​2017
ຊີ​ວິດ​ຂອງ​ສາ​ນຸ​ສິດ
August 2017


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ສິງຫາ 2017

ຊີ​ວິດ​ຂອງ​ສາ​ນຸ​ສິດ

ເມື່ອ​ສາມ​ສິບ​ປີ​ກ່ອນ ໃນ​ປະ​ເທດ​ກາ​ນາ, ນັກ​ສຶກ​ສາ​ວິ​ທະ​ຍາ​ໄລ​ຄົນ​ໜຶ່ງ ຊື່ ໂດ ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ຕຶກ​ໂບດ​ຂອງ​ຊາວ​ມໍ​ມອນ ເປັນ​ເທື່ອ​ທຳ​ອິດ. ເພື່ອນ​ຄົນ​ໜຶ່ງ​ໄດ້​ເຊື້ອ​ເຊີນ​ນາງ​ໂດ ໃຫ້​ໄປ​ໂບດ​ກັບ​ນາງ, ແລະ ນາງ​ໂດ​ກໍ​ສົນ​ໃຈ​ຢາກ​ຮູ້​ວ່າ ສາດ​ສະ​ໜາ​ຈັກ​ເປັນ​ຈັ່ງ​ໃດ.

ຜູ້​ຄົນ​ຢູ່​ທີ່​ນັ້ນ ກໍ​ດີ ແລະ ອົບ​ອຸ່ນ ຈົນ​ວ່າ​ນາງ​ອົດ​ສົງ​ໄສ​ບໍ່​ໄດ້​ວ່າ, “ສາດ​ສະ​ໜາ​ຈັກ​ນີ້ ​​ເປັນສາດ​ສະ​ໜາ​ຈັກແບບ​ໃດ?”

ນາງ​ໂດ​ຮູ້​ສຶກ​ປະ​ທັບ​ໃຈ​ຫລາຍ ຈຶ່ງ​ໄດ້​ຕັດ​ສິນ​ໃຈ ທີ່​ຈະ​ຮຽນ​ຮູ້​ເພີ່ມ​ເຕີມ​ອີກ ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ, ຜູ້​​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ຫລາຍ​ແທ້ໆ. ແຕ່​ທັນ​ທີ​ທີ່​ນາງ​ເລີ່ມ​ຕົ້ນ​ເຮັດ​ແນວ​ນັ້ນ, ຄອບ​ຄົວ​ທີ່​ຫວັງ​ດີ ແລະ ໝູ່​ເພື່ອນ​ກໍ​ເລີ່ມ​ຕົ້ນ​ຕໍ່​ຕ້ານ​ນາງ ໃນ​ທຸກ​ວິ​ທີ​ທາງ. ເຂົາ​ເຈົ້າ​ໄດ້​ເວົ້າ​ສິ່ງ​ບໍ່​ດີ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ແລະ ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ເພື່ອ​ຫ້າມ​ປາມ​ນາງ.

ແຕ່​ນາງ​ໂດ​ໄດ້​ມີ​ປະ​ຈັກ​ພະ​ຍານ​ແລ້ວ.

ນາງ​ມີ​ສັດ​ທາ, ແລະ ນາງ​ຮັກ​ພຣະ​ກິດ​ຕິ​ຄຸນ, ຊຶ່ງ​ເຮັດ​ໃຫ້​ຊີ​ວິດ​ຂອງ​ນາງ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ. ແລະ ສະ​ນັ້ນ, ນາງ​ຈຶ່ງ​ໄດ້​ລົງ​ໄປ​ໃນ​ນ້ຳ​ແຫ່ງ​ບັບ​ຕິ​ສະ​ມາ.

ຫລັງ​ຈາກ​ນັ້ນ, ນາງ​ໄດ້​ຕັ້ງ​ໜ້າ​ຕັ້ງ​ຕາ​ໃນ​ການ​ສຶກ​ສາ ແລະ ອະ​ທິ​ຖານ. ນາງ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແຫວງ​ຫາ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ຊີ​ວິດ​ຂອງ​ນາງ. ຜົນ​ກໍ​ຄື, ປະ​ຈັກ​ພະ​ຍານ ​ແລະ ສັດ​ທາ​ຂອງ​ນາງ​ໂດ ໄດ້​ເຂັ້ມ​ແຂງ ແລະ ເລິກ​ຊຶ້ງ​ຫລາຍ​ຂຶ້ນ. ໃນ​ທີ່​ສຸດ ນາງ​ໄດ້​ຕັດ​ສິນ​ໃຈ​ຮັບ​ໃຊ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ.

