​2017
ການ​ແນ​ໃສ່​ຈຸດໃຈ​ກາງ
ມັງກອນ 2017


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ມັງກອນ 2017

ການ​ແນ​ໃສ່ ຈຸດໃຈ​ກາງ

ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ຜູ້​ຄົນ​ກຸ່ມ​ໜຶ່ງ ເຝິກ​ຊ້ອມ​ການ​ຍິງ​ທະ​ນູ. ພຽງ​ແຕ່​ຂ້າ​ພະ​ເຈົ້າ​ຫລຽວ​ເບິ່ງ, ກໍ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ​ກ່ອນ​ຈະ​ເກັ່ງ​ດ້ານ​ການ​ຍິງ​ທະ​ນູ, ຕ້ອງ​ໃຊ້​ເວ​ລາ ແລະ ຕ້ອງ​ເຝິກ​ຝົນ.

ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ທ່ານ​ສາ​ມາດ​ພັດ​ທະ​ນາ​ຊື່​ສຽງ​ດ້ານ​ການ​ເປັນ​ນັກ​ຍິງ​ທະ​ນູ​ທີ່​ເກັ່ງ​ກ້າ​ໄດ້ ໂດຍ​ການ​ຍິງ​ລູກ​ສອນ​ໄປ​ໃສ່​ຝາ​ຜະ​ໜັງ​ເປົ່າ​ເທົ່າ​ນັ້ນ ແລະ ແລ້ວ​ໄປ​ຂີດ​ວົງ​ກົມ​ອ້ອມ​ໃສ່​ລູກ​ສອນ. ທ່ານ​ຕ້ອງ​ຮຽນ​ຮູ້​ວິ​ທີ​ຊອກ​ຫາ​ເປົ້າ ແລະ ຍິງ​ໄປ​ຖືກ​ຈຸດ​ໃຈ​ກາງ.

ການ​ແຕ້ມ​ຮູບ​ເປົ້າ

ການ​ຍິງ​ລູກ​ສອນ​ກ່ອນ ແລະ ໄປ​ຂີດ​ວົງ​ກົມ​ອ້ອມ​ຮອບ​ລູກ​ສອນ ອາດ​ເບິ່ງ​ຄື​ວ່າ ເປັນ​ເລື່ອງ​ຕະ​ຫລົກ, ແຕ່​ບາງ​ເທື່ອ ຕົວ​ເຮົາ​ເອງ​ກໍ​ປະ​ພຶດ​ຕົນ​ແບບ​ດຽວ​ກັນ​ນັ້ນ ໃນ​ບາງ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ.

ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ມັກ​ໂນ້ມ​ອ່ຽງ ທີ່​ຈະ​ຕິດ​ແທດ​ຢູ່​ກັບ​ໂຄງ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ, ຫົວ​ຂໍ້, ແລະ ແມ່ນ​ແຕ່​ຄຳ​ສອນ ທີ່​ເບິ່ງ​ຄື​ວ່າ ເປັນ​ໜ້າ​ສົນ​ໃຈ, ສຳ​ຄັນ, ຫລື ມ່ວນ​ຊື່ນ​ສຳ​ລັບ​ເຮົາ. ເຮົາ​ມັກ​ພະ​ຍາ​ຍາມ​ຂີດ​ເສັ້ນ​ອ້ອມ​ສິ່ງ​ດັ່ງ​ກ່າວ, ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ ເຮົາ​ແນ​ໄປ​ໃສ່​ຈຸດ​ໃຈ​ກາງ​ຂອງ​ພຣະ​ກິດ​ຕິ​ຄຸນ.

ນັ້ນ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ.

