​2021
ການ​ຂຽນ​ແມ່ນ​ສິ່ງ​ທີ່​ດີ​ເລີດ
ເດືອນ​ກໍ​ລະ​ກົດ 2021


“Do the Write Thing,” For the Strength of Youth, July 2021, 18–19.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ກໍ​ລະ​ກົດ 2021

ການ ຂຽນ ແມ່ນ​ສິ່ງ​ທີ່​ດີ​ເລີດ

ການ​ຂຽນ​ຄວາມ​ຄິດ​ຂອງ​ເຈົ້າ​ລົງ​ໄວ້​ຂະ​ນະ​ທີ່​ເຈົ້າ​ສຶກ​ສາ​ພຣະ​ຄຳ​ພີ​ສາ​ມາດ​ຊ່ວຍ​ເຈົ້າ​ໃນ​ການ​ຮຽນ​ຮູ້​ໄດ້​ແທ້ໆ.

“ທຸກ​ເທື່ອ​ທີ່​ຂ້າ​ນ້ອຍ​ເລີ່ມ​ອ່ານ​ພຣະ​ຄຳ​ພີ, ຂ້າ​ນ້ອຍ​ກໍ​ເຫງົາ​ນອນ!” ຜູ້​ສອນ​ສາດ​ສະ​ໜາ​ຜູ້​ໜຶ່ງ​ໄດ້​ບອກ​ກັບ​ປະ​ທານ​ເຜີຍ​ແຜ່​ຂອງ​ລາວ. “ມັນ​ຄ້າຍ​ກັບ​ວ່າ​ພຣະ​ຄຳ​ພີ​ເປັນ​ຢາ​ນອນ​ຫລັບ!”

ປະ​ທານ​ຂອງ​ລາວ​ໄດ້​ຖາມ​ວ່າ, “ເຈົ້າ​ເຄີຍ​ຈົດ​ບັນ​ທຶກ​ຕອນ​ເຈົ້າ​ອ່ານ​ຫລື​ບໍ່?”

“ບໍ່,” ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເວົ້າ.

“ມັນ​ງ່າຍ​ທີ່​ຈະ​ເຫງົາ​ນອນ ຫລື ໃຈ​ລອຍ ເມື່ອ​ເຈົ້າ​ມີ​ແຕ່​ອ່ານ​ຢ່າງ​ດຽວ,” ປະ​ທານ​ໄດ້​ເວົ້າ, “ແຕ່​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ແນ່​ນອນ​ເມື່ອ​ເຈົ້າ​ເພີ່ມ​ການ​ຂຽນ​ເຂົ້າ​ໄປ​ພ້ອມ!”

ຄຳ​ແນະ​ນຳ​ທີ່​ປະ​ທານ​ເຜີຍ​ແຜ່​ຜູ້​ນີ້​ໄດ້​ໃຫ້​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເພິ່ນ​ທີ່​ກຳ​ລັງ​ມີ​ບັນ​ຫາ ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ທີ່​ຍິ່ງ​ໃຫຍ່. ດັ່ງ​ນັ້ນ​ຖ້າ​ເຈົ້າ​ກຳ​ລັງ​ຊອກ​ຫາ​ວິ​ທີ​ແບບ​ໃໝ່​ເພື່ອ​ຊ່ວຍ​ເສີມ​ສ້າງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​​ເຈົ້າ, ໃຫ້​ລອງ​ໃຊ້​ວິ​ທີ​ນີ້​ເບິ່ງ. ຂະ​ນະ​ທີ່​ເຈົ້າ​ຂຽນ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ກຳ​ລັງ​ອ່ານ​ຢູ່, ເຈົ້າ​ຈະ​ພົບ​ວ່າ​ຕົວ​ເອງ​ມີ​ສ່ວນ​ຮ່ວມ​ຫລາຍ​ຂຶ້ນ ແລະ ຮຽນ​ຮູ້​ດີ​ຂຶ້ນ, ເຊັ່ນ​ກັນ.

ຕໍ່​ໄປ​ນີ້​ແມ່ນ​ວິ​ທີ​ທີ່​ພວກ​ເຮົາ​ຄົ້ນ​ພົບ​ວ່າ​ໃຊ້​ໄດ້​ຜົນ​ຫລາຍ.

ບຣາ​ເດີ ສະ​ຕີບ​ເວັນ ລັນ:

ຮູບ​ພາບ
ສະ​ຕີບ​ເວັນ ລັນ

ຂ້າ​ພະ​ເຈົ້າ​ມີ​ເຈ້ຍ​ໄວ້​ໃກ້ໆ​ມື​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ອ່ານ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ໃນ​ເວ​ລາ​ສຶກ​ສາ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ຂຽນ​ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ​ລົງ​ໄວ້.

