​2017
ລາງ​ວັນ​ສຳ​ລັບ​ການ​ອົດ​ທົນ​ໄດ້​ດີ
07 2017


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ກໍລະກົດ 2017

ລາງ​ວັນ​ສຳ​ລັບ​ ການ​ອົດ​ທົນ​ໄດ້​ດີ

ຕອນ​ຂ້າ​ພະ​ເຈົ້າ​ເປັນ​ໜຸ່ມ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້ ໃນ​ສາດ​ສະ​ໜາ​ຈັກ ໃນ​ຖາ​ນະ​ທີ່​ເປັນ​ ທີ່​ປຶກ​ສາ​ຂອງ​ປະ​ທານ​ທ້ອງ​ຖິ່ນ​ທີ່​ສະ​ຫລາດ​ຄົນ​ໜຶ່ງ. ເພິ່ນ​ມັກ​ພະ​ຍາ​ຍາມ​ສອນ​ຂ້າ​ພະ​ເຈົ້າ​ຢູ່​ສະ​ເໝີ. ຂ້າ​ພະ​ເຈົ້າ​ຈື່​ຄຳ​ແນະ​ນຳ​ທີ່​ເພິ່ນ​ໄດ້​ມອບ​ໃຫ້​ຂ້າ​ພະ​ເຈົ້າ​ໃນ​ຄັ້ງ​ໜຶ່ງ ທີ່​ວ່າ: “ເມື່ອ​ເຈົ້າ​ພົບ​ພໍ້​ບາງ​ຄົນ, ຈົ່ງ​ປະ​ຕິ​ບັດ​ກັບ​ເຂົາ​ເຈົ້າ ຄື​ກັບ​ວ່າ​ເຂົາ​ເຈົ້າ​ມີ​ບັນ​ຫາ​ອັນ​ໜັກ​ໜ່ວງ, ແລະ ເຈົ້າ​ຈະ​ຖືກ​ຫລາຍ​ກວ່າ​ເຄິ່ງ​ໜຶ່ງ.” ໃນ​ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ເພິ່ນ​ເບິ່ງ​ໂລກ​ໃນ​ແງ່​ຮ້າຍ. ບັດ​ນີ້, ຫລາຍ​ກວ່າ 50 ປີ​ຜ່ານ​ໄປ, ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ວ່າ ເພິ່ນ​ໄດ້​ເຂົ້າ​ໃຈ​ໂລກ ແລະ ຊີ​ວິດ​ຫລາຍ​ຂະ​ໜາດ​ໃດ.

ເຮົາ​ທຸກ​ຄົນ​ກໍ​ມີ​ການ​ທົດ​ລອງ​ທີ່​ຈະ​ປະ​ເຊີນ—ບາງ​ຄັ້ງ, ກໍ​ເປັນ​ການ​ທົດ​ລອງ​ທີ່​ໜັກ​ໜ່ວງ​ຫລາຍ. ເຮົາ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ອະ​ນຸ​ຍາດ​ໃຫ້​ເຮົາ ຜ່ານ​ຜ່າ​ການ​ທົດ​ລອງ ເພື່ອ​ວ່າ​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ເຫລື້ອມ​ເປັນ​ເງົາ ແລະ ດີ​ພ້ອມ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຢູ່​ກັບ​ພຣະ​ອົງ​ໄດ້ ຊົ່ວ​ນິ​ລັນ​ດອນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ຄຸກ​ລີ​ເບີ​ຕີ​ວ່າ ລາງ​ວັນ​ສຳ​ລັບ​ການ​ອົດ​ທົນ​ກັບ​ການ​ທົດ​ລອງ​ຂອງ​ເພິ່ນ​ໄດ້​ດີ ຈະ​ຊ່ວຍ​ເພິ່ນ​ໃຫ້​ເໝາະ​ສົມ​ກັບ​ຊີ​ວິດ​ນິ​ລັນ​ດອນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ເພິ່ນ​ວ່າ ພຣະ​ອົງ​ຈະ​ປະ​ທານ​ຄວາມ​ສະ​ຫງົບ​ໃຫ້​ຈິດ​ວິນ​ຍານ​ຂອງ​ເພິ່ນ, ຄວາມ​ທຸກ​ຍາກ​ລຳ​ບາກ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເພິ່ນ ຈະ​ເປັນ​ພຽງ​ແຕ່​ຊົ່ວ​ໄລ​ຍະ​ໜຶ່ງ​ເທົ່າ​ນັ້ນ;

ແລະ ຖ້າ​ຫາກ​ເພິ່ນ​ອົດ​ທົນ​ມັນ​ໄດ້​ດີ, ພຣະ​ເຈົ້າ​ຈະ​ຍົກ​ເພິ່ນ​ຂຶ້ນ​ສູ່​ເບື້ອງ​ບົນ, ເພິ່ນ​ຈະ​ມີ​ໄຊ​ເໜືອ​ສັດ​ຕູ​ທັງ​ໝົດ​ຂອງ​ເພິ່ນ (ເບິ່ງ D&C 121:7–8).