ຕະ​ຫລອດ​ຊົ່ວ​ທຸກ​ຍຸກ​ທຸກ​ສະ​ໄໝ ເຮົາ​ໄດ້​ຮັບ​ຄຳ​ແນະ​ນຳ​ທີ່​ດີ​ເລີດ ແລະ ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ເຮົາ​ຍັງ​ໄດ້​ຮັບ​ການ​ຊີ້​ນຳ ແລະ ໄດ້​ຮັບ​ຄວາມ​ແຈ່ມ​ແຈ້ງ ຈາກ​ປຶ້ມ​, ຄູ່​ມື, ແລະ ຫລັກ​ສຸດ​ຕ່າງໆ ຂອງ​ສາດ​ສະ​ໜາ​ຈັກ. ເຮົາ​ສາ​ມາດ​ເລືອກ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ​ທີ່​ເຮົາ​ມັກ​ໄດ້​ຢ່າງ​ງ່າຍ​ດາຍ, ​ແຕ້ມ​ຮູບ​ວົງ​ມົນ​ໃສ່​ອ້ອມ​ມັນ, ແລະ ແຈ້ງ​ບອກ​ວ່າ ເຮົາ​ໄດ້​ພົບ​ເຫັນ​ຈຸດ​ໃຈ​ກາງ​ຂອງ​ພຣະ​ກິດ​ຕິ​ຄຸນ​ແລ້ວ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ຄວາມ​ແຈ່ມ​ແຈ້ງ

ນີ້​ບໍ່​ແມ່ນ​ບັນ​ຫາ​ສະ​ເພາະ​ສະ​ໄໝ​ຂອງ​ເຮົາ​ເທົ່າ​ນັ້ນ. ໃນ​ສະ​ໄໝ​ບູ​ຮານ, ຜູ້​ນຳ​ຝ່າຍ​ສາດ​ສະ​ໜາ ໄດ້​ໃຊ້​ເວ​ລາ​ຫລາຍ​ສົມ​ຄວນ ໃນ​ການ​ຮຽບ​ຮຽງ, ຈັດ​ອັນ​ດັບ, ແລະ ໂຕ້​ຖຽງ​ກັນ​ວ່າ ໃນ​ພຣະ​ບັນ​ຍັດ​ໜຶ່ງ​ຮ້ອຍ​ຂໍ້ ແມ່ນ​ຂໍ້​ໃດ​ທີ່​ສຳ​ຄັນ​ຫລາຍ​ກວ່າ​ໝູ່​ໝົດ.

ມື້​ໜຶ່ງ ມີ​ນັກ​ປາດ​ອາ​ຈານ​ກຸ່ມ​ໜຶ່ງ ໄດ້​ພະ​ຍາ​ຍາມ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຂົ້າ​ຮ່ວມ​ໃນ​ການ​ໂຕ້​ຖຽງ​ກັນ. ເຂົາ​ເຈົ້າ​ໄດ້​ຂໍ​ໃຫ້​ພຣະ​ອົງ​ລົງ​ຄວາມ​ຄິດ​ຄວາມ​ເຫັນ ກ່ຽວ​ກັບ​ຫົວ​ຂໍ້​ທີ່​ໜ້ອຍ​ຄົນ​ລົງ​ເອີ່ຍ​ກັນ​ໄດ້.

“ອາ​ຈານ​ເອີຍ,” ເຂົາ​ເຈົ້າ​ໄດ້​ຖາມ​ພຣະ​ອົງ, “ໃນ​ພຣະ​ບັນ​ຍັດ ແມ່ນ​ຂໍ້​ໃດ ທີ່​ເປັນ​ຂໍ້​ໃຫຍ່​ສຳ​ຄັນ​ທີ່​ສຸດ?”

ເຮົາ​ທຸກ​ຄົນ​ຮູ້​ວ່າ​ພຣະ​ເຢ​ຊູ​ໄດ້​ຕອບ​ຢ່າງ​ໃດ: “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ ແມ່ນ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ.

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.

“ພຣະ​ບັນ​ຍັດ​ທັງ​ໝົດ ແລະ ບັນ​ດາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ກໍ​ຂຶ້ນ​ກັບ​ພຣະ​ບັນ​ຍັດ​ສອງ​ຂໍ້​ນີ້​ແຫລະ.”1

ຂໍ​ໃຫ້​ພິ​ຈາ​ລະ​ນາ​ປະ​ໂຫຍກ​ສຸດ​ທ້າຍ: “ພຣະ​ບັນ​ຍັດ ທັງ​ໝົດ ​ແລະ ບັນ​ດາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ກໍ​ຂຶ້ນ​ຢູ່​ກັບ​ພຣະ​ບັນ​ຍັດ​ສອງ​ຂໍ້​ນີ້​ແຫລະ.”

