​2018
ຫາ​ວິທີ​ຮູ້​ຈັກ​ນາງ ແລະ ຄອບ​ຄົວ​ຂອງ​ນາງ
February 2018


ຫລັກ​ທຳ​ຂອງ​ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ກຸມພາ 2018

ຫາ​ວິທີ​ຮູ້​ຈັກ​ນາງ ແລະ ຄອບ​ຄົວ​ຂອງ​ນາງ

ການ​ຢ້ຽມ​ສອນ ແມ່ນ​ກ່ຽວ​ກັບ​ການ​ມາ​ຮູ້​ຈັກ ແລະ ຮັກ​ເອື້ອຍ​ນ້ອງ​ແຕ່​ລະ​ຄົນ​ດ້ວຍ​ຄວາມ​ຈິງ​ໃຈ ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຊ່ວຍ​ເພີ່ມ​ສັດ​ທາ​ໃຫ້​ນາງ ແລະ ຮັບ​ໃຊ້​ນາງ.

ສັດທາ, ຄອບຄົວ, ສົງເຄາະ

ຣິຕາ ແຈັບສັນ ແລະ ຄູ​ຢ້ຽມ​ສອນ​ຂອງ​ນາງ ໄດ້​ກາຍ​ເປັນ​ເພື່ອນ​ທີ່​ດີ​ຕໍ່​ກັນ ເມື່ອ​ພວກ​ນາງ​ຢ້ຽມ​ຢາມ ແລະ ແບ່ງ​ປັນ​ຫລັກ​ທຳ​ພຣະ​ກິດ​ຕິຄຸນ​ໃຫ້​ກັນ. ແຕ່​ການ​ຢ້ຽມ​ຢາມ​ຂອງ​ພວກ​ນາງ ແມ່ນ​ຮ່ວມ​ດ້ວຍ​ການ​ຫລິ້ນ​ເກມ​ຄຳ​ສັບ​ນຳ​ກັນ. ມັນ​ເປັນ​ສິ່ງ​ທີ່​ນາງ​ຣິຕາ​ມັກ​ຫລາຍ ກ່ຽວ​ກັບ​ຄູ​ຢ້ຽມ​ສອນ​ຂອງ​ນາງ ເພາະ​ນາງ​ຮູ້​ວ່າ ພວກ​ນາງ​ເປັນ​ໝູ່​ເພື່ອນ​ກັນ ແລະ ການ​ຢ້ຽມ​ຢາມ ບໍ່​ໄດ້​ເປັນ​ພຽງ “ພາລະ” ທີ່​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ​ເທົ່າ​ນັ້ນ. ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ເອື້ອຍ​ນ້ອງ​ສາມາດ​ເຮັດ​ໄດ້ ລະຫວ່າງ​ການ​ຢ້ຽມ​ຢາມ, ດັ່ງ​ເຊັ່ນ​ການ​ໄປ​ຍ່າງ​ຫລິ້ນ​ນຳ​ກັນ ຫລື ເສຍ​ຫຍ້າ​ຢູ່​ໃນ​ສວນຄົວ​ນຳ​ກັນ ໃນ​ຂະນະ​ທີ່​ລູກໆ​ຫລິ້ນ​ຢູ່​ນຳ​ກັນ.

ແອວເດີ ແຈັບຟະຣີ ອາ ຮໍແລນ ແຫ່ງ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ໄດ້​ກ່າວ​ວ່າ, “ໃຫ້​ເຫັນ​ຕົວ​ເອງ ເປັນ​ຜູ້​ຕາງ​ໜ້າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ລູກໆ​ຂອງ​ພຣະ​ອົງ. … ພວກ​ເຮົາ​ຫວັງ … ວ່າ ທ່ານ​ຈະ​ຕັ້ງ​ແບບ​ແຜນ​ທີ່​ຈິງ​ໃຈ, ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ສະ​ມາ​ຊິກ, ດູ​ແລ, ຊ່ວຍ​ເຫລືອ​ກັນແລະກັນ, ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ວິນ​ຍານ ແລະ ທາງ​ໂລກ ໃນ​ທາງ​ທີ່​ເປັນ​ປະໂຫຍດ.”1