ມີ​ຫລາຍ​ສິ່ງ​ທີ່​ໂຫມ​ກະ​ໜ່ຳ​ເຮົາ ໃນ​ຊີ​ວິດ ຈົນ​ເບິ່ງ​ຄື​ວ່າ ຍາກ​ຫລາຍ​ທີ່​ຈະ​ອົດ​ທົນ​ກັບ​ມັນ​ໄດ້​ດີ. ມັນ​ສາ​ມາດ​ເປັນ​ເຊັ່ນ​ນັ້ນ ກັບ​ຄອບ​ຄົວ​ທີ່​ເພິ່ງ​ອາ​ໄສ​ຜົນ​ລະ​ປູກ ເມື່ອ​ບໍ່​ມີ​ຝົນ. ເຂົາ​ເຈົ້າ​ອາດ​ສົງ​ໄສ​ວ່າ, “ເຮົາ​ຊິ​ສາ​ມາດ​ອົດ​ທົນ​ໄປ​ໄດ້​ດົນ​ປານ​ໃດ?” ມັນ​ສາ​ມາດ​ເປັນ​ເຊັ່ນ​ນັ້ນ ກັບ​ຄົນ​ໄວ​ລຸ້ນ ທີ່​ປະ​ເຊີນ​ກັບ​ຄວາມ​ສົກ​ກະ​ປົກ ແລະ ການ​ລໍ້​ລວງ ທີ່​ຫລັ່ງ​ໄຫລ​ມາ​ຫາ​ເຂົາຢ່າງ​ຫລວງ​ຫລາຍ. ມັນ​ສາ​ມາດ​ເປັນ​ເຊັ່ນ​ນັ້ນ​ ກັບ​ຊາຍ​ໜຸ່ມ​ທີ່​ພະ​ຍາ​ຍາມ​ສຶກ​ສາ ຫລື ເຝິກ​ຝົນ​ຕົນ​ເອງ ສຳ​ລັບ​ການ​ງານ ເພື່ອ​ຫາ​ລ້ຽງ​ລູກ​ເມຍ. ມັນ​ສາ​ມາດ​ເປັນ​ເຊັ່ນ​ນັ້ນ ​ກັບ​ບຸກ​ຄົນ​ຜູ້​ຫາ​ວຽກ​ເຮັດ​ງານ​ທຳ​ບໍ່​ໄດ້ ຫລື ຜູ້​ທີ່​ຕົກ​ງານ ຫລັງ​ຈາກ​ທຸ​ລະ​ກິດ​ເລີກ​ລົ້ມ. ມັນ​ສາ​ມາດ​ເປັນ​ເຊັ່ນ​ນັ້ນ​ ກັບ​ຄົນ​ທີ່​ປະ​ເຊີນ​ກັບ​ບັນ​ຫາ​ເລື່ອງ​ສຸ​ຂະ​ພາບ, ຊຶ່ງ​ອາດ​ມາ​ເຖິງ​ຕອນ​ຍັງ​ໜຸ່ມ ຫລື ຕອນ​ແກ່ ໃນ​ຊີ​ວິດ ຫລື ມາ​ເຖິງ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ.

ແຕ່​ພ​ຣະ​ເຈົ້າ​ທີ່​ຊົງ​ຮັກ ບໍ່​ໄດ້​ຕັ້ງ​ການ​ທົດ​ສອບ​ເຊັ່ນ​ນັ້ນ​ໄວ້​ຢູ່​ຕໍ່​ໜ້າ​ເຮົາ ເພື່ອ​ຈະ​ເບິ່ງ​ວ່າ ເຮົາ​ຈະ​ສາ​ມາດ​ອົດ​ທົນ​ກັບ​ຄວາມ​ຫຍຸ້ງ​ຍາກ​ນັ້ນ​ໄດ້​ຫລືບໍ່ ແຕ່​ເພື່ອ​ເບິ່ງ​ວ່າ ເຮົາ​ຈະ​ສາ​ມາດ​ທົນ​ກັບ​ມັນ​ໄດ້​ດີ​ພຽງ​ໃດ ແລະ ເພື່ອ​ຈະ​ຖືກ​ເຮັດ​ໃຫ້​ເຫລື້ອມ​ເປັນ​ເງົາ.

ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ສອນ​ແອວເດີ ພາລີ ພີ ພະແຣັດ (1807–57) ຕອນ​ເພິ່ນ​ໄດ້​ຖືກ​ເອີ້ນ​ໃໝ່ໆ ໃຫ້​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ວ່າ: “ທ່ານ​ໄດ້​ຖືກ​ເກນ​ເຂົ້າ​ສູ່​ອຸ​ດົມ​ການ ທີ່​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ທັງ​ໝົດ​ຂອງ​ທ່ານ; … ກາຍ​ເປັນ​ຫອກ​ຫລາວ​ທີ່​ເຫລື້ອມ​ເປັນ​ເງົາ. … ທ່ານ​ຕ້ອງ​ອົດ​ທົນ​ກັບ​ວຽກ​ງານ​ທີ່​ໜັກ​ໜ່ວງ, ກັບ​ການ​ອອກ​ແຮງ​ທີ່​ໜັກ​ໜ່ວງ, ແລະ ຄວາມ​ຂາດ​ແຄນ​ຫລາຍ​ຢ່າງ ເພື່ອ​ຈະ​ເຫລື້ອມ​ເປັນ​ເງົາ​ທີ່​ດີ​ພ້ອມ. … ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ ຮຽກ​ຮ້ອງ​ມັນ; ​ທົ່ງ​ເປັນ​ຂອງ​ພຣະ​ອົງ; ວຽກ​ງານ​ເປັນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ຈະ … ຮ້ອງ​ເຊຍ​ທ່ານ … ແລະ ໃຫ້​ກຳ​ລັງ​ໃຈ​ທ່ານ.”1

ໃນ​ພຣະ​ທຳ​ເຮັບ​ເຣີ, ໂປ​ໂລກ່າວ​ເຖິງ​ຜົນ​ຂອງ​ການ​ອົດ​ທົນ​ໄດ້​ດີ ທີ່​ວ່າ: “ໃນ​ຂະ​ນະ​ທີ່​ມີ​ການ​ຕີ​ສອນ​ນັ້ນ ບໍ່​ເປັນ​ໜ້າ​ຊື່ນ​ໃຈ​ເລີຍ ມີ​ແຕ່​ເລື່ອງ​ເສົ້າ​ໃຈ ແຕ່​ຕໍ່​ມາ​ພາຍ​ຫລັງ​ຈະ​ກໍ່​ໃຫ້​ເກີດ​ຜົນ ຄື​ຄວາມ​ສຸກ​ສຳ​ລານ ແລະ ຄວາມ​ຊອບ​ທຳ​ແກ່​ບັນ​ດາ​ຄົນ​ທີ່​ຖືກ​ແອບ​ສອນ​ແລ້ວ​ນັ້ນ” (ເຮັບ​ເຣີ 12:11).

ການ​ທົດ​ລອງ ແລະ ຄວາມ​ຫຍຸ້ງ​ຍາກ​ຂອງ​ເຮົາ ໄດ້​ໃຫ້​ໂອ​ກາດ​ເຮົາ ທີ່​ຈະ​ຮຽນ​ຮູ້ ແລະ ເຕີບ​ໂຕ, ແລະ ມັນ​ຈະ​ປ່ຽນ​ ແມ່ນ​ແຕ່​ທຳ​ມະ​ຊາດ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ສາ​ມາດ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຄວາມ​ຍາກ​ລຳ​ບາກ​ຂອງ​ເຮົາ, ແລ້ວ​ຈິດ​ວິນ​ຍານ​ຂອງ​ເຮົາ ຈະ​ສາ​ມາດ​ຖືກ​ເຮັດ​ໃຫ້​ເຫລື້ອມ​ເປັນ​ເງົາໄດ້ ໃນ​ຂະ​ນະ​ທີ່​ເຮົາ​ອົດ​ທົນ.

ດັ່ງ​ນັ້ນ, ສິ່ງ​ທຳ​ອິດ​ທີ່​ຕ້ອງ​ຈື່​ຈຳ​ຄື ​ການ​ອະ​ທິ​ຖານ​ສະ​ເໝີ (ເບິ່ງ D&C 10:5; ແອວ​ມາ 34:19–29).

ສິ່ງ​ທີ​ສອງ​ຄື​ຄວາມ​ພະ​ຍາ​ຍາມ​ສະ​ເໝີ​ ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ—ບໍ່​ວ່າການ​ກົງ​ກັນ​ຂ້າມ, ການ​ລໍ້​ລວງ, ຫລື ​ຄວາມ​ວຸ້ນ​ວາຍ ຈະ​ເປັນ​ແນວ​ໃດ​ກໍ​ຕາມ (ເບິ່ງ ໂມ​ໄຊ​ຢາ 4:30).

ສິ່ງ​ທີ​ສາມ​ທີ່​ສຳ​ຄັນ​ຄື ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ D&C 4:2; 20:31).

