​2018
ສາມ​ຢ່າງ​ທີ່​ຄວນ​ຈື່ຈຳ
February 2018


ຊາວ​ໜຸ່ມ

ສາມ​ຢ່າງ​ທີ່​ຄວນ​ຈື່ຈຳ

ຄຳ​ວ່າ ຈື່​ຈຳ ປະກົດ​ຫລາຍ​ເທື່ອ ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ. ນີໄຟ​ໄດ້​ຊຸກ​ຍູ້​ອ້າຍ​ນ້ອງ​ຂອງ​ເພິ່ນ​ໃຫ້​ຈື່ຈຳ ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ໂຜດ​ບັນພະ​ບຸລຸດ​ຂອງ​ເຂົາ​ເຈົ້າ. ກະ​ສັດ​ເບັນ​ຢາ​ມິນ ໄດ້​ຂໍ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ ຈື່ຈຳ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ. ແລະ ໂມໂຣໄນ​ໄດ້​ແນະນຳ​ຜູ້​ອ່ານ​ຂອງ​ເພິ່ນ ໃຫ້​ຈື່ຈຳ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຫລາຍ​ຂະໜາດ​ໃດ.

ການ​ຈື່ຈຳ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ສິ່ງ​ສຳ​ຄັນ—ເຮົາ​ຍັງ​ໄດ້​ເຮັດ​ພັນທະ​ສັນຍາ ທີ່​ຈະ​ລະນຶກ​ເຖິງ​ພຣະ​ອົງ ທຸກ​ເທື່ອ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ. ປະທານ​ໄອຣິງ ເຊື້ອ​ເຊີນ​ເຮົາ​ໃຫ້​ຈື່ຈຳ​ສິ່ງ​ເຫລົ່າ​ນີ້ ລະ​ຫວ່າງ​ພິ​ທີ​ສິນ​ລະ​ລຶກ:

  1. ລະນຶກ​ເຖິງ​ພຣະ​ເຢຊູ​ຄຣິດ: ອ່ານ​ພຣະ​ຄຳພີ ເຖິງ​ວິທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັບ​ໃຊ້ ແລະ ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ແນວ​ໃດ. ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ແນວ​ໃດ? ເຈົ້າ​ສາ​ມາດ​ຮັບ​ໃຊ້ ແລະ ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ ຢ່າງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະທຳ​ແນວ​ໃດ?

  2. ຈື່ຈຳ​ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ໃຫ້​ດີ​ກວ່າ​ເກົ່າ: ຄິດ​ກ່ຽວ​ກັບ​ອາ​ທິດ​ທີ່​ຜ່ານ​ມາ​ຂອງ​ເຈົ້າ ດ້ວຍ​ການ​ກັບ​ໃຈ. ເລືອກ​ເອົາ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ສາ​ມາດ​ປ່ຽນ, ແລະ ໃຫ້​ຂຽນ​ສິ່ງ​ທີ່​ເຈົ້າ​ຈະເຮັດ ເພື່ອ​ດັດ​ແປງ​ມັນ​ໃຫ້​ດີ​ກວ່າ​ເກົ່າ. ໃຫ້​ເກັບ​ເຈ້ຍ​ເປົ້າ​ໝາຍ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ຈະ​ຫລຽວ​ເຫັນ​ເລື້ອຍໆ.

  3. ຈື່ຈຳ​ຄວາມ​ກ້າວ​ໜ້າ​ທີ່​ເຈົ້າ​ກຳ​ລັງ​ເຮັດ​ຢູ່: ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ເຫລືອ​ເຈົ້າ ໃຫ້​ເຫັນ​ຄວາມ​ກ້າວ​ໜ້າ​ທີ່​ດີ ທີ່​ເຈົ້າ​ກຳ​ລັງ​ເຮັດ​ຢູ່. ບັນ​ທຶກ​ສິ່ງ​ທີ່​ເຈົ້າ​ຮູ້​ສຶກ.

ເຮົາ​ບໍ່​ດີ​ພ້ອມ​ທຸກ​ຢ່າງ, ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ຢູ່​ແລ້ວ. ສະນັ້ນ ພຣະ​ອົງ​ຈຶ່ງ​ຂໍ​ໃຫ້​ເຮົາ​ລະນຶກ​ເຖິງ​ພຣະ​ອົງ. ການ​ລະນຶກ​ເຖິງ​ພຣະ​ອົງ​ໃຫ້​ຄວາມ​ຫວັງ​ແກ່​ເຮົາ ແລະ ຊ່ວຍ​ເຮົາ​ໃຫ້​ຢາກ​ພັດ​ທະນາ​ຕົນ. ເຖິງ​ແມ່ນ​ໃນ​ເວລາ​ເຮົາ​ລືມ​ທີ່​ຈະ​ລະນຶກ​ເຖິງ​ພຣະ​ອົງ, ປະທານ​ໄອຣິງ ກ່າວ​ວ່າ, “ພຣະ​ອົງ​ຈະ​ລະນຶກ​ເຖິງ​ທ່ານ​ຕະຫລອດ​ເວລາ.”

ພິມ