​2021
ພົບ​ເຫັນ​ຄວາມ​ເຂັ້ມ​ແຂງ​ເພື່ອ​ຈະ​ໃຫ້​ອະ​ໄພ
ເດືອນ​ມິ​ຖຸ​ນາ 2021


“Finding Strength to Forgive,” For the Strength of Youth, June 2021, 10–11.

ຈົ່ງ​ຕາມ​ເຮົາ​ມາ

ພົບ​ເຫັນ ຄວາມ​ເຂັ້ມ​ແຂງ ເພື່ອ​ຈະ ໃຫ້​ອະ​ໄພ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຮົາ​ໃຫ້​ອະ​ໄພ​ຄົນ​ອື່ນ. ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ລວມ​ທັງ​ຂໍ້​ນີ້.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:10

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ຫລຽວ​ເບິ່ງ​ຄົນ​ທີ່​ກຳ​ລັງ​ເດ່ມື​ອອກ​ມາ​ຫາ​ນາງ

ຮູບ​ພາບ​ປະ​ກອບ ໂດຍ ເຈມສ໌ ແມດ​ເຊັນ

ພຣະ​ບັນ​ຍັດ​ບາງ​ຂໍ້​ເບິ່ງ​ຄື​ວ່າ​ຈະ​ຮັກ​ສາ​ໄດ້​ຍາກ​ກວ່າ​ຂໍ້​ອື່ນ​ບໍ?

ນີ້​ຄື​ຂໍ້​ໜຶ່ງ​ທີ່​ເຮັດ​ໃຫ້​ຫລາຍ​ຄົນ​ຢ້ານ​ກົວ: “ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ໃຫ້​ອະ​ໄພ​ຜູ້​ທີ່​ເຮົາ​ຈະ​ໃຫ້​ອະ​ໄພ, ແຕ່​ພວກ​ເຈົ້າ​ຖືກ​ຮຽກ​ຮ້ອງ​ໃຫ້​ອະ​ໄພ​ມະ​ນຸດ​ທັງ​ປວງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:10).

ດຽວ​ກ່ອນ. ເຮົາ​ຕ້ອງ​ໃຫ້​ອະ​ໄພ ທຸກ​ຄົນ ທີ່​ໄດ້​ເຮັດ​ຜິດ​ຕໍ່​ເຮົາ​ຊັ້ນ​ບໍ? ມັນ​ຈະ​ເປັນ​ໄປ​ໄດ້​ຢູ່​ບໍ?!

ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ເວົ້າ​ຄຳ​ຫຍາບ​ຄາຍ​ກັບ​ເຮົາ ຫລື ກິນ​ເຂົ້າ​ຈີ່​ກ້ອນ​ສຸດ​ທ້າຍ​ຢູ່​ໂຕະ​ກິນ​ເຂົ້າ ກໍ​ພໍ​ອະ​ໄພ​ໃຫ້​ໄດ້​ຢູ່. ແຕ່​ກ່ຽວ​ກັບ​ບາດ​ແຜ​ເລິກໆ​ເດ​ລະ? ສ່ວນ​ການ​ກະ​ທຳ​ຜິດ​ທີ່​ຮ້າຍ​ແຮງ​ເຫລົ່າ​ນັ້ນ​ທີ່​ສາ​ມາດ​ລົບ​ກວນ ຫລື ແມ່ນ​ແຕ່​ປ່ຽນ​ແປງ​ເສັ້ນ​ທາງ​ຂອງ​ຊີ​ວິດ​ເຮົາ​ເດ​ລະ?

ບາງ​ເທື່ອ​ຄວາມ​ສາ​ມາດ​ທີ່​ຈະ​ໃຫ້​ອະ​ໄພ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ເຈັບ​ປວດ​ຫລາຍ​ແທ້ໆ ກໍ​ຮູ້​ສຶກ​ຄື​ວ່າ​ເກີນ​ກວ່າ​ທີ່​ເຮົາ​ຈະ​ສາ​ມາດ​ເຮັດ​ໄດ້.

