​2017
ຈຸດ​ໃຈ​ກາງ!
ມັງກອນ 2017


ເດັກ​ນ້ອຍ

ຈຸດ​ໃຈ​ກາງ!

ປະທານ​ອຸກດອບ​ກ່າວ​ເຖິງ​ພຣະ​ກິດ​ຕິ​ຄຸນ​ວ່າ ເປັນ​ຄື​ກັນ​ກັບ​ການ​ເຝິກ​ຍິງ​ເປົ້າ. ເຮົາ​ຕ້ອງ​ແນ​ໄປ​ໃສ່​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ. ພຣະ​ບັນ​ຍັດ​ຂໍ້​ທີ່​ສຳ​ຄັນ​ທີ່​ສຸດ ຄື​ການ​ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຮັກ​ຄົນ​ອື່ນ. ຖ້າ​ຫາກ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສອງ​ຢ່າງ​ນີ້, ແລ້ວ​ເຮົາ​ຈະ​ສາ​ມາດ​ຍິງ​ຖືກ​ຈຸດ​ໃຈ​ກາງ​ໄດ້​ທຸກ​ເທື່ອ!

ໃຫ້​ແຕ້ມ​ຮູບ​ເປົ້າ​ໃສ່​ໃນ​ເຈ້ຍ​ແຜ່ນ​ໜຶ່ງ: ໃຫ້​ພໍ່ ຫລື ແມ່​ອ່ານ​ລາຍ​ການ​ດັ່ງ​ຕໍ່​ໄປ​ນີ້​ໃຫ້​ເຈົ້າ​ຟັງ. ຖ້າ​ຫາກ​ມີ​​ສິ່ງ​ໃດ​ໃນ​ລາຍ​ການ ທີ່​ຊ່ວຍ​ເຈົ້າ​ໃຫ້​ສະ​ແດງ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ຄົນ​ອື່ນ, ແລ້ວ​ໃຫ້​ຂຽນ ຫລື ແຕ້ມ​ຮູບ​ໃສ່​ໃນ​ໃຈ​ກາງ​ຂອງ​ເປົ້າ.

ປັນ​ເຄື່ອງ​ຫລິ້ນ​ຂອງ​ເຈົ້າ​ໃຫ້​ໝູ່​ຫລິ້ນ​ນຳ.

ລັກ​ເຂົ້າ​ໜົມ

ໄປ​ໂບດ

ເອີ້ນ​ຄົນ​ອື່ນ​ຢ່າງ​ຫຍາບ​ຄາຍ

ກ່າວ​ຄຳ​ອະ​ທິ​ຖານ

ໂອບ​ກອດ​ບາງ​ຄົນ

ຜິດ​ຖຽງ​ກັບ​ເອື້ອຍ​ອ້າຍ​ນ້ອງ​ຂອງ​ເຈົ້າ

ພິມ