​2021
ໝູ່​ບ້ານ​ໜຶ່ງ​ລອດ​ມາ​ໄດ້​ຍ້ອນ​ຊາຍ​ໜຸ່ມ​ຄົນ​ໜຶ່ງ
ເດືອນ​ເມ​ສາ 2021


“It Took a Boy to Save a Village,” For the Strength of Youth, Apr. 2021, 10–11.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ເມ​ສາ 2021

ໝູ່​ບ້ານ​ໜຶ່ງ​ລອດ​ມາ​ໄດ້​ຍ້ອນ ຊາຍ​ໜຸ່ມ ຄົນ​ໜຶ່ງ

ທ້າວ​ທອມ ຟາ​ນີນ ອາ​ຍຸ​ພຽງ​ແຕ່ 12 ປີ​ເທົ່າ​ນັ້ນ, ແຕ່​ເມື່ອ​ພະ​ຍາດ​ຮ້າຍ​ລາມ​ໄປ​ທົ່ວ​ໝູ່​ບ້ານ​ຊາ​ມົວ​ຂອງ​ລາວ​ນັ້ນ, ລາວ​ໄດ້​ຖືກ​ຂໍ​ໃຫ້​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່.

ຮູບ​ພາບ
ເກາະ​ຊາ​ມົວ​ກັບ​ຊາຍ​ໜຸ່ມ​ທີ່​ກຳ​ລັງ​ຊ່ວຍ​ຊາວ​ບ້ານ​ທີ່​ເຈັບ​ປ່ວຍ

ຮູບ​ພາບ​ປະ​ກອບ ໂດຍ ເຈມສ໌ ແມດ​ເຊັນ; ຮູບ​ຖ່າຍ​ຈາກ Getty Images

ດັ່ງ​ທີ່​ຫົວ​ຂໍ້​ສຳ​ລັບ​ຊາວ​ໜຸ່ມ​ໃນ​ປີ​ນີ້​ກ່າວ​ໄວ້​ວ່າ, ພວກ​ເຈົ້າ​ກຳ​ລັງ “ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33). ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ຄົນ​ໜຸ່ມ​ມັກ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ຊ່ວງ​ເວ​ລາ​ວິ​ກິດ ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ນີ້​ຄື​ຕົວ​ຢ່າງ​ໜຶ່ງ.

ການ​ແຜ່​ລະ​ບາດ​ຢູ່​ເກາະ

ຫລາຍ​ກວ່າ 100 ປີ​ຜ່ານ​ມາ​ແລ້ວ, ໃນ​ໝູ່​ເກາະ​ຊາ​ມົວ​ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່ ທອມ ຟາ​ນີນ ໄດ້​ເປັນ​ຜູ້​ຊ່ວຍ​ທີ່​ສຳ​ຄັນ​ລະ​ຫວ່າງ​ສະ​ຖາ​ນະ​ການ​ຂອງ​ຄວາມ​ເປັນ ແລະ ຄວາມ​ຕາຍ ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ທ້າວ​ທອມ​ໄດ້​ອາ​ໄສ​ຢູ່​ໃນ​ໝູ່​ບ້ານ​ໜຶ່ງ​ເອີ້ນ​ວ່າ ຊາ​ອູ​ເນຍ​ທູ, ຊຶ່ງ​ໄດ້​ຖືກ​ຕັ້ງ​ຂຶ້ນ​ໂດຍ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ເຂດ​ນັ້ນ ໃຫ້​ເປັນ​ບ່ອນ​ເຕົ້າ​ໂຮມ ແລະ ສ້າງ​ຊຸມ​ຊົນ​ສຳ​ລັບ​ເຂົາ​ເຈົ້າ. ເຊັ່ນ​ດຽວ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ສະ​ໄໝ​ອື່ນໆ ແລະ ບ່ອນ​ອື່ນໆ, ເຂົາ​ເຈົ້າ​ໄດ້​ປະ​ສົບ​​ກັບ​ການ​ທົດ​ລອງ​ຕ່າງໆ ພ້ອມ​ທັງ​ການ​ອັດ​ສະ​ຈັນ​ຕ່າງໆ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ເພື່ອ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ນຳ​ກັນ. ການ​ທົດ​ລອງ​ໜຶ່ງ​ໄດ້​ມາ​ເຖິງ​ໃນ​ປີ 1918, ເມື່ອ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່​ໄດ້​ມາ​ຮອດ​ໝູ່​ບ້ານ.

