​2021
ພຣະ​ເຢ​ຊູ​ຄຣິດ​ຕັ້ງ​ຊື່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ
ເດືອນ​ຕຸ​ລາ 2021


“Jesus Christ Named His Church,” Friend, Oct. 2021.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ຕຸ​ລາ 2021

ພຣະ​ເຢ​ຊູ​ຄຣິດ​ຕັ້ງ​ຊື່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ
ຮູບ​ພາບ
ໂຈ​ເຊັບ ສະ​ມິດ

ພຣະ​ເຢ​ຊູ​ຄຣິດ​ໄດ້​ບອກ​ໂຈ​ເຊັບ ສະ​ມິດ ວ່າ​ຈະ​ຕັ້ງ​ຊື່​ໃຫ້​ສາດ​ສະ​ໜາ​ຈັກ​ວ່າ​ຢ່າງ​ໃດ. ພຣະ​ອົງ​ກ່າວ​ວ່າ ມັນ​ຈະ​ຖືກ​ເອີ້ນ​ວ່າ “ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.”

ຮູບ​ພາບ
ຕຶກ​ໂບດ​ຂອງ​ສາດ​ສະ​ໜາ​ຈັກ

ຄຳ​ວ່າ ພຣະ​ເຢ​ຊູ​ຄຣິດ ແມ່ນ​ສ່ວນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຊື່​ສາດ​ສະ​ໜາ​ຈັກ. ເນື່ອງ​ຈາກ​ວ່າ, ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ມັນ​ຈຶ່ງ​ຖືກ​ຕັ້ງ​ຊື່​ຕາມ​ພຣະ​ອົງ.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ຖື​ພຣະ​ຄຳ​ພີ​ມໍ​ມອນ

ໄພ່​ພົນ​ຍຸກ​ສຸດ​ທ້າຍ ໝາຍ​ເຖິງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ວັນ​ນີ້.

ຮູບ​ພາບ
ຜູ້​ຍິງ ແລະ ເດັກ​ນ້ອຍ​ກຳ​ລັງ​ເບິ່ງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ບັນ​ດາ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ສິດ​ສອນ​ວ່າ ການ​ໃຊ້​ຊື່​ທີ່​ຖືກ​ຕ້ອງ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ສິ່ງ​ສຳ​ຄັນ. ມັນ​ຊ່ວຍ​ໃຫ້​ຄົນ​ອື່ນ​ຮູ້​ວ່າ ພວກ​ເຮົາ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ເບິ່ງ​ຮູບ​ແຕ້ມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ຄົນ​ອື່ນ​ຖາມ​ຂ້ອຍ​ວ່າ ຂ້ອຍ​ເຊື່ອ​ຫຍັງ, ຂ້ອຍ​ສາ​ມາດ​ເວົ້າ​ໄດ້​ວ່າ, “ຂ້ອຍ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ. ຂ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.”

ໜ້າ​ລະ​ບາຍ​ສີ

ຂ້ອຍ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ຖື​ຮູບ​ຂອງ​ພຣະ​ເຢ​ຊູ​ຄຣິດ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ແມ່ນ​ຫຍັງ​ຊ່ວຍ​ໃຫ້​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ?

ພິມ