ຊາວໜຸ່ມ
ເມື່ອເພື່ອນຂອງຂ້ານ້ອຍໄດ້ເສຍຊີວິດໄປ
ຜູ້ຂຽນອາໄສຢູ່ລັດຢູທາ, ສະຫະລັດອາເມຣິກາ.
ໃນຕອນທີ່ຂ້ານ້ອຍສຶກສາຢູ່ຊັ້ນມັດທະຍົມປີທີຫ້າ, ເພື່ອນຄົນໜຶ່ງຂອງຂ້ານ້ອຍໄດ້ລົ້ມປ່ວຍເພາະພາວະເສັ້ນເລືອດແດງພອງເປັນຖົງຂັງເລືອດໄວ້ຢູ່ໃນສະໝອງ ແລະ ໄດ້ເສຍຊີວິດໄປ ໃນມື້ຕໍ່ມາ. ເຖິງແມ່ນວ່າ ຂ້ານ້ອຍເປັນສະມາຊິກຂອງສາດສະໜາຈັກ, ແຕ່ຂ້ານ້ອຍຍັງດີ້ນລົນຢູ່. ຂ້ານ້ອຍໄດ້ຖືກສິດສອນມາຕະຫລອດຊີວິດວ່າ ຂ້ານ້ອຍສາມາດຫັນຫາພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ ສຳລັບທຸກສິ່ງ, ແຕ່ຂ້ານ້ອຍບໍ່ເຄີຍຜ່ານຜ່າສິ່ງເຊັ່ນນີ້ມາກ່ອນ.
ຂ້ານ້ອຍໄດ້ຮ້ອງໄຫ້ຫລາຍຊົ່ວໂມງ, ພະຍາຍາມຊອກຫາບາງສິ່ງ—ອັນໃດກໍໄດ້—ເພື່ອຊ່ວຍໃຫ້ຂ້ານ້ອຍມີຄວາມສະຫງົບ. ໃນຄືນຫລັງຈາກທີ່ນາງໄດ້ຈາກໄປ, ຂ້ານ້ອຍໄດ້ເປີດປຶ້ມເພງສວດ. ໃນຂະນະທີ່ເປີດປຶ້ມເພງສວດຢູ່ນັ້ນ, ຂ້ານ້ອຍໄດ້ເປີດໄປເຫັນເພງຊື່ “Abide with Me; ’Tis Eventide” ແປວ່າ ໂປດສະຖິດຢູ່ກັບຂ້າ ຈົນຄ່ຳຍາມເຢັນ (Hymns, no. 165). ຂໍ້ທີສາມໄດ້ເຮັດໃຫ້ຂ້ານ້ອຍປະທັບໃຈຫລາຍ ທີ່ວ່າ:
ສະຖິດກັບຂ້າ ສາຍັນວັນນີ້
ຄ່ຳຄືນຈະເນີນນານໜາ
ຖ້າຂ້າບໍ່ສາມາດຕິດຕໍ່ພຣະ
ແລະ ພົບແສງໃນພຣະອົງ.
ຂ້າຢ້ານຄວາມມືດຂອງໂລກາ,
ໂປດມາພັກໃນເຮືອນຂ້າ.
ໂອ້ ພຣະຜູ້ຊ່ວຍໂປດຢູ່ກັບຂ້າ;
ຄ່ຳຄືນສາຍັນວັນນີ້.
ຂໍ້ນີ້ ໄດ້ນຳຄວາມສະຫງົບມາໃຫ້ຂ້ານ້ອຍຫລາຍທີ່ສຸດ. ໃນເວລານັ້ນເອງ ທີ່ຂ້ານ້ອຍຮູ້ວ່າ ບໍ່ພຽງແຕ່ພຣະຜູ້ຊ່ວຍໃຫ້ລອດສາມາດຢູ່ກັບຂ້ານ້ອຍເທົ່ານັ້ນ ແຕ່ພຣະອົງຍັງຮູ້ວ່າ ຂ້ານ້ອຍຮູ້ສຶກແນວໃດແທ້ໆນຳອີກ. ຂ້ານ້ອຍຮູ້ວ່າ ຄວາມຮັກທີ່ຂ້ານ້ອຍຮູ້ສຶກ ຜ່ານເພງສວດ ບໍ່ພຽງແຕ່ຊ່ວຍຂ້ານ້ອຍຜ່ານຜ່າຄືນນັ້ນໄປໄດ້ເທົ່ານັ້ນ, ແຕ່ຍັງໄດ້ຊ່ວຍຂ້ານ້ອຍໃຫ້ຜ່ານຜ່າການທົດລອງຫລາຍຢ່າງ ທີ່ຂ້ານ້ອຍໄດ້ອົດທົນຕໍ່ນຳອີກ.