​2017
ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ
ມັງກອນ 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ມັງກອນ 2017

ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ.

ສັດທາ, ຄອບຄົວ, ສົງເຄາະ

ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແມ່ນ​ທີ່​ຈະ “​ຕຽມສະ​ຕີ​ສຳ​ລັບ​ພອນ​ຂອງ​ຊີ​ວິດ​ນິ​ລັນ​ດອນ,” ລິນດາ ເຄ ເບີຕັນ, ປະທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ໄດ້​ກ່າວ.1 ມັນ​ແມ່ນ​ຜ່ານ​ທາງ​ສັດ​ທາ, ຄອບ​ຄົວ, ແລະ ສົງ​ເຄາະ ທີ່​ເຮົາ​ມີ​ສ່ວນ​ຮ່ວມ ໃນ “ພາກ​ສ່ວນ​ທີ່​ສຳ​ຄັນ ໃນ​ວຽກ​ງານ​ຂອງ​ເຮົາ.”2

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ “ເປັນ​ວຽກ​ງານ​ທາງ​ໂລກ ແລະ ທາງ​ວິນ​ຍານ,” ແຄ​ໂຣ ເອັມ ສະ​ຕີບ​ເວັນສ໌, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ໄດ້​ກ່າວ. “ນັ້ນ​ຄື​ສິ່ງ​ທີ່​ສະ​ຕີ​ໄດ້​ເຮັດ ໃນ​ວັນ​ເວ​ລາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ນັ້ນ​ຄື​ສິ່ງ​ທີ່​ເຮົາ​ເຮັດ​ສືບ​ຕໍ່.”3

ເມື່ອ​ເຮົາ​ເບິ່ງ​ຜູ້​ຍິງ​ໄທ​ຊາ​ມາ​ເຣຍ​ຢູ່​ທີ່​ນ້ຳ​ສ້າງ, ຜູ້​ໄດ້​ປະ​ໄຫ​ນ້ຳ​ຂອງ​ນາງ ແລະ ໄດ້​ແລ່ນ​ໄປ​ບອກ​ຄົນ​ອື່ນໆ ວ່າ​ພຣະ​ເຢ​ຊູ​ເປັນ​ສາດ​ສະ​ດາ (ເບິ່ງ ໂຢ​ຮັນ 4:6–42), ຫລື ເມື່ອ​ເຮົາ​ເບິ່ງ ນາງ​ຟອຍ​ເບ, ຜູ້​ໄດ້​ຮັບ​ໃຊ້​ຄົນ​ອື່ນ​ດ້ວຍ​ຄວາມ​ຊື່ນ​ຊົມ​ຕະ​ຫລອດ​ຊີ​ວິດ​ຂອງ​ນາງ (ເບິ່ງ ໂຣມ 16:1–2), ​ແລ້ວ​ເຮົາ​ຈະ​ເຫັນ​ຕົວ​ຢ່າງ​ຂອງ​ສະ​ຕີ​ໃນ​ວັນ​ເວ​ລາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຜູ້​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ເຂັ້ມ​ແຂງ ໃນ​ການ​ມາ​ຫາ​ພຣະ​ຄຣິດ. ແມ່ນ​ພຣະ​ອົງ​​ທີ່​ເປັນຜູ້​ເປີດ​ທາງ​ຂອງ​ເຮົາ ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ (ເບິ່ງ ໂຢ​ຮັນ 3:16).

