​2021
ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປະ​ສົງ​ໃຫ້​ເຮົາ​ມີ​ຄວາມ​ສຸກ
ເດືອນ​ກໍ​ລະ​ກົດ 2021


“Our Heavenly Father Wants Us to Be Happy,” Liahona, July 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກໍ​ລະ​ກົດ 2021

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປະ​ສົງ​ໃຫ້​ເຮົາ​ມີ​ຄວາມ​ສຸກ

ຂະ​ນະ​ທີ່​ເຮົາ​ຈື່​ຈຳ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ພົບ​ຄວາມ​ສຸກ​ໄດ້​ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ຊີ​ວິດ​ລຳ​ບາກ.

ຮູບ​ພາບ
ພຣະ​ຄຣິດ​ກັບ​ເດັກ​ນ້ອຍ

ກ່ອນ​ເຮົາ​ລົງ​ມາ​ເກີດ​ຢູ່​ເທິງ​ໂລກ​ນີ້, ເຮົາ​ທຸກ​ຄົນ​ໄດ້​ອາ​ໄສ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຖາ​ນະ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ສະ​ເໜີ​ແຜນ​ເພື່ອ​ຊ່ວຍ​ລູກໆ​ຂອງ​ພຣະ​ອົງ​ໃຫ້​ຮຽນ​ຮູ້ ແລະ ເຕີບ​ໂຕ. ຜ່ານ​ທາງ​ແຜນ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ ແລະ ມີ​ຄ່າ​ຄວນ​ກັບ​ຄວາມ​ສຸກ​ຂອງ​ຊີ​ວິດ​ນິ​ລັນ​ດອນ. ແຜນ​ນີ້​ເປັນ​ໄປ​ໄດ້​ຍ້ອນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ສູ່​ໂລກ​ເພື່ອ​ທໍ​ລະ​ມານ​ແທນ​ບາບ​ຂອງ​ເຮົາ, ເປັນ​ການ​ເສຍ​ສະ​ລະ​ທີ່​ເອີ້ນ​ວ່າ​ການ​ຊົດ​ໃຊ້.

ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເອີ້ນ​ວ່າ ແຜນ​ແຫ່ງ

ດັ່ງ​ທີ່​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ແລະ ຂໍ້​ພຣະ​ຄຳ​ພີ​ອື່ນໆ​ສະ​ແດງ​ໃຫ້​ເຫັນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ກັບ​ຄືນ​ໄປ​ຫາ​ພຣະ​ອົງ, ແລະ ມີ​ຄວາມ​ສຸກ​ຢ່າງ​ແທ້​ຈິງ (ເບິ່ງ ໂມ​ເຊ 1:39).

ເຮົາ​ມາ​ສູ່​ໂລກ​ນີ້​ເພື່ອ​ຮຽນ​ຮູ້ ແລະ ເຕີບ​ໂຕ

ພຣະ​ເຈົ້າ​ໄດ້​ສົ່ງ​ເຮົາ​ມາ​ສູ່​ໂລກ​ນີ້, ບ່ອນ​ທີ່​ເຮົາ​ສາ​ມາດ​ມີ​ຮ່າງ​ກາຍ (ເບິ່ງ ປະ​ຖົມ​ມະ​ການ 1:26–27). ເຮົາ​ຕ້ອງ​ການ​ຮ່າງ​ກາຍ​ເພື່ອ​ຊ່ວຍ​ໃຫ້​ເຮົາ​ມີ​ປະ​ສົບ​ການ​ຊີ​ວິດ​ຢູ່​ເທິງ​ໂລກ​ນີ້.

ພຣະ​ເຈົ້າ​ຮູ້​ວ່າ​ເຮົາ​ຈະ​ບໍ່​ມີ​ຄວາມ​ສຸກ​ໄດ້​ຕະ​ຫລອດ​ເວ​ລາ. ເຮົາ​ຈະ​ປະ​ສົບ​ກັບ​ຄວາມ​ຜິດ​ຫວັງ, ຄວາມ​ເຈັບ​ປວດ, ແລະ ແມ່ນ​ແຕ່​ຄວາມ​ຕາຍ. ແຕ່​ຜ່ານ​ທາງ​ການ​ທ້າ​ທາຍ​ຂອງ​ຊີ​ວິດ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊ່ວຍ​ໃຫ້​ເຮົາ​ຮຽນ​ຮູ້ ແລະ ເຕີບ​ໂຕ.