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຮົາ​ເຫັນ​ເປົ້າ​ເທົ່າ​ນັ້ນ, ແຕ່​ພຣະ​ອົງ​ຍັງ​ໄດ້​ແຈ້ງ​ບອກ​ໃຫ້​ຮູ້​ວ່າ​ຈຸດ​ໃຈ​ກາງ​ນັ້ນ​ຢູ່​ໃສ​ນຳ​ອີກ.

ການ​ຍິງ​ຖືກ​ເປົ້າ

ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​. ຄວາມ​ແນ່​ນອນ​ໃຈ​ໃນ​ພັນ​ທະ​ສັນ​ຍາ​ນັ້ນ ຄື​ຄວາມ​ເຂົ້າ​ໃຈ​ວ່າ ເຮົາ​ຈະ​ພະ​ຍາ​ຍາມ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ, ຮັກ​ພຣະ​ອົງ, ເພີ່ມ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ, ໃຫ້​ກຽດ​ພຣະ​ອົງ, ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ພຣະ​ອົງ, ແລະ ຢືນ​​ຢູ່ຢ່າງ​ໝັ້ນ​ຄົງ​ເປັນ​ພະ​ຍານ​ຂອງ​ພຣະ​ອົງ.

ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຍິ່ງ​ຈະ​ຮູ້​ວ່າ ການ​ເສຍ​ສະ​ລະ​ອັນ​ເປັນ​ນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ຂອງ​ປະ​ທານ​​ອັນ​ສູງ​ສົ່ງ​ຈາກ​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ດົນ​ໃຈ​ເຮົາ​ໃຫ້​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກັບ​ໃຈ​ທີ່​ແທ້​ຈິງ, ຊຶ່ງ​ຈະ​ນຳ​ການ​ມະ​ຫັດ​ສະ​ຈັນ​ແຫ່ງ​ການ​ໃຫ້​ອະ​ໄພ​ມາ​ໃຫ້​ເຮົາ. ຂັ້ນ​ຕອນ​ດັ່ງ​ກ່າວ ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຮັກ ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຫລາຍ​ກວ່າ​ເກົ່າ ຕໍ່​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ. ເຮົາ​ຈະ​ຮຽນ​ຮູ້​ທີ່​ຈະ​ຫລຽວ​ເຫັນ​ຜ່ານ​ຂ້າມ​​ຊື່​ສຽງ. ເຮົາ​ຈະ​ຕ້ານ​ທານ​ກັບ​ການ​ລໍ້​ລວງ ​ໃນ​ການ​ກ່າວ​ຫາ ຫລື ຕັດ​ສິນ​ຄົນ​ອື່ນ ເພາະ​ການ​ບາບ, ​ຈຸດ​ອ່ອນ, ຄວາມ​ບົກ​ພ່ອງ, ຄວາມ​ເອ່ນ​ອຽງ​ເລື່ອງ​ການ​ເມືອງ, ຄວາມ​ເຊື່ອ​​ຖືເລື່ອງ​ສາດ​ສະ​ໜາ, ສັນ​ຊາດ, ຫລື ຜິວ​ພັນ​ຂອງ​ເຂົາ​ເຈົ້າ.

ເຮົາ​ຈະ​ເຫັນທຸກ​ຄົນ​ທີ່​ເຮົາ​ພົບ​ເຫັນ ວ່າ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ—ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ.

