​2017
ການ​ດຳ​ລົງ​ຊີ​ວິດ​ທີ່​ອຸ​ທິດ​ຖວາຍ
August 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ສິງຫາ 2017

ການ​ດຳ​ລົງ​ຊີ​ວິດ​ທີ່​ອຸ​ທິດ​ຖວາຍ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຕຽມ​ທິ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ແນວ​ໃດ?

ຮູບ​ພາບ
Relief Society seal

ສັດທາ ຄອບຄົວ ສົງເຄາະ

“ການ​ອຸ​ທິດ​ຖວາຍ​ຄື​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ຫລື ການ​ອຸ​ທິດ​ບາງ​ສິ່ງ​ວ່າ​ສັກ​ສິດ, ອຸ​ທິດ​ແກ່​ຈຸດ​ປະ​ສົງ​ທີ່​ສັກ​ສິດ,” ແອວ​ເດີ ດີ ທອດ ຄຣິສໂຕ​ເຟີສັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ. “ຄວາມ​ສຳ​ເລັດ​ທີ່​ແທ້​ຈິງ​ໃນ​ຊີ​ວິດ​ນີ້ ມາ​ຈາກ​ການ​ອຸ​ທິດ​ຖວາຍ​ຊີ​ວິດ​ຂອງ​ເຮົາ—ນັ້ນ​ຄື, ເວ​ລາ ແລະ ການ​ເລືອກ​ຂອງ​ເຮົາ—ຕໍ່​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ.”1

ແອວ​ເດີ​ນຽວ ເອ ແມ໊ກ​ສະ​ແວວ (1926–2004) ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ, “ເຮົາ​ມັກ​ຄິດ​ເຖິງ​ການ​ອຸ​ທິດ​ຖວາຍ ພຽງ​ແຕ່​ເປັນ​ການ​ຍິນ​ຍອມ​ມອບ​ຊັບ​ສິນ​ຂອງ​ເຮົາ​ເທົ່າ​ນັ້ນ, ເມື່ອ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ. ແຕ່​ການ​ອຸ​ທິດ​ຖວາຍ​ທີ່​ສຸດ​ຍອດ ຄື​ການ​ຍິນ​ຍອມ​ຖວາຍ​ຕົນ​ໃຫ້​ແກ່​ພຣະ​ເຈົ້າ.”2

ເມື່ອ​ເຮົາ​ອຸ​ທິດ​ຖວາຍ​ຕົວ​ເອງ​ຕໍ່​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ, ສັດ​ທາ​ຂອງ​ເຮົາ ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ຈະ​ເພີ່ມ​ທະ​ວີ​ຂຶ້ນ. ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ດ້ວຍ​ການ​ອຸ​ທິດ​ຖວາຍ, ເຮົາ​ສາ​ມາດ​ຖືກ​ເຮັດ​ໃຫ້​ສັກ​ສິດ ໂດຍ​ຜ່ານ​ການ​ກະ​ທຳ​ເຫລົ່າ​ນັ້ນ.

ແຄວ​ໂຣ ເອັມ ສະ​ຕີບ​ເວັນສ໌, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ກ່າວ​ວ່າ: “ແອວ​ເດີ ຣໍເບີດ ດີ ແຮວສ໌ ໄດ້​ສອນ​ວ່າ, ‘ເມື່ອ​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ, ເຮົາ​ໄດ້​ອອກ​ມາ​ຈາກ​ໂລກ ແລະ ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.’

“ເຮົາ​ໄດ້​ປ່ຽນ​ໄປ. ເຮົາ​ເບິ່ງ​ແຕກ​ຕ່າງ, ແລະ ເຮົາ​ກໍ​ປະ​ພຶດ​ແຕກ​ຕ່າງ. ສິ່ງ​ທີ່​ເຮົາ​ຟັງ ແລະ ອ່ານ ແລະ ເວົ້າ ແມ່ນ​ແຕກ​ຕ່າງ, ແລະ ສິ່ງ​ທີ່​ເຮົາ​ນຸ່ງ​ຖື​ແມ່ນ​ແຕກ​ຕ່າງ ເພາະ​ເຮົາ​ກາຍ​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ ແລະ ຖືກ​ຜູກ​ມັດ​ໄວ້​ກັບ​ພຣະ​ອົງ ໂດຍ​ພັນ​ທະ​ສັນ​ຍາ.”3

ການ​ອຸ​ທິດ​ຖວາຍ ເປັນ​ພັນ​ທະ​ສັນ​ຍາ ທີ່​ພຣະ​ເຈົ້າ​ໄດ້​ເຮັດ “ໄວ້​ກັບ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ​ເມື່ອ​ເວ​ລານັ້ນ​ມາ​ເຖິງ ເຮົາ​ຈະ​ຕັ້ງ​ກົດ​ບັນ​ຍັດ​ຂອງ​ເຮົາ​ໄວ້​ພາຍ​ໃນ​ພວກ​ເຂົາ, ແລະ ຂຽນ​ກົດ​ບັນ​ຍັດ​ນັ້ນ​ໄວ້​ທີ່​ຫົວ​ໃຈ​ຂອງ​ພວກ​ເຂົາ; ແລະ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ” (ເຢ​ເຣ​ມີ​ຢາ 31:33). ການ​ດຳ​ລົງ​ຊີ​ວິດ​ດ້ວຍ​ການ​ອຸ​ທິດ​ຖວາຍ ເປັນ​ສິ່ງ​ສອດ​ຄ່ອງ​ກັບ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ.

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

1 ເທ​ສະ​ໂລ​ນິກ 1:3; Doctrine and Covenants 105:5; reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. D. Todd Christofferson, “Reflections on a Consecrated Life,” Liahona, Nov. 2010, 16.

  2. Neal A. Maxwell, “Consecrate Thy Performance,” Liahona, July 2002, 39.

  3. Carole M. Stephens, “Wide Awake to Our Duties,” Liahona, Nov. 2012, 115–16.

ພິມ