ທັນ​ທີ​ທີ່​ຄວາມ​ເຈັບ​ປ່ວຍ​ໄດ້​ມາ​ເຖິງ​ນັ້ນ, ມັນ​ກໍ​ໂຫດ​ຮ້າຍ, ແລະ ແຜ່​ລາມ​ຢ່າງ​ໄວ. ຊາວ​ບ້ານ​ປະ​ມານ 400 ຄົນ ໄດ້​ລົ້ມ​ປ່ວຍ​ເກືອບ​ທຸກ​ຄົນ. ມີ​ແຕ່​ສອງ​ຄົນ​ເທົ່າ​ນັ້ນ ທີ່​ຍັງ​ແຂງ​ແຮງ​ພໍ​ທີ່​ຈະ​ໄປ​ມາ​ໄດ້: ພໍ່​ຕູ້​ຄົນ​ໜຶ່ງ ແລະ ທ້າວ​ທອມ​ຜູ້​ອາ​ຍຸ 12 ປີ.

ສັດ​ທາ ແລະ ວຽກ​ໜັກ

ຄອບ​ຄົວ​ຂອງ​ທ້າວ​ທອມ​ໄດ້​ໃຊ້​ສັດ​ທາ​ໃນ​ການ​ປະ​ເຊີນ​ກັບ​ຄວາມ​ເຈັບ​ປ່ວຍ​ມາ​ກ່ອນ ແລະ ໄດ້​ເຫັນ​ຜົນ​ແຫ່ງ​ການ​ອັດ​ສະ​ຈັນ​ຕ່າງໆ. ອາຍ​ລາ​ມາ ນ້ອງ​ຊາຍ​ຂອງ​ທ້າວ​ທອມ ໄດ້​ລົ້ມ​ປ່ວຍ​ເມື່ອ​ຫລາຍ​ປີ​ກ່ອນ. ເອ​ລິ​ຊາ​ລາ ພໍ່​ຂອງ​ພວກ​ເຂົາ​ໄດ້​ຝັນ​ວ່າ ເພິ່ນ​ໄດ້​ຮັບ​ຄຳ​ແນະ​ນຳ​ວ່າ​ຄວນ​ຈະ​ດູ​ແລ​ທ້າວ​ອາຍ​ລາ​ມາ​ແນວ​ໃດ ຄື: ໃຫ້​ໄປ​ຊອກ​ຫາ​ຕົ້ນ​ວິ​ລິ-ວິ​ລິ, ຖາກ​ເອົາ​ເປືອກ, ແລ້ວຕຳ​ເພື່ອ​ຄັ້ນ​ເອົາ​ນ້ຳ. ເອ​ລິ​ຊາ​ລາ​ໄດ້​ເຮັດ​ເຊັ່ນ​ນັ້ນ ແລະ ໄດ້​ນຳ​ເອົາ​ນ້ຳ​ຄັ້ນ​ມາ​ໃຫ້​ທ້າວ​ອາຍ​ລາ​ມາ, ຊຶ່ງ​ໄດ້​ດື່ມ ແລະ ຫາຍ​ດີ​ໃນ​ບໍ່​ຊ້າ. ດັ່ງ​ນັ້ນ, ທ້າວ​ທອມ​ຈຶ່ງ​ເຫັນ​ໄດ້​ວ່າ ການ​ກະ​ທຳ​ດ້ວຍ​ສັດ​ທາ​ສາ​ມາດ​ຊ່ວຍ​ໃຫ້​ເອົາ​ຊະ​ນະ​ຄວາມ​ເຈັບ​ປ່ວຍ​ໄດ້​ຢ່າງ​ໃດ.