ນີ້​ຄື​ຂ່າວ​ດີ: ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ບໍ່​ເຄີຍ​ຖືກ​ຈຳ​ກັດ​ດ້ວຍ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ.

ຄວາມ​ຊ່ວຍ​ເຫລືອ​ທີ່​ນາງ​ຕ້ອງ​ການ

ຄົນ​ຄຣິດ​ສະ​ຕຽນ​ທີ່​ອຸ​ທິດ​ຕົນ​ຄົນ​ໜຶ່ງ​ຈາກ​ປະ​ເທດ​ໂຮນ​ລັງ ຊື່ ໂຄ​ຣີ ເທັນ ບູມ ໄດ້​ພົບ​ເຫັນ​ດ້ວຍ​ຕົວ​ເອງ​ເຖິງ​ພະ​ລັງ​ຂອງ​ການ​ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ນາງ​ໃຫ້​ອະ​ໄພ​​ຄົນ​ໃດ​ຄົນ​ໜຶ່ງ.

ນາງ ແລະ ນ້ອງ​ສາວ​ຂອງ​ນາງ ຊື່ ແບັດ​ສີ ໄດ້​ຖືກ​ຄຸມ​ຂັງ​ຢູ່​ໃນ​ສູນ​ກັກ​ກັນ ລະ​ຫວ່າງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ. ນາງ​ໂຄ​ຣີ ແລະ ຄົນ​ອື່ນໆ​ໄດ້​ທົນ​ທຸກ​ກັບ​ການ​ຂົ່ມ​ເຫັງ​ທີ່​ໂຫດ​ຮ້າຍ​ຈາກ​ຄົນ​ຍາມ​ຄຸກ ພວກ​ນາ​ຊີ. ເບັດ​ສີ ນ້ອງ​ສາວ​ຂອງ​ນາງ ​ກໍ​ໄດ້​ເສຍ​ຊີ​ວິດ​ເປັນ​ເພາະ​ການ​ຂົ່ມ​ເຫັງ​ນັ້ນ. ນາງ​ໂຄ​ຣີ​ລອດ​ຊີ​ວິດ​ມາ​ໄດ້.

ຫລັງ​ຈາກ​ສົງ​ຄາມ​ນັ້ນ, ນາງ​ໂຄ​ຣີ​ໄດ້​ຄົ້ນ​ພົບ​ພະ​ລັງ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ການ​ໃຫ້​ອະ​ໄພ​ຄົນ​ອື່ນ. ນາງ​ໄດ້​ແບ່ງ​ປັນ​ຂ່າວ​ສານ​ຂອງ​ນາງ​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ເລື້ອຍໆ. ແຕ່​ມື້​ໜຶ່ງ​ຖ້ອຍ​ຄຳ​ຂອງ​ນາງ​ກໍ​ຖືກ​ທົດ​ລອງ​ເຖິງ​ຂັ້ນ​ສູງ​ສຸດ.

ຫລັງ​ຈາກ​ການ​ປາ​ໄສ​ສາ​ທາ​ລະ​ນະ, ມີ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ຍາມ​ຄຸກ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ຈາກ​ສູນ​​ກັກ​ກັນ ໄດ້​ເຂົ້າ​ມາ​ຫາ​ນາງ​ໂຄ​ຣີ.

ລາວ​ໄດ້​ບອກ​ນາງ​ໂຄ​ຣີ​ວ່າ ລາວ​ໄດ້​ກາຍ​ເປັນ​ຄົນ​ຄຣິດ​ສະ​ຕຽນ​ແລ້ວ​ນັບ​ຕັ້ງ​ແຕ່​ສົງ​ຄາມ ແລະ ໄດ້​ກັບ​ໃຈ​ຈາກ​ສິ່ງ​ທີ່​ໂຫດ​ຮ້າຍ​ທີ່​ລາວ​ໄດ້​ເຮັດ​ລົງ​ໄປ ໃນ​ຖາ​ນະ​ຄົນ​ຍາມ​ຄຸກ.

ລາວ​ໄດ້​ເດ່​ມື​ອອກ​ມາ ແລະ ເວົ້າ​ວ່າ, “ເຈົ້າ​ໃຫ້​ອະ​ໄພ​ຂ້ອຍ​ໄດ້​ບໍ?”

