​2018
ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕໍ່​ລູກໆ​ຂອງ​ພຣະ​ອົງ
March 2018


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ມິນາ 2018

ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕໍ່​ລູກໆ​ຂອງ​ພຣະອົງ​ອົງ

ພຣະ​ຄຳ​ພີ​ບອກ​ເຮົາ​ວ່າ ສິ່ງ​ທຳ​ອິດ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ ຫລັງ​ຈາກ​ໄດ້​ສ້າງ​ຊາຍ ແລະ ຍິງ ແມ່ນ​ໄດ້​ກ່າວ​ກັບ​ພວກ​ເຂົາ.1 ພຣະ​ອົງ​ມີ​ຂໍ້​ມູນ​ທີ່​ສຳ​ຄັນ ແລະ ຄຳ​ແນະ​ນຳ​ທີ່​ມີ​ຄ່າ ທີ່​ຈະ​ມອບ​ໃຫ້​ພວກ​ເຂົາ. ຈຸດ​ປະ​ສົງ​ຂອງ​ພຣະ​ອົງ ບໍ່​ແມ່ນ​ເພື່ອ​ໃຫ້​ພວກ​ເຂົາມີ​ພາ​ລະ ຫລື ໃຫ້​ກັງ​ວົນ ແຕ່​ເພື່ອ​ຊີ້​ນຳ​ພວກເຂົາ​ໃຫ້ມີຄວາມ​ສຸກ ແລະ ໃຫ້​ມີລັດ​ສະ​ໝີ​ພາບ​ນິ​ລັນ​ດອນ.

ແລະ ນັ້ນ​ເປັນ​ພຽງຂັ້ນ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ. ຈາກວັນ​ນັ້ນ ຈົນ​ເຖິງວັນ​ນີ້, ພຣະ​ເຈົ້າ​ໄດ້​ສືບ​ຕໍ່​ສື່​ສານ​ກັບ​ລູກໆ​ຂອງ​ພຣະ​ອົງ. ພຣະ​ຄຳ​ຂອງ​ພຣະ​ອົງ​ໄດ້​ຖືກ​ຮັກ​ສາ​ໄວ້, ໄດ້​ຖືກ​ທະ​ນຸ​ຖະ​ໜອມ, ແລະ ໄດ້​ຖືກ​ສຶກ​ສາ ໂດຍ​ສາ​ນຸ​ສິດ​ຂອງ​ຄົນ​ທຸກ​ລຸ້ນ. ພຣະ​ຄຳ​ຖືກ​ເຄົາ​ລົບ​ໂດຍ​ຜູ້​ຄົນ​ທີ່​ສະ​ແຫວງ​ຫາ​ຢາກ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ແລະ ພຣະ​ຄຳ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງວ່າ “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເຮັດ​ສິ່ງ​ໃດ ໂດຍບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງ​ໜ້າ ເຖິງ​ແຜນ​ການ​ຂອງ​ພຣະ​ອົງ​ແກ່​ສາດ​ສະ​ດາ ຄື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.”2

ນີ້​ຄື​ແບບ​ແຜນ​ນັບ​ຕັ້ງ​ແຕ່​ດຶກ​ດຳ​ບັນ​ເປັນ​ຕົ້ນ​ມາ, ແລະ ແບບ​ແຜນນີ້​ກໍ​ຍັງ​ມີ​ຢູ່​ໃນ​ທຸກວັນ​ນີ້. ມັນ​ບໍ່ແມ່ນພຽງ​ແຕ່​ເລື່ອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ທີ່​ດີ​ເທົ່າ​ນັ້ນ, ມັນ​ແມ່ນວິ​ທີ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ ເພື່ອ​ສົ່ງ​ຂ່າວ​ສານ​ທີ່​ຈຳ​ເປັນ​ເຖິງລູກໆ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ຍົກ​ບາງ​ຄົນ​ຂຶ້ນ​ໃນ​ທ່າມ​ກາງ​ພວກ​ເຮົາ, ເອີ້ນ​ພວກ​ເພິ່ນ​ໃຫ້​ເປັນ​ສາດ​ສະ​ດາ, ແລະ ມອບ​ພຣະ​ຄຳ​ໃຫ້​ພວກເພິ່ນ​ກ່າວ, ຊຶ່ງ​ພວກເຮົາ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ເອົາ, ຄື​ກັນ​ກັບ​ວ່າ ມັນ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ​ເອງ.3 ພຣະ​ອົງ​ໄດ້​ປະ​ກາດ​ວ່າ ບໍ່​ວ່າ​ຈະ​ເປັນ​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ມັນ​ກໍ​ເໝືອນ​ກັນ.4