ເຮົາ​ຈະ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ໃນ​ຄວາມ​ເຂົ້າ​ໃຈ ແລະ ໃນ​ຄວາມ​ຮັກ—ແມ່ນ​ແຕ່​ຄົນ​ທີ່​ເຮົາ​ອາດ​ຮັກ​ໄດ້​ຍາກ. ເຮົາ​ຈະ​ໂສກ​ເສົ້າ​ກັບ​ຄົນ​ທີ່​ໂສກ​ເສົ້າ ແລະ ປອບ​ໂຍນ​ຄົນ​ທີ່​ຕ້ອງ​ການ ການ​ປອບ​ໂຍນ.2

ແລະ ເຮົາ​ຈະ​ຮັບ​ຮູ້​ວ່າ ບໍ່​ຈຳ​ເປັນ​ສຳ​ລັບ​ເຮົາ​ທີ່​ຈະ​ກັງ​ວົນ​ກ່ຽວ​ກັບ​ຈຸດ​ເປົ້າ​ໝາຍ​ທີ່​ຖືກ​ຕ້ອງ​ຂອງ​ພຣະ​ກິດ​ຕິ​ຄຸນ.

ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ສອງ​ຂໍ້ ຄື​ເປົ້າ. ພຣະ​ບັນ​ຍັດ​ທັງ​ໝົດ ແລະ ບັນ​ດາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ກໍ​ຂຶ້ນ​ກັບ​ພຣະ​ບັນ​ຍັດ​ສອງ​ຂໍ້​ນີ້​ແຫລະ.3 ເມື່ອ​ເຮົາ​ຮັບ​ຮູ້​ພຣະ​ບັນ​ຍັດ​ຂໍ້​ນີ້, ແລ້ວ​ສິ່ງ​ອື່ນໆ​ທີ່​ດີ ຈະ​ເຂົ້າ​ທີ່​ເຂົ້າ​ທາງ​ຂອງ​ມັນ.

ຖ້າ​ຫາກ​ຄວາມ​ຕັ້ງ​ໃຈ, ຄວາມ​ຄິດ, ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ຈົດ​ຈໍ່​ຢູ່​ທີ່​ການ​ເພີ່ມ​ຄວາມ​ຮັກ​ຂອງ​ເຮົາ ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ແລະ ມີ​ໃຈ​ເພື່ອ​ແຜ່​ຕໍ່​ຄົນ​ອື່ນ, ແລ້ວ​ເຮົາ​ຈະ​ສາ​ມາດ​ຮູ້​ວ່າ ເຮົາ​ໄດ້​ພົບ​ເຫັນ​ເປົ້າ​​ທີ່​ຖືກ​ຕ້ອງ​ແລ້ວ ແລະ ກຳ​ລັງ​ແນ​ໃສ່​ຈຸດ​ໃຈ​ກາງ—ຄື​ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ກ່ອນ​ທີ່​ຈະ​ແບ່ງ​ປັນ​ຂ່າວ​ສານ​ນີ້, ທ່ານ​ສາ​ມາດ​ຮ້ອງ​ເພງ “Our Savior’s Love” (Hymns, no. 113). ແລ້ວ​ໃຫ້​ຊຸກ​ຍູ້​ຄົນ​ທີ່​ທ່ານ​ຢ້ຽມ​ຢາມ ໃຫ້​ໄຕ່​ຕອງ​ເຖິງ “ເປົ້າ” ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ທ່ານ​ສາ​ມາດ​ສົນ​ທະ​ນາ​ເຖິງ​ວິ​ທີ​ທີ່​ຈະ​ໃຫ້​ແນ່​ໃຈ​ວ່າ ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ສອງ​ຂໍ້—​ຄື​ທີ່​ຈະ “ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ” ແລະ ທີ່​ຈະ “ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ເບິ່ງ ມັດ​ທາຍ 22:37, 39)—​ຈະນຳ​ພາ​ການ​ກະ​ທຳ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ​ຕະ​ຫລອດ​ໄປ. ທ່ານ​ກໍ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ຕື່ມ​ອີກ ຊຶ່ງ​ໃນ​ນັ້ນ ທ່ານ​ໄດ້​ຈົດ​ຈໍ່​ຢູ່​ທີ່​ພຣະ​ຄຣິດ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເຖິງ​ວິ​ທີ​ທີ່​ສິ່ງ​ດັ່ງ​ກ່າວ​ໄດ້​ເປັນ​ພອນ​ໃຫ້​ແກ່​ທ່ານ​ແນວ​ໃດ.

ພິມ