄລ່​ຂ້າ​ນ້ອຍ​ອອກ ຖ້າ​ຫາກ​ຂ້າ​ນ້ອຍ​ບໍ່​ຍົກ​ເລີກ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ໄປ​ເຮັດ​ວຽກ​ແທນ​ຄົນ​ອື່ນ, ຂ້າ​ນ້ອຍ​ໄດ້​ເຂົ້າ​ໂຮງ​ໝໍ​ດ້ວຍ​ໝາກ​ໄຂ່​ຫລັງ​ເປັນ​ໜິ້ວ, ແລະ ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ໄດ້​ຂໍ​ໃຫ້​ຂ້າ​ນ້ອຍ​ຍ້າຍ​ອອກ​ຈາກ​ເຮືອນ. ມີ​ຫລາຍ​ສິ່ງ​ທີ່​ເກີນ​ກວ່າ​ຈະ​ຄວບ​ຄຸມ​ໄດ້, ມີ​ສິ່ງ​ດຽວ​ທີ່​ຂ້າ​ນ້ອຍ​ເຮັດ​ໄດ້ ແມ່ນ​ຕ້ອງ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ທົດ​ລອງ​ແຕ່​ລະ​ຢ່າງ​ເຫລົ່າ​ນັ້ນ ໄດ້ ປ່ຽນ​ເປັນ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຂ້າ​ນ້ອຍ. ມັນ​ໄດ້​ຊ່ອຍ​ຂ້າ​ນ້ອຍ​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ, ຊຶ່ງ​ໄດ້​ຈັດ​ຫາ​ພື້ນ​ຖານ​ປະ​ຈັກ​ພະ​ຍານ​ໃຫ້​ແກ່​ຂ້າ​ນ້ອຍ.

ພິມ