ນີ້​ແມ່ນ​ຂ່າວ​ສານ​ທີ່​ປະ​ເສີດ, ຊຸກ​ຍູ້, ແລະ ໃຫ້​ຄວາມ​ຫວັງ​ຫລາຍ​ທີ່​ສຸດ​ແຫ່ງ​ການ​ຟື້ນ​ຟູ—​ພຣະ​ເຈົ້າ​ບໍ່​ໄດ້​ມິດ​ງຽບ​ຢູ່! ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ. ພຣະ​ອົງ​ບໍ່​ໄດ້​ປ່ອຍ​ເຮົາ​ໃຫ້ເດີນ​ໄປ​ໃນ​ຄວາມ​ມືດ.

ປີ​ລະ​ສອງ​ເທື່ອ, ໃນ​ເດືອນ​ເມ​ສາ ແລະ ເດືອນ​ຕຸລາ, ເຮົາ​ໄດ້​ມີ​ໂອ​ກາດ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ດີ​ເລີດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໄດ້​ວ່າ ກ່ອນ​ຜູ້​ກ່າວ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຈະ​ຍ່າງ​ຂຶ້ນ​ໄປ​ຫາ​ແທ່ນ​ປາ​ໄສ​ນັ້ນ, ເພິ່ນ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ຫລວງ​ຫລາຍ, ທັງ​ອະ​ທິ​ຖານ, ແລະ ສຶກ​ສາ ໃນ​ການ​ຕອບ​ຮັບ​ຕໍ່​ການມອບ​ໝາຍ​ທີ່​ຈະ​ໃຫ້ກ່າວ​ປາ​ໄສ. ແຕ່​ລະຂ່າວ​ສານ​ໃນກອງ​ປະ​ຊຸມ​ໃຫຍ່ ປະ​ກອບ​ດ້ວຍຫລາຍ​ຊົ່ວ​ໂມງ​ຈົນ​ນັບ​ບໍ່​ຖ້ວນ ໃນ​ການ​ຕຽມ ແລະ ອ້ອນວອນ​ດ້ວຍ​ຄວາມຈິງ​ຈິງ ເພື່ອ​ຂໍ​ຄວາມ​ເຂົ້າ​ໃຈ ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ໄດ້​ຍິນ.

ອາດ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ເຮົາ​ຜູ້​ຮັບຊົມ​ຮັບ​ຟັງ ຕຽມ​ຕົວ​ຂອງ​ເຮົາ​ເອງ​ເພື່ອ​ຮັບ​ຟັງ ຄື​ກັນ​ກັບ​ຜູ້​ປາ​ໄສ​ໄດ້​ຕຽມ​ກ່າວ? ເຮົາ​ອາດຈະ​ຮູ້​ສຶກ​ແຕກ​ຕ່າງ​ແນວ​ໃດ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຖ້າ​ຫາກ​ເຮົາ​ເຫັນກອງ​ປະ​ຊຸມ​ໃຫຍ່​ວ່າ ເປັນ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ຂ່າວ​ສານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເອງ? ຜ່ານ​ທາງ​ຖ້ອຍ​ຄຳ ແລະ ເພງ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ເຮົາ​ສາ​ມາດ​ຄາດໝາຍໄດ້​ວ່າ ຈະ​ໄດ້​ຮັບ​ຄຳ​ຕອບ​ໂດຍສະ​ເພາະ ຕໍ່​ຄຳ​ຖາມ ຫລື ບັນ​ຫາ​ໃດໆ​ກໍ​ຕາມ ທີ່​ເຮົາ​ປະ​ເຊີນ​ຢູ່.

