​2017
ຮອຍ​ຍິ້ມ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້
ມັງກອນ 2017


ຊາວ​ໜຸ່ມ

ຮອຍ​ຍິ້ມ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້

ປະທານ​ອຸກດອບ ບອກ​ເຖິງ​ຈຸດ​ເປົ້າ​ໝາຍ​ສອງ​ຢ່າງ ທີ່​ເຮົາ​ຄວນ​ມີ​ສຳ​ລັບ​ການ​ກະ​ທຳ​ຂອງ​ເຮົາ: ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ. ແຕ່​ບາງ​ເທື່ອ​ມັນ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ຮັກ​ຄົນ​ອື່ນ. ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ເຈົ້າ, ອາດ​ມີ​ບາງ​ເວ​ລາ​ທີ່​ເຈົ້າ​ຈະ​ພົບ​ເຫັນ​ວ່າ ມັນ​ເປັນ​ສິ່ງ​ຍາກ​ທີ່​ຈະ​ພົບ​ປະ​ກັບ​ຄົນ​ອື່ນ—ບາງ​ທີ ມີ​ບາງ​ຄົນ​ທີ່​ໄດ້​ເຮັດ​ໃຫ້​ເຈົ້າ​ເຈັບ​ປວດ ຫລື ເຈົ້າ​ມີ​ຄວາມ​ຫຍຸ້ງ​ຍາກ​ເລື່ອງ​ການ​ເວົ້າ​ລົມ ຫລື ເຂົ້າ​ກັບ​ບາງ​ຄົນ​ໄດ້. ໃນ​ຊ່ວງ​ເວ​ລາ​ດັ່ງ​ກ່າວ, ໃຫ້​ເຈົ້າ​ພະ​ຍາ​ຍາມ​ລະ​ນຶກ​ເຖິງ​ຄວາມ​ຮັກ​ທີ່​ເຈົ້າ​ເຄີຍ​ຮູ້​ສຶກ​ຈາກ​ໝູ່​ເພື່ອນ, ຄອບ​ຄົວ, ພຣະ​ບິ​ດາ​ເທິງ​ສະ​ຫວັນ, ແລະ ພຣະ​ເຢ​ຊູ​ຄຣິດ. ໃຫ້​ຈື່​ຈຳ​ຄວາມ​ສຸກ​ທີ່​ເຈົ້າ​ເຄີຍ​ຮູ້​ສຶກ ໃນ​ສະ​ພາບ​ການ​ເຫລົ່າ​ນັ້ນ ແລະ ພະ​ຍາ​ຍາມ​ວາດ​ພາບ​ເຫັນ​ທຸກ​ຄົນ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ໂອ​ກາດ​ທີ່​ຈະ​ຮູ້​ສຶກ​ກັບ​ຄວາມ​ຮັກ​ເຊັ່ນ​ນັ້ນ ເຂົາ​ເຈົ້າ​ຈະ​ເປັນ​ຈັ່ງ​ໃດ. ໃຫ້​ຈື່​ຈຳ​​ໄວ້ວ່າ ທຸກ​ຄົນ​ເປັນ​ທິ​ດາ ຫລື ບຸດ​ຂອງ​ພຣະ​ເຈົ້າ ແລະ ກໍ​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພຣະ​ອົງ ແລະ ຈາກ​ເຈົ້າ​ດ້ວຍ.

ໃຫ້​ຄິດ​ເຖິງ​ບຸກ​ຄົນ​ໃດ​ບຸກ​ຄົນ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ເຈົ້າ ຜູ້​ທີ່​ເຈົ້າ​ບໍ່​ກິນ​ນິ​ໄສ. ໃຫ້​ອະ​ທິ​ຖານ​ເພື່ອ​ເຂົາ ແລະ ທູນ​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເປີດ​ໃຈ​ເຈົ້າ​ໃຫ້​ກັບ​ບຸກ​ຄົນ​ນັ້ນ. ບໍ່​ດົນ​ເຈົ້າ​ຈະ​ເລີ່ມ​ຕົ້ນ​ເຫັນ​ເຂົາ​ຢ່າງ​ທີ່​ພຣະ​ອົງ​ເຫັນ​ເຂົາ: ເປັນ​ລູກ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ ທີ່​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ.

ຫລັງ​ຈາກ​ເຈົ້າ​ໄດ້​ອະ​ທິ​ຖານ​ແລ້ວ, ໃຫ້​ເຈົ້າ​ເຮັດ​ບາງ​ສິ່ງ​ທີ່​ດີ​ກັບ​ເຂົາ! ອາດ​ເປັນ​ການ​ເຊື້ອ​ເຊີນ​ເຂົາ​ໃຫ້​ໄປ​ຮ່ວມ​ກິດ​ຈະ​ກຳ​ຂອງ​ຊາວ​ໜຸ່ມ ຫລື ອອກ​ໄປ​ທ່ຽວ​ຫລິ້ນ​ກັບ​ໝູ່​ເພື່ອນ​ນຳ​ກັນ. ສະ​ເໜີ​ຊ່ວຍ​ເຮັດ​ການ​ບ້ານ​ກັບ​ເຂົາ. ແມ່ນ​ແຕ່​ພຽງ​ການ​ເວົ້າ​ຖາມ “ສະ​ບາຍ​ດີ” ແລະ ຍິ້ມ​ໃຫ້​ເຂົາ. ສິ່ງ​ເລັກ​ນ້ອຍ​ດັ່ງ​ກ່າວ ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ອັນ​ໃຫຍ່​ຫລວງ​ໄດ້ … ໃນ​ຊີ​ວິດ​ຂອງ​ທັງ​ສອງ​ຝ່າຍ!

ພິມ