​2017
ຖືກ​ເອີ້ນ​ສູ່​ວຽກ​ງານ
06 2017


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ມິຖຸນາ 2017

ຖືກ​ເອີ້ນ​ສູ່​ວຽກ​ງານ

ຮູບ​ພາບ
ປະທານ​ທອມມັສ ແອັສ ມອນສັນ

ເມື່ອ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ເອີ້ນ​ແອວ​ເດີ ຮີ​ເບີ ຊີ ຄິມ​ໂບ (1801–68) ​ໃຫ້ “​ເປີດ​ປະ​ຕູ​ແຫ່ງ​ຄວາມ​ລອດ” ໃນ​ຖາ​ນະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ ຢູ່​ປະ​ເທດ​ອັງ​ກິດ, ແອວ​ເດີ ຄິມ​ໂບ ໄດ້​ຮູ້​ສຶກວ່າ​ຕົນ​ບໍ່​ພຽບ​ພ້ອມ.

“ໂອ້, ພຣະ​ອົງ​ເຈົ້າ​ເອີຍ,” ເພິ່ນ​ຂຽນ, “ຂ້າ​ນ້ອຍ​ເປັນ​ຄົນ​ເວົ້າ​ພ່ຳ, ແລະ ບໍ່​ເໝາະ​ສົມ​ເລີຍ​ກັບ​ວຽກ​ງານ​ເຊັ່ນ​ນີ້.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ແອວ​ເດີ ຄິມ​ໂບ ໄດ້​ຮັບ​ເອົາ​ການ​ເອີ້ນນັ້ນ, ພ້ອມ​ກັບ​ກ່າວ​ຕື່ມ​ວ່າ: “​ການ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ເລື່ອງນີ້ ບໍ່​ໄດ້​ຍັບ​ຍັ້ງ​ຂ້າ​ພະ​ເຈົ້າ​ຈາກ​ໜ້າ​ທີ່; ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ມີ​ຄວາມ​ມຸ້ງ​ໝັ້ນ​ທີ່​ຈະ​ໄປ ເຖິງ​ແມ່ນ​ຈະ​ຫຍຸ້ງ​ຍາກ​ພຽງ​ໃດ​ກໍ​ຕາມ, ໂດຍ​ທີ່​ເຊື່ອ​ວ່າ ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ຂ້າ​ພະ​ເຈົ້າ ດ້ວຍ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ແລະ ປະ​ທານ​ຄວາມ​ເໝາະ​ສົມ​ທຸກ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ ໃຫ້​ແກ່​ຂ້າ​ພະ​ເຈົ້າ.”1

ເພື່ອນ​ໜຸ່ມ​ຊາຍ​ຍິງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ, ພວກ​ເຈົ້າ​ໄດ້​ຖືກ​ເອີ້ນ​ສູ່​ວຽກ​ງານ​ເພາະ​ວ່າ​ພວກ​ເຈົ້າ, ເຊັ່ນ​ດຽວ​ກັບ​ແອວ​ເດີ ຄິມ​ໂບ, ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ (ເບິ່ງ D&C 4:3) ແລະ ເພາະ​ວ່າ​ພວກ​ເຈົ້າ​ພ້ອມ​ແລ້ວ ແລະ ມີ​ຄ່າ​ຄວນ.

ຄູ່​ອາ​ວຸ​ໂສ, ພວກ​ທ່ານ​ໄດ້​ຖືກ​ເອີ້ນ​ສູ່​ວຽກ​ງານ ໃນ​ເຫດ​ຜົນ​ທີ່​ເໝືອນ​ກັນ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ທ່ານ​ບໍ່​ພຽງ​ແຕ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ເທົ່າ​ນັ້ນ, ແຕ່​ພວກ​ທ່ານ​ມີ​ທັງ​ປັນ​ຍາ ​ຊຶ່ງ​ມາ​ຈາກ​ການ​ເສຍ​ສະລະ, ການ​ມີ​ຄວາມ​ຮັກ, ແລະ ປະ​ສົບ​ການ​ອັນ​ຍາວ​ນານ​ທີ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​​ຫວັນ​ຂອງ​ພວກ​ທ່ານ ຈະ​ສາ​ມາດ​ໃຊ້​ເພື່ອ​ສຳ​ພັດ​ຫົວ​ໃຈ​ຂອງ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ ຜູ້​ສະ​ແຫວງ​ຫາ​ຄວາມ​ຈິງ. ທ່ານ​ໄດ້​ຮຽນ​ຮູ້​ຢ່າງ​ແນ່​ນອນ​ວ່າ ພວກ​ເຮົາ​ບໍ່​ສາ​ມາດ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ ຈົນ​ກວ່າ​ພວກ​ເຮົາ​ໄດ້​ຮັບ​ໃຊ້​ພຣະ​ອົງ ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ.

