ຊາວໜຸ່ມ
ຜູ້ສອນສາດສະໜາທີ່ປາດສະຈາກນາມບັດ
ຢູ່ໂຮງຮຽນ ຂ້ານ້ອຍມີນາຍຄູຄົນໜຶ່ງ ທີ່ມີທ່າທີເຮັດໃຫ້ຄົນອື່ນຢ້ານກົວ ທີ່ຈະແບ່ງປັນຄວາມຄິດເຫັນທີ່ຂັດກັບຫົວຂໍ້ໃດໜຶ່ງ. ມື້ໜຶ່ງ ພວກເຮົາໄດ້ຍົກເອົາຫົວຂໍ້ເລື່ອງຜູ້ສອນສາດສະໜາຂອງໄພ່ພົນຍຸກສຸດທ້າຍ ຂຶ້ນມາກ່າວ. ຂ້ານ້ອຍຮູ້ວ່າ ຂ້ານ້ອຍສາມາດຕອບຄຳຖາມຂອງເພິ່ນໄດ້, ແຕ່ຂ້ານ້ອຍຮູ້ສຶກວ່າ ຂ້ານ້ອຍບໍ່ຄວນເຮັດ. ສະນັ້ນ ຂ້ານ້ອຍຈຶ່ງເວົ້າເລັກນ້ອຍ ພຽງແຕ່ໃຫ້ເພິ່ນພໍໃຈ ໃນເວລານັ້ນ.
ໃນໄລຍະສອງສາມອາທິດຫລັງຈາກນັ້ນ, ຂ້ານ້ອຍບໍ່ສາມາດຢຸດຄິດກ່ຽວກັບການສົນທະນາຂອງພວກເຮົາ. ໃນທີ່ສຸດ, ຄວາມຄິດໄດ້ເຂົ້າມາສູ່ຈິດໃຈຂອງຂ້ານ້ອຍ ວ່າຂ້ານ້ອຍຄວນມອບພຣະຄຳພີມໍມອນໃຫ້ເພິ່ນ ພ້ອມກັບໝາຍບາງສຳນວນໃນນັ້ນດ້ວຍສໍສີ ທີ່ກ່ຽວກັບວຽກງານເຜີຍແຜ່. ຄວາມຄິດດັ່ງກ່າວເຮັດໃຫ້ຂ້ານ້ອຍຢ້ານ, ແຕ່ມັນບໍ່ຍອມໜີໄປຈາກຂ້ານ້ອຍ. ຂ້ານ້ອຍຮູ້ວ່າ ມັນເປັນການກະຕຸ້ນ ທີ່ຂ້ານ້ອຍຕ້ອງເຮັດຕາມ.
ປະມານສອງເດືອນຈາກນັ້ນ, ຂ້ານ້ອຍໄດ້ຕຽມພຣະຄຳພີມໍມອນໄວ້ຮຽບຮ້ອຍ. ໝົດມື້ ຂ້ານ້ອຍຮູ້ສຶກວ່າ ພຣະຄຳພີທີ່ຢູ່ໃນຖົງເປ້ຂອງຂ້ານ້ອຍ ໄດ້ໜັກຂຶ້ນເລື້ອຍໆ. ພາຍໃນສາມວິນາທີ ທີ່ຂ້ານ້ອຍໄດ້ຍື່ນພຣະຄຳພີໃຫ້ເພິ່ນ ກ່ອນຂ້ານ້ອຍພັກໂຮງຮຽນໃນຊ່ວງລະດູໜາວ ເປັນເວລາທີ່ໜ້າຢ້ານກົວທີ່ສຸດ ໃນຊີວິດຂອງຂ້ານ້ອຍ.
ໃນມື້ທຳອິດທີ່ກັບຄືນໄປໂຮງຮຽນ, ຂ້ານ້ອຍໄດ້ຍ່າງຜ່ານຫ້ອງຮຽນຂອງເພິ່ນ ແຕ່ບໍ່ກ້າເຂົ້າໄປໃນຫ້ອງ. ແລ້ວຂ້ານ້ອຍໄດ້ຍິນເພິ່ນເອີ້ນໃຫ້ຂ້ານ້ອຍເຂົ້າໄປຫາ, ແລະ ເພິ່ນໄດ້ມອບບັດໃບໜຶ່ງໃຫ້ຂ້ານ້ອຍ. ຂ້ານ້ອຍໄດ້ອ່ານມັນຢູ່ບ່ອນທາງຍ່າງ. ເພິ່ນໄດ້ຂຽນວ່າ ເພິ່ນໄດ້ສຶກສາ “ຫລາຍສົມຄວນ” ກ່ຽວກັບຂໍ້ຄວາມ ທີ່ຂ້ານ້ອຍໄດ້ໝາຍໄວ້, ແລະ ເພິ່ນໄດ້ເລີ່ມຕົ້ນ ເຫັນເຫດຜົນບາງຢ່າງ ທີ່ກ່ຽວຂ້ອງກັບຄວາມເຊື່ອຖືຂອງຂ້ານ້ອຍ.
ບັດນີ້ ຂ້ານ້ອຍມີຄວາມຕື່ນເຕັ້ນທີ່ຈະແບ່ງປັນພຣະກິດຕິຄຸນ, ແລະ ຂ້ານ້ອຍກໍມີຄວາມຕື່ນເຕັ້ນຫລາຍກວ່ານັ້ນ ທີ່ຈະຮັບໃຊ້ພຣະບິດາເທິງສະຫວັນຂອງເຮົາ ຢູ່ສະໜາມເຜີຍແຜ່ ໃນໄວໆນີ້.