​2021
ວຽກ​ງານ​ພຣະ​ວິ​ຫານ
ເດືອນ​ຕຸ​ລາ 2021


“Temple Work,” Liahona, October 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ຕຸ​ລາ 2021

ວຽກ​ງານ​ພຣະ​ວິ​ຫານ

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ສາ​ມາດ​ຮັບ​ພິ​ທີ​ການ​ຕ່າງໆ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ​ໃນ​ພຣະ​ວິ​ຫານ. ເຮົາ​ຍັງ​ສາ​ມາດ​ເຮັດ​ພິ​ທີ​ການ​ຕ່າງໆ​ໃນ​ພຣະ​ວິ​ຫານ ເພື່ອ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ນຳ​ອີກ.

ຮູບ​ພາບ
ພຣະ​ວິ​ຫານ

ຮູບ​ພຣະ​ວິ​ຫານ​ບາ​ຣານ​ກິ​ຢາ ໂກ​ໂລມ​ບີ ໂດຍ ບຣູ​ໂນ ລິ​ມາ

ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ສ້າງ​ພຣະ​ວິ​ຫານ. ພຣະ​ວິ​ຫານ​ແມ່ນ​ສະ​ຖານ​ທີ່ ທີ່​ສັກ​ສິດ ບ່ອນ​ທີ່​ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຮັບ​ພິ​ທີ​ການ, ແລະ ເຮັດ​ຄຳ​ສັນ​ຍາ​ກັບ​ພຣະ​ອົງ. ສາດ​ສະ​ໜາ​ຈັກ​ກຳ​ລັງ​ສ້າງ​ພຣະ​ວິ​ຫານ​ທົ່ວ​ໂລກ ເພື່ອ​ວ່າ​ຫລາຍໆ​ຄົນ​ຈະ​ສາ​ມາດ​ຮັບ​ພອນ​ເຫລົ່າ​ນີ້​ໄດ້.

ຮູບ​ພາບ
ຜູ້​ຍິງ​ຢູ່​ໜ້າ​ພຣະ​ວິ​ຫານ

ຮູບ​ຜູ້​ຍິງ​ຢູ່​ໜ້າ​ພຣະ​ວິ​ຫານ​ໂອ​ເກີ​ມາວ​ເທນ ຢູ​ທາ ໂດຍ ເນ​ເຊ​ໂອ ແລະ ແມັດ​ທິວ ຣີ​ເອີ

ຂອງ​ປະ​ທານ​ສັກ​ສິດ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ກຳ​ລັງ​ດໍາ​ລົງ​ຊີ​ວິດ​ຢ່າງ​ຊອບ​ທໍາ ໄປ​ພຣະ​ວິ​ຫານ​ເພື່ອ​ຮັບ​ພິ​ທີ​ການ ແລະ ເຮັດ​ພັນ​ທະ​ສັນ​ຍາ, ຫລື ຄຳ​ສັນ​ຍາ, ກັບ​ພຣະ​ເຈົ້າ. ພິ​ທີ​ການ​ໜຶ່ງ​ທີ່​ເຮົາ​ຮັບ​ໃນ​ພຣະ​ວິ​ຫານ​ແມ່ນ​ຂອງ​ປະ​ທານ​ສັກ​ສິດ. ຄຳ​ວ່າ ຂອງ​ປະ​ທານ​ສັກ​ສິດ ໝາຍ​ເຖິງ “ຂອງ​ຂວັນ.” ຂອງ​ປະ​ທານ​ສັກ​ສິດ​ຂອງ​ພຣະ​ວິ​ຫານ​ແມ່ນ​ຂອງ​ຂວັນ​ຈາກ​ພຣະ​ເຈົ້າ. ໃນ​ພິ​ທີ​ການ​ນີ້ ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພື່ອ​ຄວາມ​ລອດ​ຂອງ​ເຮົາ, ແລະ ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ວ່າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ຖ້າ​ເຮົາ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້, ພຣະ​ເຈົ້າ​ຈະ​ອວຍ​ພອນ​ເຮົາ.