ພຣະ​ເຈົ້າ​ຍັງ​ໄດ້​ມອບ​ອຳ​ເພີ​ໃຈ​ໃຫ້​ແກ່​ເຮົາ, ເປັນ​ຄວາມ​ສາ​ມາດ​ໃນ​ການ​ເລືອກ​ລະ​ຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ. ພຣະ​ອົງ​ໃຫ້​ເຮົາ​ເລືອກ​ເພື່ອ​ຕົວ​ເຮົາ​ເອງ ໃນ​ສິ່ງ​ທີ່​ເຮົາ​ຄິດ ແລະ ກະ​ທຳ. ພຣະ​ອົງ​ໄດ້​ມອບ​ພຣະ​ຄຳ​ພີ ແລະ ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໃຫ້​ແກ່​ເຮົາ ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ຮຽນ​ຮູ້​ໃນ​ການ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ (ເບິ່ງ ອັບ​ຣາ​ຮາມ 3:25).

ຮູບ​ພາບ
ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ

ພຣະ​ເຈົ້າ​ບໍ່​ໄດ້​ສົ່ງ​ເຮົາ​ມາ​ສູ່​ໂລກ​ນີ້​ໂດຍ​ປາດ​ສະ​ຈາກ​ຕົວ​ຢ່າງ​ໃຫ້​ເຮັດ​ຕາມ (ເບິ່ງ ໂຢ​ຮັນ 13:15). ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ເພື່ອ​ຊີ້​ທາງ​ໃຫ້​ແກ່​ເຮົາ. ເພື່ອ​ຮຽນ​ຮູ້​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ, ເຮົາ​ສາ​ມາດ​ອ່ານ​ພຣະ​ຄຳ​ພີ​ເພື່ອ​ຮຽນ​ຮູ້​ວ່າ​ພຣະ​ອົງ​ແມ່ນ​ໃຜ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ປະ​ຕິ​ບັດ​ໃນ​ຊ່ວງ​ທີ່​ພຣະ​ອົງ​ຢູ່​ເທິງ​ໂລກ​ນີ້. ເຊັ່ນ​ດຽວ​ກັນ ເຮົາ​ສາ​ມາດ​ເຮັດ​ໃຫ້​ດີ​ທີ່​ສຸດ​ໃນ​ການ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ ໂດຍ​ການ​ເຊື່ອ​ຟັງ​ພຣະ​ເຈົ້າ ແລະ ຮັກ​ຄົນ​ອື່ນ.

ເມື່ອ​ເຮົາ​ເຮັດ​ຜິດ, ເຮົາ​ສາ​ມາດ​ຂໍ​ການ​ໃຫ້​ອະ​ໄພ ແລະ ໃຊ້​ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເພື່ອ​ຊ່ວຍ​ໃຫ້​ເຮົາ​ປ່ຽນ​ແປງ. ເຮົາ​ສາ​ມາດ​ມີ​ຄວາມ​ສຸກ​ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ທຸກໆ​ມື້​ໃນ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ຄວາມ​ຕາຍ​ບໍ່​ແມ່ນ​ຈຸດ​ຈົບ

ເມື່ອ​ເຮົາ​ຕາຍ​ໄປ, ວິນ​ຍານ​ຂອງ​ເຮົາ​ຈະ​ໄປ​ສູ່​ໂລກ​ວິນ​ຍານ. ຢູ່​ທີ່​ນັ້ນ​ເຮົາ​ຮຽນ​ຮູ້​ຕໍ່​ໄປ​ຂະ​ນະ​ທີ່​ເຮົາ​ກຽມ​ພ້ອມ​ສຳ​ລັບ​ການ​ຟື້ນ​ຄືນ​ຊີ​ວິດ.

ໃນ​ຊ່ວງ​ເວ​ລາ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ, ຮ່າງ​ກາຍ ແລະ ວິນ​ຍານ​ຂອງ​ເຮົາ​ຈະ​ກັບ​ຄືນ​ເຂົ້າ​ຫາ​ກັນ. ຮ່າງ​ກາຍ​ຂອງ​ເຮົາ​ຈະ​ສົມ​ບູນ​ແບບ, ແລະ ເຮົາ​ຈະ​ບໍ່​ທໍ​ລະ​ມານ​ກັບ​ຄວາມ​ຕາຍ ຫລື ພະ​ຍາດ​ອີກ​ຕໍ່​ໄປ (ເບິ່ງ ແອວ​ມາ 11:44–45). ເຊັ່ນ​ດຽວ​ກັນ​ກັບ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສິ້ນ​ພຣະ​ຊົນ ແລະ ກັບ​ຄືນ​ມາ​ມີ​ພຣະ​ຊົນ​ຊີບ​ອີກ​ຄັ້ງ, ເຮົາ​ທຸກ​ຄົນ​ຈະ​ມີ​ຊີ​ວິດ​ຄືນ​ມາ​ອີກ.