ລະ​ຫວ່າງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່​ໃນ​ປີ 1918 ນັ້ນ, ທ້າວ​ທອມ​ໄດ້​ໃຊ້​ສັດ​ທາ ຂະ​ນະ​ທີ່​ລາວ​ເຮັດ​ວຽກ​ໜັກ​ໃນ​ການ​ດູ​ແລ​ຄົນ​ທັງ​ຫລາຍ​ຢູ່​ໃນ​ໝູ່​ບ້ານ. “ທຸກໆ​ເຊົ້າ, ຂ້ອຍ​ຈະ​ໄປ​ຫາ​ແຕ່​ລະ​ເຮືອນ ເພື່ອ​ໃຫ້​ອາ​ຫານ ແລະ ອະ​ນາ​ໄມ​ຜູ້​ຄົນ ແລະ ເບິ່ງ​ວ່າ​ແມ່ນ​ໃຜ​ໄດ້​ເສຍ​ຊີ​ວິດ​ແລ້ວ,” ລາວ​ເວົ້າ.

ລາວ​ໄດ້​ເອົາ​ຄຸ​ໄປ​ຕັກ​ນ້ຳ​ຈາກ​ຫ້ວຍ ແລະ ນຳ​ເອົາ​ນ້ຳ​ໄປ​ໃຫ້​ແຕ່​ລະ​ເຮືອນ. ລາວ​ໄດ້​ປີນ​ຂຶ້ນ​ຕົ້ນ​ໝາກ​ພ້າວ, ເກັບ​ໝາກ​ພ້າວ, ຜ່າ​ໝາກ​ພ້າວ, ແລະ ນຳ​ເອົາ​ນ້ຳ​ໝາກ​ພ້າວ​ມາ​ໃຫ້​ຄົນ​ປ່ວຍ. ລາວ​ຍັງ​ໄດ້​ຂ້າ​ໄກ່​ໝົດ​ທຸກ​ໂຕ​ໃນ​ໝູ່​ບ້ານ​ເພື່ອ​ເອົາ​ມາ​ເຮັດ​ແກງ​ໃຫ້​ແຕ່​ລະ​ຄອບ​ຄົວ.

ການ​ສ້າງ​ຄວາມ​ແຕກ​ຕ່າງ

ໃນ​ລະ​ຫວ່າງ​ການ​ແຜ່​ລະ​ບາດ​ນີ້, ໜຶ່ງ​ສ່ວນ​ສີ່​ຂອງ​ປະ​ຊາ​ຊົນ​ທັງ​ໝົດ​ໃນ​ຊາ​ມົວ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ໄຂ້​ຫວັດ​ໃຫຍ່​ນີ້. ບາງ​ຄົນ​ໃນ​ໝູ່​ບ້ານ​ຂອງ​ທ້າວ​ທອມ​ກໍ​ໄດ້​ເສຍ​ຊີ​ວິດ​ຄື​ກັນ. ທ້າວ​ທອມ​ໄດ້​ຊ່ວຍ​ຂຸດ​ຂຸມ​ຝັງ​ສົບ ແລະ ຝັງ​ຫລາຍ​ກວ່າ 20 ຄົນ, ລວມ​ທັງ​ພໍ່​ຂອງ​ລາວ​ເອງ, ເອ​ລິ​ຊາ​ລາ.

ແຕ່​ຂອບ​ໃຈ​ກັບ​ການ​ເຮັດ​ວຽກ​ໜັກ ແລະ ການ​ດູ​ແລ​ດ້ວຍ​ຄວາມ​ຮັກ​ຂອງ​ທ້າວ​ທອມ, ຫລາຍ​ຄົນ​ໃນ​ໝູ່​ບ້ານ​ຂອງ​ລາວ​ໄດ້​ລອດ​ຊີ​ວິດ. ລາວ​ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ຜູ້​ຄົນ​ເຫລົ່າ​ນັ້ນ ແລະ ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊາ​ມົວ. ລາວ​ກຳ​ລັງ “ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່.”

