ຊາວໜຸ່ມ
ການລະນຶກເຖິງພຣະຜູ້ເປັນເຈົ້າໃນແຕ່ລະວັນ
ໝູ່ເພື່ອນ, ວຽກບ້ານ, ການບ້ານ, ໂທລະພາບ—ມີຫລາຍສິ່ງທີ່ຮຽກຮ້ອງຄວາມສົນໃຈຈາກເຮົາ. ແຕ່ທຸກອາທິດ, ເຮົາສັນຍາກັບພຣະບິດາເທິງສະຫວັນ “ວ່າ [ເຮົາ] ຈະລະນຶກເຖິງ [ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ] ຕະຫລອດເວລາ” (ເບິ່ງ D&C 20:79).
ປະທານໄອຣິງ ກ່າວວ່າ ເຮົາສາມາດ “ເລືອກເຮັດທຸກມື້” ໃນສິ່ງທີ່ຈະຊ່ວຍເຮົາໃຫ້ລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດ. ໃຫ້ຕັ້ງເປົ້າໝາຍໃນເດືອນນີ້ ທີ່ຈະລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດ ຫລາຍຂຶ້ນໃນແຕ່ລະວັນ. ເຈົ້າສາມາດເຮັດປະຕິທິນ ແລະ ສັນຍາທີ່ຈະເຮັດສິ່ງໜຶ່ງໃນແຕ່ລະວັນ ເພື່ອສ້າງຄວາມສຳພັນກັບພຣະອົງ. ປະທານໄອຣິງ ບອກບາງຢ່າງ ເຊັ່ນການອ່ານພຣະຄຳພີ, ການອະທິຖານດ້ວຍສັດທາ, ແລະ ການຮັບໃຊ້ພຣະຜູ້ຊ່ວຍໃຫ້ລອດ ແລະ ຄົນອື່ນ. ແລະ ກໍມີການຂຽນບັນທຶກສ່ວນຕົວ, ການໄປປະຊຸມໂບດ, ການຮັບຊົມຮັບຟັງກອງປະຊຸມໃຫຍ່ສາມັນ, ການໄປພຣະວິຫານ, ການຮ້ອງເພງສວດ—ແລະ ອື່ນໆ! ເມື່ອເຮົາລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດທຸກວັນ, ປະທານໄອຣິງ ສັນຍາວ່າ “ພອນ … ຈະມີມາຢ່າງຊ້າໆ ແລະ ສະໝ່ຳສະເໝີ … [ແລະ] ຈະຫລໍ່ຫລອມເຮົາໃຫ້ກາຍເປັນສານຸສິດທີ່ແທ້ຈິງ ຂອງອົງພຣະເຢຊູຄຣິດເຈົ້າ.”