​2021
ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ເຮົາ​ຈາກ​ການ​ບາບ ແລະ ຄວາມ​ຕາຍ
ເດືອນ​ເມ​ສາ 2021


“Jesus Christ Saved Us from Sin and Death,” Liahona, April 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ເມ​ສາ 2021

ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ເຮົາ​ຈາກ​ການ​ບາບ ແລະ ຄວາມ​ຕາຍ

ເພາະ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ, ເຮົາ​ທຸກ​ຄົນ​ຈຶ່ງ​ມີ​ໂອ​ກາດ​ທີ່​ຈະ​ພົບ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ນິ​ລັນ​ດອນ​ໄດ້.

ຮູບ​ພາບ
ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ

Christ Creating the Earth [ພຣະ​ຄິດ​ກຳ​ລັງ​ສ້າງ​ໂລກ], ໂດຍ ຣໍ​ເບີດ ທີ ບາ​ແຣັດ

ເຮົາ​ຖື​ວ່າ​ພຣະ​ເຢ​ຊູ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ນີ້​ກໍ​ຍ້ອນ​ວ່າ ພຣະ​ອົງ​ໄດ້​ຈ່າຍ​ຄ່າ​ສຳ​ລັບ​ການ​ບາບ​ຂອງ​ເຮົາ ແລະ ໄດ້​ເອົາ​ຊະ​ນະ​ອຳ​ນາດ​ແຫ່ງ​ຄວາມ​ຕາຍ. ພຣະ​ອົງ​ໄດ້​ຊ່ວຍ​ຊີ​ວິດ​ເຮົາ! ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ເພື່ອ​ເຮົາ, ຊຶ່ງ​ເອີ້ນ​ວ່າ ການ​ຊົດ​ໃຊ້​ນັ້ນ, ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ເກີດ​ຂຶ້ນ. ເພາະ​ພຣະ​ອົງ, ຄວາມ​ຕາຍ​ຈຶ່ງ​ບໍ່​ເປັນ​ຈຸດ​ຈົບ. ເພາະ​ພຣະ​ອົງ, ເຮົາ​ຈຶ່ງ​ສາ​ມາດ​ຮັບ​ອະ​ໄພ​ການ​ບາບ, ກັບ​ມາ​ສະ​ອາດ​ອີກ​ຄັ້ງ, ແລະ ດີ​ຂຶ້ນ​ກວ່າ​ເກົ່າ​ໃນ​ແຕ່​ລະ​ມື້.

ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຫົວ​ປີ

ກ່ອນ​ທີ່​ຈະ​ມາ​ສູ່​ໂລກ, ເຮົາ​ເຄີຍ​ຢູ່​ກັບ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ໃນ​ຖາ​ນະ​ພຣະ​ບຸດ​ຫົວ​ປີ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ສ້າງ​ໂລກ​ທີ່​ສວຍ​ງາມ​ນີ້. ພຣະ​ອົງ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ໄດ້​ຕົກ​ລົງ​ທີ່​ຈະ​ມາ​ເກີດ​ໃນ​ໂລກ​ນີ້ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ, ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ສຳ​ເລັດ​ການ​ຊົດ​ໃຊ້​ເພື່ອ​ເຮົາ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