ແລະ ໃນ​ວິ​ທີ​ທາງ​ຂອງ​ເຈົ້າ, ເຈົ້າ​ກໍ​ເຊັ່ນ​ກັນ.

ເຈົ້າ​ອາດ​ບໍ່​ໄດ້​ຖືກ​ຂໍ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ທ້າວ​ທອມ​ໄດ້​ເຮັດ, ແຕ່​ເຈົ້າ, ແທ້​ຈິງ​ແລ້ວ, ​ກຳ​ລັງ​ໃຊ້​ສັດ​ທາ​ໃນ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ກັບ​ເຈົ້າ, ໃຫ້​ກັບ​ຄົນ​ອື່ນ, ແລະ ໃຫ້​ກັບ​ວຽກ​ງານ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ເຈົ້າ​ກຳ​ລັງ​ເປັນ​ຕົວ​ຢ່າງ​ໃຫ້​ຄອບ​ຄົວ​ຂອງ​ເຈົ້າ, ໃຫ້​ໝູ່​ເພື່ອນ, ແລະ ຄົນ​ອື່ນ ໂດຍ​ການ​ສະ​ແດງ​ຄຸນ​ນະ​ທຳ, ຄວາມ​ອົດ​ທົນ, ຄວາມ​ດີ, ແລະ ຄວາມ​ຮັກ. ເຈົ້າ​ກຳ​ລັງ​ຮັບ​ໃຊ້​ຄົນ​ອື່ນ. ເຈົ້າ​ກຳ​ລັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ການ​ອະ​ທິ​ຖານ. ເຈົ້າ​ກຳ​ລັງ​ແບ່ງ​ປັນ​ຄວາມ​ຈິງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ໃນ​ຊ່ວງ​ປີ​ທີ່​ຜ່ານ​ມາ, ຫລາຍ​ຄົນ​ໃນ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້ ຂະ​ນະ​ທີ່​ຕ້ອງ​ອົດ​ທົນ​ກັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ. ບາງ​ເທື່ອ​ເຈົ້າ​ຍັງ​ບໍ່​ເຄີຍ​ໄປ​ຕັກ​ນ້ຳ ແລະ ໄປ​ຫາ​ໝາກ​ພ້າວ ແລະ ດູ​ແລ​ຄົນ 400 ຄົນ​ໃຫ້​ກັບ​ມາ​ແຂງ​ແຮງ, ແຕ່​ເຈົ້າ ໄດ້ ນຳ​ການ​ປອບ​ໂຍນ, ຄວາມ​ຫວັງ, ຄວາມ​ສຸກ, ແລະ ຄວາມ​ສະ​ຫງົບ​ມາ​ສູ່​ຄົນ​ທັງ​ຫລາຍ​ດ້ວຍ​ວິ​ທີ​ອື່ນໆ​ອີກ​ຫລາຍ​ວິ​ທີ.

ອາ​ຍຸ​ຂອງ​ເຈົ້າ​ບໍ່​ສຳ​ຄັນ​ເທົ່າ​ສັດ​ທາ ແລະ ຄວາມ​ເຕັມ​ໃຈ​ຂອງ​ເຈົ້າ​ທີ່​ຈະ​ເຮັດ​ວຽກ ແລະ ຮັບ​ໃຊ້​ຄົນ​ອື່ນ. ຕົວ​ຢ່າງ​ຈາກ​ອະ​ດີດ, ເຊັ່ນ​ຕົວ​ຢ່າງ​ຂອງ​ທ້າວ​ທອມ ຟາ​ນີນ, ສາ​ມາດ​ຊ່ວຍ​ໃຫ້​ເຈົ້າ​ເຫັນ​ໄດ້​ວ່າ ເຈົ້າ​ເປັນ​ທີ່​ຕ້ອງ​ການ​ໃນ​ການ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ.

ພິມ