ຂ້າ​ພະ​ເຈົ້າ​ໄດ້​ຄວາມ​ຄິດ​ນີ້​ຈາກ​ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ (1928–2015) ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ເພິ່ນ​ໄດ້​ເວົ້າ​ວ່າ: “ໃຫ້​ຂຽນ​ສິ່ງ​ຕ່າງໆ​ທີ່​ສຳ​ຄັນ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ພຣະ​ວິນ​ຍານ​ລົງ​ໄວ້. ທ່ານ​ຈະ​ຄົ້ນ​ພົບ​ວ່າ​ຂະ​ນະ​ທີ່​ທ່ານ​ຂຽນ​ຄວາມ​ປະ​ທັບ​ໃຈ​ທີ່​ມີ​ຄ່າ​ລົງ​ໄວ້, ມັນ​ມັກ​ຈະ​ມີ​ຫລາຍ​ຂຶ້ນ. ພ້ອມ​ກັນ​ນັ້ນ, ຄວາມ​ຮູ້​ທີ່​ທ່ານ​ໄດ້​ຮັບ ຈະ​ມີ​ຢູ່​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ” (“To Acquire Knowledge and the Strength to Use It Wisely,” Ensign, June 2002, 32).

ຂ້າ​ພະ​ເຈົ້າ​ຮູ້​ວ່າ ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ເປັນ​ຄວາມ​ຈິງ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກຽມ​ບົດ​ປາ​ໄສ ແລະ ບົດ​ຮຽນ, ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ເປີດ​ໄປ​ຫາ​ຂໍ້​ພຣະ​ຄຳ​ພີ​ເທົ່າ​ນັ້ນ ແຕ່​ເບິ່ງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ລົງ​ໄວ້​ໃນ​ຂະ​ນະ​ທີ່​ອ່ານ​ນຳ​ອີກ.

ບຣາ​ເດີ ອາ​ມັດ ຄໍ​ບິດ:

ຮູບ​ພາບ
ອາ​ມັດ ຄໍ​ບິດ

ຂ້າ​ພະ​ເຈົ້າ​ມັກ​ສຶກ​ສາ​ຕາມ​ຫົວ​ຂໍ້. ຂ້າ​ພະ​ເຈົ້າ​ອ່ານ​ພຣະ​ຄຳ​ພີ​ແຕ່​ຕົ້ນ​ຈົນ​ຈົບ, ແຕ່​ວ່າ​ຂ້າ​ພະ​ເຈົ້າ​ກໍ​ມັກ​ຊອກ​ຫາ ແລະ ສຶກ​ສາ​ຕາມ​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ກັນ. ຍົກ​ຕົວ​ຢ່າງ, ຂ້າ​ພະ​ເຈົ້າ​ຈະ​ໃຊ້​ຄູ່​ມື​ພຣະ​ຄຳ​ພີ​ເພື່ອ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ກ່ຽວ​ກັບ​ສັດ​ທາ ຫລື ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ຈົດ​ບັນ​ທຶກ​ເທົ່າ​ນັ້ນ, ແຕ່​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຂຽນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຮຽນ​ຮູ້​ລົງ​ໄວ້​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ມັນ​ແທ້ໆ. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ສະ​ເໝີ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ສິ່ງ​ຕ່າງໆ​ໄດ້​ດີ​ຂຶ້ນ ເມື່ອ​ຂ້າ​ພະ​ເຈົ້າ​ເຮັດ​ແບບ​ນີ້. ເຊັ່ນ​ດຽວ​ກັນ ຂ້າ​ພະ​ເຈົ້າ​ກໍ​ເລືອກ​ຂໍ້​ພຣະ​ຄຳ​ພີ​ບາງ​ຂໍ້​ເພື່ອ​ທ່ອງ​ຈຳ.

ບຣາ​ເດີ ແບຣດ​ລີ ວິວ​ຄ໊ອກສ໌:

ຮູບ​ພາບ
ແບຣດ​ລີ ວິວ​ຄ໊ອກສ໌

ຂ້າ​ພະ​ເຈົ້າ​ບັນ​ທຶກ​ການ​ສຶກ​ສາ​ໄວ້​ໃນ​ປຶ້ມ ໂດຍ​ການ​ຂຽນ​ຂໍ້​ພຣະ​ຄຳ​ພີ​ໃນ​ຄຳ​ເວົ້າ​ຂອງ​ຕົວ​ເອງ. ຍົກ​ຕົວ​ຢ່າງ, “ເພາະ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ” (ໂມ​ໄຊ​ຢາ 3:19) ມາ​ເປັນ “ເພາະ​ມະ​ນຸດ​ທີ່​ທະ​ນົງ​ຕົວ ແລະ ບໍ່​ກັບ​ໃຈ​ເລືອກ​ທີ່​ຈະ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ, ແຕ່​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ເປັນ​ສັດ​ຕູ​ກັບ​ມະ​ນຸດ. ພຣະ​ເຈົ້າ​ເປັນ​ເພື່ອນ​ທີ່​ດີ​ທີ່​ສຸດ​ຂອງ​ມະ​ນຸດ.”