ເຖິງ​ແມ່ນ​ວ່າ​ນາງ​ໄດ້​ຮຽນ​ຮູ້ ແລະ ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ຄົນ​ອື່ນ, ນາງ​ໂຄ​ຣີ​ບໍ່​ສາ​ມາດ​ຈັບ​ມື​ຂອງ​ຜູ້​ຊາຍ​ຄົນ​ນີ້​ໂດຍ​ສະ​ເພາະ ແລະ ໃຫ້​ອະ​ໄພ​ລາວ—ເຖິງ​ແນວ​ໃດ, ນາງ​ກໍ​ເຮັດ​ບໍ່​ໄດ້​ດ້ວຍ​ຕົວ​ເອງ​ຢູ່​ແລ້ວ.

ຕໍ່​ມາ​ນາງ​ໄດ້​ຂຽນ​ວ່າ, “ເຖິງ​ແມ່ນ​ວ່າ​ຂະ​ນະ​ທີ່​ຄວາມ​ຄິດ​ໃຈ​ຮ້າຍ ແລະ ຄວາມ​ຄິດ​ຢາກ​ແກ້​ແຄ້ນ​ໄດ້​ລຸກ​ໄໝ້​ຢູ່​ພາຍ​ໃນ​ຂ້າ​ພະ​ເຈົ້າ​ກໍ​ຕາມ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ເຫັນ​ຄວາມ​ເປັນ​ບາບ​ຢູ່​ໃນ​ນັ້ນ. … ອົງ​ພຣະ​ເຢ​ຊູ​ເຈົ້າ​ເອີຍ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ, ຂໍ​ຈົ່ງ​ໃຫ້​ອະ​ໄພ​ຂ້າ​ນ້ອຍ ແລະ ຊ່ວຍ​ຂ້າ​ນ້ອຍ​ໃຫ້​ອະ​ໄພ​ລາວ​ດ້ວຍ​ເທີ້ນ.

“ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຍິ້ມ, [ແລະ] ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຍົກ​ມື​ຂຶ້ນ. ແຕ່​ຂ້າ​ພະ​ເຈົ້າ​ກໍ​ເຮັດ​ບໍ່​ໄດ້. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮູ້​ສຶກ​ຫຍັງ​ເລີຍ, ບໍ່​ມີ​ຄວາມ​ອົບ​ອຸ່ນ ຫລື ຄວາມ​ໃຈ​ບຸນ​ຢ່າງ​ໃດ​ເລີຍ. ແລະ ອີກ​ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ງຽບໆ​ຢູ່​ໃນ​ໃຈ. ພຣະ​ເຢ​ຊູ​ເອີຍ, ຂ້າ​ນ້ອຍ​ໃຫ້​ອະ​ໄພ​ລາວ​ບໍ່​ໄດ້. ຂໍ​ຈົ່ງ​ປະ​ທານ​ການ​ໃຫ້​ອະ​ໄພ​ຂອງ​ພຣະ​ອົງ​ໃຫ້​ຂ້າ​ນ້ອຍ​ແດ່.

“ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈັບ​ມື​ລາວ ສິ່ງ​ທີ່​ໜ້າ​ເຫລືອ​ເຊື່ອ​ທີ່​ສຸດ​ໄດ້​ເກີດ​ຂຶ້ນ. ຈາກ​ບ່າ​ໄຫລ່​ລົງ​ໄປ​ຕາມ​ແຂນ ແລະ ຜ່ານ​ໄປ​ເຖິງ​ມື​ຂອງ​ຂ້າ​ພະ​ເຈົ້າ ເບິ່ງ​ຄື​ວ່າ​ກະ​ແສ​ໃດ​ໜຶ່ງ​ໄດ້​ຜ່ານ​ຈາກ​ຂ້າ​ພະ​ເຈົ້າ​ໄປ​ຫາ​ລາວ, ໃນ​ຂະ​ນະ​ທີ່​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເກີດ​ມີ​ຄວາມ​ຮັກ​ຢ່າງ​ບອກ​ບໍ່​ຖືກ​ຕໍ່​ຄົນ​ແປກ​ໜ້າ​ຄົນ​ນີ້.