ຖ້າ​ຫາກ​ທ່ານ​ເຄີຍສົງ​ໄສວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ກ່າວ​ກັບ​ທ່ານ​ແທ້ໆ​ບໍ, ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ທ່ານ​ເຖິງ​ຂໍ້​ຄວາມ​ທີ່​ລຽບ​ງ່າຍ ແຕ່​ເລິກ​ຊຶ້ງ​ຂອງ​ເພງ​ຊັ້ນ​ປະ​ຖົມ​ໄວ ທີ່​ວ່າ: “[ທ່ານ​ເປັນ] ລູກ​ຂອງ​ພຣະ​ເຈົ້າ, ພຣະ​ອົງ​ສົ່ງ [ທ່ານ] ມານີ້.” ຈຸດ​ປະ​ສົງ​ຂອງ​ພຣະ​ອົງ ຄື​ທີ່​ຈະ​ຊ່ວຍ​ທ່ານ​ກັບ​ຄືນໄປ “ເພື່ອ​ຢູ່​ກັບ​ພຣະ​ອົງ​ອີກ.”

ຖ້າ​ຫາກ​ທ່ານ​ເຂົ້າ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຖາ​ນະ​ທີ່​ເປັນ​ລູກ​ຂອງ​ພຣະ​ອົງ, ແລ້ວ​ທ່ານ​ຈະ​ສາ​ມາດ​ທູນ​ຖາມ​ພຣະ​ອົງ​ດ້ວຍໃຈ​ຈິງ ໃຫ້, “ພາ​ເຮົາ, ນຳ​ເຮົາ, ຍ່າງ​ຄຽງ​ຂ້າງ​ເຮົາ, ຊ່ວຍ​ເຮົາ​ໃຫ້​ພົບ​ທາງ. ສອນ​ເຮົາ​ທຸກ​ຢ່າງ​ທີ່​ຕ້ອງ​ເຮັດ.” ພຣະ​ອົງ​ຈະ​ກ່າວ​ກັບ​ທ່ານ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ແລະ ເມື່ອນັ້ນ ທ່ານ “ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.” ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຖ້າ​ຫາກ​ທ່ານ​ເຮັດ, “ພຣະ​ພອນ​ຈະເຝົ້າ​ຄອຍ​ລໍ​ຖ້າ.”5

ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ຈຳ​ເປັນ​ຫລາຍ​ໃນ​ທຸກວັນ​ນີ້ ເທົ່າ​ກັບ​ທີ່​ຜ່ານ​ມາ ໃນ​ປະ​ຫວັດ​ສາດ​ຂອງ​ໂລກ. ເມື່ອ​ເຮົາ​ຕຽມ​ພ້ອມ​ທີ່​ຈະຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແຫວງ​ຫາ​ພຣະ​ວິນ​ຍານແຫ່ງ​ຄວາມ​ຈິງຢ່າງ​ພາກ​ພຽນ ເພື່ອ​ວ່າ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ຈະ​ສາ​ມາດ​ເຂົ້າ​ໃຈ, ໄດ້​ຮັບ​ການ​ຮຽນ​ຮູ້, ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ.6

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະເຮົາບໍ່​ໄດ້; ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ອຳ​ນາດ​ແຫ່ງ​ຄວາມ​ມືດ​ກະ​ຈາຍ​ໄປ​ຕໍ່​ໜ້າເຮົາ, ແລະ ເຮັດ​ໃຫ້​ຟ້າ​ສະ​ຫວັນ​ສັ່ນ​ສະ​ເທືອນ​ເພື່ອ​ຄວາມ​ດີ​ຂອງເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງພຣະ​ນາມ​ຂອງ​ພຣະ​ອົງ.7

ພິມ