​2016
ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ
ເມສາ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ເມສາ 2016

ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ

ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ແລະ ຕັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ທຸກ​ວັນ​ນີ້. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ມາ​ຕະ​ຫລອດ, ຜູ້​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ສະ​ຫວັນ​ຢູ່​ສະ​ເໝີ.

ແບບ​ແຜນ​ແຫ່ງ​ສະ​ຫວັນ​ນັ້ນ ກໍ​ໄດ້​ເປັນ​ຄວາມ​ຈິງ​ໃນ​ສະ​ໄໝ​ບູ​ຮານ​ຄື​ກັນ. ເຮົາ​ອ່ານ​ຢູ່​ໃນ​ພຣະ​ຄຣິດ​ຕະ​ທຳ​ຄຳ​ພີ​ວ່າ: “ແນ່​ນອນ ອົງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ໄດ້​ເຮັດ​ສິ່ງ​ໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງ​ໜ້າ ເຖິງ​ແຜນ​ການ​ຂອງ​ພຣະ​ອົງ​ແກ່​ຜູ້​ທຳ​ນາຍ ຄື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ” (ອາໂມດ 3:7).

ພຣະ​ເຈົ້າ​ໄດ້​ກ່າວ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ອີກ, ຜ່ານ​ທາງ​ສາດ​ສະ​ດາ​ໂຈເຊັບ ສະມິດ. ພຣະ​ອົງ​ໄດ້​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຄວາມ​ສົມ​ບູນ​ຂອງ​ມັນ ຜ່ານ​ທາງ​ສາດ​ສະ​ດາ​ໂຈເຊັບ. ພຣະ​ອົງ​ໄດ້​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ ​ພ້ອມ​ດ້ວຍ​ຂໍ​ກະ​ແຈ ແລະ ສິດ, ອຳ​ນາດ, ແລະ ​ໜ້າ​ທີ່​ທັງ​ໝົດ​ຂອງ​ອຳ​ນາດ​ທີ່​ສັກ​ສິດ ຂອງ​ຖາ​ນະ​ປະ​ໂລ​ຫິດ.

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ສາດ​ສະ​ດາ ແລະ ອັກ​ຄະ​ວົສາກ​ທີ່​ມີ​ຊີ​ວິດ​ຢູ່ ໄດ້​ຮັບ​ສິດ​ອຳ​ນາດ ທີ່​ຈະ​ກ່າວ, ສອນ, ແລະ ຊີ້​ນຳ ດ້ວຍ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ ອົງ​ເປັນ​ພຣະ​ບິ​ດາ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ຕໍ່​ສາດ​ສະ​ດາ​ວ່າ ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ພຣະ​ອົງ​ໄດ້​ກ່າວ, ແລະ ​ພຣະ​ອົງ​ບໍ່​ແກ້​ຕົວ, ແລະ ເຖິງ​ແມ່ນ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ​ຈະ​ສູນ​ສິ້ນ​ໄປ, ຄຳ​ຂອງ​​ພຣະ​ອົງ​ຈະ​ບໍ່​ສູນ​ສິ້ນ​ໄປ, ແຕ່​ທຸກ​ສິ່ງ​ຈະ​ເກີດ​ເປັນ​ຈິງ, ບໍ່​ວ່າ​ຈະ​ເປັນ​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ມັນ​ກໍ​ເໝືອນ​ກັນ (ເບິ່ງ D&C 1:38).

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ປີ​ລະ​ສອງ​ເທື່ອ, ເຮົາ​ໄດ້​ຮັບ​ພອນ​ທີ່​ມີ​ໂອ​ກາດ ໄດ້​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ມອບ​ໃຫ້​ເຮົາ ຈາກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ນັ້ນ​ຄື​ສິດ​ທິ​ພິ​ເສດ​ເກີນ​ກວ່າ​ຈະ​ວັດ​ຄ່າ​ໄດ້. ແຕ່​ຄຸນ​ຄ່າ​ຂອງ​ໂອ​ກາດ​ນັ້ນ ແມ່ນ​ຂຶ້ນ​ກັບ​ວ່າ​ເຮົາ​ໄດ້​ຮັບ​ພຣະ​ຄຳ​ພາຍ​ໃຕ້​ອິດ​ທິ​ພົນ​​ຂອງ​ພຣະ​ວິນ​ຍານ​ອົງ​ດຽວ​ກັນ​ນັ້ນ​ຫລື​ບໍ່ ຊຶ່ງ​ໄດ້​ຖືກ​ມອບ​ໃຫ້​ຜູ້​ຮັບ​ໃຊ້​ເຫລົ່າ​ນັ້ນ (ເບິ່ງ D&C 50:19–22). ເຊັ່ນ​ດຽວ​ກັບ​ທີ່​ພວກ​ເພິ່ນ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ສະ​ຫວັນ, ເຮົາ​ກໍ​ຄວນ​ໄດ້​ຮັບ​ການ​ຊີ້​ນຳ​ຄື​ກັນ. ສິ່ງ​ນັ້ນ​ຮຽກ​ຮ້ອງ​ເຮົາ​ໃຫ້​ມີ​ຄວາມ​ພະ​ຍາ​ຍາມ​ທາງ​ວິນ​ຍານ​ອັນ​ດຽວ​ກັນ​ນັ້ນ​ດ້ວຍ.