ໃນ​ການ​ຮັບ​ໃຊ້​ຂອງ​ພຣະ​ອາ​ຈານ, ເຮົາ​ມາ​ຮູ້​ຈັກ ແລະ ຮັກ​ພຣະ​ອົງ. ຖ້າ​ຫາກ​ເຮົາ​ພາກ​ພຽນ​ໃນ​ການ​ອະ​ທິ​ຖານ ແລະ ໃນ​ການ​ຮັບ​ໃຊ້​ຢ່າງ​ຊື່​ສັດ, ເຮົາ​ຈະ​ຮັບ​ຮູ້​ພຣະ​ຫັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ຊີ​ວິດ​ຂອງ​ເຮົາ. ຫລາຍ​ຄົນ​ພວກ​ເຮົາ​ມີ​ໄລ​ຍະ​ທີ່​ໄດ້​ຮັບ​ໃຊ້​ເຊັ່ນ​ນັ້ນ ແລະ ຮູ້​ສຶກ​ເຖິງ​ການ​ເປັນ​ເພື່ອນ​ນັ້ນ. ຖ້າ​ຫາກ​ທ່ານ​ຄິດ​ເຖິງ​ເວ​ລາ​ດັ່ງ​ກ່າວ, ທ່ານ​ຈະ​ຈື່​ຈຳ​ວ່າ ມັນ​ມີ​ການ​ປ່ຽນ​ແປງ​ໃນ​ຕົວ​ທ່ານ. ການ​ລໍ້​ລວງ​ໃຫ້​ເຮັດ​ສິ່ງ​ຊົ່ວ​ຮ້າຍ ເບິ່ງ​ຄື​ວ່າ ມີ​ໜ້ອຍ​ລົງ. ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ ຈະ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ. ຄົນ​ທີ່​ໄດ້​ຮູ້​ຈັກ​ທ່ານ ແລະ ຮັກ​ທ່ານ ຄົງ​ເວົ້າ​ວ່າ: “ເຈົ້າ​ໄດ້​ກາຍ​ເປັນ​ຄົນ​ມີ​ເມດ​ຕາ​ຫລາຍ​ກວ່າ​ເກົ່າ ແລະ ອົດ​ທົນ​ຫລາຍ​ກວ່າ​ເກົ່າ. ເຈົ້າ​ເບິ່ງ​ບໍ່​ຄື​ເກົ່າ.”

ເຈົ້າ​ບໍ່​ຄື​ເກົ່າ. ເຈົ້າ​ໄດ້​ປ່ຽນ​ໄປ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເພາະ​ເຈົ້າ​ໄດ້​ເພິ່ງ​ພຣະ​ອົງ ໃນ​ເວ​ລາ​ທີ່​ເຈົ້າ​ໄດ້​ຮັບ​ການ​ທົດ​ລອງ.

ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ຊ່ວຍ​ເຫລືອ​ທ່ານ ໃນ​ເວ​ລາ​ທີ່​ທ່ານ​ໄດ້​ຮັບ​ການ​ທົດ​ລອງ ຖ້າ​ຫາກ​ທ່ານ​ສະ​ແຫວງ​ຫາ ແລະ ຮັບ​ໃຊ້​ພຣະ​ອົງ ແລະ ວ່າ​ຈິດ​ວິນ​ຍານ​ຂອງ​ທ່ານ​ຈະ​ຖືກ​ເຮັດ​ໃຫ້​ເຫລື້ອມ​ເປັນ​ເງົາ ໃນ​ຂັ້ນ​ຕອນ. ຂ້າ​ພະ​ເຈົ້າ​ຂໍ​ທ້າ​ທາຍ​ທ່ານ ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ໃນ​ຄວາມ​ຍາກ​ລຳ​ບາກ​ທັງ​ໝົດ​ຂອງ​ທ່ານ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ຊົງ​ພຣະ​ຊົນ​ຢູ່ ແລະ ວ່າ​ພຣະ​ອົງ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ທັງ​ໝົດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ໃຊ້​ແທນ​ບາບ​ທັງ​ໝົດ​ຂອງ​ເຮົາ ແລະ ວ່າ​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ມາ​ຫາ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ບິ​ດາ ແລະ ພຣະ​ບຸດ ດູ​ແລ​ເຮົາ ແລະ ໄດ້​ຕຽມ​ທາງ​ໃຫ້​ເຮົາ ເພື່ອ​ຈະ​ໄດ້​ອົດ​ທົນ​ໄດ້​ດີ ແລະ ກັບ​ຄືນ​ບ້ານ​ອີກ​ເທື່ອ​ໜຶ່ງ.

ແຫລ່ງ​ອ້າງ​ອີງ

  1. Autobiography of Parley P. Pratt, ed. Parley P. Pratt Jr. (1979), 120.