ຂ່າວສານຈາກຝ່າຍປະທານສູງສຸດ, ເດືອນກຸມພາ 2018
ລະນຶກເຖິງພຣະອົງຕະຫລອດເວລາ
ທ່ານສາມາດວາດພາບກັບຂ້າພະເຈົ້າໄດ້ບໍ ເຫັນໂມໂຣໄນສະຫລັກຖ້ອຍຄຳສຸດທ້າຍຂອງພຣະຄຳພີມໍມອນ ໄວ້ໃນແຜ່ນຈາລຶກຄຳ? ເພິ່ນຢູ່ຄົນດຽວ. ເພິ່ນໄດ້ເຫັນປະຊາຊາດຂອງເພິ່ນ, ຜູ້ຄົນຂອງເພິ່ນ, ແລະ ຄອບຄົວຂອງເພິ່ນຖືກຂ້າໝົດ. ແຜ່ນດິນເປັນ “ຮອບໜຶ່ງ” ຂອງສົງຄາມ (ມໍມອນ 8:8). ແຕ່ເພິ່ນຍັງມີຄວາມຫວັງ, ເພາະເພິ່ນໄດ້ເຫັນວັນເວລາຂອງເຮົາ! ແລະ ໃນທຸກສິ່ງ ທີ່ເພິ່ນສາມາດຂຽນ, ເພິ່ນໄດ້ເຊື້ອເຊີນເຮົາ ໃຫ້ ຈື່ຈຳ (ເບິ່ງ ໂມໂຣໄນ 10:3).
ປະທານ ສະເປັນເຊີ ດັບເບິນຢູ ຄິມໂບ (1895–1985) ມັກສອນວ່າ ຖ້ອຍຄຳທີ່ສຳຄັນທີ່ສຸດ ໃນວັດຈະນະນຸກົມ ອາດເປັນຄຳວ່າ ຈື່ຈຳ ເພາະວ່າເຮົາໄດ້ເຮັດພັນທະສັນຍານຳພຣະເຈົ້າ, ພຣະອົງໄດ້ກ່າວວ່າ, “ຄວາມຈຳເປັນທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແມ່ນທີ່ຈະຈື່ຈຳ” ພັນທະສັນຍາເຫລົ່ານັ້ນ.1
ທ່ານສາມາດຊອກເຫັນຄຳວ່າ ຈື່ຈຳ ຕະຫລອດທົ່ວພຣະຄຳພີ. ຕອນນີໄຟໄດ້ແນະນຳພວກອ້າຍນ້ອງຂອງເພິ່ນ, ສ່ວນຫລາຍແລ້ວ ເພິ່ນໄດ້ເຊື້ອເຊີນເຂົາເຈົ້າ ໃຫ້ຈື່ຈຳພຣະຄຳຂອງພຣະຜູ້ເປັນເຈົ້າ ແລະ ຈື່ຈຳວິທີທີ່ພຣະເຈົ້າໄດ້ໂຜດບັນພະບຸລຸດຂອງເຂົາເຈົ້າ (ເບິ່ງ 1 ນີໄຟ 15:11, 25; 17:40).
ໃນຄຳກ່າວອຳລາທີ່ຍິ່ງໃຫຍ່ຂອງເພິ່ນ, ກະສັດເບັນຢາມິນ ໄດ້ໃຊ້ຄຳວ່າ ຈື່ຈຳ ເຈັດເທື່ອ. ເພິ່ນຫວັງວ່າ ຜູ້ຄົນຂອງເພິ່ນ ຈະຈື່ຈຳ “ຄວາມຍິ່ງໃຫຍ່ຂອງພຣະເຈົ້າ … ແລະ ພຣະກະລຸນາທິຄຸນ ແລະ ຄວາມອົດກັ້ນຂອງພຣະອົງ” ທີ່ມີຕໍ່ເຂົາເຈົ້າ (ໂມໄຊຢາ 4:11; ເບິ່ງ 2:41; 4:28, 30; 5:11–12 ນຳອີກ).
