​2017
ໂອບ​ກອດ​ຄົນ​ທີ່​ຫລົງ​ທາງ​ໄປ​ດ້ວຍ​ຄວາມ​ຮັກ
October 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ຕຸລາ 2017

ໂອບ​ກອດ​ຄົນ​ທີ່​ຫລົງ​ທາງ​ໄປ​ດ້ວຍ​ຄວາມ​ຮັກ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະຕີ​ສົງ​ເຄາະ ຕຽມ​ທິ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ແນວ​ໃດ?

ຮູບ​ພາບ
Relief Society seal

ສັດທາ ຄອບຄົວ ສົງເຄາະ

“ຕາມ​ຄວາມ​ເປັນ​ຈິງ​ແລ້ວ ບໍ່​ມີ​ຄອບ​ຄົວ​ໃດ​ທີ່​ສົມ​ບູນ​ແບບ​ທຸກ​ຢ່າງ … ,” ປະທານ​ດີເດີ ແອັຟ ອຸກດອບ, ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສູງ​ສຸດ ໄດ້​ກ່າວ. “ບໍ່​ວ່າ​ບັນ​ຫາ​ໃນ​ຄອບ​ຄົວ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ບໍ່​ວ່າ​ທ່ານ​ຈະ​ຕ້ອງ​ເຮັດ​ສິ່ງ​ໃດ​ກໍ​ຕາມ ເພື່ອ​ແກ້​ບັນ​ຫາ, ບັ້ນ​ຕົ້ນ ແລະ ບັ້ນ​ປາຍ​ຂອງ​ການ​ແກ້​ບັນ​ຫາ​ແມ່ນ ຄວາມ​ໃຈ​ບຸນ, ແມ່ນ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.”1

ກ່ຽວ​ກັບ​ຜູ້​ທີ່​ບໍ່​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ສ່ວນ​ໃນ​ພຣະ​ກິດ​ຕິ​ຄຸນ, ລິນດາ ເຄ ເບີ​ຕັນ, ອະດີດ​ປະທານ​ສະມາ​ຄົມ​ສະຕີ​ສົງ​ເຄາະ​ສາ​ມັນ, ໄດ້​ກ່າວ​ວ່າ: “ພຣະ​ບິ​ດາ​ເທິງ​ສະຫວັນ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ. … ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ—ຢູ່​ໃນ ຫລື ນອກ​ເສັ້ນ​ທາງ—ພຣະ​ອົງ​ປະສົງ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ບ້ານ.”2

“ເຖິງ​ແມ່ນ ​[ລູກໆ​ຂອງ​ທ່ານ] ຈະ​ດື້​ດັນ​ຫລາຍ​ຂະໜາດ​ໃດ​ກໍ​ຕາມ, … ເມື່ອ​ທ່ານ​ກ່າວ ຫລື ເວົ້າ​ລົມ​ກັບ​ເຂົາ​ເຈົ້າ, ຢ່າ​ເຮັດ​ດ້ວຍ​ຄວາມ​ໂມ​ໂຫ, ຢ່າ​ກ່າວ​ຫຍາບ​ຄາຍ, ໃນ​ແບບ​ທີ່​ກ່າວ​ປະນາມ,” ປະທານ​ໂຈເຊັບ ແອັຟ ສະມິດ ໄດ້​ສອນ (1838–1918). “ໃຫ້​ກ່າວ​ກັບ​ເຂົາ​ແບບ​ດີໆ.”3

ແອວເດີ ບະເຣນ ເອັຈ ນຽວສັນ ແຫ່ງ​ສາ​ວົກ​ເຈັດ​ສິບ ໄດ້ກ່າວ​ເນັ້ນ​ຄຳ​ແນະນຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສຳລັບ​ຜູ້​ທີ່​ມີ​ເງິນ​ 10 ຫລຽນ ແລະ ສູນ​ເສຍ ຫລຽນ​ໜຶ່ງ​ໄປ​ວ່າ: “ໃຫ້​ຊອກ​ຫາ​ຈົນ​ກວ່າ​ທ່ານ​ຈະ​ພົບ​ມັນ. ເມື່ອ​ຜູ້​ສູນ​ເສຍ​ນັ້ນ​ເປັນ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ທ່ານ, ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ທ່ານ, … ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້, ພວກ​ເຮົາ​ຮັກ​ຄົນ​ນັ້ນ​ດ້ວຍ​ສຸດ​ໃຈ. …

“ຂໍ​ໃຫ້​ທ່ານ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເປີດ​ເຜີຍ​ໃຫ້​ຮູ້​ວິ​ທີ​ການ​ທີ່​ດີ​ທີ່​ສຸດ ເພື່ອ​ຈະ​ໄດ້​ເຂົ້າ​ໃກ້​ຜູ້​ຄົນ​ໃນ​ຊີວິດ​ຂອງ​ເຮົາ​ຜູ້​ທີ່​ເສຍ​ໄປ ແລະ ໃນ​ເວ​ລາ​ທີ່​ຈໍາ​ເປັນ, ໃຫ້​ມີ​ຄວາມ​ອົດ​ທົນ ແລະ ມີ​ຄວາມ​ຮັກ​ຂອງ​ພຣະ​ບິດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໃນ​ຂະ​ນະ​ທີ່​ເຮົາ​ຮັກ, ເຝົ້າ​ເບິ່ງ, ແລະ ລໍ​ຖ້າ​ຜູ້​ທີ່​ເສຍ​ໄປ.”4

ປະທານ​ເຮັນຣີ ບີ ໄອຣິງ, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ວ່າ ຄົນ​ທີ່​ຂ້າ​ພະ​ເຈົ້າ​ຮັກ​ຈະ​ສະແຫວງ​ຫາ ແລະ ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ວ່າ ທູດ​ສະຫວັນ​ທີ່​ເປັນ​ມະ​ນຸດ ຈະ​ມາ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ, ແລະ ພວກ​ເພິ່ນ​ກໍ​ໄດ້​ມາ​ແທ້.

“ພຣະ​ເຈົ້າ​ໄດ້​ຈັດ​ວິ​ທີ​ທາງ​ທີ່​ຈະ​ຊ່ວຍ​ເຮົາ​ຜູ້​ເປັນ​ລູກໆ​ຂອງ​ພຣະ​ອົງ​ໃຫ້​ລອດ.”5

ຂໍ້​ພຣະ​ຄຳ​ພີ ແລະ ຂໍ້​ມູນ​ເພີ່ມ​ເຕີມ

ມັດທາຍ 18:12; ແອວມາ 31:35; 3 ນີໄຟ 13:32; D&C 121:41–42

reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. Dieter F. Uchtdorf, “In Praise of Those Who Save,” Liahona, May 2016, 79, 80.

  2. Linda K. Burton, in Sarah Jane Weaver, “Sister Burton, Sister Wixom Visit Church’s Pacific Area,” Church News, Apr. 2, 2013, lds.org/church/news.

  3. Teachings of Presidents of the Church: Joseph F. Smith (1998), 254.

  4. Brent H. Nielson, “Waiting for the Prodigal,” Liahona, May 2015, 103.

  5. Henry B. Eyring, “To My Grandchildren,” Liahona, Nov. 2013, 71.

ພິມ