​2017
ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຜ່ານ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ
06 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ມິຖຸນາ 2017

ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຜ່ານ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຕຽມ​ທິ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ແນວ​ໃດ?

ຮູບ​ພາບ
Relief Society seal

ສັດທາ ຄອບຄົວ ສົງເຄາະ

“ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່ … ທຸກ​ຄົນ​ນັ້ນ​ຄື ເຮົາ​ສາ​ມາດ​ດຳ​ລົງ​ຊີ​ວິດ​ໃນ​ແຕ່​ລະ​ຊົ່ວ​ໂມງ ‘ໂດຍ​ໄດ້​ຮັບ​ພອນ​ຈາກ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້,’ ບໍ່​ວ່າ​ສະ​ພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ,” ​ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ກ່າວ.

“… ເມື່ອ​ທ່ານ​ມີ​ຄ່າ​ຄວນ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ພະ​ລັງ, ຄວາມ​ສະ​ຫງົບ, ແລະ ທັດ​ສະ​ນະ​ນິ​ລັນ​ດອນ​ທີ່​ຍິ່ງ​ໃຫຍ່​ກວ່າ​ໃຫ້​ແກ່​ທ່ານ. ບໍ່​ວ່າ​ສະ​ພາບ​ການ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ບ້ານ​ເຮືອນ​ຂອງ​ທ່ານ​ຈະ ‘ໄດ້​ຮັບ​ພອນ​ໂດຍ​ພະ​ລັງ​ຂອງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ.’”1

ເຮົາ​ຈະ​ເຊື້ອ​ເຊີນ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ເຂົ້າ​ສູ່​ຊີ​ວິດ​ຂອງ​ເຮົາ​ໄດ້​ແນວ​ໃດ? ແອວ​ເດີ ເອັມ ຣະ​ໂຊ ບາ​ເລີດ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ເຕືອນ​ເຮົາ​ວ່າ “ຄົນ​ທີ່​ໄດ້​ເຂົ້າ​ໄປ​ໃນ​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ຫລັງ​ຈາກ​ນັ້ນ ໄດ້​ໄປ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເໝາະ​ສົມ​ສຳ​ລັບ​ພອນ​ທີ່​ດີ​ເລີດ ແລະ ປະ​ເສີດ. ຂອງ​ປະ​ທານ​ສັກ​ສິດ ເປັນ​ຂອງ​ປະ​ທານ​ແຫ່ງ​ອຳ​ນາດ​ແທ້ໆ … [ແລະ] ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ ກໍ​ເພື່ອ​ແຜ່​ໃນ​ອຳ​ນາດ​ຂອງ​ພຣະ​ອົງ.” ພຣະ​ອົງ​ເຕືອນ​ເຮົາ​ວ່າ ຊາຍ ແລະ ຍິງ “ທັງ​ສອງ​ໄດ້​ຮັບ​ຂອງ​ປະ​ທານ​ດ້ວຍ​ອຳ​ນາດ​ດຽວ​ກັນ​ນັ້ນ” ໃນ​ພຣະ​ວິ​ຫານ, “ຊຶ່ງ​ໂດຍ​ຄຳ​ອະ​ທິ​ບາຍ​ແລ້ວ ມັນ​ແມ່ນ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ.”2

ລິນດາ ເຄ ເບີ​ຕັນ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ກ່າວ​ວ່າ: “ນັບ​ແຕ່​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ບາງ​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ປາດ​ຖະ​ໜາ​ທີ່​ຈະ​ມີ ໃນ​ຄອບ​ຄົວ ແລະ ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ແລ້ວ ມີ​ສິ່ງ​ໃດ​ແດ່​ທີ່ ເຮົາ ຕ້ອງ​ເຮັດ ເພື່ອ​ຈະ​ໄດ້​ເຊື້ອ​ເຊີນ​ອຳ​ນາດ​ດັ່ງ​ກ່າວ ໃຫ້​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ? ຄວາມ​ຊອບ​ທຳ​ສ່ວນ​ຕົວ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຕໍ່​ການ​ມີ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ.”3

“ຖ້າ​ຫາກ​ເຮົາ​ມາ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຖ່ອມ​ຕົນ ແລະ ທູນ​ຂໍ​ໃຫ້​ພຣະ​ອົງ​ສອນ​ເຮົາ, ພຣະ​ອົງ​ຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທີ່ ເຮົາ ຈະ​ເຂົ້າ​ເຖິງ​ອຳ​ນາດ​ຂອງ ພຣະ​ອົງ ,” ​ປະທານ​ຣະ​ໂຊ ເອັມ ແນວ​ສັນ, ປະທານ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ກ່າວ.4

ຂໍ້​ພຣະ​ຄຳ​ພີ ແລະ ຂໍ້​ມູນ​ເພີ່ມ​ເຕີມ

1 ນີ​ໄຟ 14:14; Doctrine and Covenants 121:36; 132:20; reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. Neil L. Andersen, “Power in the Priesthood,” Liahona, Nov. 2013, 92, 95.

  2. M. Russell Ballard, “Men and Women and Priesthood Power,” Liahona, Sept. 2014, 36.

  3. Linda K. Burton, “Priesthood Power—Available to All,” Ensign, June 2014, 21–40.

  4. Russell M. Nelson, “The Price of Priesthood Power,” Liahona, May 2016, 69.

ພິມ