ຕອນພຣະຜູ້ຊ່ວຍໃຫ້ລອດໄດ້ຈັດຕັ້ງພິທີສິນລະລຶກ, ພຣະອົງໄດ້ເຊື້ອເຊີນສານຸສິດຂອງພຣະອົງໃຫ້ຮັບສ່ວນ “ໃນການລະນຶກ” ເຖິງການເສຍສະລະຂອງພຣະອົງ (ລູກາ 22:19). ໃນຄຳອະທິຖານສຳລັບສິນລະລຶກທຸກເທື່ອ ທ່ານ ແລະ ຂ້າພະເຈົ້າ ໄດ້ຍິນ, ຄຳວ່າຕະຫລອດເວລາ ຫລັງຈາກຄຳວ່າ ລະນຶກເຖິງ (ເບິ່ງ D&C 20:77, 79).
ຂ່າວສານຂອງຂ້າພະເຈົ້າເປັນການເຊື້ອເຊີນ, ແມ່ນແຕ່ເປັນຄຳອ້ອນວອນ, ເພື່ອໃຫ້ຈື່ຈຳ. ຕໍ່ໄປນີ້ ແມ່ນຄຳແນະນຳສາມຂໍ້ ກ່ຽວກັບສິ່ງທີ່ທ່ານສາມາດຈື່ຈຳ ທຸກອາທິດ ເມື່ອທ່ານຮັບສ່ວນສິນລະລຶກທີ່ສັກສິດ. ຂ້າພະເຈົ້າຫວັງວ່າ ຄຳແນະນຳເຫລົ່ານີ້ຈະເປັນປະໂຫຍດຕໍ່ທ່ານ, ດັ່ງທີ່ມັນເປັນຕໍ່ຂ້າພະເຈົ້າ.
ຈື່ຈຳພຣະເຢຊູຄຣິດ
ທຳອິດ, ຈື່ຈຳພຣະຜູ້ຊ່ວຍໃຫ້ລອດ. ຈື່ຈຳວ່າ ພຣະອົງເປັນໃຜ ຕອນພຣະອົງຢູ່ເທິງແຜ່ນດິນໂລກ, ເຖິງວິທີທີ່ພຣະອົງໄດ້ກ່າວກັບຄົນອື່ນ, ແລະ ເຖິງວິທີທີ່ພຣະອົງໄດ້ສະແດງຄວາມເມດຕາໃນການກະທຳຂອງພຣະອົງ. ຈື່ຈຳວ່າພຣະອົງໄດ້ໃຊ້ເວລາຢູ່ກັບໃຜ ແລະ ສິ່ງທີ່ພຣະອົງໄດ້ສອນ. ພຣະຜູ້ຊ່ວຍໃຫ້ລອດ “ໄດ້ໄປທຸກຫົນທຸກແຫ່ງ ເຮັດຄຸນງາມຄວາມດີ” (ກິດຈະການ 10:38). ພຣະອົງໄດ້ໄປຢ້ຽມຢາມຄົນເຈັບປ່ວຍ. ພຣະອົງໄດ້ຍອມເຮັດຕາມພຣະປະສົງຂອງພຣະບິດາຂອງພຣະອົງ.
ເໜືອສິ່ງອື່ນໃດໝົດ, ເຮົາສາມາດຈື່ຈຳຄ່າອັນໃຫຍ່ຫລວງທີ່ພຣະອົງໄດ້ຈ່າຍແທນ, ຈາກຄວາມຮັກທີ່ພຣະອົງມີຕໍ່ເຮົາ, ເພື່ອລົບລ້າງບາບຂອງເຮົາ. ເມື່ອເຮົາຈື່ຈຳພຣະອົງ, ແລ້ວເຮົາຈະມີຄວາມປາດຖະໜາທີ່ຈະຕິດຕາມພຣະອົງຫລາຍຂຶ້ນ. ເຮົາຈະຢາກເປັນຄົນມີເມດຕາຫລາຍກວ່າເກົ່າ, ໃຫ້ອະໄພຫລາຍກວ່າເກົ່າ, ແລະ ເຕັມໃຈທີ່ຈະສະແຫວງຫາພຣະປະສົງຂອງພຣະເຈົ້າຫລາຍກວ່າເກົ່າ ແລະ ເຮັດຕາມນັ້ນ.
