​2021
ແມ່ນ​ຫຍັງ​ຄື​ຝ່າຍ​ພຣະ​ເຈົ້າ?
ເດືອນ​ມິ​ຖຸ​ນາ 2021


“What Is the Godhead?,” Liahona, June 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມິ​ຖຸ​ນາ 2021

ແມ່ນ​ຫຍັງ​ຄື​ຝ່າຍ​ພຣະ​ເຈົ້າ?

ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສາມ​ພຣະ​ອົງ​ທີ່​ແຕກ​ຕ່າງ​ກັນ ດ້ວຍ​ຈຸດ​ປະ​ສົງ​ອັນ​ດຽວ​ກັນ.

ຮູບ​ພາບ
ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ

ລາຍ​ລະ​ອຽດ​ຈາກ First Vision [ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ], ໂດຍ ຈອນ ມິກ​ນໍ​​ທັນ

ບັນ​ນາ​ທິ​ການ​ໜັງ​ສື​ພິມ​ຄົນ​ໜຶ່ງ ຄັ້ງ​ໜຶ່ງ​ໄດ້​ຖາມ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ວ່າ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ມີ​ຄວາມ​ເຊື່ອ​ຖື​ຫຍັງ​ແດ່. ໃນ​ຄຳ​ຕອບ​ນັ້ນ, ສາດ​ສະ​ດາ​ໄດ້​ຂຽນ​ຂໍ້​ຖະ​ແຫລງ​ການ 13 ຂໍ້ ເຖິງ​ຄວາມ​ເຊື່ອ​ຖື​ທີ່​ເຮົາ​ເອີ້ນ​ວ່າ ຫລັກ​ແຫ່ງ​ຄວາມ​ເຊື່ອ. ຂໍ້​ຖະ​ແຫລງ​ການ​ຂໍ້​ທີ​ໜຶ່ງ​ກ່າວ​ວ່າ, “ພວກ​ເຮົາ​ເຊື່ອ​ໃນ​ພຣະ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ແລະ ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ໃນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:1). ສາມ​ພຣະ​ອົງ​ນີ້​ປະ​ກອບ​ເປັນ​ຜູ້​ທີ່​ເຮົາ​ເອີ້ນ​ວ່າ ຝ່າຍ​ພຣະ​ເຈົ້າ.

ພຣະ​ເຈົ້າ, ອົງ​ເປັນ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ

ພຣະ​ເຈົ້າ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ. ພຣະ​ອົງ​ເປັນ​ພຣະ​ບິ​ດາ​ຂອງ​ວິນ​ຍານ​ຂອງ​ເຮົາ. ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ​ແຕ່​ລະ​ຄົນ​ຢ່າງ​ສົມ​ບູນ​ແບບ. ພຣະ​ເຈົ້າ​ແມ່ນ​ດີ​ພ້ອມ, ມີ​ອຳ​ນາດ​ທັງ​ໝົດ, ແລະ ຮູ້​ທຸກ​ສິ່ງ​ທຸກ​ຢ່າງ. ພຣະ​ອົງ​ທ່ຽງ​ທຳ, ມີ​ເມດ​ຕາ, ແລະ ກະ​ລຸ​ນາ​ທິ​ຄຸນ. ເຮົາ​ໄດ້​ອາ​ໄສ​ຢູ່​ກັບ​ພຣະ​ເຈົ້າ​ໃນ​ຖາ​ນະ​ວິນ​ຍານ​ກ່ອນ​ເຮົາ​ໄດ້​ມາ​ເກີດ. ພຣະ​ອົງ​ໄດ້​ສົ່ງ​ເຮົາ​ມາ​ສູ່​ໂລກ​ເພື່ອ​ຮຽນ​ຮູ້ ແລະ ເຕີບ​ໂຕ. ຄວາມ​ປາດ​ຖະ​ໜາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ແຕ່​ລະ​ຄົນ ແມ່ນ​ໃຫ້​ກັບ​ຄືນ​ໄປ​ອາ​ໄສ​ຢູ່​ກັບ​ພຣະ​ອົງ​ອີກ​ຄັ້ງ​ຫລັງ​ຈາກ​ເຮົາ​ຕາຍ. ພຣະ​ເຈົ້າ​ສິດ​ສອນ​ເຮົາ​ວ່າ ເຮົາ​ຕ້ອງ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ຈະ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ສັ່ງ​ສອນ​ຢູ່​ໃນ​ໂລກ​ວິນ​ຍານ