ເມື່ອ​ພຣະ​ເຈົ້າ​ພິ​ພາກ​ສາ​ເຮົາ, ພຣະ​ອົງ​ຈະ​ຄຳ​ນຶງ​ເຖິງ​ການ​ກະ​ທຳ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ. ຖ້າ​ວ່າ​ເຮົາ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ຮັກ​ສາ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ແລ້ວ​ເຮົາ​ຈະ​ສາ​ມາດ​​ຢູ່​ກັບ​ພຣະ​ອົງ​ໄດ້​ອີກ​ຄັ້ງ.

ຊີ​ວິດ​ທີ່​ຢູ່​ກັບ​ພຣະ​ເຈົ້າ ແລະ ຄອບ​ຄົວ​ຂອງ​ເຮົາ​ໃນ​ສະ​ຫວັນ

ໃນ​ອາ​ນາ​ຈັກ​ຊັ້ນ​ສູງ, ເຮົາ​ຈະ​ຢູ່​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ. ເຮົາ​ຈະ​ສາ​ມາດ​ຢູ່​ທີ່​ນັ້ນ​ກັບ​ຄອບ​ຄົວ​ຂອງ​ເຮົາ​ຕະ​ຫລອດ​ໄປ​ເຊັ່ນ​ກັນ ຖ້າ​ເຮົາ​ຖືກ​ຜະ​ນຶກ​ໄວ້​ກັບ​ເຂົາ​ເຈົ້າ. ເຮົາ​ຈະ​ພົບ​ຄວາມ​ສະ​ຫງົບ, ຄວາມ​ສຸກ, ແລະ ການ​ພັກ​ຜ່ອນ (ເບິ່ງ ໂມ​ໄຊ​ຢາ 2:41).

ຊີ​ວິດ​ຂອງ​ເຮົາ​ຢູ່​ເທິງ​ໂລກ​ອາດ​ຈະ​ຫຍຸ້ງ​ຍາກ​ເປັນ​ບາງ​ຄັ້ງ, ແຕ່​ຖ້າ​ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ສາ​ມາດ​ພົບ​ຄວາມ​ສຸກ​ໄດ້​ໃນ​ຊີ​ວິດ​ນີ້ ແລະ ຄວາມ​ສຸກ​ນິ​ລັນ​ດອນ​ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ.

ພຣະ​ຄຳ​ພີ​ກ່າວ​ວ່າ​ຢ່າງ​ໃດ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ?

ວິ​ທີ​ການ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ເປັນ​ສິ່ງ​ທີ່​ສຳ​ຄັນ. ພຣະ​ເຈົ້າ​ຈະ​ພິ​ພາກ​ສາ ແລະ ໃຫ້​ລາງ​ວັນ​ແກ່​ເຮົາ​ອີງ​ຕາມ​ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ເຮົາ (ເບິ່ງ ແອວ​ມາ 41:3).

ຊາ​ຕານ​ເປັນ​ສັດ​ຕູ​ຕໍ່​ຄວາມ​ສຸກ​ຂອງ​ເຮົາ. ມັນ​ລໍ້​ລວງ​ເຮົາ​ໃຫ້​ໃຊ້​ຊີ​ວິດ​ໃນ​ທາງ​ທີ່​ບໍ່​ຄວນ​ຢູ່​ເທິງ​ໂລກ​ນີ້ ແລະ ໃຫ້​ເຮັດ​ບາບ. ມັນ​ຢາກ​ໃຫ້​ເຮົາ​ເສົ້າ​ສະ​ຫລົດ​ໃຈ​ຄື​ກັນ​ກັບ​ມັນ (ເບິ່ງ 2 ນີ​ໄຟ 2:27).

ເມື່ອ​ເຮົາ​ມີ​ສັດ​ທາ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ທີ່​ມີ​ໃຫ້​ສຳ​ລັບ​ເຮົາ, ເຮົາ​ສາ​ມາດ​ມີ​ສັນ​ຕິ​ສຸກ ບໍ່​ວ່າ​ເຮົາ​ຈະ​ປະ​ສົບ​ກັບ​ການ​ທົດ​ລອງ​ໃດໆ​ກໍ​ຕາມ. ເຮົາ​ສາ​ມາດ​ລໍ​ຄອຍ​ທີ່​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ຕະ​ຫລອດ​ໄປ (ເບິ່ງ ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23).

ງານ​ສິ​ລະ​ປະ​ທັງ​ໝົດ ໂດຍ ເຈ ເຄີກ ຣິ​ເຈີດສ໌

ພິມ