ນອກ​ເໜືອ​ໄປ​ຈາກ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ທ່ານ​ທີ່​ຈະ​ຮັບ​ໃຊ້ ເປັນ​ຜູ້​ສອນ​ສາດ​ສະ​ໜາ​ແລ້ວ, ພວກ​ທ່ານ​ຍັງ​ຈະ​ມີ​ສັດ​ທາ ແລະ ຄວາມ​ອົດ​ທົນ, ຄວາມ​ກ້າ​ຫານ ແລະ ຄວາມ​ໝັ້ນ​ໃຈ, ຄວາມ​​ເດັດດ່ຽວ ແລະ ຄວາມ​ຍືນ​ຍົງ, ​ຄວາມ​ຕັ້ງ​ໃຈ ແລະ ​ຄວາມ​ອຸ​ທິດ​ຕົນນຳ​ອີກ. ຜູ້​ສອນ​ສາດ​ສະ​ໜາ​ທີ່​ອຸ​ທິດ​ຕົນ ສາ​ມາດ​ເຮັດ​ໃຫ້​ການ​ມະ​ຫັດ​ສະ​ຈັນ ເກີດ​ຂຶ້ນ​ໃນ​ສະ​ໜາມ​ເຜີຍ​ແຜ່​ໄດ້.

ປະທານ​ຈອນ ເທເລີ (1808–87) ໄດ້​ສະ​ຫລຸບ​ຄຸນ​ສົມ​ບັດ​ທີ່​ສຳ​ຄັນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ ໃນ​ທາງ​ນີ້​ວ່າ: “ຊາຍ [ແລະ ຍິງ ແລະ ຄູ່​ສາ​ມີ​ພັນ​ລະ​ຍາ] ທີ່​ພວກ​ເຮົາ​ຢາກ​ໃຫ້​ເປັນ​ຜູ້​ປະ​ກາດ​ຂ່າວ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ​ນີ້ ຄື​ຜູ້​ທີ່​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ, ຄື​ຜູ້​ທີ່​ມີ​ສັດ​ທາ​ໃນ​ສາດ​ສະ​ໜາ​ຂອງ​ຕົນ, ຄື​ຜູ້​ທີ່​ໃຫ້​ກຽດ​ແກ່​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຂົາ​ເຈົ້າ, ຄື​ຜູ້​ທີ່ ​… ພຣະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ ໃນ​ຕົວ​ຂອງ​ເຂົາ​ເຈົ້າ. … ພວກ​ເຮົາ​ຢາກ​ມີ​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ[,] … ຄົນ​ທີ່​ມີ​ກຽດ, ຊື່​ສັດ, ມີ​ຄຸນ​ນະ​ທຳ ແລະ ຄວາມ​ບໍ​ລິ​ສຸດ.”2

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ:

ທົ່ງ​ນາ​ກໍ​ເຫລືອງ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ, ແລະ ຄົນ​ໃດ​ທີ່​ຍື່ນ​ກ່ຽວ​ຂອງ​ເຂົາ​ມາ​ດ້ວຍ​ເຫື່ອ​ແຮງ, ຄົນໆ​ນັ້ນ​ຈະ​ສະ​ສົມ​ມັນ​ໄວ້​ເພື່ອ​ເຂົາ​ຈະ​ບໍ່​ພິ​ນາດ, ແຕ່​ຈະ​ນຳ​ຄວາມ​ລອດ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ຕົນ;

ແລະ ສັດ​ທາ, ຄວາມ​ຫວັງ, ຄວາມ​ໃຈ​ບຸນ, ແລະ ຄວາມ​ຮັກ, ເພາະ​ການ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ, ຍ່ອມ​ເຮັດ​ໃຫ້​ເຂົາ​ເໝາະ​ສົມ​ກັບ​ວຽກ​ງານ (ເບິ່ງ D&C 4:4–5).

ການ​ເອີ້ນ​ຂອງ​ທ່ານ​ໄດ້​ມາ​ເຖິງ ຜ່ານ​ທາງ​ການ​ດົນ​ໃຈ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຜູ້​ທີ່​ພຣະ​ເຈົ້າ​ເອີ້ນ, ພຣະ​ເຈົ້າ​​ຈະເຮັດ​ໃຫ້​ເໝາະ​ສົມ. ທ່ານ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ​ໃນ​ຂະ​ນະ​ທີ່​ທ່ານ​ອອກ​ແຮງ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ການ​ອະ​ທິ​ຖານ.

ຄຳ​ສັນ​ຍາ​ທີ່​ສວຍ​ງາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ຜູ້​ສອນ​ສາດ​ສະ​ໜາ ໃນ​ຕອນ​ຕົ້ນ​ຂອງ​ສະ​ໄໝ​ນີ້, ທີ່​ມີ​ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ Doctrine and Covenants, ຈະ​ເປັນ​ຂອງ​ທ່ານ ທີ່​ວ່າ ພຣະ​ອົງ​ຈະ​ອອກ​ໜ້າ​ເຮົາ. ພຣະ​ອົງ​ຈະ​ຢູ່​ທາງ​ຂວາ​ມື​ເຮົາ ແລະ ທາງ​ຊ້າຍ​ມື​ເຮົາ, ແລະ ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ຢູ່​ໃນ​ໃຈ​ຂອງ​ເຮົາ, ແລະ ທູດ​ຂອງ​ພຣະ​ອົງ​ຈະ​ອ້ອມ​ຮອບ​ເຮົາ​ໄວ້, ເພື່ອ​ຄ້ຳ​ຊູ​ເຮົາ (ເບິ່ງ D&C 84:88).