O My Father [ພຣະ​ບິ​ດາ​ຂອງ​ລູກ​ເອີຍ], ໂດຍ ຊາຍ ມັນ ດູ​ວີ

ພຣະ​ເຢ​ຊູ​ຄຣິດ​ໄດ້​ຈ່າຍ​ຄ່າ​ການ​ບາບ​ຂອງ​ເຮົາ

ເມື່ອ​ພຣະ​ເຢ​ຊູ​ຮູ້​ວ່າ ພຣະ​ອົງ​ຈະ​ຕ້ອງ​ຕາຍ​ໃນ​ບໍ່​ຊ້າ, ພຣະ​ອົງ​ໄດ້​ໄປ​ທີ່​ສວນ​ແຫ່ງ​ໜຶ່ງ ຊື່​ວ່າ ເຄັດ​ເຊ​ມາ​ເນ ເພື່ອ​ອະ​ທິ​ຖານ. ໃນ​ລະ​ຫວ່າງ​ການ​ອະ​ທິ​ຖານ​ນັ້ນ, ພຣະ​ອົງ​ໄດ້​ເລີ່ມ​ຈ່າຍ​ຄ່າ​ການ​ບາບ​ຂອງ​ເຮົາ. ພຣະ​ອົງ​ເຕັມ​ພຣະ​ໄທ​ທີ່​ຈະ​ທົນ​ທຸກ​ທໍ​ລະ​ມານ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ຕ້ອງ​ເປັນ​ເຊັ່ນ​ນັ້ນ—ຖ້າ​ເຮົາ​ກັບ​ໃຈ. ເມື່ອ​ເຮົາ​ຫັນ​ໜີ​ຈາກ​ບາບ​ຂອງ​ເຮົາ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແທນ, ເຮົາ​ຈະ​ສາ​ມາດ​ພົບ​ການ​ໃຫ້​ອະ​ໄພ ແລະ ການ​ປິ່ນ​ປົວ​ໄດ້. ຍ້ອນ​ສິ່ງ​ທີ່​ພຣະ​ອົງ​ເຄີຍ​ປະ​ສົບ​ຜ່ານ​ມາ​ແລ້ວ​ໃນ​ສວນ​ເຄັດ​ເຊ​ມາ​ເນ, ພຣະ​ເຢ​ຊູ​ຈຶ່ງ​ເຂົ້າ​ໃຈ​ເປັນ​ຢ່າງ​ດີ​ວ່າ ການ​ເປັນ​ຄື​ເຮົາ​ນັ້ນ​ເປັນ​ຢ່າງ​ໃດ. ພຣະ​ອົງ​ຮູ້​ສຶກ​ເຖິງ​ຄວາມ​ເສຍ​ໃຈ, ຄວາມ​ເຈັບ​ປ່ວຍ, ແລະ ຄວາມ​ເຈັບ​ປວດ​ທັງ​ໝົດ​ຂອງ​ເຮົາ. ນີ້​ແມ່ນ​ສ່ວນ​ທຳ​ອິດ​ຂອງ​ການ​ຊົດ​ໃຊ້.

ຮູບ​ພາບ
ການ​ຝັງ​ສົບ​ຂອງ​ພຣະ​ຄຣິດ

The Burial of Christ [ການ​ຝັງ​ສົບ​ຂອງ​ພຣະ​ຄຣິດ], ໂດຍ ຄາລ ເຮັນ​ຣິກ ບະ​ລ່າ

ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ

ຫລັງ​ຈາກ​ການ​ອະ​ທິ​ຖານ​ຂອງ​ພຣະ​ອົງ​ໃນ​ສວນ​ເຄັດ​ເຊ​ມາ​ເນ, ພຣະ​ເຢ​ຊູ​ໄດ້​ຖືກ​ທໍ​ລະ​ຍົດ, ຖືກ​ຈັບ, ແລະ ຖືກ​ຕັດ​ສິນ​ໃຫ້​ປະ​ຫານ​ຊີ​ວິດ ໂດຍ​ການ​ຄຶງ​ທີ່​ໄມ້​ກາງ​ແຂນ. ເຖິງ​ແມ່ນ​ວ່າ​ພຣະ​ອົງ​ຊົງ​ລິດ​ທາ​ນຸ​ພາບ​ກໍ​ຕາມ, ແຕ່​ພຣະ​ເຢ​ຊູ​ໄດ້​ຍອມ​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ. ບັນ​ດາ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ໄດ້​ວາງ​ຮ່າງ​ກາຍ​ຂອງ​ພຣະ​ອົງ​ໄວ້​ໃນ​ອຸບ​ມຸງ​ດ້ວຍ​ຄວາມ​ຮັກ. ພວກ​ເຂົາ​ບໍ່​ຮູ້​ວ່າ ເຖິງ​ແມ່ນ​ຮ່າງ​ກາຍ​ຂອງ​ພຣະ​ອົງ​ໄດ້​ຕາຍ​ແລ້ວ, ແຕ່​ວິນ​ຍານ​ຂອງ​ພຣະ​ອົງ​ຍັງ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ວິນ​ຍານ. ສາມ​ມື້​ຕໍ່​ມາ, ພຣະ​ເຢ​ຊູ​ໄດ້​ກັບ​ມາ​ມີ​ຊີ​ວິດ​ອີກ​ຄັ້ງ ແລະ ໄດ້​ໄປ​ຢ້ຽມ​ຢາມ​ພວກ​ເຂົາ, ໂດຍ​ພິ​ສູດ​​ໃຫ້​ເຫັນ​ວ່າ ພຣະ​ອົງ​ສາ​ມາດ​ເອົາ​ຊະ​ນະ​ເໜືອ​ຄວາມ​ຕາຍ​ໄດ້. ສິ່ງ​ນີ້​ໄດ້​ສຳ​ເລັດ​ການ​ຊົດ​ໃຊ້. ຍ້ອນ​ວ່າ​ພຣະ​ເຢ​ຊູ​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ເຮົາ​ແຕ່​ລະ​ຄົນ​ຈະ​ສາ​ມາດ​ກັບ​ມາ​ມີ​ຊີ​ວິດ​ອີກ​ຄັ້ງ​ຫລັງ​ຈາກ​ທີ່​ເຮົາ​ຕາຍ​ໄປ.

