​2017
ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ
October 2017


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ຕຸລາ 2017

ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ

ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ທຸກ​ຄັ້ງ, ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ຈະ​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະຫວັນ ວ່າ​ເຮົາ​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ເພື່ອ​ວ່າ​ເຮົາ​ຈະ​ມີ​ພຣະ​ວິນຍານ​ຂອງ​ພຣະ​ອົງ​ຢູ່​ກັບ​ເຮົາ (ເບິ່ງ ໂມ​ໂຣ​ໄນ 4:3; 5:2; D&C 20:77, 79). ການ​ລະ​ນຶກ​ເຖິງ​ພຣະ​ອົງ ຈະ​ຍ່ອມ​ເກີດ​ກັບ​ເຮົາ​ສະເໝີ ເມື່ອ​ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ. ເຮົາ​ເຮັດ​ເຊັ່ນ​ນັ້ນ​ໃນ​ຫລາຍ​ວິ​ທີ​ທາງ ໂດຍ​ສະເພາະ​ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ອ່ານ​ພຣະ​ຄຳ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ, ແລະ ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ພຣະ​ອົງ​ມີ​ໃຫ້​ເຮົາ​ເຮັດ.

ມັນ​ໄດ້​ເກີດ​ຂຶ້ນ​ກັບ​ຂ້າ​ພະ​ເຈົ້າ ຕອນ​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຊາຍ​ໜຸ່ມ​ຄົນ​ໜຶ່ງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໂດຍ​ຜູ້​ຮັບ​ໃຊ້​ທີ່​ຖືກ​ແຕ່ງ​ຕັ້ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ ເພື່ອ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ເພື່ອ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ແລະ ເຖິງ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ. ຄູ່​ສອນ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ໄດ້​ສັນ​ຍາ​ກັບ​ຊາຍ​ໜຸ່ມ​ຄົນ​ນັ້ນ​ວ່າ ລາວ​ຈະ​ສະ​ອາດ​ຜ່ານ​ທາງ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ລາວ​ກັບ​ໃຈ ດ້ວຍ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮັບ​ບັບ​ຕິ​ສະມາ​ໂດຍ​ຜູ້​ຮັບ​ໃຊ້​ທີ່​ໄດ້​ຮັບ​ມອບ​ໝາຍ​ຂອງ​ພຣະ​ອົງ.

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍົກ​ຊາຍ​ໜຸ່ມ​ຄົນ​ນັ້ນ​ຂຶ້ນ​ມາ​ຈາກ​ນ້ຳ ໃນ​ອ່າງ​ບັບ​ຕິ​ສະ​ມາ​ແລ້ວ, ລາວ​ໄດ້​ຊື່ມ​ໃສ່​ຫູ​ຂ້າ​ພະ​ເຈົ້າ​ວ່າ, “ຂ້ອຍ​ສະ​ອາດ​ແລ້ວ, ຂ້ອຍ​ສະ​ອາດ​ແລ້ວ.” ໃນ​ເວ​ລາ​ນັ້ນ​ເອງ, ຂ້າ​ພະ​ເຈົ້າ​ໄດ້​ນຶກ​ເຖິງ​ຕອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຮັບ​ບັບ​ຕິ​ສະ​ມາ ໂດຍ​ໂຢຮັນ​ບັບຕິ​ສະໂຕ ຢູ່​ໃນ​ແມ່​ນ້ຳ​ຈໍແດນ. ຍິ່ງ​ໄປ​ກວ່ານັ້ນ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ຂ້າ​ພະ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ງານ​ແຫ່ງ​ການ​ຊ່ວຍ​ໃຫ້​ລອດ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ແລະ ຊົງ​ພຣະ​ຊົນ​ຢູ່—ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ນຳ, ດັ່ງ​ທີ່​ເກີດ​ກັບ​ໂຢຮັນ.

ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ສຳ​ລັບ​ເຮົາ​ແຕ່​ລະ​ຄົນ, ການ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ເພິ່ງ​ອາໄສ​ຄວາມ​ຊົງ​ຈຳ​ຂອງ​ຄວາມ​ຮູ້ ແລະ ປະ​ສົບ​ການ​ນຳ​ພຣະ​ອົງ. ເຮົາ​ສາ​ມາດ​ເລືອກ​ເຮັດ​ທຸກ​ມື້ ໃນ​ສິ່ງ​ທີ່​ຈະ​ດຶງ​ດູດ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ອົງ ໃນ​ປະ​ຈຸ​ບັນ.

ການ​ເລືອກ​ທີ່​ງ່າຍ​ທີ່​ສຸດ ອາດ​ເປັນ​ການ​ອ່ານ​ພຣະ​ຄຳ​ພີ. ໂດຍ​ການ​ເຮັດ​ສິ່ງ​ນີ້, ເຮົາ​ສາ​ມາດ​ໄດ້​ຮັບ​ຄວາມ​ຮູ້​ສຶກ​ວ່າ​ເຮົາ​ຢູ່​ໃກ້​ພຣະ​ອົງ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ການ​ຢູ່​ໃກ້​ໄດ້​ເກີດ​ຂຶ້ນ​ເລື້ອຍໆ ຕອນ​ຂ້າ​ພະ​ເຈົ້າ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ນາ​ທີ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຫລາຍ​ບົດ ຂອງ 2 ນີໄຟ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ນີໄຟ ​ແລະ ລີໄຮ ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ທີ່​ບັນ​ຍາຍ​ເຖິງ​ພ​ຣະ​ຜູ້​ຊ່ວຍ​ໃຫ້​ລອດ ຄື​ກັນ​ກັບ​ວ່າ​ພວກ​ເພິ່ນ​ຮູ້​ຈັກ​ພຣະ​ອົງ​ເປັນ​ສ່ວນ​ຕົວ. ຄວາມ​ຮູ້​ສຶກ​ເຖິງ​ການ​ໃກ້​ຊິດ​ກໍ​ເກີດ​ຂຶ້ນ.

ສຳ​ລັບ​ທ່ານ, ບ່ອນ​ໃດ​ບ່ອນ​ໜຶ່ງ​ໂດຍ​ສະ​ເພາະ​ຢູ່​ໃນ​ພຣະ​ຄຳ​ພີ ອາດ​ດຶງ​ດູດ​ທ່ານ​ໃຫ້​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ອົງ​ໄດ້. ແຕ່ບໍ່​ວ່າ​ບ່ອນ​ໃດ ແລະ ເມື່ອ​ໃດ​ກໍ​ຕາມ ທີ່​ທ່ານ​ອ່ານ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ດ້ວຍ​ຄວາມ​ຖ່ອມ​ຕົວ ແລະ ດ້ວຍ​ຄວາມ​ຕັ້ງ​ໃຈ​ອັນ​ແທ້​ຈິງ ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລ້ວ​ທ່ານ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ຫລາຍ​ຂຶ້ນ ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ ໄວ້​ໃນ​ຊີ​ວິດ​ປະຈຳ​ວັນ​ຂອງ​ທ່ານ.

ຄວາມ​ປາດ​ຖະ​ໜາ​ນັ້ນ ຈະ​ປ່ຽນ​ວິ​ທີ​ທີ່​ທ່ານ​ຮັບ​ໃຊ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ຈະ​ອະ​ທິ​ຖານ​ຫາ​ພຣະບິ​ດາ​ເທິງ​ສະຫວັນ ເພື່ອ​ຊ່ວຍ​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ທ່ານ ແມ່ນ​ແຕ່​ການ​ເອີ້ນ​ທີ່​ປະກົດ​ວ່າ ເປັນ​ການ​ເອີ້ນ​ທີ່​ເລັກ​ນ້ອຍ​ສຳ​ລັບ​ທ່ານ​ກໍ​ຕາມ. ຄວາມ​ຊ່ວຍ​ເຫລືອ​ທີ່​ທ່ານ​ຈະ​ທູນ​ຂໍ ຄື​ຄວາມ​ສາ​ມາດ​ທີ່​ຈະ​ບໍ່​ຄິດ​ກ່ຽວ​ກັບ​ຕົວ​ເອງ ແຕ່​ຈະ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ສົງ​ຫລາຍ​ກວ່າ ສຳ​ລັບ​ຜູ້​ທີ່​ທ່ານ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້.

ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ຫັດ ແລະ ການສະ​ຖິດ​ຢູ່​ໃກ້​ຂອງ​ພຣະ​ອົງ ຕອນ​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ລູກໆ​ຂອງ​ຂ້າ​ພະ​ເຈົ້າ ​ຕອນ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ທີ່​ຈະ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ ໃຫ້​ພົບ​ສັນ​ຕິ​ສຸກ ຊຶ່ງ​ພຽງ​ແຕ່​ພຣະ​ກິດ​ຕິ​ຄຸນ​ເທົ່າ​ນັ້ນ ທີ່​ສາ​ມາດ​ນຳ​ມາ​ໃຫ້. ໃນ​ເວ​ລາ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ບໍ່​ສົນ​ໃຈ​ເລື່ອງ​ການ​ເປັນ​ພໍ່​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ຜົນ, ແຕ່​ຂ້າ​ພະ​ເຈົ້າ​ສົນ​ໃຈ​ຫລາຍ​ທີ່​ສຸດ ກ່ຽວ​ກັບ​ຄວາມ​ສຳ​ເລັດ​ຜົນ ແລະ ສະ​ຫວັດ​ດີ​ພາບ​ຂອງ​ລູກໆ​ຂອງ​ຂ້າ​ພະ​ເຈົ້າ.

ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມອບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢາກ​ມອບ​ໃຫ້​ຜູ້​ຄົນ​ທີ່​ເຮົາ​ຮັບ​ໃຊ້ ຈະ​ນຳ​ເຮົາ​ໄປ​ສູ່​ການ​ອະ​ທິ​ຖານ ທີ່​ເປັນ​ແບບ ການ​ອ້ອນ​ວອນ ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ​ແທ້ໆ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ອະ​ທິ​ຖານ​ໃນ​ແບບ​ນັ້ນ—ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດ້ວຍ​ສັດ​ທາ​ໃນ​ພຣະ​ອົງ—ແລ້ວ ພຣະ​ບິ​ດາ​ຈະ​ຕອບ. ພຣະ​ອົງ​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ ເພື່ອ​ນຳ​ພາ, ປອບ​ໂຍນ, ແລະ ໃຫ້​ກຳ​ລັງ​ໃຈ​ເຮົາ. ເພາະ​ພຣະ​ວິນ​ຍານ​ຈະ​ເປັນ​ພະ​ຍານ​ສະ​ເໝີ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ 3 ນີໄຟ 11:32, 36; 28:11; ອີເທີ 12:41), ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ສຸດ​ໃຈ, ສຸດ​ຄວາມ​ນຶກ​ຄິດ, ແລະ ສຸດ​ພະລັງ ຈະ​ເພີ່ມ​ທະ​ວີ​ຂຶ້ນ (ເບິ່ງ ມາຣະໂກ 12:30; ລູກາ 10:27; D&C 59:5).

ພອນ​ຂອງ​ການ​ລະນຶກ​ເຖິງ​ພຣະ​ອົງ​ໃນ​ແຕ່​ລະ​ວັນ ແລະ ໃນ​ປະ​ຈຸ​ບັນ ຈະ​ມີ​ມາ​ຢ່າງ​ຊ້າໆ ແລະ ສະໝ່ຳ​ສະເໝີ ເມື່ອ​ເຮົາ​ຮັບ​ໃຊ້​ພຣະ​ອົງ, ຊື່ນ​ຊົມ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ, ແລະ ອະ​ທິ​ຖານ​ດ້ວຍ​ສັດ​ທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ແລະ ການ​ລະ​ນຶກ​ເຖິງ​ນີ້ ຈະ​ຫລໍ່​ຫລອມ​ເຮົາ ໃຫ້​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ​ນີ້—ແລະ ຕໍ່​ໄປ ກັບ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ໃນ​ລັດ​ສະ​ໝີ​ພາບ​ຂອງ​ໂລກ​ທີ່​ຈະ​ມາ​ເຖິງ.

ພິມ