​2021
ພວກ​ເອື້ອຍ​ນ້ອງ ໂຣ​ລິນສ໌ ທີ່​ກ້າ​ຫານ!
ເດືອນ​ມິ​ຖຸ​ນາ 2021


“The Rollins Sisters Save the Day!” Friend, June 2021

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມິ​ຖຸ​ນາ 2021

ພວກ​ເອື້ອຍ​ນ້ອງ ໂຣ​ລິນສ໌ ທີ່​ກ້າ​ຫານ!

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກຳ​ລັງ​ເບິ່ງ​ເຈ້ຍ​ຕ່າງໆ

ຮູບ​ພາບ​ປະ​ກອບ​ໂດຍ ເອ​ໂພ ສະ​ຕ໋ອດ

ພຣະ​ເຢ​ຊູ​ຄຣິດ​ໄດ້​ບອກ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ເຖິງ​ສິ່ງ​ສຳ​ຄັນ​ຫລາຍ​ຢ່າງ​ເພື່ອ​ຊ່ວຍ​ເຫລືອ​ເຮົາ. ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ໂຮງ​ພິມ​ຂຶ້ນ​ເພື່ອ​ພິມ​ພຣະ​ຄຳ​ຂອງ​ພຣະ​ເຢ​ຊູ. ຕາມ​ວິ​ທີ​ນັ້ນ ຜູ້​ຄົນ​ຈະ​ສາ​ມາດ​ອ່ານ​ພຣະ​ຄຳ​ເຫລົ່າ​ນັ້ນ.

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ໂຍນ​ເຈ້ຍ​ຖິ້ມ

ມື້​ໜຶ່ງ, ກຸ່ມ​ຜູ້​ຊາຍ​ທີ່​ໃຈ​ຮ້າຍ​ໄດ້​ມາ. ພວກ​ເຂົາ​ໄດ້​ທຳ​ລາຍ​ໂຮງ​ພິມ. ພວກ​ນາງ​ໄດ້​ໂຍນ​ແຜ່ນ​ເຈ້ຍ​ພຣະ​ຄຳ​ພີ​ຖິ້ມ​ອອກ​ໄປ​ໃນ​ຖະ​ໜົນ.

ຮູບ​ພາບ
ພວກ​ນາງ​ນ້ອຍ​ກຳ​ລັງ​ແລ່ນ​ໜີ​ໄປ​ພ້ອມ​ກັບ​ເຈ້ຍ

ສອງ​ເອື້ອຍ​ນ້ອງ​ຊື່ ນາງ​ແມ​ຣີ ເອ​ລີ​ເຊ​ເບັດ ແລະ ນາງ ແຄ​ໂຣ​ລາຍ ໂຣ​ລິນສ໌ ໄດ້​ເຫັນ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ. ພວກ​ເຂົາ​ໄດ້​ແລ່ນ​ໄປ ແລະ ຫອບ​ເອົາ​ແຜ່ນ​ເຈ້ຍ​ເຫລົ່າ​ນັ້ນ.

ຮູບ​ພາບ
ພວກ​ນາງ​ນ້ອຍ​ກຳ​ລັງ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ທົ່ງ​ສາ​ລີ

ພວກ​ນາງ​ນ້ອຍ​ໄດ້​ລີ້​ຊ່ອນ​ຕົວ​ຢູ່​ໃນ​ທົ່ງ​ສາ​ລີ​ຈົນ​ກວ່າ​ພວກ​ຜູ້​ຊາຍ​ເຫລົ່າ​ນັ້ນ​ໄດ້​ໜີ​ໄປ. ພວກ​ນາງ​ໄດ້​ຮັກ​ສາ​ພຣະ​ຄຳ​ພີ​ເອົາ​ໄວ້! ຕໍ່​ມາ ພຣະ​ຄຳ​ພີ​ເຫລົ່າ​ນັ້ນ​ກໍ​ໄດ້​ກາຍ​ມາ​ເປັນ​ພາກ​ສ່ວນ​ຂອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ.

ຮູບ​ພາບ
ເດັກ​ຍິງ ແລະ ແມ່​ຕູ້​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ຢູ່​ໃນ​ລົດ​ເມ.

ເຮົາ​ສາ​ມາດ​ອ່ານ​ພຣະ​ຄຳ​ພີ. ເຮົາ​ສາ​ມາດ​ເປັນ​ຄົນ​ກ້າ​ຫານ ແລະ ຢືນ​ຢັດ​ເພື່ອ​ສິ່ງ​ທີ່​ເຮົາ​ເຊື່ອ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ເປັນ​ຄົນ​ກ້າ​ຫານ

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ຮັບ​ການ​ສັກ​ຢາ

ແມ່ນ​ຫຍັງ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄົນ​ກ້າ​ຫານ?

ພິມ