ຈື່ຈຳສິ່ງທີ່ທ່ານຕ້ອງເຮັດໃຫ້ດີກວ່າເກົ່າ
ມັນຍາກທີ່ຈະຄິດເຖິງພຣະຜູ້ຊ່ວຍໃຫ້ລອດ—ເຖິງຄວາມບໍລິສຸດ ແລະ ຄວາມດີພ້ອມທຸກຢ່າງຂອງພຣະອົງ—ປາດສະຈາກການຄິດເຖິງຄວາມຂາດຕົກບົກພ່ອງ ແລະ ຄວາມບໍ່ດີພ້ອມຂອງເຮົາ ເມື່ອປຽບທຽບໃສ່ກັນ. ເຮົາໄດ້ເຮັດພັນທະສັນຍາທີ່ຈະເຊື່ອຟັງ ພຣະບັນຍັດຂອງພຣະອົງ, ແຕ່ສ່ວນຫລາຍແລ້ວ ເຮົາຈະເຮັດຕາມມາດຕະຖານສູງນີ້ບໍ່ໄດ້. ແຕ່ພຣະຜູ້ຊ່ວຍໃຫ້ລອດຮູ້ວ່າສິ່ງນີ້ຈະເກີດຂຶ້ນ, ສະນັ້ນແລ້ວ ພຣະອົງຈຶ່ງໄດ້ປະທານພິທີສິນລະລຶກໃຫ້ເຮົາ.
ສິນລະລຶກມີຮາກຖານຢູ່ໃນພຣະຄຳພີເດີມ ໂດຍການຖວາຍເຄື່ອງບູຊາ, ຊຶ່ງຮ່ວມທັງການສາລະພາບບາບ (ເບິ່ງ ລະບຽບພວກເລວີ 5:5). ເຮົາບໍ່ຖວາຍສັດອີກແລ້ວ, ແຕ່ເຮົາສາມາດປະຖິ້ມບາບຂອງເຮົາໄດ້. ພຣະຄຳພີເອີ້ນສິ່ງນີ້ວ່າ ການເສຍສະລະ “ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ” (3 ນີໄຟ 9:20). ມາຫາສິນລະລຶກ ດ້ວຍການກັບໃຈ (ເບິ່ງ D&C 59:12; ໂມໂຣໄນ 6:2). ເມື່ອທ່ານເຮັດດັ່ງນີ້, ທ່ານຈະໄດ້ຮັບການໃຫ້ອະໄພບາບ ແລະ ທ່ານຈະຢູ່ໃນເສັ້ນທາງ ທີ່ພາກັບຄືນໄປຫາພຣະເຈົ້າ.
ຈື່ຈຳຄວາມກ້າວໜ້າທີ່ທ່ານກຳລັງເຮັດຢູ່
ເມື່ອທ່ານສຳຫລວດເບິ່ງຊີວິດຂອງທ່ານ ໃນລະຫວ່າງພິທີສິນລະລຶກ, ຂ້າພະເຈົ້າຫວັງວ່າ ຄວາມຄິດຂອງທ່ານ ຈະຄຳນຶງເຖິງ ບໍ່ພຽງແຕ່ສິ່ງທີ່ທ່ານໄດ້ເຮັດຜິດໄປເທົ່ານັ້ນ ແຕ່ເຖິງສິ່ງທີ່ທ່ານໄດ້ເຮັດຖືກນຳອີກ—ເຖິງຕອນທີ່ທ່ານໄດ້ຮູ້ສຶກວ່າພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດປາບປື້ມກັບຕົວທ່ານ. ທ່ານສາມາດໃຊ້ເວລາບຶດໜຶ່ງລະຫວ່າງພິທີສິນລະລຶກ ເພື່ອທູນຂໍໃຫ້ພຣະເຈົ້າຊ່ວຍເຫລືອທ່ານ ໃຫ້ເຫັນສິ່ງເຫລົ່ານີ້. ຖ້າຫາກທ່ານເຮັດ, ຂ້າພະເຈົ້າສັນຍາວ່າ ທ່ານຈະຮູ້ສຶກບາງຢ່າງ. ທ່ານຈະຮູ້ສຶກມີຄວາມຫວັງ.