Christ Preaching in the Spirit World [ພຣະ​ຄຣິດ​ສັ່ງ​ສອນ​ຢູ່​ໃນ​ໂລກ​ວິນ​ຍານ], ໂດຍ ຣໍ​ເບີດ ທີ ບາ​ແຣັດ

ພຣະ​ເຢ​ຊູ​ຄຣິດ

ພຣະ​ເຢ​ຊູ​ຄຣິດ​ກໍ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ຄື​ກັນ. ພຣະ​ອົງ​ເປັນ​ພຣະ​ບຸດ​ຫົວ​ປີ​ຂອງ​ພຣະ​ເຈົ້າ. ກ່ອນ​ເຮົາ​ໄດ້​ມາ​ເກີດ, ພຣະ​ເຈົ້າ​ໄດ້​ເລືອກ​ເອົາ​ພຣະ​ອົງ​ໃຫ້​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ນີ້​ໝາຍ​ຄວາມ​ວ່າ ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ມາ​ສູ່​ໂລກ ເພື່ອ​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ເຮົາ, ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ, ແລະ ຊ່ວຍ​ກູ້​ເຮົາ​ຈາກ​ຄວາມ​ຕາຍ. ເປັນ​ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ ເມື່ອ​ເຮົາ​ກັບ​ໃຈ. ພຣະ​ເຢ​ຊູ​ຄຣິດ​ຍັງ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ນຳ​ອີກ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ເຂົ້າ​ໃຈ ແລະ ຊ່ວຍ​ເຫລືອ​ເຮົາ. ພຣະ​ເຢ​ຊູ​ຄຣິດ​ໄດ້​ສິ້ນ​ພຣະ​ຊົນ ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ, ຊຶ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ທຸກ​ຄົນ​ທີ່​ຈະ​ມີ​ຊີ​ວິດ​ອີກ​ຄັ້ງ.

ຮູບ​ພາບ
ການ​ຝັງ​ພຣະ​ສົບ​ຂອງ​ພຣະ​ຄຣິດ

ຮູບ​ພາບ​ຈາກ Getty Images

ພຣະ​ວິນ​ຍານ​ບໍ​ລິ​ສຸດ

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສະ​ມາ​ຊິກ​ອົງ​ໜຶ່ງ​ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ​ທີ່​ບໍ່​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ. ພຣະ​ອົງ​ເປັນ​ວິນ​ຍານ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ສື່​ສານ​ກັບ​ວິນ​ຍານ​ຂອງ​ເຮົາ​ໂດຍ​ກົງ. ພຣະ​ອົງ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ມີ​ຈິງ ແລະ ວ່າ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ປະ​ຕິ​ບັດ​ໃນ​ຖາ​ນະ​ຜູ້​ສົ່ງ​ຂ່າວ​ຂອງ​ພຣະ​ເຈົ້າ ເພື່ອ​ປະ​ທານ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ຮັກ, ການ​ຊີ້​ນຳ, ຫລື ການ​ປອບ​ໂຍນ​ໃຫ້​ແກ່​ເຮົາ. ເມື່ອ​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ຮັບ​ການ​ຢືນ​ຢັນ, ເຮົາ​ກໍ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ສະ​ຖິດ​ຢູ່​ນຳ​ເຮົາ ຂະ​ນະ​ທີ່​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ

First Vision [ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ], ໂດຍ ວາວ​ເຕີ ເຣນ

ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ຂອງ​ໂຈ​ເຊັບ ສະມິດ

ເມື່ອ​ເວ​ລາ​ຜ່ານ​ໄປ ຜູ້​ຄົນ​ກໍ​ໄດ້​ສັບ​ສົນ​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ. ຜູ້​ຄົນ​ບໍ່​ໄດ້​ເຫັນ​ດ້ວຍ​ກ່ຽວ​ກັບ​ພຣະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ວ່າ​ເປັນ​ແບບ​ໃດ. ນີ້​ຄື​ເຫດ​ຜົນ​ໜຶ່ງ​ວ່າ ເປັນ​ຫຍັງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ຂອງ​ໂຈ​ເຊັບ ສະມິດ ຈຶ່ງ​ສຳ​ຄັນ​ຫລາຍ​ແທ້ໆ. ເພິ່ນ​ໄດ້​ເຫັນ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ມີ​ພຣະ​ກາຍ ແລະ ເປັນ​ສອງ​ພຣະ​ອົງ​ທີ່​ແຕກ​ຕ່າງ​ກັນ.

ຮູບ​ພາບ
ການ​ຮັບ​ຟັງ

Listening [ການ​ຮັບ​ຟັງ], ໂດຍ ໄມ​ໂກ ຈາ​ວິສ໌ ແນວ​ສັນ

ແຕກ​ຕ່າງ​ກັນ ແຕ່​ເປັນ​ອັນ​ໜຶ່ງ​ດຽວ​ກັນ

ພຣະ​ຄຳ​ພີ ແລະ ບັນ​ດາ​ສາດ​ສະ​ດາ​ໃນ​ຍຸກ​ສະ​ໄໝ​ໃໝ່​ສິດ​ສອນ​ວ່າ ພຣະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ແຕກ​ຕ່າງ​ກັນ ທີ່​ມີ​ຈຸດ​ປະ​ສົງ​ອັນ​ດຽວ​ກັນ​ຄື: ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ເຮົາ (ເບິ່ງ ໂມ​ເຊ 1:39). ເໝືອນ​ດັ່ງ​ສະ​ມາ​ຊິກ​ຢູ່​ໃນ​ທີມ​ດຽວ​ກັນ, ພວກ​ພຣະ​ອົງ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ຊ່ວຍ​ເຫລືອ​ເຮົາ​ທຸກໆ​ວັນ. ເຮົາ​ສາ​ມາດ​ຮູ້​ສຶກ​ໃກ້​ຊິດ​ກັບ​ພວກ​ພຣະ​ອົງ​ຫລາຍ​ຂຶ້ນ ເມື່ອ​ເຮົາ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ ແລະ ເລືອກ​ສິ່ງ​ດີ.

ຂໍ້​ພຣະ​ຄຳ​ພີ​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ

  • ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຈຸດ​ປະ​ສົງ (ເບິ່ງ ໂຢ​ຮັນ 10:30).

  • ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ກ່າວ​ກັບ​ພຣະ​ບຸດ​ຂອງ​ພຣະ​ອົງ (ເບິ່ງ ມັດ​ທາຍ 3:16–17).

  • ພຣະ​ເຢ​ຊູ​ຄຣິດ​ໄດ້​ກ່າວ​ກັບ​ພຣະ​ບິ​ດາ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ​11:41).

  • ພຣະ​ເຢ​ຊູ​ຄຣິດ​ໄດ້​ອະ​ທິ​ຖານ​ເພື່ອ​ໃຫ້​ເຮົາ​ກາຍ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ມື້​ໜຶ່ງ (ເບິ່ງ ໂຢ​ຮັນ 17:11).

  • ໂຈ​ເຊັບ ສະ​ມິດ ໄດ້​ເຫັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:17).

  • ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ (ເບິ່ງ ໂຢ​ຮັນ 15:26).

ພິມ