ເມື່ອ​ເຮົາ​ເບິ່ງ​ເອື້ອຍ​ນ້ອງ​ຜູ້​ບຸກ​ເບີກ​ຂອງ​ເຮົາ ໃນ​ເມືອງ​ນາ​ວູ, ລັດ​ອິ​ລິ​ນອຍ, ຜູ້​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ບ້ານ​ຂອງ​ນາງ​ແຊຣາ ຄິມໂບ ໃນ​ປີ 1842 ເພື່ອ​ຈັດ​ຕັ້ງ​ອົງ​ການ​ຂອງ​ເຂົາ​ເຈົ້າ​ເອງ​ຂຶ້ນ, ເຮົາ​ເຫັນ​ແຜນ​ຂອງ​ພຣະ​ເຈົ້າ ສຳ​ລັບ​ການ​ນຳ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໃຫ້​ມາ​ຕັ້ງ​ຢູ່ ແລະ ໃຫ້​ສອດ​ຄ່ອງ​ກັບ​ຖາ​ນະ​ປະ​ໂລ​ຫິດ. ຫລັງ​ຈາກ​ອີ​ລາຍ​ຊາ ອາ ສະໂນ ໄດ້​ຂຽນ​ກົດ​ຂຶ້ນ, ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ທົບ​ທວນ​ເບິ່ງ. ເພິ່ນ​ໄດ້​ຮັບ​ຮູ້​ວ່າ ສາດ​ສະ​ໜາ​ຈັກ​ບໍ່​ໄດ້​ຖືກ​ຈັດ​ຕັ້ງ​​ຂຶ້ນ​ຢ່າງ​ສົມ​ບູນ ຈົນ​ກວ່າ ກຸ່ມ​ສະ​ຕີ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ. ເພິ່ນ​ໄດ້​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ເອົາ​ການ​ຖວາຍ​ຂອງ​ເຂົາ​ເຈົ້າ ແຕ່​ມີ​ສິ່ງ​ອື່ນ​ອີກ​ທີ່​ດີກວ່ານັ້ນ. “ຈະ​ຈັດ​ຕັ້ງ​ກຸ່ມ​ສະ​ຕີ​ພາຍ​ໃຕ້​ຖາ​ນະ​ປະ​ໂລ​ຫິດ ຕາມ​ແບບ​ແຜນ​ຂອງ​ຖາ​ນະ​ປະ​ໂລ​ຫິດ,” ເພິ່ນ​ໄດ້​ກ່າວ.4

“ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ບໍ່​ພຽງ​ແຕ່​ເປັນ​ກຸ່ມ​ສະ​ຕີ​ກຸ່ມ​ໜຶ່ງ​ອີກ​ເທົ່າ​ນັ້ນ ທີ່​ພະ​ຍາ​ຍາມ​ເຮັດ​ຄວາມ​ດີ​ຢູ່​ໃນ​ໂລກ. ມັນ​ແຕກ​ຕ່າງ. ມັນ​ເປັນ ‘ບາງ​ສິ່ງ​ທີ່​ດີ​ກວ່າ’ ເພາະ​ວ່າ ມັນ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ການ​ຈັດ​ຕັ້ງ​ຂອງ​ມັນ​ເປັນ​ຂັ້ນ​ຕອນ​ທີ່​ຈຳ​ເປັນ ໃນ​ການ​ເປີດ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໂລກ.”5

ຂໍ້​ພຣະ​ຄຳ​ພີ ແລະ ຂໍ້​ມູນ​ເພີ່ມ​ເຕີມ

Doctrine and Covenants 25:2–3, 10; 88:73; reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. Linda K. Burton, in Sarah Jane Weaver, “Relief Society Celebrates Birthday and More March 17,” Church News, Mar. 13, 2015, news.lds.org.

  2. Linda K. Burton, in Weaver, “Relief Society Celebrates Birthday.”

  3. Carole M. Stephens, in Weaver, “Relief Society Celebrates Birthday.”

  4. Joseph Smith, in Daughters in My Kingdom: The History and Work of Relief Society (2011), 11–12.

  5. Daughters in My Kingdom, 16.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຊ່ວຍ​ສະ​ຕີ​ໃຫ້​ບັນ​ລຸ​ບົດ​ບາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ເຂົາ​ເຈົ້າ ແລະ ນຳ​ພາ​ເຂົາ​ເຈົ້າ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ ໄດ້​ແນວ​ໃດ?

ພິມ