​2021
ພຣະ​ວິ​ຫານ​ເຄີດ​ແລນ
ເດືອນ​ກັນ​ຍາ 2021


“The Kirtland Temple,” Friend, Sept. 2021.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກັນ​ຍາ 2021

ພຣະ​ວິ​ຫານ​ເຄີດ​ແລນ

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກຳ​ລັງ​ເຫັນ​ພຣະ​ວິ​ຫານ​ເຄີດ​ແລນ​ໃນ​ພາບ​ນິ​ມິດ

ພຣະ​ເຈົ້າ​ບອກ​ໂຈ​ເຊັບ ສະ​ມິດ ໃຫ້​ສ້າງ​ພຣະ​ວິ​ຫານ. ການ​ເປີດ​ເຜີຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ມັນ​ຈະ​ມີ​ລັກ​ສະ​ນະ​ແບບ​ໃດ. ມັນ​ຈະ​ເປັນ​ບ້ານ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ກຳ​ລັງ​ສ້າງ​ພຣະ​ວິ​ຫານ​ເຄີດ​ແລນ

ໄພ່​ພົນ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ຊ່ວຍ​ກັນ​ສ້າງ​ພຣະ​ວິ​ຫານ. ຜູ້​ຊາຍ​ໄດ້​ສ້າງ​ຝາ​ທີ່​ສູງ. ຜູ້​ຍິງ​ໄດ້​ເຮັດ​ຜ້າ​ກັ້ງ ແລະ ພົມ. ເດັກ​ນ້ອຍ​ໄດ້​ຊ່ວຍ​ເອົາ​ເຄື່ອງ​ມື ແລະ ນໍ້າ​ມາ​ໃຫ້​ຄົນ​ງານ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຮ້ອງ​ເພງ

ເມື່ອ​ພຣະ​ວິ​ຫານ​ສຳ​ເລັດ​ແລ້ວ, ໄພ່​ພົນ​ໄດ້​ເຂົ້າ​ໄປ​ຂ້າງ​ໃນ. ເຂົາ​ເຈົ້າ​ໄດ້​ຮ້ອງ​ເພງ​ສວດ ແລະ ຮ້ອງ “ໂຮ​ຊັນ​ນາ!” ໂຈ​ເຊັບ​ໄດ້​ອະ​ທິ​ຖານ​ເພື່ອ​ອຸ​ທິດ (ອວຍ​ພອນ) ພຣະ​ວິ​ຫານ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຢ້ຽມ​ຢາມ​ພຣະ​ວິ​ຫານ​ເຄີດ​ແລນ

ອາ​ທິດ​ໜຶ່ງ​ຕໍ່​ມາ, ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ຢ້ຽມ​ຢາມ​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໃນ​ພຣະ​ວິ​ຫານ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ ພຣະ​ອົງ​ຮັບ​ເອົາ​ພຣະ​ວິ​ຫານ​ນີ້​ເປັນ​ບ້ານ​ຂອງ​ພຣະ​ອົງ.

ຮູບ​ພາບ
ເດັກ​ນ້ອຍ​ຢູ່​ເດີ່ນ​ພຣະ​ວິ​ຫານ

ທຸກ​ມື້​ນີ້​ມີ​ພຣະ​ວິ​ຫານ​ຢູ່​ທັງ​ທົ່ວ​ໂລກ! ພຣະ​ວິ​ຫານ​ແຕ່​ລະ​ແຫ່ງ​ເປັນ​ສະ​ຖານ​ທີ່​ສັກ​ສິດ. ຈັກ​ມື້​ໜຶ່ງ ຂ້ອຍ​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ ແລະ ຈະ​ເຮັດ​ຄຳ​ສັນ​ຍາ​ກັບ​ພຣະ​ເຈົ້າ.

ໜ້າ​ລະ​ບາຍ​ສີ

ພຣະ​ວິ​ຫານ​ເປັນ​ສະ​ຖານ​ທີ່​ສັກ​ສິດ

ຮູບ​ພາບ
ເດັກ​ນ້ອຍ​ຄົນ​ໜຶ່ງ​ກຳ​ລັງ​ເອົາ​ວາ​ລະ​ສານ Friend ໃຫ້​ອີກ​ຄົນ​ໜຶ່ງ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເປັນ​ຫຍັງ​ພຣະ​ວິ​ຫານ​ຈຶ່ງ​ພິ​ເສດ?

ພິມ