​2021
ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ
ເດືອນ​ເມ​ສາ 2021


“Missionaries Shared the Gospel,” Friend, April 2021

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ເມ​ສາ 2021

ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ໃນ​ສັດ​ຕະ​ວັດ​ທີ 19

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ຫລັງ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ພິມ​ອອກ​ມາ​ແລ້ວ, ພຣະ​ເຈົ້າ​ໄດ້​ເອີ້ນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ໄປ​ສິດ​ສອນ​ຫລາຍຄົນ​ຕື່ມ​ອີກ​ກ່ຽວ​ກັບ​ພ​ຣະ​ຄຳ​ພີ​ມໍ​ມອນ.

ຮູບ​ພາບ
ແຊມ​ໂຍ ສະ​ມິດ ກຳ​ລັງ​ວາງ​​ພຣະ​ຄຳ​ພີ​ມໍ​ມອນ​ລົງ

ແຊມ​ໂຍ ນ້ອງ​ຊາຍ​ຂອງ​ໂຈ​ເຊັບ ສະ​ມິດ ໄດ້​ຖື​ຖົງ​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ຄຳ​ພີ​ມໍ​ມອນ​ເພື່ອ​ແບ່ງ​ປັນ. ຄົນ​ທັງ​ຫລາຍ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຟັງ​ລາວ​ສິດ​ສອນ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ໃນ​ສັດ​ຕະ​ວັດ​ທີ 19 ກຳ​ລັງ​ສິດ​ສອນ​ໃນ​ເກາະ​ປາ​ຊີ​ຟິກ

ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ​ໄດ້​ສິດ​ສອນ​ຜູ້ຄົນ​ໃນ​ເອີ​ຣົບ. ບາງ​ຄົນ​ໄດ້​ສິດ​ສອນ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ຕາມ​ເກາະ​ຕ່າງໆ.

ຮູບ​ພາບ
ຊິດ​ສະ​ເຕີ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ສັດ​ຕະ​ວັດ​ທີ 19 ໃນ​ປະ​ເທດ​ອັງ​ກິດ.

ຕໍ່​ມາ, ຊິດ​ສະ​ເຕີ​ຜູ້​ສອນ​ສາດ​ສະ​ໜາ​ຜູ້​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ຮັບ​ໃຊ້​ຢູ່​ປະ​ເທດ​ອັງ​ກິດ.

ຮູບ​ພາບ
ເດັກ​ນ້ອຍ​ຢູ່​ເດີ່ນ​ຫລິ້ນ, ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ

ເຮົາ​ສາ​ມາດ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ຄື​ກັນ. ເຮົາ​ສາ​ມາດ​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ​ກັບ​ຄົນ​ອື່ນ​ໄດ້.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ

ຮູບ​ພາບ
ເດັກ​ນ້ອຍ​ກັບ​ຮູບ​ຂອງ​ພຣະ​ເຢ​ຊູ

ເຈົ້າ​ຈະ​ສາ​ມາດ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ?

ພິມ