​2016
ການ​ແຕ່ງ​ງານ​ແມ່ນ​ຖືກ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ
ກຸມພາ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນກຸມພາ 2016

ການ​ແຕ່ງ​ງານ​ແມ່ນ​ຖືກ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”​ ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ​ຜ່ານ​ການ​ຢ້ຽມ​ສອນ​ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ສັດ​ທາ, ຄອບ​ຄົວ, ສົງ​ເຄາະ

ສາດ​ສະ​ດາ, ອັກ​ຄະ​ສາ​ວົກ, ແລະ ຜູ້​ນຳ​ໄດ້ “ປະ​ກາດ​ຢ່າງ​ໜັກ​ແໜ້ນ​ວ່າ ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ​ແລະ​ຍິງ​ເປັນ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ ແລະ ວ່າ​ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ແຜນ​ຂອງ​ພຣະ​ຜູ້​ສ້າງ.”1

ແອວເດີ ດີ​ທອດ​ຄຣິສໂຕເຟີສັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ: “ຄອບ​ຄົວ​ທີ່​ສ້າງ​ຂຶ້ນ​ດ້ວຍ​ການ​ແຕ່ງ​ງານ​ຂອງ​ຊາຍ ແລະ ຍິງ ຈັດ​ໃຫ້​ມີ​ບັນ​ຍາ​ກາດ​ທີ່​ດີ​ທີ່​ສຸດ ເພື່ອ​ແຜນ​ຂອງ​ພຣະ​ເຈົ້າ​ຈະ​ຈະ​ເລີນ​ກ້າວ​ໜ້າ. …

“… ເຮົາ​ບໍ່​ສາ​ມາດ ຫລື ບໍ່​ມີ​ມະ​ນຸດ​ຄົນ​ອື່ນ​ໃດ​ຈະ​ສາ​ມາດ​ປ່ຽນ​ແປງ​ແບບ​ຢ່າງ​ແຫ່ງ​ການ​ແຕ່ງ​ງານ​ອັນ​ສູງ​ສົ່ງ​ນີ້.”2

ບອນນີ ແອວ ອໍສະກາສັນ, ປະທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ, ໄດ້​ກ່າວ​ວ່າ: “ທຸກ​ຄົນ, ບໍ່​ວ່າ​ສະ​ພາບ​ການ​ເລື່ອງ​ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ ຫລື ມີ​ລູກ​ຈັກ​ຄົນ, ກໍ​ສາ​ມາດ​ປົກ​ປ້ອງ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ຊຶ່ງ​ໄດ້​ບັນ​ຍາຍ​ໄວ້​ຢູ່​ໃນ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ນັ້ນ. ຖ້າ​ມັນ​ເປັນ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ມັນ​ກໍ​ຄວນ​ເປັນ​ແຜນ​ຂອງ​ເຮົາ​ຄື​ກັນ!”3

ແອວເດີ ຄຣິສໂຕເຟີສັນ ໄດ້​ກ່າວ​ຕື່ມ​ວ່າ: “ພວກ​ທ່ານ​ບາງ​ຄົນ​ບໍ່​ໄດ້​ຮັບ​ພອນ​ແຫ່ງ​ການ​ແຕ່ງ​ງານ ເພາະ​ເຫດ​ຜົນ​ທີ່​ຮ່ວມ​ດ້ວຍ​ການ​ຂາດ​ໂອ​ກາດ​ທີ່​ຄູ່​ຄວນ, ສົນ​ໃຈ​ນຳ​ເພດ​ດຽວ​ກັນ, ຄວາມ​ບົກ​ພ່ອງ​ທາງ​ສຸ​ຂະ​ພາບ ຫລື ທາງ​ສະ​ຕິ​ປັນ​ຍາ, ຫລື ການ​ຢ້ານ​ກົວ​ຄວາມ​ລົ້ມ​ເຫລວ. … ຫລື​ທ່ານ​ອາດ​ໄດ້​ແຕ່ງ​ງານ, ແຕ່​ຖືກ​ຢ່າ​ຮ້າງ. … ພວກ​ທ່ານ​ບາງ​ຄົນ​ຜູ້​ທີ່​ແຕ່ງ​ງານ​ແລ້ວ​ກໍ​ບໍ່​ສາ​ມາດ​ມີ​ລູກ. …

