​2018
ອະ​ທິ​ຖານ​ເພື່ອ​ເອື້ອຍ​ນ້ອງ​ແຕ່​ລະ​ຄົນ ໂດຍ​ການ​ເອີ່ຍຊື່​ຂອງ​ນາງ
March 2018


ຫລັກ​ທຳ​ຂອງ​ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ມິນາ 2018

ອະ​ທິ​ຖານ​ເພື່ອ​ເອື້ອຍ​ນ້ອງ​ແຕ່​ລະ​ຄົນ ໂດຍ​ການ​ເອີ່ຍ​ຊື່​ຂອງ​ນາງ

ເຮົາ​ຈະ​ມີ​ຄວາມ​ຮັກ ແລະ ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ຄົນ​ທີ່​ເຮົາ​ໄປ​ຢ້ຽມ​ສອນ​ຫລາຍ​ຂຶ້ນ ເມື່ອ​ເຮົາ​ອະ​ທິ​ຖານ​ຢ່າງ​ຖ່ອມ​ຕົວ​ເພື່ອ​ເອື້ອຍ​ນ້ອງ​ແຕ່​ລະ​ຄົນ​ໂດຍ​ສະ​ເພາະ ໂດຍ​ການ​ເອີ່ຍ​ຊື່​ຂອງ​ນາງ.

ສັດທາ, ຄອບຄົວ, ສົງເຄາະ

ຮູບ​ພາບ
ກາ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ພຣະ​ຄຳ​ພີ​ມີ​ຫລາຍ​ຕົວ​ຢ່າງ​ກ່ຽວ​ກັບ​ຊາຍ ແລະ ຍິງ ຜູ້​ໄດ້​ອະ​ທິ​ຖານ​ເພື່ອ​ຄົນ​ອື່ນ​ໂດຍ​ການ​ເອີ່ຍ​ຊື່​ຂອງ​ເຂົາ​ເຈົ້າ. ໃນ​ບັນ​ດາ​ຕົວ​ຢ່າງ​ທີ່ເຫັນ​ໄດ້​ງ່າຍ ແມ່ນ​ບິດາ​ຂອງ​ແອວມາ​ຜູ້​ເປັນ​ລູກ. ທູດ​ອົງ​ໜຶ່ງ​ໄດ້​ກ່າວ​ກັບ​ແອວມາ​ຜູ້​ເປັນ​ລູກ, ບອກ​ໃຫ້​ເພິ່ນ​ຮູ້​ວ່າ ບິດາ​ຂອງ​ເພິ່ນ “ໄດ້ອະ​ທິ​ຖານ​ດ້ວຍ​ສັດ​ທາ​ກ່ຽວ​ກັບ​ເຈົ້າ … ; ສະ​ນັ້ນ, ເພື່ອ​ຈຸດ​ປະ​ສົງ​ນີ້ ເຮົາ​ຈຶ່ງ​ມາ​ເຮັດ​ໃຫ້​ເຈົ້າ​ສຳ​ນຶກ​ເຖິງ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ເພື່ອ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ຮັບ​ຄຳ​ຕອບ​ຕາມ​ສັດ​ທາ​ຂອງ​ພວກ​ເຂົາ” (ໂມໄຊຢາ 27:14).

ການ​ອະ​ທິ​ຖານ​ເພື່ອກັນ​ແລະ​ກັນ ເປີດ​ໃຈ​ເຮົາ​ໃຫ້​ຮັບ​ເອົາ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ທີ່​ຈະ​ມອບ​ໃຫ້​ເຮົາ. “ຈຸດ​ປະ​ສົງ​ຂອງ​ການ​ອະ​ທິ​ຖານ ບໍ່​ແມ່ນ​ເພື່ອ​ປ່ຽນ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ແຕ່​ເພື່ອ​ຮັບ​ປະ​ກັນ​ໃຫ້ຕົວ​ເຮົາ​ເອງ ແລະ ເພື່ອ​ຄົນ​ອື່ນ ໃນພອນ​ຕ່າງໆ​ທີ່​ພຣະ​ເຈົ້າ​ເຕັມ​ພຣະ​ໄທ​ທີ່​ຈະ​ປະ​ທານ​ໃຫ້, ແຕ່​ເຮົາ​ຕ້ອງ​ທູນ​ຂໍ​ກ່ອນ​ຈະ​ໄດ້​ຮັບ​ມັນ.”1

