​2017
ເມື່ອ​ເພື່ອນ​ຂອງ​ຂ້າ​ນ້ອຍ​ໄດ້​ເສຍ​ຊີ​ວິດ​ໄປ
07 2017


ຊາວ​ໜຸ່ມ

ເມື່ອ​ເພື່ອນ​ຂອງ​ຂ້າ​ນ້ອຍ​ໄດ້​ເສຍ​ຊີ​ວິດ​ໄປ

ຜູ້​ຂຽນ​ອາ​ໄສ​ຢູ່​ລັດ​ຢູ​ທາ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ໃນ​ຕອນ​ທີ່​ຂ້າ​ນ້ອຍ​ສຶກ​ສາ​ຢູ່​ຊັ້ນ​ມັດ​ທະ​ຍົມ​ປີ​ທີ​ຫ້າ, ເພື່ອນ​ຄົນ​ໜຶ່ງ​ຂອງ​ຂ້າ​ນ້ອຍ​ໄດ້​ລົ້ມ​ປ່ວຍ​ເພາະ​ພາ​ວະ​ເສັ້ນ​ເລືອດ​ແດງ​ພອງ​ເປັນ​ຖົງ​ຂັງ​ເລືອດ​ໄວ້​ຢູ່​ໃນ​ສະ​ໝອງ ແລະ ໄດ້​ເສຍ​ຊີ​ວິດ​ໄປ ໃນ​ມື້​ຕໍ່​ມາ. ເຖິງ​ແມ່ນ​ວ່າ ຂ້າ​ນ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແຕ່​ຂ້າ​ນ້ອຍ​ຍັງ​ດີ້ນ​ລົນ​ຢູ່. ຂ້າ​ນ້ອຍ​ໄດ້​ຖືກ​ສິດ​ສອນ​ມາ​ຕະ​ຫລອດ​ຊີ​ວິດ​ວ່າ ຂ້າ​ນ້ອຍ​ສາ​ມາດ​ຫັນ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສຳ​ລັບ​ທຸກ​ສິ່ງ, ແຕ່​ຂ້າ​ນ້ອຍ​ບໍ່​ເຄີຍ​ຜ່ານ​ຜ່າ​ສິ່ງ​ເຊັ່ນ​ນີ້​ມາ​ກ່ອນ.

ຂ້າ​ນ້ອຍ​ໄດ້​ຮ້ອງ​ໄຫ້​ຫລາຍ​ຊົ່ວ​ໂມງ, ພະ​ຍາ​ຍາມ​ຊອກ​ຫາ​ບາງ​ສິ່ງ—ອັນ​ໃດ​ກໍ​ໄດ້—ເພື່ອ​ຊ່ວຍ​ໃຫ້​ຂ້າ​ນ້ອຍ​ມີ​ຄວາມ​ສະ​ຫງົບ. ໃນ​ຄືນ​ຫລັງ​ຈາກ​ທີ່​ນາງ​ໄດ້​ຈາກ​ໄປ, ຂ້າ​ນ້ອຍ​ໄດ້​ເປີດ​ປຶ້ມ​ເພງ​ສວດ. ໃນ​ຂະ​ນະ​ທີ່​ເປີດ​ປຶ້ມ​ເພງ​ສວດ​ຢູ່​ນັ້ນ, ຂ້າ​ນ້ອຍ​ໄດ້​ເປີດ​ໄປ​ເຫັນ​ເພງ​ຊື່ “Abide with Me; ’Tis Eventide” ແປ​ວ່າ ໂປດ​ສະ​ຖິດ​ຢູ່​ກັບ​ຂ້າ ຈົນ​ຄ່ຳ​ຍາມ​ເຢັນ (Hymns, no. 165). ຂໍ້​ທີ​ສາມ​ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ປະ​ທັບ​ໃຈ​ຫລາຍ ທີ່​ວ່າ:

ສະ​ຖິດ​ກັບ​ຂ້າ ສາ​ຍັນ​ວັນ​ນີ້

ຄ່ຳ​ຄືນ​ຈະ​ເນີນ​ນານ​ໜາ

ຖ້າ​ຂ້າ​ບໍ່​ສາ​ມາດ​ຕິດ​ຕໍ່​ພຣະ

ແລະ ພົບ​ແສງ​ໃນ​ພຣະ​ອົງ.

ຂ້າ​ຢ້ານ​ຄວາມ​ມືດ​ຂອງ​ໂລ​ກາ,

ໂປດ​ມາ​ພັກ​ໃນ​ເຮືອນ​ຂ້າ.

ໂອ້ ພຣະ​ຜູ້​ຊ່ວຍ​ໂປດ​ຢູ່​ກັບ​ຂ້າ;

ຄ່ຳ​ຄືນ​ສາ​ຍັນ​ວັນ​ນີ້.

ຂໍ້​ນີ້ ໄດ້​ນຳ​ຄວາມ​ສະ​ຫງົບ​ມາ​ໃຫ້​ຂ້າ​ນ້ອຍ​ຫລາຍ​ທີ່​ສຸດ. ໃນ​ເວ​ລາ​ນັ້ນ​ເອງ ທີ່​ຂ້າ​ນ້ອຍ​ຮູ້​ວ່າ ບໍ່​ພຽງ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຢູ່​ກັບ​ຂ້າ​ນ້ອຍ​ເທົ່າ​ນັ້ນ ແຕ່​ພ​ຣະ​ອົງ​ຍັງ​ຮູ້​ວ່າ ຂ້າ​ນ້ອຍ​ຮູ້​ສຶກ​ແນວ​ໃດ​ແທ້ໆ​ນຳ​ອີກ. ຂ້າ​ນ້ອຍ​ຮູ້​ວ່າ ຄວາມ​ຮັກ​ທີ່​ຂ້າ​ນ້ອຍ​ຮູ້​ສຶກ ຜ່ານ​ເພງ​ສວດ ບໍ່​ພຽງ​ແຕ່​ຊ່ວຍ​ຂ້າ​ນ້ອຍ​ຜ່ານ​ຜ່າ​ຄືນ​ນັ້ນ​ໄປ​ໄດ້​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ຜ່ານ​ຜ່າ​ການ​ທົດ​ລອງ​ຫລາຍ​ຢ່າງ ທີ່​ຂ້າ​ນ້ອຍ​ໄດ້​ອົດ​ທົນ​ຕໍ່​ນຳ​ອີກ.

ພິມ