“ເຖິງ​ຢ່າງ​ໃດ​ກໍ​ຕາມ, … ທຸກ​ຄົນ​ສາ​ມາດ​ມີ​ສ່ວນ​ບໍ​ລິ​ຈາກ​ຕໍ່​ການ​ເປີດ​ເຜີຍ​ແຜນ​ອັນ​ສູງ​ສົ່ງ​ໃນ​ແຕ່​ລະ​ລຸ້ນ​ຄົນ.”4

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ປະຖົມມະການ 2:18–24; 1 ໂກຣິນໂທ 11:11; Doctrine and Covenants 49:15–17

ເລື່ອງ​ຈິງ​ໃນ​ຊີ​ວິດ

ບຣາເດີ ແລຣີ ເອັມ ກິບສັນ, ອາ​ດີດ​ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ອົງ​ການ​ຊາຍ​ໜຸ່ມ​ສາ​ມັນ, ຈື່​ຕອນ​ທີ່ ນາງ​ເຊີລີ, ຜູ້​ໄດ້​ກາຍ​ເປັນ​ພັນ​ລະ​ຍາ​ຂອງ​ເພິ່ນ ໄດ້​ກ່າວ​ວ່າ:

“‘​ນ້ອງ​ຮັກ​ອ້າຍ ເພາະ​ນ້ອງ​ຮູ້​ວ່າ ອ້າຍ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ກວ່າ​ອ້າຍ​ຮັກ​ນ້ອງ.’ …

“ຄຳ​ຕອບ​ນັ້ນ​ໄດ້​ປະ​ທັບ​ໃຈ​ຂ້າ​ພະ​ເຈົ້າ. …

“… [ແລະ] ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ນາງ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ.”5

ແອວເດີ ເດວິດ ເອ ແບ໊ດນາ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສອນ​ວ່າ: “​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເປັນ​ຈຸດ​ໃຈ​ກາງ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ຄວາມ​ສຳ​ພັນ​ແຫ່ງ​ການ​ແຕ່ງ​ງານ. … [ໃຫ້​ວາດ​ພາບ​ເຫັນ] ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ປະ​ທັບ​ຢູ່​ຈອມ​ຮູບ​ສາມ​ຫລ່ຽມ, ໂດຍ​ມີ​ຜູ້​ຍິງ​ຢືນ​ຢູ່​ສົ້ນ​ໜຶ່ງ​ເບື້ອງ​ລຸ່ມ ແລະ ມີ​ຜູ້​ຊາຍ​ຢືນ​ຢູ່​ອີກ​ສົ້ນ​ໜຶ່ງ​ເບື້ອງ​ລຸ່ມ. ​ບັດ​ນີ້​ໃຫ້​ພິ​ຈາ​ລະ​ນາ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ຄວາມ​ສຳ​ພັນ​ຂອງ​ຊາຍ​ແລະ​ຍິງ ເມື່ອ​ເຂົາ​ເຈົ້າ ‘ມາ​ຫາ​ພຣະ​ຄຣິດ’ ດ້ວຍ​ຕົວ​ເອງ ແລະ ພະ​ຍາ​ຍາມ​ທີ່​ຈະ​ຖືກ​ເຮັດ​ໃຫ້ ‘ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ’ (ໂມໂຣໄນ 10:32). ເປັນ​ຍ້ອນ ແລະ ຜ່ານ​ທາງ​ພຣະ​ຜູ້​ໄຖ່, ​ທີ່​ຊາຍ​ ແລະ​ ຍິງ ຈະ​ເຂົ້າ​ໃກ້​ຊິດ​ກັນ​ຫລາຍ​ຂຶ້ນ.”6

ແຫລ່ງ​ອ້າງ​ອີງ

  1. “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, Nov. 2010, 129.

  2. D. Todd Christofferson, “Why Marriage, Why Family,” Liahona, May 2015, 52.

  3. Bonnie L. Oscarson, “Defenders of the Family Proclamation,” Liahona, May 2015, 15.

  4. D. Todd Christofferson, “Why Marriage, Why Family,” 52.

  5. Larry M. Gibson, “Fulfilling Our Eternal Destiny,” Ensign, Feb. 2015, 21–22.

  6. David A. Bednar, “Marriage Is Essential to His Eternal Plan,” Liahona, June 2006, 54.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ເຮົາ​ຈະ​ສາ​ມາດ​ພະ​ຍາ​ຍາມ​ຕັ້ງ​ໃຈ “ມາ​ຫາ​ພຣະ​ຄຣິດ” ດ້ວຍ​ຕົວ​ເອງ​ໄດ້​ແນວ​ໃດ?

ພິມ