​2018
ການ​ຕຽມ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ
March 2018


ຊາວ​ໜຸ່ມ

ການ​ຕຽມ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ

ປະ​ທານ​ອຸກດອບ ອະ​ທິ​ບາຍ​ເຖິງ​ສິ່ງ​ທຳ​ອິດ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ ຫລັງ​ຈາກ​ໄດ້​ສ້າງ​ຊາຍ ແລະ ຍິງ ແມ່ນ​ໄດ້​ກ່າວ​ກັບ​ພວກ​ເຂົາ ແລະ ໄດ້​ມອບ​ຂໍ້​ມູນ ແລະ ຄຳ​ແນະ​ນຳ​ທີ່​ມີ​ຄ່າ​ໃຫ້​ພວກ​ເຂົາ. ເຮົາ​ໄດ້​ຮັບ​ພອນ​ຢ່າງ​ດຽວ​ກັນ​ນັ້ນ ໃນ​ເດືອນ​ເມສາ ແລະ ເດືອນ​ຕຸລາ ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ເມື່ອ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ກ່າວ​ກັບ​ເຮົາ ແລະ ມອບ​ຄຳ​ແນະ​ນຳ​ໃຫ້​ເຮົາ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ໄດ້​ຍິນ.

ເຈົ້າ​ເຄີຍ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ບໍ ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ? ເຈົ້າ​ເຄີຍ​ຮູ້​ສຶກຢູ່​ບໍວ່າ ຂ່າວ​ສານ​ໃດ​ໜຶ່ງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ເຈົ້າ ທີ່​ເຈົ້າ​ຢາກ​ໄດ້​ຮັບ​ຄຳ​ຕອບ​ຢູ່​ພໍ​ດີ? ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ, ເຈົ້າ​ສາ​ມາດ​ຂຽນ​ປະ​ສົບ​ການ ແລະ ເຖິງວິ​ທີ​ທີ່​ມັນ​ຊ່ວຍ​ເຈົ້າໄວ້. ແລ້ວຕຽມ​ທີ່​ຈະ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ກອງ​ປະ​ຊຸມ​ໃຫຍ່​ທີ່​ຈະ​ມາ​ເຖິງນີ້ ໂດຍ​ການ​ຂຽນ​ຄຳ​ຖາມທີ່​ເຈົ້າ​ມີ​ລົງໄວ້ ແລະ ສຶກ​ສາ​ມັນ​ລະ​ຫວ່າງ​ການ​ສຶກ​ສາ​ພຣະ​ຄຳ​ພີ. ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ທູນ​ຂໍ​ຄຳ​ຕອບ ແລະ ຄວາມ​ຮູ້​ລະຫວ່າງກອງ​ປະ​ຊຸມ​ໃຫຍ່. ໃນ​ຂະ​ນະ​ທີ່​ເຈົ້າ​ຮັບ​ຟັງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃຫ້​ເອົາ​ໃ​ຈ​ໃສ່​ກັບ​ການ​ກະ​ຕຸ້ນ​ສະ​ເພາະ. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ແດ່? ເຈົ້າ​ຮູ້​ສຶກ​ການ​ດົນ​ໃຈ​ວ່າ​ຢາກ​ປ່ຽນ​ແປງ​ແນວ​ໃດ? ໃຫ້​ຂຽນ​ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ​ລົງ​ໄວ້ ເພາະ​ນັ້ນ​ແມ່ນ​ພຣະ​ວິນ​ຍານ​ທີ່​ກຳ​ລັງ​ກ່າວ​ກັບ​ເຈົ້າ!

ຈົ່ງ​ຈື່​ຈຳ​ສະ​ເໝີ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ເຈົ້າ ແລະ ຈະ​ນຳ​ພາ​ເຈົ້າ ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ. ເມື່ອ​ເຈົ້າ​ພະ​ຍາ​ຍາມ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ເຈົ້າ​ຈະ​ໄດ້​ຮັບ​ພອນ ແລະ ຮຽນ​ຮູ້.

ພິມ