​2021
ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ
ເດືອນ​ຕຸ​ລາ 2021


“The Name of His Church,” For the Strength of Youth, Oct. 2021.

ຂ່າວ​ສານ​ປະ​ຈໍາ​ເດືອນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ເດືອນ​ຕຸ​ລາ 2021

ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ

ມີ​ຄວາມ​ໝາຍ​ຢູ່​ເບື້ອງ​ຫລັງ​ຊື່​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ທານ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ

ສາດ​ສະ​ໜາ​ຈັກ​ຂອງ​ເຮົາ

ສາດ​ສະ​ໜາ​ຈັກ—ກຸ່ມ​ຄົນ​ທີ່​ເຊື່ອ​ໃນ​ສິ່ງ​ດຽວ​ກັນ ແລະ ນະ​ມັດ​ສະ​ການ​ນຳ​ກັນ. ສາດ​ສະ​ໜາ​ຈັກ​ນີ້​ເປັນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ເປັນ​ຜູ້​ເລີ່ມ​ມັນ. ພຣະ​ອົງ​ເປັນ​ຜູ້​ນຳ​ພາ​ມັນ. ມັນ​ເປັນ​ຂອງ​ພຣະ​ອົງ.

ຖືກ​ເອີ້ນ

ພຣະ​ເຢ​ຊູ​ຄຣິດ​ໄດ້​ບອກ​ພວກ​ເຮົາ​ວ່າ ພຣະ​ອົງ​ຢາກ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ເອີ້ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ວ່າ​ຢ່າງ​ໃດ. ສະ​ນັ້ນ ເຮົາ​ຄວນ​ເອີ້ນ​ມັນ​ວ່າ​ຢ່າງ​ນັ້ນ—ແລະ ເຮົາ​ຄວນ​ຂໍ​ຢ່າງ​ສຸ​ພາບ ໃຫ້​ຄົນ​ອື່ນ​ເອີ້ນ​ມັນ​ວ່າ​ແນວ​ນັ້ນ. ຊື່​ນີ້​ມາ​ຈາກ​ພຣະ​ເຢ​ຊູ​ຄຣິດ.

ຍຸກ​ສຸດ​ທ້າຍ

ຍຸກ​ສຸດ​ທ້າຍ—ວັນ​ເວ​ລາ​ທີ່​ເຮົາ​ກຳ​ລັງ​ມີ​ຊີ​ວິດ​ຢູ່; ເວ​ລາ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ເຢ​ຊູ​ຄຣິດ​ໄດ້​ນຳ​ເອົາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ກັບ​ຄືນ​ມາ​ຍັງ​ແຜ່ນ​ດິນ​ໂລກ​ເປັນ​ເທື່ອ​ສຸດ​ທ້າຍ. ມັນ​ຈະ​ຊ່ວຍ​ກຽມ​ໂລກ​ໃຫ້​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ

(ເບິ່ງ “ສາດ​ສະ​ໜາ​ຈັກ​ຂອງ​ເຮົາ.”) ນີ້​ແມ່ນ​ສ່ວນ​ທຳ​ອິດ​ຂອງ​ຊື່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ອົງ​ເອີ້ນ​ມັນ​ວ່າ “ສາດ​ສະ​ໜາ​ຈັກ” ເພາະ​ວ່າ​ພຣະ​ອົງ​ເປັນ​ຜູ້​ຈັດ​ຕັ້ັງ​ມັນ. ແລະ ພຣະ​ອົງ​ໄດ້​ໃສ່​ຊື່​ຂອງ​ພຣະ​ອົງ​ໄວ້​ໃນ​ນັ້ນ.

ຍຸກ​ສຸດ​ທ້າຍ

(ເບິ່ງ “ຍຸກ​ສຸດ​ທ້າຍ.”) ນີ້​ແມ່ນ​ສ່ວນ​ຕໍ່​ໄປ​ຂອງ​ຊື່​ສາດ​ສະ​ໜາ​ຈັກ. ມັນ​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ທີ່​ພຣະ​ອົງ​ໄດ້​ນຳ​ມາ​ໃນ​ຍຸກ​ສະ​ໄໝ​ນີ້, ບໍ່​ແມ່ນ​ສາດ​ສະ​ໜາ​ຈັກ​ທີ່​ພຣະ​ອົງ​ໄດ້​ເລີ່ມ​ໃນ​ຍຸກ​ສະ​ໄໝ​ກ່ອນ.

ໄພ່​ພົນ

ໄພ່​ພົນ—ຄຳ​ນີ້​ໝາຍ​ຄວາມ​ວ່າ “ຄົນ​ທີ່​ບໍ​ລິ​ສຸດ.” ນີ້​ແມ່ນ​ສ່ວນ​ສຸດ​ທ້າຍ​ຂອງ​ຊື່​ສາດ​ສະ​ໜາ​ຈັກ. ມັນ​ເວົ້າ​ເຖິງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ເຮັດ​ໃຫ້​ພວກ​ເຮົາ​ສະ​ອາດ ແລະ ບໍ​ລິ​ສຸດ​ໄດ້. ແລະ ພຣະ​ອົງ​ປະ​ທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ພວກ​ເຮົາ ເພື່ອ​ເຮັດ​ໃຫ້​ພວກ​ເຮົາ​ເຂັ້ມ​ແຂງ​ຂຶ້ນ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ໄດ້​ບັນ​ຊາ. ຖ້າ​ພວກ​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ອົງ ແລະ ພະ​ຍາ​ຍາມ​ຕໍ່​ໄປ, ພຣະ​ອົງ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ບໍ​ລິ​ສຸດ. ພຣະ​ອົງ​ເຮັດ​ໃຫ້​ພວກ​ເຮົາ​ເປັນ​ໄພ່​ພົນ.

ພິມ