ຕອນຂ້າພະເຈົ້າໄດ້ເຮັດສິ່ງນີ້, ພຣະວິນຍານໄດ້ເຮັດໃຫ້ຂ້າພະເຈົ້າແນ່ໃຈວ່າ ເຖິງແມ່ນຂ້າພະເຈົ້າຍັງໄກຈາກຄວາມດີພ້ອມທຸກຢ່າງ, ແຕ່ມື້ນີ້ ຂ້າພະເຈົ້າດີກວ່າ ມື້ວານນີ້. ແລະ ສິ່ງນີ້ໄດ້ເຮັດໃຫ້ຂ້າພະເຈົ້າໝັ້ນໃຈວ່າ, ເປັນເພາະພຣະຜູ້ຊ່ວຍໃຫ້ລອດ, ຂ້າພະເຈົ້າຈະສາມາດເຮັດໄດ້ດີກວ່ານີ້ ໃນມື້ອື່ນ.
ຕະຫລອດເວລາ ເປັນໄລຍະທີ່ດົນນານ, ແລະ ມັນໝາຍເຖິງຄວາມພະຍາຍາມດ້ວຍຄວາມເອົາໃຈໃສ່. ທ່ານຮູ້ຈາກປະສົບການວ່າ ມັນຍາກຫລາຍຂະໜາດໃດ ທີ່ຕ້ອງຄິດກ່ຽວກັບສິ່ງໃດສິ່ງໜຶ່ງຢູ່ຕະຫລອດເວລາ. ແຕ່ບໍ່ວ່າທ່ານຈະຮັກສາຄຳສັນຍາທີ່ວ່າ ຈະລະນຶກເຖິງພຣະອົງຕະຫລອດເວລາ ໄດ້ດີເທົ່າໃດກໍຕາມ, ແຕ່ພຣະອົງຈະລະນຶກເຖິງທ່ານຕະຫລອດເວລາ.
ພຣະຜູ້ຊ່ວຍໃຫ້ລອດຮູ້ເຖິງການທ້າທາຍທີ່ທ່ານມີຢູ່. ພຣະອົງຮູ້ວ່າ ຄວາມເປັນຫ່ວງນຳຊີວິດ ແມ່ນຍາກຫລາຍຂະໜາດໃດ. ພຣະອົງຮູ້ວ່າທ່ານຕ້ອງການພອນໄວຫລາຍຂະໜາດໃດ ທີ່ມາຈາກການລະນຶກເຖິງພຣະອົງຕະຫລອດເວລາ ແລະ ເຊື່ອຟັງພຣະອົງ—“ວ່າ [ທ່ານ] ຈະມີພຣະວິນຍານຂອງພຣະອົງ ຢູ່ກັບ [ທ່ານ] ຕະຫລອດເວລາ ” (ເບິ່ງ D&C 20:77; ເນັ້ນຄຳເນີ້ງ).
ສະນັ້ນ, ພຣະອົງຈຶ່ງໄດ້ຮັບຕ້ອນທ່ານຄືນສູ່ໂຕະສິນລະລຶກ ທຸກອາທິດ, ເພື່ອສະເໜີໂອກາດໃຫ້ແກ່ທ່ານຄືນອີກ ທີ່ຈະເປັນພະຍານຢູ່ຕໍ່ພຣະພັກຂອງພຣະອົງວ່າ ທ່ານຈະລະນຶກເຖິງພຣະອົງຕະຫລອດເວລາ.
© 2018 ໂດຍ Intellectual Reserve, Inc. ສະຫງວນລິຂະສິດທຸກປະການ. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/17. ການແປໄດ້ຮັບອະນຸຍາດ: 6/17. ແປຈາກ First Presidency Message, February 2018. Laotian. 15046 331