ຫລັງ​ຈາກ​ໄດ້​ກັບ​ມາ​ຈາກ​ການ​ສອນ​ສາດ​ສະ​ໜາ​ຂອງ​ນາງ, ນາງ​ໄດ້​ພົບ​ຮັກ​ກັບ​ຊາຍ​ໜຸ່ມ ຜູ້​ໄດ້​ໄປ​ສອນ​ສາດ​ສະ​ໜາ ແລະ ໄດ້​ແຕ່ງ​ງານ​ກັນ—ເປັນ​ຊາຍ​ໜຸ່ມ​ຄົນ​ດຽວ​ກັນ​ກັບ​ທີ່​ໃຫ້​ບັບ​ຕິ​ສະ​ມາ​ນາງ—ແລະ ຕໍ່​ມາ ໄດ້​ຜະ​ນຶກ​ເຂົ້າ​ກັນ ຢູ່​ພຣະ​ວິ​ຫານ ໂຈ​ຮານ​ເນັດ​ສະ​ເບີກ ​ອາ​ຟຣິ​ກາ​ໃຕ້.

ຫລາຍ​ປີ​ໄດ້​ຜ່ານ​ໄປ ນັບ​ຕັ້ງ​ແຕ່​ນາງ​ໂດ ຄາ​ຄູ ໄດ້​ປະ​ສົບ​ກັບ​ຄວາມ​ສຸກ ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ໄລ​ຍະ​ນັ້ນ, ຊີ​ວິດ​ບໍ່​ໄດ້​ຫວານ​ຊື່ນ​ຕະ​ຫລອດ​ເວ​ລາ​ສຳ​ລັບ​ນາງ. ນາງ​ໄດ້​ອົດ​ທົນ​ກັບ​ບັນ​ຫາ​ທີ່​ເຈັບ​ປວດ​ໃຈ ແລະ ຄວາມ​ໝົດ​ຫວັງ, ຮ່ວມ​ທັງ​ການ​ສູນ​ເສຍ​ລູກ​ໄປ​ສອງ​ຄົນ—ຄວາມ​ໂສກ​ເສົ້າ​ຢ່າງ​ຫລວງ​ຫລາຍ ຂອງ​ປະ​ສົບ​ການ​ເຫລົ່າ​ນັ້ນ ຍັງ​ໜັກ​ໜ່ວງ​ຢູ່​ໃນ​ໃຈ​ຂອງ​ນາງ​ຢູ່.

ແຕ່​ນາງ ແລະ ສາ​ມີ​ຂອງ​ນາງ, ແອນ​ຕະ​ນີ, ໄດ້​ພະ​ຍາ​ຍາມ​ເຂົ້າ​ໃກ້​ຊິດ​ກັນ ແລະ ເຂົ້າ​ໃກ້​ຊິດ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຂົາ​ເຈົ້າ, ຜູ້​ທີ່​ເຂົາ​ເຈົ້າ​ຮັກ​ດ້ວຍ​ສຸດ​ຫົວ​ໃຈ.

ມື້ນີ້, 30 ປິ ຫລັງ​ຈາກ​ນາງ​ໄດ້​ລົງ​ໄປ​ໃນ​ນ້ຳ​ແຫ່ງ​ບັບ​ຕິ​ສະ​ມາ, ຊິດ​ສະ​ເຕີ ຄາ​ຄູ ໄດ້​ສຳ​ເລັດ​ການ​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຂອງ​ນາງ​ອີກ​ເທື່ອ​ໜຶ່ງ ເມື່ອ​ບໍ່​ດົນ​ມາ​ນີ້—ເທື່ອ​ນີ້ ຄຽງ​ຂ້າງ​ກັບ​ສາ​ມີ​ຂອງ​ນາງ, ຜູ້​ໄດ້​ເປັນ​ປະ​ທານ​ເຜີຍ​ແຜ່​ໃນ​ປະ​ເທດ ນີ​ເຊ​ເຣຍ.