ຮູບ​ພາບ
ຄູ່​ຮັກ​ຢູ່​ໜ້າ​ພຣະ​ວິ​ຫານ

ຮູບ​ຄູ່​ຮັກ​ກຳ​ລັງ​ຍ່າງ​ຜ່ານ​ພຣະ​ວິ​ຫານ​ມາ​ນິ​ລາ ຟີລິບ​ປິນ ໂດຍ ຄຣິສ​ຕີ​ນາ ສະ​ມິດ

ການ​ຜະ​ນຶກ​ຄອບ​ຄົວ​ເຂົ້າ​ກັນ

ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ກໍ​ຖືກ​ເອີ້ນ​ວ່າ ການ​ຜະ​ນຶກ. ເມື່ອ​ຄູ່​ຮັກ​ໄດ້​ຮັບ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າ​ຈະ​ແຕ່ງ​ງານ​ກັນ​ຕະ​ຫລອດ​ໄປ. ຖ້າ​ເຂົາ​ເຈົ້າ​ມີ​ລູກ, ລູກໆ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ຖືກ​ຜະ​ນຶກ​ເຂົ້າ​ກັບ​ເຂົາ​ເຈົ້າ​ເຊັ່ນ​ກັນ. ພໍ່​ແມ່​ທີ່​ໄດ້​ຮັບ​ການ​ຜະ​ນຶກ​ຫລັງ​ຈາກ​ທີ່​ມີ​ລູກ​ແລ້ວ ກໍ​ສາ​ມາດ​ໃຫ້​ລູກໆ​ຂອງ​ເຂົາ​ເຈົ້າ​ຜະ​ນຶກ​​ເຂົ້າ​ກັບ​ເຂົາ​ເຈົ້າ​ໄດ້. ຖ້າ​ເຂົາ​ເຈົ້າ​ດໍາ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ, ເຂົາ​ເຈົ້າ​ຈະ​ເປັນ​ຄອບ​ຄົວ​ດຽວ​ກັນ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.

ຮູບ​ພາບ
ອ່າງ​ບັບ​ຕິ​ສະ​ມາ​ໃນ​ພຣະ​ວິ​ຫານ​ລິສ​ບອນ ປອກ​ຕຸຍ​ການ

ຮູບ​ອ່າງ​ບັບ​ຕິ​ສະ​ມາ​ໃນ​ພຣະ​ວິ​ຫານ​ລິສ​ບອນ ປອກ​ຕຸຍ​ການ ໂດຍ ເລສ​ລີ ນິວ​ສັນ

ວຽກ​ງານ​ພຣະ​ວິ​ຫານ​ສຳ​ລັບ​ລູກໆ​ທັງ​ໝົດ​ຂອງ​ພຣະ​ເຈົ້າ

ເຮົາ​ເຮັດ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ. ແລ້ວ​ເຮົາ​ກໍ​ເຮັດ​ວຽກ​ງານ​ພຣະ​ວິ​ຫານ​ແທນ​ເຂົາ​ເຈົ້າ. ເຮົາ​ເຮັດ​ພິ​ທີ​ການ​ທັງ​ໝົດ​ເພື່ອ​ເຂົາ​ເຈົ້າ ຊຶ່ງ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ຈຳ​ເປັນ​ຕ້ອງ​ເຮັດ​ເຊັ່ນ: ການ​ບັບ​ຕິ​ສະ​ມາ, ການ​ຢືນ​ຢັນ, ການ​ຮັບ​ຖາ​ນະ​ປະ​ໂລ​ຫິດ (ສຳ​ລັບ​ຜູ້​ຊາຍ), ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ, ແລະ ການ​ຜະ​ນຶກ. ແລ້ວ​ເຂົາ​ເຈົ້າ​ສາ​ມາດ​ເລືອກ​ໄດ້​ວ່າ ເຂົາ​ເຈົ້າ​ຢາກ​ຍອມ​ຮັບ​ເອົາ​ພິ​ທີ​ການ​ເຫລົ່າ​ນີ້​ຫລື​ບໍ່. ໂດຍ​ວິ​ທີ​ນີ້, ລູກໆ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ຈະ​ສາ​ມາດ​ຊື່ນ​ຊົມ​ກັບ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ.

ຮູບ​ພາບ
ຄອບ​ຄົວ​ຢູ່​ໜ້າ​ພຣະ​ວິ​ຫານ

ຮູບ​ຄອບ​ຄົວ​ຢູ່​ໜ້າ​ພຣະ​ວິ​ຫານ​ຟິ​ລາ​ແດວ​ເຟຍ ເພັນ​ໂຊ​ເວ​ເນຍ ໂດຍ ໂຄ​ດີ ແບວ

ພອນ​ຂອງ​ວຽກ​ງານ​ພຣະ​ວິ​ຫານ

ຖ້າ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ໃນ​ພຣະ​ວິ​ຫານ, ເຮົາ​ຈະ​ໄດ້​ຮັບ​ພອນ, ຮັບ​ການ​ປົກ​ປ້ອງ, ແລະ ຮັບ​ຄວາມ​ເຂັ້ມ​ແຂງ. ເຮົາ​ຈະ​ມີ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຢູ່​ກັບ​ເຮົາ. ຄອບ​ຄົວ​ຂອງ​ເຮົາ​ຈະ​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ.

ພຣະ​ວິ​ຫານ​ເປັນ​ສະ​ຖານ​ທີ່​ແຫ່ງ​ຄວາມ​ສະ​ຫງົບ ແລະ ການ​ເປີດ​ເຜີຍ​ເຊັ່ນ​ກັນ. ເມື່ອ​ເຮົາ​ເຮັດ​ວຽກ​ງານ​ພຣະ​ວິ​ຫານ, ເຮົາ​ຈະ​ສາ​ມາດ​ຮັບ​ການ​ນໍາ​ພາ​ທາງ​ວິນ​ຍານ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄດ້.

ພິມ