ຂ້າ​ພະ​ເຈົ້າ​ກໍ​ຂຽນ​ຄຳ​ຖາມ​ເຊັ່ນ​ກັນ. ອາດ​ຈະ​ເປັນ​ຄຳ​ຖາມ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ໄວ້​ກ່ອນ​ອ່ານ, ຫລື ອາດ​ຈະ​ເປັນ​ຄຳ​ຖາມ​ທີ່​ເກີດ​ຈາກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ຢູ່. ທັງ​ສອງ​ຢ່າງ, ມັນ​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ມີ​ຄວາມ​ຕັ້ງ​ໃຈ.

ພະ​ລັງ​ຂອງ​ການ​ຂຽນ​ຄວາມ​ຄິດ​ຂອງ​ຕົນ​ເອງ

ພວກ​ເຮົາ​ແຕ່​ລະ​ຄົນ​ໃນ​ຝ່າຍ​ປະ​ທານ ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ​ໄປ, ແຕ່​ວ່າ​ພວກ​ເຮົາ​ທຸກ​ຄົນ​ໄດ້​ຂຽນ​ຂະ​ນະ​ທີ່​ພວກ​ເຮົາ​ສຶກ​ສາ​ຢູ່!

ການ​ອ່ານ​ຊ່ວຍ​ໃຫ້​ເຮົາ​ລວມ​ເນື້ອ​ຄວາມ​ເຂົ້າ​ໃນ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ. ສິ່ງ​ນັ້ນ​ສຳ​ຄັນ​ຫລາຍ. ແລະ ເມື່ອ​ເຮົາ​ເວົ້າ ຫລື ຂຽນ, ເຮົາ​ຄົ້ນ​ພົບ ແລະ ສະ​ແດງ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ນັ້ນ​ຈາກ​ພາຍ​ໃນ​ສູ່​ພາຍ​ນອກ. ເຮົາ​ຮູ້​ສຶກ​ວ່າ ມັນ​ຊ່ວຍ​ເຮົາ​ເຮັດ​ໃຫ້ພຣະ​ກິດ​ຕິ​ຄຸນ​ເປັນ​ຂອງ​ຕົວ​ເອງ​ໄດ້​ດີ​ຂຶ້ນ.

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ຄົ້ນ​ພົບ​ຄວາມ​ຈິງ​ນີ້​ດ້ວຍ​ຕົວ​ລາວ​ເອງ ເມື່ອ​ລາວ​ໄດ້​ຖືກ​ມອບ​ໝາຍ​ໃຫ້​​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ລາວ​ເຄີຍ​ໄດ້​ຍິນ​ຫລາຍໆ​ຄົນ​ກ່າວ​ປາ​ໄສ ແຕ່​ວ່າ​ບໍ່​ສາ​ມາດ​ຈື່​ຈຳ​ລາຍ​ລະ​ອຽດ. ເທື່ອ​ນີ້ ແມ່ນ​ແຕກ​ຕ່າງ. ເມື່ອ​ລາວ​ໄດ້​ຂຽນ​ໂຄງ​ຮ່າງ​ສຳ​ລັບ​ບົດ​ປາ​ໄສ​ຂອງ​ລາວ​ເອງ, ມັນ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ບົດ​ປາ​ໄສ​ຂອງ​ລາວ​ເປັນ​ລະ​ບຽບ​ເທົ່າ​ນັ້ນ, ແຕ່​ວ່າ​ລາວ​ຍັງ​ຈື່​ຈຳ​ມັນ​ໄປ​ເປັນ​ເວ​ລາ​ດົນ​ນານ​ນຳ​ອີກ.

ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ເຈົ້າ​ກໍ​ສາ​ມາດ​ເປັນ​ເຊັ່ນ​ນັ້ນ​ໄດ້. ຖ້າ​ວ່າ​ເຈົ້າ​ເຫງົາ​ນອນ​ເວ​ລາ​ທີ່​ເຈົ້າ​ເປີດ​ພຣະ​ຄຳ​ພີ, ເຖິງ​ເວ​ລາ​ແລ້ວ​ທີ່​ເຈົ້າ​ຕ້ອງ​ຕື່ນ. ລອງ​ຈົກ​ເອົາ​ສໍ​ດຳ, ບິກ, ໂທ​ລະ​ສັບ, ຫລື ຄອມ​ພິວ​ເຕີ​ອອກ​ມາ ແລະ ເລີ່ມ​ຕົ້ນ​ຂຽນ. ມັນ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ທີ່​ເຈົ້າ​ຈະ​ປະ​ຫລາດ​ໃຈ!

ພິມ