ຜູ້​ຄົນ​ທີ່​ຮູ້​ຈັກ​ຊິດ​ສະ​ເຕີ ຄາ​ຄູ ໄດ້​ບອກ​ເຖິງ​ບາງ​ສິ່ງ​ທີ່​ພິ​ເສດ​ກ່ຽວ​ກັບ​ນາງ. ນາງ​ສ່ອງ​ໄສ. ມັນ​ຍາກ​ທີ່​ຈະ​ໃຊ້​ເວ​ລາ​ກັບ​ນາງ ໂດຍ​ທີ່​ບໍ່​ຮູ້​ສຶກ​ຄວາມ​ສຸກ​ຫລາຍ​ຂຶ້ນ.

ປະ​ຈັກ​ພະ​ຍານ​ຂອງ​ນາງ​ແມ່ນ​ແນ່​ນອນ ທີ່​ວ່າ: “ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຫັນ​ຂ້າ​ພະ​ເຈົ້າ ວ່າ​ເປັນ​ທິ​ດາ ແລະ ເປັນ​ເພື່ອນ​ຂອງ​ພຣະ​ອົງ (ເບິ່ງ ໂມ​ໄຊ​ຢາ 5:7; ອີ​ເທີ 3:14),” ນາງ​ກ່າວ. “ແລະ ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້ ແລະ ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ ທີ່​ຈະ​ເປັນ​ເພື່ອນ​ຂອງ​ພຣະ​ອົງ​ເຊັ່ນ​ດຽວ​ກັນ—ບໍ່​ພຽງ​ແຕ່​ໂດຍ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ເທົ່າ​ນັ້ນ ແຕ່​ໂດຍ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກະ​ທຳ​ດ້ວຍ.”

ເຮົາ​ເປັນ​ສາ​ນຸ​ສິດ

ເລື່ອງ​ລາວ​ຂອງ​ຊິດ​ສະ​ເຕີ ຄາ​ຄູ ແມ່ນ​ຄ້າຍ​ຄື​ກັນ​ກັບ​ເລື່ອງ​ລາວ​ຂອງ​ຫລາຍ​ຄົນ. ນາງ​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮູ້​ຄວາມ​ຈິງ, ນາງ​ໄດ້​ເສຍ​ສະ​ລະ​ຫລາຍ​ຢ່າງ ເພື່ອ​ແລກ​ກັບ​ຄວາມ​ສະ​ຫວ່າງ​ທາງ​ວິນ​ຍານ, ນາງ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ນາງ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ແລະ ໃນ​ຊີ​ວິດ ນາງ​ກໍ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ໂສກ​ເສົ້າ.

ບໍ່​ວ່າ​ຈະ​ມີ​ສິ່ງ​ໃດ​ກີດ​ກັນ​ກໍ​ຕາມ, ບໍ່​ວ່າ​ຈະ​ໂສກ​ເສົ້າ​ຫລາຍ​ພຽງ​ໃດ, ແຕ່​ນາງ​ກໍ​ໄດ້​ກ້າວ​ເດີນ​ໄປ​ໜ້າ​ດ້ວຍ​ສັດ​ທາ. ແລະ ສິ່ງ​ສຳ​ຄັນ​ຄື ນາງ​ຮັກ​ສາ​ຄວາມ​ສຸກ​ໄວ້. ນາງ​ໄດ້​ພົບ​ເຫັນ ບໍ່​ພຽງ​ແຕ່​ວິ​ທີ ທີ່​ຕ້ອງ​ອົດ​ທົນ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ຊີ​ວິດ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ພົບ​ເຫັນ​ວິ​ທີ​ທີ່ຈະ ຈະ​ເລີນ​ເຕີບ​ໂຕ​ນຳ​ອີກ!

ເລື່ອງ​ລາວ​ຂອງ​ນາງ​ກໍ​ຄ້າຍ​ຄື​ກັນ​ກັບ​ເລື່ອງ​ລາວ​ຂອງ​ທ່ານ ແລະ ຂ້າ​ພະ​ເຈົ້າ.