ຜ່ານ​ທາງ​ໂມເຊ ພຣະ​ຜູ້​ເປັນ​ເຈົ້າ ໄດ້​ບັນ​ຊາ​ລູກ​ຫລານ​ອິດສະ​ຣາເອນ​ວ່າ “ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ໃນ​ດິນ​ແດນ​ຂອງ​ພວກ​ເຈົ້າ ຈົ່ງ​ເຮັດ​ກັບ​ເຂົາ ເໝືອນ​ເຮັດ​ກັບ​ພີ່​ນ້ອງ​ຄົນ​ອື່ນໆ​ໃນ​ພວກ​ເຈົ້າ, ແລະ ເຈົ້າ​ຕ້ອງ​ຮັກ [​ນາງ] ເໝືອນ​ຮັກ​ພວກ​ເຈົ້າ​ເອງ” (ລະບຽບ​ພວກ​ເລວີ 19:34). ເອື້ອຍ​ນ້ອງ​ທີ່​ເຮົາ​ໄປ​ຢ້ຽມ​ຢາມ ອາດ​ເປັນ “ຄົນ​ຕ່າງ​ດ້າວ” ໃນ​ຕອນ​ທີ່​ເຮົາ​ເລີ່ມ​ຕົ້ນ​ຮັບ​ໃຊ້, ແຕ່​ເມື່ອ​ເຮົາ​ຮູ້​ຈັກ​ນາງ ແລະ ຄອບ​ຄົວ​ຂອງ​ນາງ​ຫລາຍ​ຂຶ້ນ, ເຮົາ​ຈະ​ມີ​ຄວາມ​ປາດ​ຖະໜາ ຫລາຍ​ຂຶ້ນ “ທີ່​ຈະ​ແບກ​ຫາບ​ພາລະ​ຂອງ​ກັນແລະກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ” ​ແລະ ໃຫ້ “ໃຈ​ຂອງ​ພວກ​ເຮົາ​ຜູກ​ພັນ​ກັນ​ໄວ້ ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ ແລະ ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ” (ໂມໄຊຢາ 18:8, 21).

ເຣນາ ໄອ ອາເບີໂຕ, ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສະມາ​ຄົມ​ສະຕີ​ສົງ​ເຄາະ​ສາ​ມັນ, ຈື່​ຈຳ​ຕອນ​ທີ່​ເພິ່ນ​ຫາ​ກໍ​ໄດ້​ຢ່າ​ຮ້າງ ແລະ ເປັນ​ສະມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ. “ຄູ​ຢ້ຽມ​ສອນ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ມາ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ,” ເພິ່ນ​ໄດ້​ກ່າວ, “ແລະ ເຂົາ​ເຈົ້າ​ໄດ້​ນຳ​ຄວາມ​ຮູ້​ສຶກ​ທີ່​ເປັນ​ສະ​ມາ​ຊິກ ແລະ ຄວາມ​ຮັກ​ອັນ​ອົບ​ອຸ່ນ ມາ​ສູ່​ຈິດໃຈ​ຂອງ​ຂ້າ​ພະ​ເຈົ້າ.”2

ໃຫ້​ພິຈາ​ລະນາ​ສິ່ງ​ນີ້

ພາຍ​ໃນ​ຄອບ​ຄົວ​ຂອງ​ເອື້ອຍ​ນ້ອງ​ທີ່​ທ່ານ​ໄປ​ຢ້ຽມ​ຢາມ, ມີ​ກິດ​ຈະ​ກຳ​ມໍ່ໆ​ໃດ​ແດ່ ທີ່​ທ່ານ​ຄວນ​ຮູ້​ຈັກ ແລະ ຈື່​ຈຳ?

ແຫລ່ງ​ອ້າງ​ອີງ

  1. Jeffrey R. Holland, “Emissaries to the Church,” Liahona, Nov. 2016, 62.

  2. Reyna I. Aburto, “What Has Relief Society Been for Me?” Brigham Young University Women’s Conference, May 5, 2017, LDS.org.

ພິມ