​2017
ການ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ແຕ່​ລະ​ວັນ
October 2017


ຊາວ​ໜຸ່ມ

ການ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ແຕ່​ລະ​ວັນ

ໝູ່​ເພື່ອນ, ວຽກ​ບ້ານ, ການ​ບ້ານ, ໂທລະພາບ—ມີ​ຫລາຍ​ສິ່ງ​ທີ່​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ຈາກ​ເຮົາ. ແຕ່​ທຸກ​ອາ​ທິດ, ເຮົາ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ “ວ່າ [ເຮົາ] ຈະ​ລະນຶກ​ເຖິງ [ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ] ຕະ​ຫລອດ​ເວລາ” (ເບິ່ງ D&C 20:79).

ປະທານ​ໄອຣິງ ກ່າວ​ວ່າ ເຮົາ​ສາ​ມາດ “ເລືອກ​ເຮັດ​ທຸກ​ມື້” ໃນ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃຫ້​ຕັ້ງ​ເປົ້າ​ໝາຍ​ໃນ​ເດືອນ​ນີ້ ທີ່​ຈະ​ລະນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລາຍ​ຂຶ້ນ​ໃນ​ແຕ່​ລະ​ວັນ. ເຈົ້າ​ສາ​ມາດ​ເຮັດ​ປະຕິທິນ ແລະ ສັນ​ຍາ​ທີ່​ຈະ​ເຮັດ​ສິ່ງ​ໜຶ່ງ​ໃນ​ແຕ່​ລະວັນ ເພື່ອ​ສ້າງ​ຄວາມ​ສຳ​ພັນ​ກັບ​ພຣະ​ອົງ. ປະທານ​ໄອຣິງ ບອກ​ບາງ​ຢ່າງ ເຊັ່ນ​ການ​ອ່ານ​ພຣະ​ຄຳ​ພີ, ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ, ແລະ ການ​ຮັບ​ໃຊ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄົນ​ອື່ນ. ແລະ ກໍ​ມີ​ການ​ຂຽນ​ບັນ​ທຶກ​ສ່ວນ​ຕົວ, ການ​ໄປ​ປະ​ຊຸມ​ໂບດ, ການ​ຮັບ​ຊົມ​ຮັບ​ຟັງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ການ​ໄປ​ພຣະ​ວິ​ຫານ, ການ​ຮ້ອງ​ເພງ​ສວດ—ແລະ ອື່ນໆ! ເມື່ອ​ເຮົາ​ລະນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທຸກ​ວັນ, ປະທານ​ໄອຣິງ ສັນ​ຍາ​ວ່າ “​ພອນ … ຈະ​ມີ​ມາ​ຢ່າງ​ຊ້າໆ ແລະ ສະໝ່ຳ​ສະເໝີ … [ແລະ] ​ຈະ​ຫລໍ່​ຫລອມ​ເຮົາ​ໃຫ້​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.”

ພິມ