ສ່ວນ​ຫລາຍ​ແລ້ວ ການ​ເດີນ​ທາງ​ຂອງ​ເຮົາ​ຈະ​ບໍ່​ຮາບ​ພຽງ ຫລື ປາດ​ສະ​ຈາກ​ການ​ທົດ​ລອງ.

ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ເວ​ລາ​ທີ່​ຕ້ອງ​ເຈັບ​ປວດ​ໃຈ, ຜິດ​ຫວັງ, ໂສກ​ເສົ້າ.

ເຮົາ​ອາດ​ຮູ້​ສຶກ​ແມ່ນ​ແຕ່​ທໍ້​ຖອຍ​ໃຈ ແລະ ໜັກ​ໃຈ​ເປັນ​ບາງ​ຄັ້ງ.

ແຕ່​ບຸກ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ວິ​ທີ​ການ​ເປັນ​ສາ​ນຸ​ສິດ—ຜູ້​ທີ່​ຊື່​ສັດ ແລະ ເດີນ​ໜ້າ​ຕໍ່​ໄປ​ດ້ວຍ​ສັດ​ທາ, ຜູ້​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ;1 ຜູ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໃນ​ແຕ່​ລະ​ວັນ ແລະ ໃນ​ແຕ່​ລະ​ຊົ່ວ​ໂມງ, ຜູ້​ໃຫ້​ການ​ຮັບ​ໃຊ້​ຢ່າງ​ພຣະ​ຄຣິດ ຕໍ່​ຜູ້​ທີ່​ຢູ່​ອ້ອມ​ຮອບ​ເຂົາ​ເຈົ້າ, ເຮັດ​ຄວາມ​ດີ​ງາມ​ໄປ​ເທື່ອ​ລະ​ຢ່າງ—ເປັນ​ບຸກ​ຄົນ​ທີ່ ການ​ກະ​ທຳ​ອັນ​ເລັກ​ນ້ອຍ ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ອັນ​ໃຫຍ່​ຫລວງ.

ບຸກ​ຄົນ​ທີ່​ມີ​ຄວາມ​ກະ​ລຸ​ນາຈັກ​ເລັກ​ຈັກ​ໜ່ອຍ, ໃຫ້​ອະ​ໄພ​ຈັກ​ເລັກ​ຈັກ​ໜ່ອຍ, ແລະ ມີ​ຄວາມ​ເມດ​ຕາ​ຈັກ​ເລັກ​ຈັກ​ໜ່ອຍ ຈະ​ເປັນ​ຜູ້​ມີ​ເມດ​ຕາ ທີ່​ຈະ​ໄດ້​ຮັບ​ຄວາມ​ເມດ​ຕາ.2 ບຸກ​ຄົນ​ທີ່​ເຮັດ​ໃຫ້​ໂລກ​ນີ້​ເປັນ​ສະ​ຖານ​ທີ່ ທີ່​ດີ​ກວ່າ​ເກົ່າ, ໂດຍ​ການ​ກະ​ທຳ​ຢ່າງ​ເປັນ​ຫ່ວງ​ເປັນ​ໃຍ ແລະ ຮັກ​ຫອມ​ເທື່ອ​ລະ​ຢ່າງ, ແລະ ຜູ້​ທີ່​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ ທີ່​ເປັນ​ພອນ, ເພິ່ງ​ພໍ​ໃຈ, ແລະ ສະ​ຫງົບ​ສຸກ ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ບຸກ​ຄົນ​ທີ່​ໃນ​ທີ່​ສຸດ ຈະ​ພົບ​ຄວາມ​ສຸກ.

ເຂົາ​ເຈົ້າ​ຈະ​ຮູ້​ວ່າ “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ແຜ່​ຂະ​ຫຍາຍ​ໄປ​ຢ່າງ​ກວ້າງ​ໄກ ໃນ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ … ເປັນ​ສິ່ງ​ທີ່​ໜ້າ​ເພິ່ງ​ປາດ​ຖະ​ໜາ ເກີນ​ກວ່າ​ທຸກ​ສິ່ງ​ທັງ​ປວງ … ແລະ ເປັນ​ສິ່ງ​ທີ່​ໜ້າ​ຊື່ນ​ຊົມ​ທີ່​ສຸດ ຕໍ່​ຈິດ​ວິນ​ຍານ.”3

ພິມ