ໃນ​ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້, ທ່ານ​ຈະ​ສ້າງ​ຄວາມ​ຊົງ​ຈຳ ແລະ ມິດ​ຕະ​ພາບ​ນິ​ລັນ​ດອນ ອັນ​ງົດ​ງາມ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ສະ​ໜາມ​ໃດ ທີ່​ສາ​ມາດ​ຜະ​ລິດ​ຜົນ​ແຫ່ງ​ຄວາມ​ສຸກ​ຢ່າງງອກ​ງາມ​ໄດ້ ຫລາຍ​ໄປ​ກວ່າ​ສະ​ໜາມ​ເຜີຍ​ແຜ່.

ບັດ​ນີ້, ຂໍ້​ຄວາມ​ສຳ​ລັບ​ແອວ​ເດີ, ຊິດ​ສະ​ເຕີ, ແລະ ຄູ່​ສາ​ມີ​ພັນ​ລະ​ຍາ ຜູ້​ທີ່, ບໍ່​ວ່າ​ຈະ​ເປັນ​ດ້ວຍ​ເຫດ​ຜົນ​ໃດ​ກໍ​ຕາມ, ບໍ່​ສາ​ມາດ​ບັນ​ລຸ​ການ​ເຜີຍ​ແຜ່​ຕາມ​ເວ​ລາ​ທີ່​ໄດ້​ກຳ​ນົດ​ໄວ້​ໃຫ້ ໃນ​ສະ​ໜາມ​ເຜີຍ​ແຜ່ ແມ່ນ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທ່ານ. ພຣະ​ອົງ​ປາບ​ປື້ມ​ກັບ​ການ​ເສຍ​ສະ​ລະ​ຂອງ​ທ່ານ. ພຣະ​ອົງ​ຮູ້​ຈັກ​ເຖິງ​ຄວາມ​ຜິດ​ຫວັງ​ຂອງ​ທ່ານ. ຈົ່ງ​ຮູ້​ໄວ້​ວ່າ ພຣະ​ອົງ​ຍັງ​ມີ​ວຽກ​ງານ​ໃຫ້​ທ່ານ​ເຮັດ​ຢູ່. ຢ່າ​ເຊື່ອ​ຟັງ​ຄຳ​ຂອງ​ຊາ​ຕານ. ຢ່າ​ນ້ອຍ​ໃຈ, ຢ່າ​ທໍ້​ຖອຍ​ໃຈ, ຢ່າ​ໝົດ​ຫວັງ.

ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ບໍ່​ດົນ​ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ວ່າ: “ຢ່າ​ສູ່​ຢ້ານ. ຈົ່ງ​ລື້ນ​ເລີງ​ເຖີດ. ອະ​ນາ​ຄົດ​ແມ່ນ​ຮຸ່ງ​ເຫລື້ອມ ເທົ່າ​ທຽມ​ກັບ​ສັດ​ທາ​ຂອງ​ທ່ານ.”3 ຄຳ​ສັນ​ຍານັ້ນ ຍັງ​ເປັນ​ຄວາມ​ຈິງ​ຢູ່ ສຳ​ລັບ​ທ່ານ. ສະ​ນັ້ນ ຈົ່ງ​ຢ່າ​ສູນ​ເສຍ​ສັດ​ທາ​ຂອງ​ທ່ານ​ໄປ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ເຄີຍ​ສູນ​ເສຍ​ສັດ​ທາ​ໃນ​ຕົວ​ທ່ານ​ເລີຍ. ຈົ່ງ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ ແລະ ດຳ​ເນີນ​ໄປ​ໜ້າ.

ຊາວ​ໂລກ​ຕ້ອງ​ການ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ປະ​ທານ​ພອນ​ໃຫ້​ແກ່​ໄພ່​ພົນ​ທັງ​ໝົດ​ຂອງ​ພຣະ​ອົງ​ດ້ວຍ​ເທີ້ນ—ບໍ່​ວ່າ ເຮົາ​ຈະ​ຮັບ​ໃຊ້​ຢູ່​ບ່ອນ​ໃດ​ກໍ​ຕາມ—ດ້ວຍ​ໃຈ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

ແຫລ່ງ​ອ້າງ​ອີງ

  1. Heber C. Kimball, in Orson F. Whitney, Life of Heber C. Kimball,3rd ed. (1967), 104.

  2. Teachings of Presidents of the Church: John Taylor (2001), 73.

  3. Thomas S. Monson, “Be of Good Cheer,” Liahona, May 2009, 92.

ພິມ