​2021
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ: ການ​ປະ​ຊຸມ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ
ເດືອນ​ກັນ​ຍາ 2021


“General Conference: A Worldwide Church Meeting,” Liahona, September 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກັນ​ຍາ 2021

ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ: ການ​ປະ​ຊຸມ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ

ເຮົາ​ຟັງ​ບັນ​ດາ​ສາດ​ສະ​ດາ ແລະ ຜູ້​ນໍາ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ພວກ​ເພິ່ນ​ສິດ​ສອນ​ເຮົາ​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ຢາກ​ໃຫ້​ເຮົາ​ໄດ້​ຍິນ.

ຮູບ​ພາບ
ຂ້າງ​ນອກ​ສູນ​ກາງ​ປະ​ຊຸມ​ໃຫຍ່

ທຸກໆ​ເດືອນ​ເມ​ສາ ແລະ ເດືອນ​ຕຸ​ລາ, ສາດ​ສະ​ໜາ​ຈັກ​ຈະ​ຈັດ​ຊຸດ​ກອງ​ປະ​ຊຸມ​ທີ່​ເອີ້ນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ບັນ​ດາ​ຜູ້​ນຳ​ຈະ​ສິດ​ສອນ ແລະ ເປັນ​ພະ​ຍານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ເມືອງ​ເຊົາ​ເລັກ, ລັດ​ຢູ​ທາ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ແລະ ໄດ້​ຖືກ​ຖ່າຍ​ທອດ​ສົດ​ໄປ​ທັງ​ທົ່ວ​ໂລກ​ຫລາຍ​ກວ່າ 80 ພາ​ສາ. ສະ​ມາ​ຊິກ​ທຸກ​ຄົນ ແລະ ຄົນ​ໃດ​ກໍ​ຕາມ​ທີ່​ສົນ​ໃຈ ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ຟັງ​ການ​ປາ​ໄສ.

ຮູບ​ພາບ
ຂ້າງ​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ

ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງ​ກອງ​ປະຊຸມ​ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1830 (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20). ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ທຳ​ອິດ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ເດືອນ​ມິ​ຖຸ​ນາ, 1830. ຕັ້ງ​ແຕ່​ນັ້ນ​ມາ, ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ໄດ້​ຖືກ​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ສາດ​ສະ​ໜາ​ຈັກ ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ສະ​ມາ​ຊິກ​ສາ​ມາດ​ເຕົ້າ​ໂຮມ​ກັນ​ໄດ້. ໃນ​ຊ່ວງ​ຊຸມ​ປີ 1840, ບັນ​ດາ​ຜູ້​ນຳ​ໄດ້​ເລີ່ມ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ປີ​ໜຶ່ງ​ສອງ​ເທື່ອ.

ຮູບ​ພາບ
ປະ​ທານ​ແນວ​ສັນ​ຢູ່​ທີ່​ແທ່ນ​ປາ​ໄສ

ວິ​ທີ​ທີ່​ກອງ​ປະ​ຊຸມ​ໃຫຍ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ທຸກ​ວັນ​ນີ້

ຝ່າຍ​ປະ​ທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ບັນ​ດາ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂຶ້ນ​ກ່າວ​ປາ​ໄສ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ກຸ່ມ​ນັກ​ຮ້ອງ​ແທ​ເບີ​ແນ​ໂກ ທີ່​ບໍ​ລິ​ເວນ​ພຣະ​ວິ​ຫານ ແລະ ກຸ່ມ​ນັກ​ຮ້ອງ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ຈັດ​ກຽມ​ດົນ​ຕີ. ກອງ​ປະ​ຊຸມ​ແຕ່​ລະ​ຄັ້ງ​ມີ​ຫ້າ​ພາກ​ດ້ວຍ​ກັນ​ຄື: ສາມ​ພາກ​ໃນ​ວັນ​ເສົາ ແລະ ສອງ​ພາກ​ໃນ​ວັນ​ອາ​ທິດ. ໃນ​ເດືອນ​ເມ​ສາ, ພາກ​ທີ​ສາມ​ຂອງ​ວັນ​ເສົາ​ແມ່ນ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ເມນ​ຄີ​ເສ​ເດັກ. ໃນ​ເດືອນ​ຕຸ​ລາ, ແມ່ນ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ອົງ​ການ​ຍິງ​ໜຸ່ມ.

ຄຳ​ສອນ​ຂອງ​ບັນ​ດາ​ຜູ້​ນຳ

ໃນ​ຫລາຍ​ເດືອນ​ກ່ອນ​ກອງ​ປະ​ຊຸມ​ໃຫຍ່, ບັນ​ດາ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ອະ​ທິ​ຖານ​ວ່າ​ຈະ​ສິດ​ສອນ​ກ່ຽວ​ກັບ​ຫຍັງ. ພຣະ​ຜູ້​ເປັນ​ເຈົ້າ​ດົນ​ໃຈ​ພວກ​ເພິ່ນ​ໃຫ້​ຮູ້​ວ່າ​ພວກ​ເພິ່ນ​ຄວນ​ເວົ້າ​ຫຍັງ. ພວກ​ເພິ່ນ​ສິດ​ສອນ​ຄວາມ​ຈິງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ເຊື້ອ​ເຊີນ​ເຮົາ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ພວກ​ເພິ່ນ​ຍັງ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຊຸກ​ຍູ້​ໃຫ້​ເຮົາ​ຕິດ​ຕາມ​ພຣະ​ອົງ​ນຳ​ອີກ.

ການ​ຮຽນ​ຮູ້​ຈາກ​ກອງ​ປະ​ຊຸມ​ໃຫຍ່

ກ່ອນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ເຮົາ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຍິນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ເຮົາ​ຮຽນ​ຮູ້. ໃນ​ຂະ​ນະ​ທີ່​ເຮົາ​ຟັງ​ຄຳ​ປາ​ໄສ, ພຣະ​ວິນ​ຍານ​ຈະ​ສິດ​ສອນ​ເຮົາ​ເຖິງ​ສິ່ງ​ທີ່​ເຮົາ​ຢາກ​ຮູ້. ຫລັງ​ກອງ​ປະ​ຊຸມ​ໃຫຍ່, ຄຳ​ປາ​ໄສ​ຕ່າງໆ​ຈະ​ປະ​ກົດ​ຢູ່​ທີ່ ChurchofJesusChrist.org, ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ແລະ ໃນ Liahona. ພວກ​ເຮົາ​ສາ​ມາດ​ສຶກ​ສາ​ຄຳ​ປາ​ໄສ​ຕ່າງໆ​ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຈາກ​ພຣະ​ຄຳ​ພີ

ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ວ່າ ພວກ​ເຮົາ​ຕ້ອງ​ຊຸມ​ນຸມ​ກັນ​ຢູ່​ເລື້ອຍໆ (ເບິ່ງ 3 ນີ​ໄຟ 18:22).

ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ນະ​ມັດ​ສະ​ການ​ນຳ​ກັນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຢູ່​ນຳ​ພວກ​ເຂົາ (ເບິ່ງ ມັດ​ທາຍ 18:20).

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້ “ແນະ​ນຳ ແລະ ສິດ​ສອນ​ກັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 43:8).

ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ສະ​ແດງ​ສັດ​ທາ​ໃນ​ພຣະ​ຄຣິດ, ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ຢູ່​ນຳ​ພວກ​ເຂົາ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ຊຸມ​ນຸມ​ກັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 44:2).

ພິມ