​2016
ທິ​ດາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ເຮົາ
ເມສາ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ເມສາ 2016

ທິ​ດາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ເຮົາ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”​ ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ​ຜ່ານ​ການ​ຢ້ຽມ​ສອນ​ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ຮູບ​ພາບ
ກາ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ສັດທາ, ຄອບຄົວ, ສົງເຄາະ

ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ “ເຮົາ​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ” (ກິດ​ຈະ​ການ 17:29). ພຣະ​ເຈົ້າ​ໄດ້​ກ່າວ​ເຖິງ ເອມມາ ສະມິດ, ພັນ​ລະ​ຍາ​ຂອງ​ສາດ​ສະ​ດາ ໂຈເຊັບ ສະມິດ, ວ່າ​ເປັນ ທິ​ດາ​ຂອງ​ພຣະ​ອົງ (ເບິ່ງD&C 25:1). ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ສອນ​ເຮົາ​ວ່າ ເຮົາ​ແຕ່​ລະ​ຄົນ “ເປັນ​ທິ​ດາ​ທາງ​ວິນ​ຍານ ທີ່​ຮັກ​ຫອມ … ຂອງ​ພຣະ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ.”1

ໃນ​ໂລກ [ກ່ອນ​ມະ​ຕະ], ເຮົາ​ໄດ້​ຮຽນ​ຮູ້​ເຖິງ​ເອ​ກະ​ລັກ ນິ​ລັນ​ດອນ​ຂອງ​ການ​ເປັນ​ຜູ້​ຍິງ,” ແຄໂຣ ເອັມ ສະຕີບເວັນສ໌, ທີ່​ປຶກ​ສາ​ທີ​ໜຶ່ງໃນ​ຝ່າຍ​ປະທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ໄດ້​ກ່າວ.

“ການ​ເດີນ​ທາງ​ຂອງ​ເຮົາ​ມາ​ສູ່​ໂລກ​ມະ​ຕະ ບໍ່​ໄດ້​ປ່ຽນ​ແປງ​ຄວາມ​ຈິງ​ດັ່ງ​ກ່າວ.”2

“ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ທ່ານ ຮູ້​ຈັກ​ຊື່​ຂອງ​ທ່ານ ແລະ ຮູ້​ຈັກ​ສະ​ພາບ​ການ​ຂອງ​ທ່ານ,” ແອວເດີ ແຈັບຟະຣີ ອາ ຮໍແລນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ. “ພຣະ​ອົງ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ພຣະ​ອົງ​ຮູ້​ຈັກ​ຄວາມ​ຫວັງ ແລະ ຄວາມ​ຝັນ​ຂອງ​ທ່ານ, ຮ່ວມ​ທັງ ຄວາມ​ຢ້ານ​ກົວ ແລະ ຄວາມ​ຜິດ​ຫວັງ​ຂອງ​ທ່ານ.”3

“ເຮົາ​ແຕ່​ລະ​ຄົນ​ເປັນ​ສະ​ມາ​ຊິກ ແລະ ມີ​ຄວາມ​ສຳ​ຄັນ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ” ຊິດ​ສະ​ເຕີ ສະຕີບເວັນສ໌ ໄດ້​ກ່າວ. “ຄອບ​ຄົວ​ຢູ່​ໃນ​ໂລກ ແມ່ນ​ແຕກ​ຕ່າງ​ກັນ. ໃນ​ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ ທີ່​ເຮົາ​ຈະ​ສາ​ມາດ​ເຮັດ​ໄດ້ ເພື່ອ​ສ້າງ​ປະ​ເພ​ນີ​ຂອງ​ຄອບ​ຄົວ​ທີ່​ເຂັ້ມ​ແຂງ, ການ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ສະ​ຖາ​ນະ​ພາບ​ໃດໆ—ສະ​ຖາ​ນະ​ການ​ແຕ່ງ​ງານ, ສະ​ຖາ​ນະ​ການ​ເປັນ​ພໍ່​ແມ່, ສະ​ຖາ​ນະ​ເລື່ອງ​ການ​ເງິນ, ສະ​ຖາ​ນະ​ເລື່ອງ​ສັງ​ຄົມ, ຫລື ແມ່ນ​ແຕ່​ສະ​ຖາ​ນະ​ທີ່​ເຮົາ​ບອກ​ຢູ່​ໃນ​ສື່​ສານ​ມວນ​ຊົນ.”4

