​2017
ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ
07 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ກໍລະກົດ 2017

ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຕຽມ​ທິ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ແນວ​ໃດ?

ຮູບ​ພາບ
Relief Society seal

ສັດທາ, ຄອບຄົວ, ສົງເຄາະ

“ພຣະ​ເຢ​ຊູ​ໄດ້​ບັນ​ລຸ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ຢ່າງ​ສົມ​ບູນ​ແບບ ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ໂດຍ​ການ​ຍອມ​ຕົນ, ທັງ​ທາງ​ເນື້ອ​ໜັງ ແລະ ທາງ​ວິນ​ຍານ, ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ,” ແອວເດີ ດີ ທອດ ຄຣິສໂຕ​ເຟີສັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສອນ.

“… ແນ່​ນອນ​ວ່າ ເຮົາ​ຈະ​ບໍ່​ໄດ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ພຣະ​ເຈົ້າ ແລະ ພຣະ​ຄຣິດ ຈົນ​ກວ່າ​ເຮົາ​ໄດ້​ເຮັດ​ໃຫ້​ພຣະ​ປະ​ສົງ ແລະ ຄວາມ​ສົນ​ໃຈ​ຂອງ​ພວກ​ພຣະ​ອົງ ເປັນ​ຄວາມ​ປາດ​ຖະ​ໜາ​ອັນ​ຍິ່ງ​ໃຫຍ່​ຂອງ​ເຮົາ​ເສຍ​ກ່ອນ. ການ​ຍອມ​ເຮັດ​ຕາມ​ເຊັ່ນ​ນັ້ນ ຈະ​ບັນ​ລຸ​ບໍ່​ໄດ້​ໃນ​ພຽງ​ມື້​ໜຶ່ງ​ວັນ​ດຽວ, ແຕ່​ຜ່ານ​ທາງ​ພຣະ​ວິນ​ຍານ​ສັກ​ສິດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສິດ​ສອນ​ເຮົາ ຖ້າ​ຫາກ​ເຮົາ​ເຕັມ​ໃຈ ຈົນ​ກວ່າ, ເມື່ອ​ເວ​ລາ​ຜ່ານ​ໄປ, ມັນ​ອາດ​ຖືກ​ກ່າວ​ເຖິງ​ຢ່າງ​ຖືກ​ຕ້ອງ​ວ່າ ພຣະ​ອົງ​ສະ​ຖິດ​ຢູ່​ໃນ​ເຮົາ ດັ່ງ​ທີ່​ພຣະ​ບິ​ດາ​ສະ​ຖິດ​ຢູ່​ໃນ​ພຣະ​ອົງ.”1

ລິນດາ ເຄ ເບີຕັນ, ປະທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ສອນ​ວິ​ທີ​ທີ່​ຈະ​ບັນ​ລຸ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ດັ່ງ​ນີ້: “ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຜູກ​ມັດ​ຂອງ​ເຮົາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ​ອຸ​ດົມ​ຄະ​ຕິ​ຄື​ ທີ່​ຈະ​ພະ​ຍາ​ຍາມ​ໃຫ້​ມີ​ທັດ​ສະ​ນະ​ທີ່​ດີ​ທີ່​ສຸດ​ຄື​ກັນ​ກັບ​ເນື້ອ​ເພງ​ສອງ​ສາມ​ຕອນ​ໃນ​ເພງ​ສວດ​ທີ່​ມັກ​ຊອບ ເພງ​ນີ້: ‘​ຂ້າ​ຈະ​ໄປ​ທີ່ ພຣະ​ອົງ ​ບັນ​ຊາ. … ຂ້າ​ຈະ​ເວົ້າ​ສິ່ງ​ທີ່ ພຣະ​ອົງ ບັນ​ຊາ. … ຂ້າ​ຈະ​ເປັນ​ດັ່ງ​ທີ່ ພຣະ​ອົງ ບັນ​ຊາ.’”2

ແອວເດີ ຄຣິສໂຕ​ເຟີສັນ ຍັງ​ໄດ້​ເຕືອນ​ເຮົາ​ອີກ​ວ່າ “ເມື່ອ​ເຮົາ​ອົດ​ທົນ​ໄປ​ແຕ່​ລະ​ວັນ ແລະ ແຕ່​ລະ​ອາ​ທິດ ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ພຣະ​ຄຣິດ, ແລ້ວ​ວິນ​ຍານ​ຂອງ​ເຮົາ ຈະ​ຢືນ​ຢັນ​ເຖິງ​ຄວາມ​ດີ​ເດັ່ນ​ດັ້ງ​ເດີມ​ຂອງ​ມັນ, ການ​ຕໍ່​ສູ້​ພາຍ​ໃນ​ຈະ​ເບົາ​ບາງ​ລົງ, ແລະ ການ​ລໍ້​ລວງ​ກໍ​ຈະ​ລົດ​ນ້ອຍ​ຖອຍ​ລົງ.”3

ແນວ ແອັຟ ແມ​ຣິ​ອອດ, ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ, ເປັນ​ພະ​ຍານ​ເຖິງ​ພອນ​ຂອງ​ການ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ປະ​ສົງ​ຂອງ​ເຮົາ ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ດັ່ງ​ນີ້: “ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ ເລື່ອງ​ການ​ເອົາ​ໃຈ​ຕົນ​ເອງ ຊຶ່ງ​ໃນ​ທີ່​ສຸດ​ໄດ້​ຮູ້​ວ່າ ທິດ​ທາງ​ ຂອງ​ຂ້າ​ພະ​ເຈົ້າ ຍັງ​ຂາດ​ຕົກ​ບົກ​ພ່ອງ, ແລະ ຕ່ຳ​ຕ້ອຍ​ກວ່າ​ທິດ​ທາງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ‘ທິດ​ທາງ [ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ] ເປັນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ ໃນ​ຊີ​ວິດ​ນີ້ ແລະ ໃນ​ຊີ​ວິດ​ນິ​ລັນ​ດອນ ໃນ​ໂລກ​ທີ່​ຈະ​ມາ​ເຖິງ.’”4 ຂໍ​ໃຫ້​ເຮົາ​ຈົ່ງ​ພະ​ຍາ​ຍາມ​ດ້ວຍ​ຄວາມ​ຖ່ອມ​ຕົວ ເພື່ອ​ຈະ​ກາຍ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ຂໍ້​ພຣະ​ຄຳ​ພີ ແລະ ຂໍ້​ມູນ​ເພີ່ມ​ເຕີມ

ໂຢ​ຮັນ 17:20–21; ເອ​ເຟ​ໂຊ 4:13; Doctrine and Covenants 38:27; reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. D. Todd Christofferson, “That They May Be One in Us,” Liahona, Nov. 2002, 72, 73.

  2. Linda K. Burton, “The Power, Joy, and Love of Covenant Keeping,” Liahona, Nov. 2013, 111.

  3. D. Todd Christofferson, “That They May Be One in Us,” 71.

  4. Neill F. Marriott, “Yielding Our Hearts to God,” Liahona, Nov. 2015, 32.

ພິມ