​2017
ຄວາມ​ສຸກ​ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ
August 2017


ຊາວ​ໜຸ່ມ

ຄວາມ​ສຸກ​ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ

ທ່ານ​ເຄີຍ​ມີ​ມື້​ທີ່​ບໍ່​ດີ​ບໍ? ທ່ານ​ໄດ້​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ຊື່ນ​ບານ​ຂຶ້ນ? ປະທານ​ອຸກດອບ​ຮູ້​ວ່າ “ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຄວາມ​ເຈັບ​ປວດ​ໃຈ, ມີ​ຄວາມ​ຜິດ​ຫວັງ, ມີ​ຄວາມ​ໂສກ​ເສົ້າ. ເຮົາ​ອາດ​ຮູ້​ສຶກ​ແມ່ນ​ແຕ່​ທໍ້​ຖອຍ​ໃຈ ແລະ ໜັກ​ໃຈ​ເປັນ​ບາງ​ຄັ້ງ.”

ວິ​ທີ​ການ​ແກ້​ບັນ​ຫາ​ຂອງ​ເພິ່ນ​ຄື ການ​ດຳ​ລົງ​ຊີ​ວິດ​​ຕາມ​ທີ່​ເພິ່ນ​ເອີ້ນ​ວ່າ “​ຊີ​ວິດ​ຂອງ​ສາ​ນຸ​ສິດ”: “ຊື່​ສັດ ແລະ ເດີນ​​ໜ້າ​ຕໍ່​ໄປ​ດ້ວຍ​ສັດ​ທາ.” ເມື່ອ​ເຮົາ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ສັດ​ທາ, ເຮົາ​ຈະ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ຮັບ​ໃຊ້​ຄົນ​ອື່ນ—ແລະ ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໃນ​ການ​ເຮັດ​ທັງ​ໝົດ​ເຫລົ່າ​ນັ້ນ! ດັ່ງ​ທີ່​ປະທານ​ອຸກດອບ​ໄດ້​ກ່າວ​ວ່າ, “ບຸກ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ວິ​ທີ​ການ​ເປັນ​ສາ​ນຸ​ສິດ … ເປັນ​ບຸກ​ຄົນ​ທີ່ ການ​ກະ​ທຳ​ອັນ​ເລັກ​ນ້ອຍ ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ອັນ​ໃຫຍ່​ຫລວງ.

ໃຫ້​ເຮັດ​ລາຍ​ການ ບອກ​ເຖິງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ດຳ​ລົງ​ຊີ​ວິດ ຕາມ​ວິ​ທີ​ການ​ເປັນ​ສາ​ນຸ​ສິດ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຂຽນ ແນວ​ຄິດ​ກ່ຽວ​ກັບ ການ​ຮັບ​ໃຊ້ ເຊັ່ນ “ຊ່ວຍ​ພໍ່​ແມ່​ຕຽມ​ອາ​ຫານ​ຄ່ຳ” ຫລື ແນວ​ຄິດ​ກ່ຽວ​ກັບ​ການ​ຮັກ​ສາ​ພຣະ​ບັນ​ຍັດ ເຊັ່ນ “ການ​ອະ​ທິ​ຖານ​ຂໍ​ໃຫ້​ມີ​ຄວາມ​ອົດ​ທົນ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ.” ເມື່ອ​ໃດ​ທີ່​ທ່ານ​ຮູ້​ສຶກ​ໃຈ​ຮ້າຍ ຫລື ໜັກ​ໃຈ, ໃຫ້​ດຶງ​ເອົາ​ໃບ​ລາຍ​ການ​ອອກ​ມາ, ເລືອກ​ເອົາ ແນວ​ຄິດ​ໜຶ່ງ, ແລະ ພະ​ຍາ​ຍາມ​ເຮັດ​ມັນ​ໃຫ້​ໄດ້!

ພິມ