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ເຢເຣມີຢາ 1:5; ໂຣມ 8:16; Doctrine and Covenants 76:23–24

ຈາກ​ປະ​ຫວັດ​ສາດ​ຂອງ​ເຮົາ

ໃນ​ເລື່ອງ​ລາວ​ຂອງ​ເພິ່ນ ກ່ຽວ​ກັບ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ,5 ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຫລາຍ​ຢ່າງ—ຮ່ວມ​ທັງ ການ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຮູ້​ຈັກ​ຊື່​ຂອງ​ເຮົາ.

ຊາຍ​ໜຸ່ມ​ໂຈ​ເຊັບ​ໄດ້​ດີ້ນ​ລົນ ເພື່ອ​ຢາກ​ຮູ້​ວ່າ ເພິ່ນ​ຄວນ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ ແລະ ກໍ​ໄດ້​ຮັບ​ການ​ຊີ້​ນຳ ໃນ ຢາໂກໂບ 1:5. ໂຈເຊັບ​ໄດ້​ຕັດ​ສິນ​ໃຈ​ວ່າ ເພິ່ນ​ຈະ​ທູນ​ຖາມ​ພຣະ​ເຈົ້າ.

ໃນ​ເຊົ້າ​ຂອງ​ລະ​ດູ​ໃບ​ໄມ້​ປົ່ງ ​ໃນ​ປີ 1820, ​ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ປ່າ ເພື່ອ​ອະ​ທິ​ຖານ ແຕ່​ໃນ​ທັນ​ໃດ​ນັ້ນ ເພິ່ນ​ໄດ້​ຖືກ​ຄອບ​ງຳ​ໂດຍ​ອຳ​ນາດ​ມືດ. ເພິ່ນ​ໄດ້​ຂຽນ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ເປັນ​ເລົາ​ລົງ​ມາ, ແຈ້ງ​ກວ່າ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ, ຊຶ່ງ​ຄ່ອຍໆ​ເລື່ອນ​ລົງ​ມາ​ຈົນ​ເຖິງ​ຕົວ​ຂອງ​ຂ້າ​ພະ​ເຈົ້າ.

“ໃນ​ທັນ​ທີ​ທີ່​ແສງ​ສະ​ຫວ່າງ​ນີ້​ປາ​ກົດ​ຂຶ້ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕົວ​ວ່າ ໄດ້​ລຸດ​ພົ້ນ​ຈາກ​ສັດ​ຕູ​ທີ່​ຍຶດ​ຂ້າ​ພະ​ເຈົ້າ​ໄວ້. ເມື່ອ​ແສງ​ນັ້ນ​ລົງ​ມາ​ເຖິງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະ​ອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ,​ ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ້​ພຣະ​ຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ແລະ ກ່າວ​ວ່າ—ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!” (Joseph Smith—History 1:16–17).

ແຫລ່ງ​ອ້າງ​ອີງ

  1. “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, Nov. 2010, 129.

  2. Carole M. Stephens, “The Family Is of God,” Liahona, May 2015, 11.

  3. Jeffrey R. Holland, “To Young Women,” Liahona, Nov. 2005, 28.

  4. Carole M. Stephens, “The Family Is of God,” 11.

  5. ເບິ່ງ Gospel Topics, “First Vision Accounts,” topics.lds.org.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ການ​ທີ່​ຮູ້​ຈັກ​ວ່າ ທ່ານ​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ ມີ​ຜົນ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ແນວ​ໃດ?

ພິມ