ຮູບ​ພາບ
ພຣະ​ຄຣິດ ແລະ ນາງ​ມາ​ຣີ ທີ່​ບ່ອນ​ຝັງ​ສົບ

He Lives [ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່], ໂດຍ ຊາຍ​ມັນ ດູ​ວີ

ຄວາມ​ໝາຍ​ຂອງ​ຄຣິດ​ສະ​ມາດ ແລະ ອີດ​ສະ​ເຕີ

ທົ່ວ​ໂລກ​ສະ​ຫລອງ​ມື້​ພັກ​ສອງ​ມື້​ທີ່​ຊ່ວຍ​ໃຫ້​ເຮົາ​ຈື່​ຈຳ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ຊ່ວງ​ຄຣິດ​ສະ​ມາດ, ເຮົາ​ຈື່​ຈຳ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ວ່າ ພຣະ​ເຢ​ຊູ​ໄດ້​ເຕັມ​ພຣະ​ໄທ​ຮັບ​ພາ​ລະ​ກິດ​ແຫ່ງ​ການ​ມາ​ສູ່​ໂລກ​ນີ້, ເຖິງ​ແມ່ນ​ວ່າ ນັ້ນ​ຈະ​ລວມ​ທັງ​ການ​ທົນ​ທຸກ​ທໍ​ລະ​ມານ ແລະ ການ​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ. ອີດ​ສະ​ເຕີ​ສະ​ຫລອງ​ໄຊ​ຊະ​ນະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເໜືອ​ການ​ບາບ ແລະ ຄວາມ​ຕາຍ, ຊຶ່ງ​ໃຫ້​ຄວາມ​ຫວັງ​ແກ່​ເຮົາ​ສຳ​ລັບ​ອະ​ນາ​ຄົດ​ນິ​ລັນ​ດອນ​ແຫ່ງ​ຄວາມ​ສຸກ.

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ເອີ້ນ​ເປ​ໂຕ ແລະ ອັນ​ເດ​ອາ

Christ Calling Peter and Andrew [ພຣະ​ຄຣິດ​ກຳ​ລັງ​ເອີ້ນ​ເປ​ໂຕ ແລະ ອັນ​ເດ​ອາ], ໂດຍ ເຈມສ໌ ເທ​ເລີ ຮາ​ວູດ

ພຣະ​ຄຳ​ພີ​ກ່າວ​ວ່າ​ຢ່າງ​ໃດ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ຍ້ອນ​ວ່າ​ພຣະ​ເຢ​ຊູ​ຮູ້​ຈັກ​ເຮົາ​ເປັນ​ຢ່າງ​ດີ, ພຣະ​ອົງ​ຈຶ່ງ​ສາ​ມາດ “ຊ່ວຍ​ເຫລືອ,” ເຮົາ​ໄດ້ (ເບິ່ງ ແອວ​ມາ 7:11–12).

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຂົ້າ​ໃຈ​ເຖິງ​ຄວາມ​ທຸກ ແລະ ຄວາມ​ເຈັບ​ປວດ​ຂອງ​ເຮົາ (ເບິ່ງ ເອ​ຊາ​ຢາ 53:2–5).

ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ເຢ​ຊູ​ມາ​ຊ່ວຍ​ເຮົາ ເພາະ​ພຣະ​ເຈົ້າ​ຮັກ​ເຮົາ​ແຕ່​ລະ​ຄົນ (ເບິ່ງ ໂຢ​ຮັນ 3:16–17).

ພຣະ​ເຢ​ຊູ​ໄດ້​ອະ​ທິ​ຖານ​ເພື່ອ​ບັນ​ດາ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ, ລວມ​ທັງ​ເຮົາ, ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ຄວາມ​ຊົ່ວ​ຮ້າຍ ແລະ ເປັນ​ໜຶ່ງ​ດຽວ​ກັບ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ (ເບິ່ງ ໂຢ​ຮັນ 17).

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ເຊື້ອ​ເຊີນ​ໃຫ້​ເຮົາ​ຕິດ​ຕາມ​ພຣະ​ອົງ ແລະ ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:16–19, 23–24; 132:23).

ພິມ