“ແລະ ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຄົ້ນ​ພົບ​ວ່າ ມັນ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ການ​ໃຫ້​ອະ​ໄພ​ຂອງ​ເຮົາ​ຫລາຍ​ໄປ​ກວ່າ​ຄວາມ​ດີ​ງາມ​ຂອງ​ເຮົາ ທີ່​ການ​ປິ່ນ​ປົວ​ຂອງ​ໂລກ​ຄົງ​ຢູ່, ແຕ່​ມັນ​ຂຶ້ນ​ກັບ​ພຣະ​ອົງ. ເມື່ອ​ພຣະ​ອົງ​ບອກ​ເຮົາ​ໃຫ້​ຮັກ​ສັດ​ຕູ​ຂອງ​ເຮົາ, ພ້ອມ​ທັງ​ພຣະ​ບັນ​ຊາ​ນັ້ນ, ພຣະ​ອົງ​ກໍ​ປະ​ທານ​ຄວາມ​ຮັກ​ໃຫ້​ນຳ​ອີກ.”1

ພຣະ​ເຈົ້າ​ປະ​ທັບ​ຢູ່​ທີ່​ນັ້ນ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ລວມ​ທັງ​ພຣະ​ບັນ​ຍັດ​ວ່າ​ໃຫ້​ອະ​ໄພ—ເຖິງ​ແມ່ນ​ມັນ​ຍາກ. ພຣະ​ອົງ​ສາ​ມາດ​ຊ່ວຍ​ເຈົ້າ​ໄດ້ ດັ່ງ​ທີ່​ພຣະ​ອົງ​ໄດ້​ຊ່ວຍ​ນາງ​ໂຄ​ຣີ ເທັນ ບູມ.

ການ​ປິ່ນ​ປົວ​ທີ່​ເຈົ້າ​ສົມ​ຄວນ​ໄດ້​ຮັບ

ຊີ​ວິດ​ກໍ​ຊັບ​ຊ້ອນ. ມັນ​ວຸ້ນ​ວາຍ. ແລະ ມັນ​ກໍ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ມີ​ອຳ​ເພີ​ໃຈ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້​ແທ້ໆ.

ໃນ​ຊ່ວງ​ເວ​ລາ​ເຫລົ່າ​ນັ້ນ ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ເລືອກ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ເຈັບ​ປວດ​ຢ່າງ​ສາ​ຫັດ—ຫລື ແມ່ນ​ແຕ່​ເຮັດ​ລົງ​ໄປ​ໂດຍ​ບໍ່​ຕັ້ງ​ໃຈ—ເຈົ້າ​ກໍ​ສາ​ມາດ​ໄດ້​ຮັບ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ ຂະ​ນະ​ທີ່​ເຈົ້າ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ ແລະ ພະ​ຍາ​ຍາມ​ໃຫ້​ອະ​ໄພ.

ການ​ໃຫ້​ອະ​ໄພ​ຄົນ​ອື່ນ ຈະ​ນຳ​ການ​ປິ່ນ​ປົວ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ເຈົ້າ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ຂະ​ນະ​ທີ່​ເຈົ້າ​ໃຫ້​ອະ​ໄພ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ, ເຈົ້າ​ກໍ​ໄດ້​ປ່ອຍ​ວາງ​ພາ​ລະ​ໜັກ​ຈາກ​ບ່າ​ໄຫລ່​ຂອງ​ເຈົ້າ ທີ່​ອາດ​ຖ່ວງ​ດຶງ​ເຈົ້າ​ໄວ້. ແມ່ນ​ແຕ່​ເມື່ອ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ການ​ປິ່ນ​ປົວ​ທີ່​ແທ້​ຈິງ​ນັ້ນ​ຮູ້​ສຶກ​ຄື​ວ່າ​ຍາກ, ກັບ​ພຣະ​ເຈົ້າ, ເຈົ້າ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ເດີນ​ຕໍ່​ໄປ​ຄົນ​ດຽວ.

ພິມ