​2016
ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ກ່າວ​ກັບ​ຂ້າ​ນ້ອຍ ຜ່ານ​ທາງ​ຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່
ເມສາ 2016


ຊາວ​ໜຸ່ມ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ກ່າວ​ກັບ​ຂ້າ​ນ້ອຍ ຜ່ານ​ທາງ​ຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່

ຜູ້​ຂຽນ​ອາ​ໃສ​ຢູ່​ເມືອງ​ເຊີຈິປີ, ປະ​ເທດ​ບຣາຊິນ.

ຂ້າ​ນ້ອຍ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ນ້ອຍ​ຄວນ​ຈະ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ. ຜູ້​ຄົນ​ສ່ວນ​ຫລາຍ​ໄດ້​ເວົ້າ​ສິ່ງ​ບໍ່​ດີ​ກ່ຽວ​ກັບ​ຫ້ອງ​ຮຽນ​ທີ່​ຂ້າ​ນ້ອຍ​ຢາກ​ຮຽນ, ສະ​ນັ້ນ ຂ້າ​ນ້ອຍ​ຈຶ່ງ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະ​ອົງ​ເຫັນ​ດ້ວຍ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ຂ້າ​ນ້ອຍ​ຫລື​ບໍ່.

ຄຳ​ຕອບ​ຂອງ​ຂ້າ​ນ້ອຍ​ມາ​ເຖິງ​ໃນ​ມື້​ຕໍ່​ມາ ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ກຳ​ລັງ​ອ່ານ​ຄຳ​ປາ​ໄສ​ຈາກ​ກອງ​ປະ​ຊຸມ​ໃຫຍ່ ຢູ່​ໃນ​ວາ​ລະ​ສານ Liahona. ຂ້າ​ນ້ອຍ​ຮູ້​ສຶກ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ບອກ​ຂ້າ​ນ້ອຍ​ວ່າ ພຣະ​ອົງ​ບໍ່​ສາ​ມາດ​ເລືອກ​ເພື່ອ​ຂ້າ​ນ້ອຍ—ມັນ​ເປັນ​ການ​ຕັດ​ສິນ​ໃຈ ທີ່​ຂ້າ​ນ້ອຍ​ຕ້ອງ​ເລືອກ​ດ້ວຍ​ຕົວ​ເອງ. ຂ້າ​ນ້ອຍ​ຮູ້​ວ່າ ສິ່ງ​ໃດ​ກໍ​ຕາມ​ທີ່​ຂ້າ​ນ້ອຍ​ເລືອກ, ຂ້າ​ນ້ອຍ​ຕ້ອງ​ພະ​ຍາ​ຍາມ​ຢ່າງ​ໜັກ ເພື່ອ​ຈະ​ບັນ​ລຸ​ຄວາມ​ສຳ​ເລັດ.

ຂ້າ​ນ້ອຍ​ຮູ້​ວ່າ ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​ໄດ້​ຮັບ​ຄຳ​ຕອບ​ແລ້ວ. ການ​ຢືນ​ຢັນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ຊ່ອຍ​ຂ້າ​ນ້ອຍ​​ໃນ​ການ​ຕັດ​ສິນ​ໃຈ. ຂ້າ​ນ້ອຍ​ໄດ້​ຮຽນ​ຮູ້​​ທີ່​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ ແລະ ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຊ່ອຍ​ເຫລືອ​ຂ້າ​ນ້ອຍ.

ພິມ