“ເຮັດ​ການ​ບ້ານ​ຂອງ​ເຈົ້າ”

ເມື່ອ​ຫລາຍ​ປີ​ກ່ອນ ສະ​ມາ​ຊິກ​ຄົນ​ໜຶ່ງ​ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ອ່ານ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່ ທີ່​ເພິ່ນ​ກຳ​ລັງ​ຕຽມ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ຂ້າ​ພະ​ເຈົ້າ​ໄດ້​ເປັນ​ສະ​ມາ​ຊິກ​ລຸ້ນ​ນ້ອງ​ຂອງ​ກຸ່ມ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກຽດ​ຫລາຍ ດ້ວຍ​ຄວາມ​ໝັ້ນ​ໃຈ​ຂອງ​ເພິ່ນ ທີ່​ຈະ​ໃຫ້​ຂ້າ​ພະ​ເຈົ້າ​ຊ່ອຍ​ຊອກ​ຫາ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ເພິ່ນ​ກ່າວ. ເພິ່ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ​ຮອຍ​ຍິ້ມ​ວ່າ, “ໂອ້, ​ອັນ​ນີ້ ເປັນ​ຕົ້ນ​ຮ່າງ​ສະ​ບັບ​ທີ 22 ແລ້ວ.”

ຂ້າ​ພະ​ເຈົ້າ​ຍັງ​ຈື່​ຄຳ​ແນະ​ນຳ​ຂອງ​ປະທານ​ແຮໂຣນ ບີ ລີ (1899–1973) ທີ່​ມີ​ຄວາມ​ຮັກ ແລະ ມີ​ເມດ​ຕາ ຊຶ່ງ​ໄດ້​ມອບ​ໃຫ້​ຂ້າ​ພະ​ເຈົ້າ​ກ່ອນ​ໜ້າ​ນັ້ນ ດ້ວຍ​ຄວາມ​ໜັກ​ແໜ້ນ​ວ່າ: “ຮາວ, ຖ້າ​ຫາກ​ເຈົ້າ​ຢາກ​ໄດ້​ຮັບ​ການ​ເ​ປີດ​ເຜີຍ, ເຈົ້າ​ຕ້ອງ​ເຮັດ​ການ​ບ້ານ​ຂອງ​ເຈົ້າ.”

ຂ້າ​ພະ​ເຈົ້າ​ໄດ້​ອ່ານ, ໄດ້​ໄຕ່​ຕອງ, ແລະ ໄດ້​ອະ​ທິ​ຖານ ກ່ຽວ​ກັບ​ຕົ້ນ​ຮ່າງ​ສະ​ບັບ​ທີ 22 ເທື່ອ​ແລ້ວ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດ​ໄດ້ ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເມື່ອ​ເຖິງ​ເວ​ລາ​ສະ​ມາ​ຊິກ​ຂອງ​ກຸ່ມ​ຄົນ​ນັ້ນ ໄດ້​ກ່າວ​ປາ​ໄສ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຮັດ​ການ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ. ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຊ່ອຍ​ຫຍັງ​ຫລື​ບໍ່, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ໄດ້​ປ່ຽນ​ໄປ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ປາ​ໄສ​ນັ້ນ. ຂ່າວ​ສານ​ໄດ້​ມາ​ເຖິງ​ຂ້າ​ພະ​ເຈົ້າ​ເກີນ​ກວ່າ​ຖ້ອຍ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ ແລະ ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ. ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ຖ້ອຍ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ ໃນ​ຕົ້ນ​ຮ່າງ. ແລະ ​ເບິ່ງ​ຄື​ວ່າ ຂ່າວ​ສານ​ນັ້ນ ແມ່ນ​ສຳ​ລັບ​ຂ້າ​ພະ​ເຈົ້າ, ເໝາະ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຂ້າ​ພະ​ເຈົ້າ​ພໍ​ດີ.

ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮັບ​ຂ່າວ​ສານ ທີ່​ພຣະ​ອົງ​ມີ​ສຳ​ລັບ​ພວກ​ເພິ່ນ ເພື່ອ​ມອບ​ໃຫ້​ແກ່​ຜູ້​ທີ່​ຕ້ອງ​ການ​ການ​ເປີດ​ເຜີຍ ແລະ ການ​ດົນ​ໃຈ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ນັ້ນ, ແລະ ຈາກ​ຫລາຍໆ​ປະ​ສົບ​ການ​ທີ່​ເໝືອນ​ກັນ​ນັ້ນ, ຄື ກ່ອນ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​​ຢ່າງ​ຫລວງ​ຫລາຍ ທີ່​ມີ​ໃຫ້ ຈາກ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່, ເຮົາ​ເອງ​ຕ້ອງ​ຈ່າຍ​ຄ່າ​ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ນັ້ນ.

ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທຸກ​ຄົນ ຜູ້​ທີ່​ຈະ​ຟັງ​ຂ່າວ​ສານ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຮູ້​ໃຈ ແລະ ຮູ້​ຈັກ​ສະ​ພາບ​ການ​ຂອງ​ແຕ່​ລະ​ຄົນ. ພຣະ​ອົງ​ຮູ້​ຈັກ​ແກ້​ໄຂ, ຮູ້​ຈັກ​ໃຫ້​ກຳ​ລັງ​ໃຈ, ແລະ ຮູ້​ຈັກ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ອັນ​ທີ່​ເໝາະ​ສົມ​ທີ່​ສຸດ ທີ່​ຈະ​ຊ່ອຍ​ບຸກ​ຄົນ​ໃຫ້​ເລືອກ​ວິ​ທີ​ຂອງ​ຕົນ ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ເຮົາ​ຜູ້​ຟັງ ແລະ ເບິ່ງ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ບາງ​ເທື່ອ​ຈະ​ຄິດ​ທີ​ຫລັງ​ວ່າ, “ເຮົາ​ຈື່​ຫຍັງ​ໄດ້​ຫລາຍ​ທີ່​ສຸດ?” ຄວາມ​ຫວັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ແມ່ນ​ຄຳ​ຕອບ​ຂອງ​ເຮົາ​ຈະ​ເປັນ​ວ່າ: “ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ລືມ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຢູ່​ໃນ​ຄວາມ​ຄິດ ແລະ ໃນ​ໃຈ ບອກ​ຂ້າ​ພະ​ເຈົ້າ ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດ ເພື່ອ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​​ພໍ​ພຣະ​ໄທ.”

ເຮົາ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ນັ້ນ​ໄດ້ ເມື່ອ​ເຮົາ​ໄດ້​ຍິນ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ ແລະ ເມື່ອ​ເຮົາ​ທຳ​ງານ​ດ້ວຍ​ສັດ​ທາ ທີ່​ຈະ​ຮັບ​ເອົາ​ການ​ເປີດ​ເຜີຍ​ນັ້ນ, ດັ່ງ​ທີ່​ປະ​ທານ​ລີ​ໄດ້​ກ່າວ​ວ່າ ເຮົາ​ສາ​ມາດ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ເປັນ​ຄວາມ​ຈິງ ຈາກ​ປະ​ສົບ​ການ ແລະ ໂດຍ​ປະ​ຈັກ​ພະ​ຍານ​ຂອງ​ພຣະ​ວິນ​ຍານ.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ໃຫ້​ອ່ານ​ເລື່ອງ​ລາວ​ຂອງ​ປະທານ​ໄອຣິງ ກ່ຽວ​ກັບ​ການ​ສຶກ​ສາ​ບົດ​ປາ​ໄສ ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ສະ​ມາ​ຊິກ​ຄົນ​ໜຶ່ງ​ ໃນ​ກຸ່ມ​ຂອງ​ເພິ່ນ. ທ່ານ​ອາດ​ຖາມ​ວ່າ, “ແມ່ນ​ຫຍັງ​ຄື​ຄ່າ​ຂອງ​ການ​ຮັບ​ການ​ເປີດ​ເຜີຍ?” ຫລັງ​ຈາກ​​ການ​ສົນ​ທະ​ນາ​ຂອງ​ທ່ານ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ຄົນ​ທີ່​ທ່ານ​ໄປ​ຢ້ຽມ​ຢາມ ໃຫ້​ໄຕ່​ຕອງ ແລະ ເລີ່ມ​ຕົ້ນ​ວາງ​ແຜນ​ທີ່​ຈະ​ຮັບ​ເອົາ​ຂ່າວ​ສານ​ຈາກກອງ​ປະ​ຊຸມ​ໃຫຍ່​ສາ​ມັນ “ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ດຽວ​ກັນ​ນັ້ນ ຊຶ່ງ​ໄດ້​ຖືກ​ມອບ​ໃຫ້​ຜູ້​ຮັບ​ໃຊ້ [ຂອງ​ພຣະ​ເຈົ້າ].”

ພິມ