ນາງຄົນ​ໜຶ່ງ​ໄດ້​ບອກວ່າ ລະ​ຫວ່າງ​ຕອນ​ທີ່​ຊີ​ວິດ​ຂອງ​ນາງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ, ໂທ​ລະ​ສັບ ແລະ ຂໍ້​ຄວາມ​ສັ້ນໆໃນ​ມື​ຖື ຈາກຄູ​ຢ້ຽມ​ສອນ​ຂອງ​ນາງ ສ່ວນ​ຫລາຍ​ແລ້ວມັກ​ຈະ​ໄດ້​ຮັບ​ໃນ “ມື້​ທີ່​ມືດ​ມົວ​ໂດຍ​ສະ​ເພາະ.” ເຂົາ​ເຈົ້າ​ຄື​ວ່າ​ຮູ້​ສຶກ​ໄດ້ ຕອນ​ທີ່​ນາງ​ຕ້ອງ​ການ​ກຳ​ລັງ​ໃຈ. ນາງ​ຮູ້​ວ່າ ເຂົາ​ເຈົ້າ​ໄດ້​ອະ​ທິ​ຖານ​ເພື່ອ​ນາງ, ທັງ​ລະ​ຫວ່າງ​ການ​ມາ​ຢ້ຽມ​ສອນ ແລະ ໃນ​ເວ​ລາ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ.

“ໃຫ້​ຄິດ​ເບິ່ງ​ດູ​ວ່າ ພະ​ລັງ​ຂອງ​ພວກ​ເຮົາ​ຈະ​ໃຫຍ່​ໂຕ​ພຽງ​ໃດ ຖ້າ​ເອື້ອຍ​ນ້ອງ​ແຕ່​ລະ​ຄົນ​ອະ​ທິ​ຖານ​ດ້ວຍ​ຄວາມ​ຈິງ​ໃຈ ທັງ​ເຊົ້າ ແລະ ແລງ, ຫລື ຍິ່ງ​ໄປ​ກວ່ານັ້ນ, ອະ​ທິ​ຖານ​ຢ່າງບໍ່​ລົດລະ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າບັນ​ຊາ,” ຈູລີ ບີ ແບັກ, ອະດີດ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ໄດ້​ກ່າວ.2 ການ​ອະ​ທິ​ຖານ​ເພື່ອ​ຄົນ​ທີ່​ເຮົາ​ໄປ​ຢ້ຽມ​ສອນ ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ​ເປັນສ່ວນ​ບຸກ​ຄົນ ແລະ ໃຫ້ສະ​ຕີ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ກຸ່ມ​ກ້ອນ​ດ້ວຍ.

ປະທານ​ເຮັນຣີ ບີ ໄອຣິງ, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໄດ້​ກ່າວ​ວ່າ: “ຕ້ອງ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ຄວາມ​ໃນ​ໃຈ​ຂອງ​ເຂົາ​ເຈົ້າ. … ທ່ານ​ຈະ​ຕ້ອງ​ຮູ້​ຈັກ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ທ່ານ, ໂດຍ​ມີ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຕໍ່​ເຂົາ​ເຈົ້າ.”3

ແຫລ່ງ​ອ້າງ​ອີງ

  1. Guide to the Scriptures, “Prayer.”

  2. Julie B. Beck, “What Latter-day Saint Women Do Best: Stand Strong and Immovable,” Liahona, Nov. 2007, 110.

  3. Henry B. Eyring, “Priesthood and Personal Prayer,” Liahona, May 2015, 85.

ພິມ